ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍານສຳຫຼວດລຳທຳອິດ ຂອງສະຫະລັດ ໃນຫຼາຍກວ່າ 50 ປີ ຖືກສົ່ງຂຶ້ນໄປສູ່ດວງເດືອນ ໂດຍການນຳສົ່ງຂອງບໍລິສັດເອກະຊົນ


ຈະຫຼວດ Vulcan ລຸ້ນຍຸກຕໍ່ໄປ ຂອງບໍລິສັດຮ່ວມລົງທຶນໂດຍ ໂບອິງ ແລະ ລອກຄີດ ທີ່ຊື່ວາ United Launch Alliance ກຳລັງທະຍານຂຶ້ນ ອັນເປັນການເປີດໂຕການບິນຄັ້ງທຳອິດ ຈາກຖານທັບ Cape Canaveral ໃນລັດຟລໍຣິດາ, ວັນທີ 8 ກຸມພາ 2024.
ຈະຫຼວດ Vulcan ລຸ້ນຍຸກຕໍ່ໄປ ຂອງບໍລິສັດຮ່ວມລົງທຶນໂດຍ ໂບອິງ ແລະ ລອກຄີດ ທີ່ຊື່ວາ United Launch Alliance ກຳລັງທະຍານຂຶ້ນ ອັນເປັນການເປີດໂຕການບິນຄັ້ງທຳອິດ ຈາກຖານທັບ Cape Canaveral ໃນລັດຟລໍຣິດາ, ວັນທີ 8 ກຸມພາ 2024.

ຍານສຳຫຼວດຂອງສະຫະລັດລຳທຳອິດ ໃນ​ຮອບຫຼາຍກວ່າ 50 ປີ ໄດ້ຖືກສົ່ງຂຶ້ນດ້ວຍຈະຫຼວດໄປຍັງດວງເດືອນໃນວັນຈັນມື້ນີ້ ໂດຍເປັນການເລີ້ມ​ຕົ້ນການແຂ່ງຂັນກ່ຽວກັບອະວະກາດຂອງບັນດາບໍລິສັດເອກະຊົນ ເພື່ອກາສົ່ງເຄື່ອງໃຫ້ແກ່ອົງການການບິນແລະອະວະກາດແຫ່ງຊາດ ຫຼື NASA ແລະບັນດາລູກຄ້າອື່ນໆນຳ ອີງຕາມລາຍງານຂອງອົງການຂ່າວເອພີ.

ຍານສຳຫຼວດຂອງບໍລິສັດ Astrobotic Technology ໄດ້ຖືກບັນຈຸ ຢູ່ໃນຈະຫຼວດລຸ້ນໃໝ່ທີ່ເອີ້ນວ່າ Vulcan ຂອງບໍລິສັດ United Launch Alliance. ຈະຫຼວດ ວອລກັນ (Vulcan) ໄດ້ທະຍານຂຶ້ນສູ່ທ້ອງຟ້າໃນ​ຕອນເຊົ້າມືດຂອງລັດຟລໍຣິດາ ໂດຍນຳເອົາຍານອະກາດໄປໃນເສັ້ນທາງສູ່ວົງໂຄຈອນຂອງດວງເດືອນ ທີ່ຈະເປັນຈຸດສຸດຍອດຂອງການພະຍາຍາມລົງຈອດຢູ່ພື້ນຜິວຂອງດວງເດືອນໃນວັນທີ 23 ກຸມພາ ຈະມາເຖິງນີ້.

ບໍລິສັດດັ່ງກ່າວ ທີ່ມີສຳນັກງານຕັ້ງຢູ່ນະຄອນພິຕສເບີກ ຂອງລັດເພັນຊີລເວເນຍ ແນເປົ້າໝາຍທີ່ຈະເປັນບໍລິສັດເອກະຊົນແຫ່ງທຳອິດ ທີ່ຈະປະສົບຜົນສຳເລັດໃນການລົງຈອດຢູ່ດວງເດືອນ ອັນເປັນສິ່ງທີ່ພຽງສີ່ປະເທດເທົ່ານັ້ນ ສາມາດເຮັດໄດ້ຢ່າງສຳເລັດ. ແຕ່ບໍລິສັດທີ່ມີສຳນັກງານ ຢູ່ນະຄອນຮີວສຕັນ ຍັງໄດ້​ສົ່ງຍານສຳຫຼວດພ້ອມແລ້ວທີ່ຈະບິນຂຶ້ນ ແລະອາດຈະໄປລົງຈອດຢູ່ເທິງພື້ນຜິວຂອງດວງເດືອນ ກ່ອນກໍເປັນໄດ້ ໂດຍທຳການບິນ​ໃນເສັ້ນທາງໂດຍກົງ.

“ການສົ່ງຜູ້ທຳອິດ, ການລົງຈອດຜູ້ທຳອິດ ແມ່ນ TBD” ທີ່ໝາຍເຖິງ ຈະຖືກກຳນົດ ທ່ານຈອນ ທອນຕັນ ຫົວໜ້າບໍລິຫານ ຂອງບໍລິສັດ Astrobotic ໄດ້ກ່າວ.

The first U.S. lunar lander in more than 50 years rocketed toward the moon Monday, launching private companies on a space race to make deliveries for NASA and other customers.

Astrobotic Technology's lander caught a ride on a brand new rocket, United Launch Alliance’s Vulcan. The Vulcan streaked through the Florida predawn sky, putting the spacecraft on a roundabout route to the moon that should culminate with an attempted landing on Feb. 23.

The Pittsburgh company aims to be the first private business to successfully land on the moon, something only four countries have accomplished. But a Houston company also has a lander ready to fly, and could beat it to the lunar surface, taking a more direct path.

“First to launch. First to land is TBD" — to be determined, said Astrobotic chief executive John Thornton.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG