ໃນຂະນະທີ່ບັນດາເຈົ້າໜ້າທີ່ການແພດປະສົບຄວາມຫຍຸ້ງຍາກໃນການຮັບມືກັບເຊື້ອໄວ
ຣັສໂຄໂຣນາຢູ່ນັ້ນ ຊາວອາເມຣິກັນເຊື້ອສາຍຈີນຈຳນວນນຶ່ງແມ່ນພາກັນ ເປັນຫ່ວງເປັນ
ໃຍວ່າຈະມີຜົນສະທ້ອນຢ່າງແຮງຕໍ່ປະຊາຄົມຂອງເຂົາເຈົ້າ ເພາະການຢ້ານກົວຕໍ່ຄວາມ
ເຈັບປ່ວຍໄດ້ກັບກາຍມາເປັນຄວາມ ຢ້ານກົວຕໍ່ຄົນຈີນ. Michelle Quinn, ນັກຂ່າວວີ
ໂອເອ ມີລາຍງານກ່ຽວກັບເລື້ອງນີ້ຈາກນະຄອນແຊນແຟຣນຊິສໂກ (San Francisco)
ຊຶ່ງບົວສະຫວັນຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.
ຢູ່ໃນຄຸ້ມເມືອງຈີນ ຫລື Chinatown ໃນນະຄອນລອສ ແອນເຈີລິສ ນັ້ນ ກຸ່ມນັກສະແດງການຟ້ອນສິງໂຕຫົວນາກສີຂາວ (White Crane Dragon) ແລະ ຟ້ອນສິງໂຕ (Lion Dance) ຂອງຫລີອັງ (Leung) ໄດ້ເລາະໄປຕາມຫ້າງຮ້ານຕ່າງໆ ເພື່ອອວຍພອນພວກເຂົາເຈົ້າ ຊຶ່ງເປັນສ່ວນນຶ່ງຂອງການສະຫລອງບຸນປີໃໝ່ ຫລື ກຸດຈີນ. ມັນເປັນຊ່ວງເວລາຂອງປີນຶ່ງໆ ທີ່ເຕັມໄປດ້ວຍຄວາມມ່ວນຊື່ນ ເຖິງແມ່ນວ່າຢູ່ໃນປະເທດຈີນນັ້ນ ເຊື້ອໄວຣັສ ໂຄໂຣນາໄດ້ເຮັດໃຫ້ ການເດີນທາງເຂົ້າ ແລະອອກປະເທດຖືກປິດລົງກໍຕາມ.
ທ້າວ ຄາວິນ (Calvin) ຈາກກຸ່ມນັກສະແດງການຟ້ອນສິງໂຕ White Crane ຂອງຫລີອັງ (Leung) ເວົ້າວ່າ:
"ສຳລັບພວກເຮົາແລ້ວ, ພວກເຮົາຍັງບໍ່ໄດ້ຮັບຜົນກະທົບຈາກມັນຢ່າງແທ້ຈິງ ເທື່ອ. ຂ້ອຍສັງເກດເຫັນວ່າບາງຄົນໄດ້ມີຄວາມລະມັດລະວັງໄວ້ກ່ອນ. ແຕ່ວ່າສຳລັບເກືອບທັງໝົດ ປະຊາຄົມຢູ່ໃນຄຸ້ມເມືອງຈີນ ຫລື Chinatown ປາກົດວ່າບໍ່ໄດ້ເປັນຫ່ວງກ່ຽວກັບເລື້ອງນີ້ຫລາຍປານໃດ."
….ມັນຍັງມີຄວາມເປັນຫ່ວງກ່ຽວກັບການໄດ້ຮັບຂໍ້ມູນທີ່ຜິດໆ ຢູ່ໃນສື່ສັງຄົມອອນລາຍ ແລະຜົນສະທ້ອນຢ່າງແຮງຕໍ່ຄົນເຊື້ອສາຍເອເຊຍ. ມັນເປັນສິ່ງໃດ ສິ່ງນຶ່ງທີ່ຊາວຈີນເຄີຍໄດ້ປະເຊີນມາໃນເມື່ອກ່ອນ.
ທ່ານນາງ ໂຮຍ ຫລີອັງ (Hoi Leung), ຫົວໜ້າຄວບຄຸມຫໍພິພິດທະພັນຈາກສູນວັດທະນະທຳຈີນໃນນະຄອນແຊນ ແຟຣນຊິສໂກ (San Francisco) ກ່າວວ່າ:
"ພວກເຮົາໄດ້ເຫັນວັດຖຸທີ່ເວົ້າກ່ຽວກັບເຊື້ອໄວຣັສ ບໍ່ວ່າຈະເປັນວີດິໂອບໍ່ ຫລື ເປັນຮູບພາບບໍ່ ຫລືການເວົ້າຕະຫລົກ ແລະສິ່ງຕ່າງໆ ຄ້າຍໆກັນນັ້ນ. ແລະຂ້າພະເຈົ້າຄິດວ່າ ມັນຍັງເປັນການເຮັດໃຫ້ທັດສະນະຄະຕິທົ່ວໄປທີ່ໄດ້ເກີດຂຶ້ນຕັ້ງແຕ່ຕອນຊາວຈີນມາຮອດອາເມຣິກາທຳອິດຢູ່ໃນຊຸມປີຊ່ວງກາງໆ ຂອງ 1800 ນັ້ນ ຖືກນຳມາຈົດຈຳຕະຫລອດໄປ."
ທ່ານນາງ ຫລີອັງ (Leung) ເວົ້າຕໍ່ໄປອີກວ່າ ຮູບພາບບາງອັນ ແລະການເວົ້າຕະຫລົກຢູ່ໃນບັນດາຮູບ ແລະການຕະຫລົກເຫລົ່ານັ້ນ ມັນອາດຈະມ່ວນ ແຕ່ວ່າ ມັນກໍສາມາດເຮັດໃຫ້ເກີດມົນທິນປະຈຳໂຕກໍເປັນໄດ້ - ບໍ່ແມ່ນແຕ່ສຳລັບຊາວອາເມຣິກັນເຊື້ອສາຍຈີນເທົ່ານັ້ນ ແຕ່ມັນຍັງສຳລັບຜູ້ໃດກໍຕາມທີ່ເບິ່ງແລ້ວເຫັນວ່າ ເປັນຄົນເຊື້ອສາຍເອເຊຍ ອີກດ້ວຍ.
ທ່ານນາງ ຫລີອັງ (Leung) ໃຫ້ຄຳເຫັນເພີ້ມເຕີມດັ່ງນີ້:
"ມີທ່າອ່ຽງຢູ່ໃນປະຫວັດສາດຂອງປະເທດເຮົາທີ່ໃຫ້ການຍອມຮັບຕໍ່ນະໂຍບາຍ ທີ່ມີການຈຳແນກຜິວພັນ ຫລື ຢ້ານກົວຄົນຕ່າງຊາດ ຢູ່ບົນພື້ນຖານຂອງສາທາລະນະສຸກ ແລະຄວາມປອດໄພ. ຂ້າພະເຈົ້າຄິດວ່າ ສຳລັບປະຊາຄົມຂອງພວກເຮົາແລ້ວ ມັນມີເສັ້ນທີ່ແລບໆ ຂັ້ນລະຫວາງກາງຂອງການພະຍາຍາມປ້ອງກັນຕົວທ່ານເອງ ກັບການປາດສະຈາກການເຮັດໃຫ້ໃຜຜູ້ນຶ່ງກັບກາຍເປັນສັດຕູ."
ການເອົາຂ່າວລົງເມື່ອມໍ່ໆມານີ້ ຢູ່ໃນມະຫາວິທະຍາໄລລັດຄາລິຟໍເນຍ ໃນເມືອງ ເບີກເຄິລີ (Berkeley) ທີ່ໄດ້ເອີ້ນຄວາມຢ້ານກົວຕໍ່ຄົນເອເຊຍວ່າ "ເປັນປະຕິກິລິຍາທຳມະດາ". ມະຫາວິທະຍາໄລດັ່ງກ່າວໄດ້ເອົາຂ່າວນັ້ນລົງ ແລະທຳການຂໍຂະມາໂທດ.
ແຕ່ວ່າ ຫລາຍຄົນຢູ່ໃນປະຊາຄົມຊາວຈີນແມ່ນຮູ້ສຶກບໍ່ພໍໃຈແຮງສຸດຂີດເລີຍ.
ທ່ານນາງ ຮົງ ເມີຍ ພັງ (Hong Mei Pang), ອຳນວຍການຝ່າຍສະແຫວງຫາການສະໜັບສະໜູນຂອງອົງການຊາວຈີນເພື່ອການເຄື່ອນໄຫວໃຫ້ໄດ້ຮັບສິດສະເໝີພາບໃນການຈ້າງງານ ຫລື Chinese for Affirmative Action ກ່າວວ່າ:
“ພວກເຮົາຮຽກຮ້ອງໃຫ້ທຸກຄົນຮັກສາທັດສະນະຄະຕິທີ່ວ່າ ອັນນັ້ນແມ່ນບັນຫາທາງສາທາລະນະສຸກ ແລະບໍ່ແມ່ນຈະໃຊ້ມັນເພື່ອເຮັດໃຫ້ຄົນອື່ນໄດ້ຮັບເຄາະ ຫລື ເຮັດໃຫ້ມັນເປັນການຕີລວດກວດພຽງໄປໝົດສຳລັບຜູ້ໃດກໍຕາມ …
….ແຕ່ວ່າ ມັນກໍເປັນເລື້ອງສຳລັບສະຖາບັນອີກດ້ວຍ ທີ່ຕ້ອງຍັງຮັບຜິດຊອບຕໍ່ ນັກສຶກສາຂອງເຂົາເຈົ້າທຸກຄົນ, ຕໍ່ຄົນທີ່ມາຈາກຫລາກຫລາຍຊົນຊາດຊົນເຜົ່າແລະຈາກປະຊາຄົນຕ່າງໆ ທີ່ອາໄສຢູ່ໃນລັດຄາລິຟໍເນຍ."
ທ່ານນາງ ຫລີອັງ ກ່າວມ້ວນທ້າຍວ່າ:
"ທີ່ຈິງມັນບໍ່ແມ່ນເລື້ອງທີ່ວ່າ ມີໃຜມຸ້ງກະທຳການໃສ່ຜູ້ໃດຫລາຍພໍປານໃດດອກ. ແຕ່ມັນເປັນເລື້ອງກ່ຽວກັບຄວາມຢ້ານກົວຢູ່ໃນຕົວຂອງມັນເອງ ແລະ ສິ່ງນັ້ນສາມາດເປັນເລື້ອງອັນຕະລາຍໄດ້ຫລາຍປານໃດ ຕ່າງຫາກ."
ສຳລັບໃນເວລານີ້ ຄວາມຢ້ານກົວເຫລົ່ານັ້ນປາກົດວ່າມັນຍັງຢູ່ໄກຢູ່. ຄາດວ່າ ຈະມີຫລາຍພັນຄົນໄປທ່ຽວໄປຊົມການແຫ່ຂະບວນປີໃໝ່ ຫລືກຸດຈີນ ໃນວັນເສົາມື້ນີ້, ຊຶ່ງເປັນໂອກາດອັນນຶ່ງ ທີ່ຈະໄດ້ມີການສະຫລອງວັດທະນະທຳຂອງຊາວອາເມຣິກັນເຊື້ອສາຍຈີນ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ຂ້າງລຸ່ມນີ້
As public health officials grapple with the coronavirus, some Chinese Americans worry that there will be a backlash against their community as fears of the illness turn into fear of Chinese people. From San Francisco, Michelle Quinn reports.
In San Francisco's Chinatown, the Leung White Crane Dragon and Lion Dance group is visiting businesses to bless them as part of the Lunar New Year celebration. It's a joyful time of year, even though in China the coronavirus, has shut down travel in and out of the country.
Calvin, Leung's White Crane:
"For us, we haven't really been impacted by it. I notice some people have taken precautions. But for the most part, all of the community of Chinatown doesn't seem to be too worried about it."
….there are also concerns about misinformation on social media and a backlash against Asians. It's something Chinese Americans have faced before.
Hoi Leung, Curator, Chinese Culture Center of San Francisco:
"We're seeing a lot of very viral materials, whether those are videos or memes or jokes and things like that. And I think it's still perpetuating stereotypes that that's been happening since the Chinese first came to America in (the) mid 1800s."
Some of those memes and jokes may be in fun but they also can stigmatize - not just Chinese Americans but anyone perceived as Asian, Leung says.
Hoi Leung, Curator, Chinese Culture Center of San Francisco:
"There is a tendency in our country's history to enact very racist or xenophobic policy on the basis of public health and safety. I think for our community there's a very fine line between trying to protect yourself and without antagonizing someone."
A recent post from the University of California at Berkeley called xenophobia towards Asians "a normal reaction." The university took down the post and apologized.
But many in the Chinese community were extremely upset.
Hong Mei Pang, Advocacy Director, Chinese for Affirmative Action:
"We urge everybody to maintain the perspective that this is a public health issue and to not use it as a way to scapegoat or make sweeping generalizations on anybody…
…. but also for institutions to remain accountable to all of their students, to the diverse populations and communities that live in California."
Hoi Leung, Curator, Chinese Culture Center of San Francisco:
"It's really less about who is targeting who. But it's really about the fear itself and how dangerous that can be."
For now, those fears may still seem far away. Thousands of people are expected at this Saturday's Lunar New Year parade, a chance to celebrate Chinese American culture.