ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຳປູເຈຍອາເມຣິກັນ ຄົນທຳອິດ ເຂົ້າຮັບຕຳແໜ່ງ ເປັນເຈົ້າຄອງກຳແພງ ຢູ່ໃນສະຫະລັດ


ຜູ້ພິພາກສາ ສານເຂດເມືອງໂລ ທ່ານສະແຕັບເຟັນ ແກຣີ (Stephen Geary) ຊ້າຍ ກຳລັງສາບານໂຕຢູ່ໃນພິທີຮັບຕຳແໜ່ງ ເຈົ້າຄອງກຳແພງຄົນໃໝ່ ທ່ານໂສກຮາຣີ ໂຈ (ກາງ) ພ້ອມດ້ວຍສະມາຊິກຄອບຄົວ ໃນວັນຈັນ ວັນທີ 3 ມັງກອນ 2022.
ຜູ້ພິພາກສາ ສານເຂດເມືອງໂລ ທ່ານສະແຕັບເຟັນ ແກຣີ (Stephen Geary) ຊ້າຍ ກຳລັງສາບານໂຕຢູ່ໃນພິທີຮັບຕຳແໜ່ງ ເຈົ້າຄອງກຳແພງຄົນໃໝ່ ທ່ານໂສກຮາຣີ ໂຈ (ກາງ) ພ້ອມດ້ວຍສະມາຊິກຄອບຄົວ ໃນວັນຈັນ ວັນທີ 3 ມັງກອນ 2022.

ອົບພະຍົບຄົນນຶ່ງ ຜູ້ທີ່ໄດ້ລອດຊີວິດຈາກອຳ​ນາດ​ການ​ປົກ​ຄອງ​ທີ່​ໂຫດ​ຮ້າຍ​ທາ ລຸນຂອງ​
ພວກຂະເໜນແດງ ໄດ້ກາຍມາເປັນ ເຈົ້າຄອງກຳແພງເມືອງແຫ່ງນຶ່ງ ຊຶ່ງເປັນກຳປູເຈຍ
ອາເມຣິກັນຄົນທຳອິດ ຢູ່ໃນສະຫະລັດອາເມຣິກາ. ສະມາຊິກ ສະ​ພາ​ເທດ​ສະ​ບານເມືອງ
ໂລ (Lowell) ທ່ານໂສກຮາຣີ ໂຈ (Sokhary Chau) ຍັງໄດ້ກາຍມາເປັນເຈົ້າຄອງກຳ
ແພງເມືອງຄົນທຳອິດ ທີ່ເປັນຄົນອາເມ ຣິ​ກັນ​ເຊື້ອ​ສາຍເອເຊຍ ຫຼັງຈາກສະພາເມືອງລົງ
ຄະແນນສຽງ ແລະມີພິທີເຂົ້າຮັບຕຳແໜ່ງໃນວັນຈັນຜ່ານມານີ້. ຢູ່ໃນຄຳຖະແຫຼງຮັບຕຳ
ແໜ່ງນັ້ນ ທ່ານໂຈຍັງໄດ້ສະທ້ອນເຖິງການຫລົບໜີ ຂອງຄອບຄົວທ່ານ ຈາກກຳປູເຈຍ
ແລະຮາກເຫງົ້າຄວາມເປັນມາຂອງຄົນເຂົ້າເມືອງ ຢູ່ທີ່ເມືອງໂລ. ອະດີດເມືອງອຸດສາຫະ
ກຳ ແຫ່ງນີ້ເປັນບ່ອນຢູ່ຫຼາຍທີ່ສຸດເປັນອັນດັບທີສອງຂອງປະຊາຄົມກຳປູເຈຍ. ການເລືອກ
ເອົາທ່ານໂຈ ຫຼັງຈາກການໝົດອາຍຸໃນການປົກຄອງຂອງທ່ານນາງມີແຊລ ວູ (Michelle
Wu) ຊຶ່ງເປັນແມ່ຍິງຄົນທຳອິດຂອງນະຄອນບອສຕັນ (Boston) ແລະບໍ່ແມ່ນຄົນຜິວ
ຂາວຜູ້ທຳອິດທີ່ໄດ້ຖືກເລືອກຕັ້ງເປັນເຈົ້າຄອງກຳແພງເມືອງ. ທ່ານໂຈ ຍັງຮວມຢູ່ໃນຖັນ
ແຖວຂອງຊາວອາເມຣິກັນເຊື້ອສາຍກຳ ປູເຈຍ ທີ່ໄດ້ເຂົ້າກຳຕຳແໜ່ງ ຢູ່ໃນລັດມາຊຊາຈູແຊສ (Massachusetts) ທີ່ມີຈຳນວນເພີ້ມຂຶ້ນນັບມື

A refugee who survived the Khmer Rouge's brutal regime has become the first Cambodian American mayor in the United States. Lowell City Councilor Sokhary Chau also became his city's first Asian American mayor, following a council vote and inauguration Monday. In his inaugural remarks, Chau reflected on his family's escape from Cambodia and Lowell's immigrant roots. The former industrial city is home to the nation's second-largest Cambodian community. Chau's election follows the ascendance of Michelle Wu as Boston's first woman and first person of color elected mayor. He's also among the growing ranks of Cambodian American officeholders in Massachusetts.

XS
SM
MD
LG