ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອບັນທຸກສິນຄ້າ ສອງລຳທຳອິດ ໄປຮອດທ່າເຮືອຢູເຄຣນແລ້ວ


ເຮືອບັນທຸກສິນຄ້າທີ່ມີທຸງຊາດປາລາວ (Palau) ອາໂຣຢາທ (Aroyat) ແລະກຳປັ່ນບັນທຸກສິນຄ້າທົ່ວໄປ ຣີຊີລຽນ ອາຟຣິກາ (Resilient Africa), ດ້ານຫຼັງທາງຊ້າຍມື, ເດີນທາງມາຮອດທ່າເຮືອ ຊໍໂນມັອສກ໌ (Chornomorsk) ເພື່ອບັນທຸກເມັດພືດ, ໃກ້ກັບເມືອງໂອເດຊາ, ປະເທດຢູເຄຣນ, ວັນທີ 16 ກັນຍາ 2023
ເຮືອບັນທຸກສິນຄ້າທີ່ມີທຸງຊາດປາລາວ (Palau) ອາໂຣຢາທ (Aroyat) ແລະກຳປັ່ນບັນທຸກສິນຄ້າທົ່ວໄປ ຣີຊີລຽນ ອາຟຣິກາ (Resilient Africa), ດ້ານຫຼັງທາງຊ້າຍມື, ເດີນທາງມາຮອດທ່າເຮືອ ຊໍໂນມັອສກ໌ (Chornomorsk) ເພື່ອບັນທຸກເມັດພືດ, ໃກ້ກັບເມືອງໂອເດຊາ, ປະເທດຢູເຄຣນ, ວັນທີ 16 ກັນຍາ 2023

ໃນທ້າຍອາທິດທີ່ຜ່ານມາ, ເຮືອບັນທຸກສິນຄ້າສອງລໍາ ໄດ້ມາຮອດທ່າເຮືອແຫ່ງນຶ່ງຂອງຢູເຄຣນ ໂດຍນໍາໃຊ້ແລວທາງຊົ່ວຄາວຂອງທະເລດໍາທີ່ກີຢິບສ້າງຕັ້ງຂຶ້ນ ຫຼັງຈາກທີ່ຣັດເຊຍ ໄດ້ຖອນຕົວອອກຈາກຂໍ້ຕົກລົງ ໃນຊ່ວງສົງຄາມທີ່ອອກແບບມາເພື່ອຮັບປະກັນການສົ່ງອອກເມັດພືດຢ່າງປອດໄພຈາກທ່າເຮືອຂອງປະເທດທີ່ຖືກບຸກລຸກ, ອີງຕາມອົງການຂ່າວເອພີ.

ເຮືອບັນທຸກສິນຄ້າທີ່ມີທຸງຊາດປາລາວ (Palau) ສອງລໍາ ຄື ອາໂຣຢາທ (Aroyat) ແລະ ຣີຊີລຽນ ອາຟຣິກາ(Resilient Africa), ໄດ້ເຂົ້າຈອດໃນວັນເສົາຢູ່ທ່າເຮືອ ຊໍໂນມັອສກ໌ (Chornomorsk) ໃນພາກໃຕ້ຂອງ ເຂດໂອເດຊາ (Odesa), ອີງຕາມການຖະແຫຼງການທາງອອນໄລນ໌ຂອງເຈົ້າຫນ້າທີ່ ທ່າເຮືອທາງທະເລຂອງຢູເຄຣນ. ກຳ​ປັ່ນ ເຫລົ່າ​ນີ້​ແມ່ນເຮືອຂົນ​ສົ່ງ​ສິນ​ຄ້າ​ພົນລະ​ເຮືອນ​ລຳ​ທຳ​ອິດ​ທີ່​ໄປຮອດ​ທ່າ​ເຮືອໂອເດຊາ ນັບ​ຕັ້ງ​ແຕ່​ຣັດ​ເຊຍ​ໄດ້​ອອກ​ຈາກ​ຂໍ້​ຕົກລົງເມັດ​ພືດ.

ທ່ານຊານເດີ ກູບຣາກັອຟ (Oleksandr Kubrakov), ຮອງນາຍົກລັດຖະມົນ ຕີຂອງຢູເຄຣນ ກ່າວໃນຖະແຫຼງການທາງອອນລາຍໃນວັນເສົາວານນີ້ວ່າ ເຮືອທັງສອງລຳນີ້ ຈະສົ່ງເຂົ້າສາລີປະມານ 20,000 ໂຕນ ໄປຍັງປະເທດຕ່າງໆໃນອາຟຣິກາ ແລະເອເຊຍ.

ເປັນເວລາຫຼາຍເດືອນແລ້ວທີ່ຢູເຄຣນ ເຊິ່ງເສດຖະກິດຂຶ້ນກັບການປູກຝັງເປັນສ່ວນຫຼາຍ, ສາມາດສົ່ງອອກເມັດພືດຈາກທ່າເຮືອທະເລດຳ (Black Sea) ໄດ້ຢ່າງປອດໄພພາຍໃຕ້ຂໍ້ຕົກລົງທີ່ໄດ້ຖືກໄກ່ເກ່ຍໂດຍສະຫະປະຊາຊາດ ແລະຕຸລະກີ ເພື່ອຮັບປະກັນການຂົນສົ່ງທີ່ປອດໄພ. ​ແຕ່ຣັດ​ເຊຍ​ໄດ້​ຖອນ​ຕົວ​ອອກ​ຈາກ​ຂໍ້​ຕົກລົງ​ດັ່ງກ່າວ​ໃນ​ວັນ​ທີ 17 ກໍລະກົດ​, ​ໂດຍ​ເຈົ້າ​ໜ້າ​ທີ່​ວັງເຄຣມລິນ (Kremlin) ​ໄດ້​ໂຕ້​ແຍ້ງວ່າຂໍ້​ຮຽກຮ້ອງ​ຂອງ​ຕົນ​ໃນ​ການ​ອຳນວຍ​ຄວາມ​ສະດວກ​ໃນ​ການ​ຂົນ​ສົ່ງ​ອາຫານ​ແລະ​ຝຸ່ນ​ຂອງຣັດ​ເຊຍຍັງ​ບໍ່​ໄດ້​ສຳເລັດຜົນ.

ພາຍຫຼັງ​ການ​ຖອນ​ຕົວ, ກະຊວງ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ​ກ່າວ​ວ່າ ຈະ​ຖື​ວ່າກຳ​ປັ່ນ​ລຳ​ໃດ​ກໍ່ຕາມທີ່ຢູ່ໃນ​ທະ​ເລ​ດຳທີ່​ມຸ່ງ​ໜ້າ​ໄປ​ທ່າ​ເຮືອຢູເຄຣນ​ເປັນ​ເປົ້າ​ໝາຍ​ທາງ​ການ​ທະຫານ.

ຕັ້ງແຕ່ນັ້ນມາ, ກີຢິບ ໄດ້ຊອກຫາເສັ້ນທາງການຂົນສົ່ງຜ່ານແມ່ນໍ້າດານູບ (Danube), ແລະການເຊື່ອມຕໍ່ທາງເສັ້ນທາງແລະລົດໄຟເຂົ້າໄປໃນຢູໂຣບ. ແຕ່ຄ່າໃຊ້ຈ່າຍໃນການຂົນສົ່ງໃນລັກສະນະນັ້ນ ແມ່ນສູງກວ່າຫຼາຍ. ບາງປະເທດໃນຢູໂຣບຕ້ອງຍອມແພ້ກັບລາຄາເມັດພືດ ໃນທ້ອງຖິ່ນ ທີ່ຖືກຜົນກະທົບ, ແລະທ່າເຮືອໃນ​ນ້ຳດານູບ (Danube) ບໍ່ສາມາດຮອງຮັບປະລິມານດຽວກັນກັບທ່າເຮືອທາງທະເລໄດ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG