ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີ 5 ຄົນເສຍຊີວິດ ແລະ ຢ່າງໜ້ອຍ 15 ຄົນ ຕິດໂຄວິດ ໃນປະຊາຄົມລາວ ເມືອງປອດແລນ, ລັດອໍເຣກອນ


ສໍາພາດເປັນພາສາອັງກິດ ກັບທ່ານນາງ Toc Soneoulay (ຕັອກ ສອນອຸໄລ) ກ່ຽວກັບ Covid-19 ໃນເມືອງ Portland ລັດອໍເຣກອນ

ມີ 5 ຄົນເສຍຊີວິດ ແລະຢ່າງໜ້ອຍ 15 ຄົນຕິດໂຄວິດ-19 ເຖິງແມ່ນວ່າຈະມີການຮັກສາມາດຕະການສະກັດກັ້ນພະຍາດດັ່ງກ່າວໃນປະຊາຄົມລາວກໍຕາມ, ອີງ ຕາມການບອກເລົ່າຂອງທ່ານນາງ ຕັອກ ສອນອຸໄລ ກີວແລສປີ (Soneoulay Gillespie), ຜູ້ນໍາທ່ານນຶ່ງ ໃນການຊ່ວຍເຫລືອປະຊາຄົມລາວຢູ່ເມືອງປອດແລນ, ເມືອງເອກ ຂອງລັດອໍເຣກອນ ທີ່ຕັ້ງຢູ່ເຂດຕາເວັນຕົກສຽງເໜືອຂອງສະຫະລັດ. ທ່ານນາງເລົ່າສູ່ຟັງດັ່ງນີ້:

From my experiences we have about 15 people…

“ອີງຕາມປະສົບການຂອງຂ້າພະເຈົ້າ ແລະການໂອ້ລົມກັບບັນດາຜູ້ນໍາໃນ ປະຊາຄົມແລ້ວ ແມ່ນມີວ່າມີ 15 ຄົນ ທີ່ຕິດພະຍາດໂຄວິດ ແລະ ມີປະມານ 5 ຄົນໄດ້ເສຍຊີວິດຍ້ອນໂຄວິດ ຢູ່ໃນປະຊາຄົມລາວ ຢູ່ນີ້ ເມືອງປອດແລນໜີ້. ອັນນັ້ນ ແມ່ນຕາມທີ່ພວກເຮົາຮູ້ ໂດຍຜ່ານການໂອ້ລົມກັບຄົນ. ພວກເຮົາບໍ່ມີ ສະຖິຕິກ່ຽວກັບເລື້ອງນີ້ ທີ່ຊີ້ບອກວ່າ ໃນຜູ້ເສຍຊີວິດນັ້ນ ແມ່ນມີຄົນລາວຢູ່ ນໍາ ຫລືບໍ່ ແລະບາງຄັ້ງ ການຮູ້ມາຈາກແຫລ່ງຂ່າວແບບນີ້ແມ່ນເປັນຕົວເລກທີ່ຖືກ ຕ້ອງ ແມ້ນຢໍາກວ່າ ສໍາລັບຂ້າພະເຈົ້າ ເພາະວ່າຂ້າພະເຈົ້າມີສາຍພົວພັນກັບປະ ຊາຄົມລາວຫລາຍ.”

ທ່ານນາງເລົ່າສູ່ຟັງອີກວ່າ ຜູ້ເສຍຊີວິດນັ້ນ ລ້ວນແຕ່ມີອາຍຸ 50 ປີຂຶ້ນໄປ ແລະ ຈໍາ ນວນນຶ່ງກໍອາໄສຢູ່ໃນເຮືອນພັກຄົນຊະລາ ແລະໂດຍລວມແລ້ວ ປະຊາຄົມລາວແມ່ນພາກັນລະມັດລະວັງທີ່ສຸດໃນເລື້ອງປະຕິບັດມາດຕະການ ປ້ອງກັນພະຍາດ ໂຄວິດ-19.

ສ່ວນສາເຫດຂອງການຕິດເຊື້ອນັ້ນ ຫລາຍຄົນໃນຈໍານວນຜູ້ຕິດເຊື້ອ 15 ຄົນນັ້ນ ບອກທ່ານນາງວ່າ ເຂົາເຈົ້າບໍ່ຮູ້ຈັກສາເຫດຢ່າງແທ້ຈິງ ແຕ່ຄິດວ່າ ແມ່ນຕິດ ມາຈາກບ່ອນເຮັດການ. ທັງນີ້ກໍເນື່ອງຈາກວ່າ ຜູ້ຄົນສ່ວນໃຫຍ່ໃນປະຊາຄົມລາວ ແມ່ນເຮັດວຽກເຮັດການຢູ່ໃນໂຮງງານຜະລິດ ຕ່າງໆ ຊຶ່ງບາງໂຮງງານ ກໍມີຄົນ ເຊື້ອສາຍລາວເຮັດວຽກຢູ່ໃນນັ້ນຕັ້ງ 100 ກວ່າຄົນ. ຄອບຄົວຄົນລາວ ສ່ວນຫລາຍກໍມັກຢູ່ຮ່ວມກັນຫລາຍລຸ້ນຄົນ ເຊັ່ນວ່າ ມີພໍ່ຕູ້ແມ່ຕູ້ ແລະລູກຫລານ ຢູ່ຮ່ວມກັນ ຫລືບໍ່ກໍມັກມີລູກຫລານໄປຢ້ຽມຢາມ ແລະຊຸມເຂົ້າກັນຢູ່ເລື້ອຍ ກໍແມ່ນເຮັດໃຫ້ມີຄວາມສ່ຽງສູງໃນການຕິດເຊື້ອພະຍາດນີ້ ເພາະບາງຄັ້ງລູກ ຫລານບາງຄົນກໍອາດຕິດພະຍາດນີ້ ມາແຕ່ໂຮງການແບບບໍ່ຮູ້ສຶກຕົວ ແລ້ວກໍອາດ ຈະນໍາເຊື້ອໄວຣັສໄປຕິດໃສ່ຜູ້ສູງອາຍຸທີ່ຢູ່ໃນຄອບຄົວດຽວກັນກໍເປັນໄດ້.

ທ່ານນາງເປີດເຜີຍສູ່ຟັງອີກວ່າ ສິ່ງທີ່ເຮັດໃຫ້ເປັນເລື້ອງໜັກໃຈຫລາຍທີ່ສຸດ ສໍາລັບປະຊາຄົມລາວກໍຄືການ ບໍ່ໄດ້ເຮັດພິທີສົ່ງສະການຢ່າງຖືກຕ້ອງຕາມ ປະເພນີຂອງລາວເຮົາອີງຕາມການບອກເລົ່າຂອງຜູ້ເຖົ້າຜູ້ແກ່ຢູ່ໃນປະຊາຄົມນັ້ນ ຊຶ່ງທ່ານນາງເລົ່າສູ່ຟັງວ່າ:

I think for Lao community the hardest part is the service….

“ຂ້າພະເຈົ້າຄິດວ່າ ສໍາລັບປະຊາຄົມແລ້ວ ສິ່ງທີ່ເຮັດໃຫ້ໜັກໃຈ ຫລາຍທີ່ສຸດກໍຄື ກັນສົ່ງສະການ ຕາມຮີດຄອງວັດທະນະທໍາຂອງເຮົາ. ທໍາມະດາແລ້ວ ການເຮັດບຸນ ຫລືສົ່ງສະການຕາມປະເພນີລາວທີ່ຕິດພັນຢູ່ກັບ ສາຍເລືອດ ຂອງພວກເຮົາແລ້ວກໍແມ່ນຕ້ອງມີຫລາຍຜູ້ຫລາຍຄົນເຂົ້າຮ່ວມ. ສໍາລັບການເສຍ ຊີວິດແລ້ວ ພວກເຮົາຈະເດີນທາງມາຈາກຫລາຍແທ່ງ ຫລາຍຫົນ ທັງຢູ່ໃນ ແລະ ຕ່າງປະເທດ ເພື່ອມາເຂົ້າຮ່ວມພິທີ. ແຕ່ໂຄວິດເຮັດໃຫ້ພວກເຮົາເຫັນວ່າ ພວກ ເຮົາບໍ່ສາມາດປະຕິບັດຕາມປະເພນີຂອງພວກເຮົາໄດ້ຢ່າງເຕັມສ່ວນແບບນັ້ນໄດ້. ພວກເຮົາຈະມີການສົ່ງສະການຜູ້ນຶ່ງທີ່ເສຍຊີວິດ ຍ້ອນໂຣກມະເຮັງ ໃນວັນເສົາ ອາທິດຈະມາເຖິງນີ້ ແລະເຂົາເຈົ້າອະນຸຍາດໃຫ້ຄົນເຂົ້າຮ່ວມໄດ້ ສູງສຸດບໍ່ເກີນ 25 ຄົນ ແລ້ວຍັງມີການສົນທະນາກັນອີກວ່າຈະໃຫ້ຄູບາເຂົ້າຮ່ວມຫລືບໍ່ ຊຶ່ງເປັນ ເລື້ອງທີ່ເຮັດໃຫ້ຍາກໃຈຫລາຍທີ່ສຸດສໍາລັບປະຊາຄົມລາວ.”

ໃນະຂະນະດຽວກັນ ກໍໄດ້ມີ ການທົດລອງຢາວັກຊິນປ້ອງກັນພະຍາດໂຄວິດ-19 ໃນຂັ້ນທີ 3 ທີ່ຜະລິດໂດຍບໍບິສັດໂມເດີນນາ (Moderna) ຂອງສະຫະລັດ ຊຶ່ງນໍາພາໂດຍ ດຣ. ເອດຫວາດ ເຄີວິນ (Dr. Edward Kerwin) ຢູ່ໃນລັດດັ່ງ ກ່າວ, ອີງຕາມເວັບໄຊທ໌ ຂອງໜັງສືພິມ ອໍເຣກອນນຽນ (Oregonian) ຊຶ່ງເປັນໜັງສືພິມທ້ອງຖິນຂອງລັດດັ່ງກ່າວ. ໃນການທົດລອງນີ້ ດຣ. ເຄີວິນ ບອກວ່າ ເລີ້ມມີການລະດົມຄົນອາສາສະໝັກ ເຂົ້າຮ່ວມການທົດລອງຢານີ້ 40 ຄົນຕໍ່ມື້ ນັບແຕ່ທ້າຍເດືອນກໍລະກົດ ເປັນຕົ້ນມາ ແລະທ່ານຫວັງວ່າ ເມື່ອຮອດທ້າຍເດືອນຈະມີຄົນອາສາສະໝັກ ເຂົ້າຮ່ວມເຖິງການທົດລອງທີ່ວ່ານີ້ ຫລາຍເຖິງ 700 ຄົນ ແລະບັນດາອາສາສະໝັກເຫລົ່ານີ້ ແມ່ນລວມຢູ່ໃນອາສາສະໝັກທັງໝົດ 30,000 ຄົນຢູ່ທົ່ວສະຫະລັດ ທີ່ເຂົ້າຮ່ວມການທົດລອງ ຢາວັກຊິນຂັ້ນທີ 3 ຂອງບໍລິສັດດັ່ງກ່າວ, ອີງຕາມ ດຣ. ເຄີວິນ.


ລັດອໍເຣກອນເຖິງຈະເປັນລັດນຶ່ງ ທີ່ບໍ່ໄດ້ຢູ່ໃນລັດທີ່ນໍາໜ້າ ໃນດ້ານມີການລະບາດ ສູງສຸດຂອງພະຍາດໂຄວິດ-19 ກໍຕາມ ແຕ່ວ່າມາຮອດວັນຈັນ, ທີ 17 ສິງຫາວານນີ້, ລັດທີ່ມີພົນລະເມືອງ 4 ລ້ານ 2 ແສນກວ່າຄົນດັ່ງກ່າວ ກໍມີຈໍານວນ ຜູ້ຕິດໄວຣັສໂຄໂຣນາທີ່ພາໃຫ້ເປັນພະຍາດໂຄວິດ-19 ນັ້ນ ຫລາຍກວ່າ 23,270 ຄົນ ແລະເສຍຊີວິດໄປແລ້ວ 388 ຄົນ ຍ້ອນພະຍາດດັ່ງກ່າວ.

XS
SM
MD
LG