ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໑ ມິຖຸນາ ໒໐໒໓

ມີການສ້າງ ຟາມຜະລິດໄຟຟ້າຈາກລົມ ແຫ່ງທໍາອິດ ແລະໃຫຍ່ທີ່ສຸດ ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ ຢູ່ໃນລາວ


ຫ້ອງການຂອງບໍລິສັດລັດວິສາຫະກິດ ໄຟຟ້າລາວ ມະຫາຊົນ ທີ່ນະຄອນຫຼວງວຽງຈັນ ຂອງ ສປປ ລາວ.

ລາວກໍາລັງຈະສ້າງຟາມຜະລິດພະລັງງານຈາກລົມແຫ່ງທໍາອິດ ແລະໃຫຍ່ທີ່ສຸດ ຢູ່ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້. ຄາດກັນວ່າໂຄງການນີ້ ຈະເລີ້ມຕົ້ນຜະລິດໄຟຟ້າເພື່ອສົ່ງອອກໄປຂາຍໃຫ້ຫວຽດນາມໃນທ້າຍປີ 2025, ໄຊ​ຈະ​ເລີນ​ສຸກ ມີ​ລາຍ​ງານ​ເລື້ອງ​ນີ້ ຈາກນັກຂ່າວຂອງພວກເຮົາມາສະເໜີທ່ານໃນອັນດັບຕໍ່ໄປ.

ຟາມຜະລິດພະລັງງານລົມຢູ່ເທິງຝັ່ງ ທີ່ມີຊື່ວ່າ Monsoon Wind Power ທີ່ມີກໍາລັງຕິດຕັ້ງ 600 ເມກາວັດ ກຳລັງເລີ້ມລົງມືກໍ່ສ້າງ ຢູ່ໃນເມືອງດັກຈຶງ ແຂວງເຊກອງ ແລະເມືອງສະໜາມໄຊ ແຂວງອັດຕະປື ທາງຕາເວັນອອກສຽງໃຕ້ຂອງລາວ ໂດຍບໍລິສັດ Impact Energy Asia Development ທີ່ຕັ້ງຢູ່ໄທ, ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ຈາກບໍລິສັດລັດວິສາຫະກິດໄຟຟ້າລາວ ປະຈໍາຢູ່ເຂດພາກໃຕ້ ກ່າວຕໍ່ວີໂອເອວ່າ:

"ເອກະຊົນໄທເຂົ້າມາລົງທຶນ ດຽວນີ້້ກໍາລັງເຮັດ feasibility ໄລຍະກໍ່ສ້າງລະເນາະ ສຶກສາສິ່ງແວດລ້ອມຜົນກະທົບແລ້ວ ແລະກະກຽມເຄລຍ ລົງໄປສະໜາມຕັ້ງແຄ້ມ ຕັ້ງຫຍັງຫັ້ນນະ. ກໍາລັງກະກຽມລົງກໍ່ສ້າງ".

ໂຄງການທີ່ມີມູນຄ່າ 950 ລ້ານໂດລານີ້ ຕັ້ງຢູ່ຫ່າງຈາກຕົວເມືອງເຊກອງ 48 ກິໂລແມັດ ແລະຫ່າງຈາກຊາຍແດນລາວ-ຫວຽດນາມ ພຽງແຕ່ 22 ກິໂລແມັດ. ມັນເປັນໂຄງການພະລັງງານລົມ ແຫ່ງທຳອິດຂອງລາວ, ເປັນຟາມພະລັງງານລົມຢູ່ເທິງ​ຝັ່ງໃຫຍ່ທີ່ສຸດໃນຂົງເຂດ ແລະກໍເປັນໂຄງການພະລັງງານທົດແທນຂ້າມຊາຍແດນແຫ່ງທຳອິດໃນເຂດຕາເວັນອອກສຽງໃຕ້, ອີງຕາມເວັບໄຊ ຂອງ ທະນາຄານພັດທະະນາເອເຊຍ ຫລື ADB ທີ່ໃຫ້ທຶນກູ້ຢືມແກ່ໂຄງການນີ້ ໃນຈໍານວນ 692 ລ້ານກວ່າໂດລາ. ມັນຖືກສ້າງຕັ້ງຂຶ້ນມາໂດຍກຸ່ມບໍລິສັດ Mitsubishi ຜ່ານບໍລິສັດຍ່ອຍ Diamond Generating Asia, ACEN Renewables International, Impact Electron Siam (IES), STP&I, BCPG ແລະບໍລິສັດທີ່ປຶກສາ SMP ຂອງລາວ ແລະ ຈະເລີ້ມຜະລິດພະລັງ ງານໃນທ້າຍປີ 2025 ເພື່ອສົ່ງໄປຫາພາກກາງຫວຽດນາມຕາມສັນຍາ ທີ່ໄດ້ເຊັນກັບບໍລິສັດລັດວິສາຫະະກິດໄຟຟ້າຫວຽດນາມ ຫລື Vietnam Electricity (EVN) ເປັນເວລາ 25 ປີ.

ເນື່ອງຈາກວ່າ ມັນເປັນໂຄງການທີ່ມີການສຶກສາຄວາມເປັນໄປໄດ້ ມາໄດ້ 10 ປີແລ້ວ ແລະກໍເປັນການຜະລິດພະລັງງານທົດແທນ ມັນຈຶ່ງມີຄວາມສ່ຽງໜ້ອຍໃນການສ້າງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ປະຊາຊົນ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ຂອງບໍລິສັດລັດວິສາຫະກິດໄຟຟ້າລາວ ທີ່ກ່າວມາຂ້າງເທິງນັ້ນ ອະທິບາຍວ່າ:

“ຂອງເຂົານີ້ມັນມີຄວາມສ່ຽງນ້ອຍເພາະເຂົາບໍ່ຢ້ານເຂື່ອນແຕກອີ່ຫຍັງເນາະ ຄືເຂົາສຶກສາວ່າ ລົມມັນມີຕະຫລອດປີມັນກະເປັນແຫລ່ງເຊື້ອເພິງເຂົາເຈົ້າຄືລົມເນາະ ລົມພັດມາຍາມໃດເຂົາກະຜະລິດໄດ້ຕະຫລອດເລີຍນະ ຍາມມີລົມແຮງຜິດປົກກະຕິເຂົາຈະມິວິທີການພັດຕ້ານອີ່ຫຍັງບໍ່ນີ້ລະ ເຂົາສຶກສາແລ້ວວ່າລົມຈະມີຕະຫລອດສັນພູຫລວງຫັ້ນນະ ສັນພູລະຫວ່າງແຂວງເຊກອງໄປຫາແຂວງອັດ ຕະປື ຕໍ່ໃສ່ໃກ້ໆກັບຊາຍແດນຫວຽດນາມ”.

ໂຄງການ Monsoon Wind Power ນີ້ຄາດວ່າ ຈະສາມາດຜະລິດພະລັງງານທົດແທນໄດ້ 1,700 GWh ຕໍ່ປີ ແລະຈະຊົດເຊີຍການປ່ອຍອາຍຄາບອນລົງໄດ້ ຫຼາຍກ່ວາ 35 ໂຕນ ແລະ ມັນຈະກວມເອົາເນື້ອ​ທີ່​ກວ້າງກວ່າ 708 ກິ​ໂລ​ແມັດ​ມົນ​ທົນ ຫລື ປະມານ 1 ພັນ​ເຮັກຕາ, ອີງຕາມເວັບໄຊຂອງໂຄງການດັ່ງກ່າວ ທີ່ມີສໍານັກງານໃຫຍ່ຕັ້ງຢູ່ບາງກອກ.

ສ່ວນທຶນໃນການກໍ່ສ້າງນັ້ນ ນອກຈາກ ADB ເປັນຜູ້ໃຫ້ກູ້ລາຍໃຫຍ່ແລ້ວ ກໍຍັງມີ 100 ລ້ານໂດລາຈາກທະນາຄານການຄ້າສະຫຍາມຫລື Siam Commercial Bank ແລະສ່ວນທີ່ເຫລືອແມ່ນມາຈາກ Sumitomo Mitsui Banking Corporation ແລະແຫລ່ງການເງິນອື່ນໆອີກ.

ລາວ ເປັນປະເທດທີ່ສົ່ງອອກພະລັງງານໄຟຟ້ານໍ້າຕົກທີ່ໃຫຍ່ທີ່ສຸດໃນຂົງເຂດເອເຊຍ. ປະມານ 80 ເປີເຊັນຂອງໄຟຟ້າທີ່ຜະລິດຢູ່ລາວ ແມ່ນຂາຍໃຫ້ປະເທດເພື່ອນບ້ານ ໄທ ແລະຫວຽດນາມ ຊຶ່ງກວມເອົາ 30 ເປີເຊັນຂອງມູນຄ່າການສົ່ງອອກທັງໝົດຂອງປະເທດ. ລາວເລີ່ມສົ່ງກະແສໄຟຟ້າໄປສິງກະໂປໃນປີ 2022 ແລະເລີ່ມກໍ່ສ້າງພື້ນຖານໂຄງລ່າງສາຍສົ່ງ ໃນເດືອນມັງກອນປີນີ້ ເພື່ອຂາຍໄຟຟ້າໃຫ້ກຳປູເຈຍ. ໄຟຟ້າທີ່ຜະລິດຈາກເຂື່ອນແມ່ນກວມ 70 ເປີເຊັນ ຂອງການຜະລິດທັງໝົດໃນລາວ. ​ແຕ່ວ່າການຜະລິດໄຟຟ້າໃນລະດູແລ້ງຫຼຸດລົງ ແລະ ການ​ຄວບ​ຄຸມນໍ້າ​ຂອງ​ຈີນຢູ່ໃນສ່ວນເທິງ​ແມ່​ນ້ຳຂອງ ກໍສ້າງ​ຄວາມ​ສ່ຽງ​ຕໍ່​ການ​ປ່ຽນ​ແປງ​ຂອງ​ລະ​ດັບ​ນ້ຳ​ຢ່າງ​ກະ​ທັນ​ຫັນ ຊຶ່ງ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ການ​ກະ​ສິ​ກຳ​ແລະ​ການ​ປະ​ມົງ​ໃນເຂດລຸ່ມແມ່ນໍ້າຂອງອີກ. ສະນັ້ນໂຄງການພະລັງງານລົມນີ້ ຈຶ່ງເປັນທາງເລືອກທີ່ດີສໍາລັບລາວ ແລະປະເທດເພື່ອນບ້ານ, ອີງຕາມໜັງສືພິມ Nikkei Asia ທີ່ຫາກໍ່ພິມອອກມາໃນກາງເດືອນເມສາຜ່ານມານີ້.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG