ພະນັກງານອົງການສະຫະປະຊາຊາດຫ້າຄົນ ໄດ້ຖືກລັກພາໂຕ ຢູ່ທາງພາກໃຕ້ ຂອງປະເທດເຢເມນ ທີ່ພວມປະສົບກັບໄພສົງຄາມ ຢູ່ໃນເວລານີ້ ນັ້ນຄືຄຳເວົ້າຂອງອົງການສະຫະປະຊາດ ທີ່ໄດ້ກ່າວໃນວັນອາທິດວານນີ້ ອີງຕາມລາຍງານອົງການຂ່າວຝຣັ່ງ.
ບຸກຄົນທັງຫ້າ ໄດ້ຖືກລັກພາໂຕ ຢູ່ໃນແຂວງອາບີຢານ (Abyan) ທາງພາກໃຕ້
ຂອງເຢເມນ ໃນວັນສຸກທີ່ຜ່ານມາ ໃນຂະນະທີ່ກັບຄືນສູ່ເມືອງທ່າເອເດັນ “ຫຼັງຈາກໄດ້ເສັດສິ້ນການປະຕິບັດງານ ຢູ່ສະໜາມ” ໂຄສົກຂອງສະຫະປະຊາຊາດ ທ່ານອີຣີ ການີໂກ (Eri Kaneko) ໄດ້ກ່າວຕໍ່ອົງການຂ່າວຝຣັ່ງ.
“ສະຫະປະຊາຊາດ ກຳລັງຕິດຕາມຢ່າງໃກ້ຊິດກັບພວກເຈົ້າໜ້າທີ່ ເພື່ອໃຫ້ມີ ການປ່ອຍໂຕ” ນັ້ນຄືຄຳເວົ້າຂອງທ່ານການີໂກ ທີ່ໄດ້ກ່າວເພີິ້ມເຕີມ.
ຍັງບໍ່ເປັນທີ່ແຈ້ງຂາວໃນທັນທີເທື່ອວ່າ ແມ່ນໃຜໄດ້ລັກພາໂຕພະນັກງານອົງການ ສະຫະປະຊາຊາດ.
ນະຄອນເອເດນໄດ້ກາຍມາເປັນທີ່ຕັ້ງຂອງລັດຖະບານເຢເມນ ທີ່ຖືກຮັບຮູ້ໂດຍສາກົນ ຫຼັງຈາກໄດ້ຖືກຂັບໄລ່ ອອກຈາກນະຄອນຫຼວງຊານາອາ (Sanaa) ໂດຍພວກກະບົດຮູຕີ ໃນປີ 2014.
ກຳລັງປະສົມ ທີ່ນຳພາໂດຍຊາອຸດີ ໄດ້ໃຫ້ໜູນຫຼັງລັດຖະບານໃນການສູ້ລົບຕ້ານ ພວກກະບົດຮູຕີ ທີ່ເປັນພັນທະມິດກັບອີຣ່ານ ນັບແຕ່ປີ 2015 ເປັນຕົ້ນມາ ໃນການຂັດແຍ້ງທີ່ເຮັດໃຫ້ມີການເສຍຊີວິດຂອງຫຼາຍຮ້ອຍພັນຄົນ.
ຫຼາຍລ້ານຄົນຍັງບໍ່ມີທີ່ຢູ່ອາໄສ ໃນອັນທີ່ສະຫະປະຊາຊາດຮ້ອງວ່າ ເປັນວິກິດ ການມະນຸດສະທຳທີ່ໃຫຍ່ສຸດຂອງໂລກ.
Five UN Staff Abducted in Southern Yemen
Five U.N. staff members have been abducted in the south of war-torn Yemen, the global body said on Sunday.
The five were kidnapped in the southern governorate of Abyan on Friday while returning to the port city of Aden "after having completed a field mission," U.N. spokesperson Eri Kaneko told AFP.
"The United Nations is in close contact with the authorities to secure their release," Kaneko added.
It was not immediately clear who had abducted the U.N. staff.
Aden became the base of Yemen's internationally recognized government after it was ousted from the capital Sanaa by Houthi rebels in 2014.
A Saudi-led coalition has backed the government in the fight against the Iran-aligned Houthis since 2015, in a conflict that has led to the deaths of hundreds of thousands of people.
Millions have also been displaced in what the U.N. calls the world's biggest humanitarian crisis.