ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້​ນຳ​ຂອງ​ປະ​ເທດ ຟິ​ນ​ແລນ ສະ​ໜັບ​ສະ​ໜູນ​ການ​ເຂົ້າ​ຮ່ວມ​ອົງ​ການ NATO


ທຸ​ງໍ​ຊາດ​ປິວ​ສະ​ບັດ​ຢູ່ນອກ​ສຳ​ນັກ​ງານ​ໃຫຍ່​ອົງ​ການ NATO, ນະ​ຄອນຫຼວງ ບ​ຣັ​ສ​ໂຊ​ລ​ສ໌, ປະ​ເທດ ແບ​ລ​ຈຽມ. 7 ກຸມ​ພາ, 2022.
ທຸ​ງໍ​ຊາດ​ປິວ​ສະ​ບັດ​ຢູ່ນອກ​ສຳ​ນັກ​ງານ​ໃຫຍ່​ອົງ​ການ NATO, ນະ​ຄອນຫຼວງ ບ​ຣັ​ສ​ໂຊ​ລ​ສ໌, ປະ​ເທດ ແບ​ລ​ຈຽມ. 7 ກຸມ​ພາ, 2022.

ປະ​ທາ​ນາ​ທິ​ບໍ​ດີຂອງ​ປະ​ເທດ ຟິ​ນ​ແລນ ທ່ານ ຊາວ​ລີ ນີ​ນິ​ສ​ໂຕ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ທ່ານ ຊານ​ນາ ມາ​ຣິນ ໃນ​ວັນ​ພະ​ຫັດ​ມື້ນີ້​ໄດ້​ສະ​ແດງ​ຄວາມ​ເຫັນ​ພ້ອມ​ຂອງ​ພວກ​ເພິ່ນ ສຳ​ລັບ​ການ​ເຂົ້າ​ຮ່ວມ​ອົງ​ການ NATO, ເຊິ່ງ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ຈະ​ປ່ຽນ​ແປງ​ນະ​ໂຍ​ບາຍ​ທີ່​ສຳ​ຄັນ​ຢ່າງ​ສົມ​ບູນ​ສຳ​ລັບ​ປະ​ເທດ​ດັ່ງ​ກ່າວ ໃນ​ການ​ຕອບ​ໂຕ້​ຕໍ່​ການ​ບຸກ​ລຸກ​ຢູ​ເຄ​ຣນ​ຂອງຣັດ​ເຊຍ.

ພວກ​ເພິ່ນ​ໄດ້​ກ່າວ ​ໃນ​ຖະ​ແຫຼງ​ການ​ຮ່ວມ​ສະ​ບັບ​ນຶ່ງວ່າ “ການ​ເປັນ​ສະ​ມາ​ຊິກ​ອົງ​ການ NATO ຈະ​ເສີມ​ຂະ​ຫຍາຍ​ຄວາມ​ປອດ​ໄພ​ຂອງ ຟິ​ນ​ແລນ. ໃນ​ຖາ​ນະ​ເປັນ​ສະ​ມາ​ຊິກ​ອົງ​ການ NATO, ຟິນ​ແລນ ຈະ​ເສີມ​ສ້າງ​ການ​ປ້ອງ​ກັນ​ປະ​ເທດ​ຂອ​ງ​ພັນ​ທະ​ມິດ​ທັງ​ໝົດ. ຟິ​ນ​ແລນ ຕ້ອງ​ຂໍ​ສະ​ໝັກ​ເປັນ​ສະ​ມ​າ​ຊິກ​ອົງ​ການ NATO ໂດຍ​ປາ​ສະ​ຈາກ​ການ​ເລື່ອນ​ເວ​ລາ. ພວກ​ເຮົາ​ຫວັງ​ວ່າ​ບາດ​ກ້າວແຫ່ງ​ຊາດ​ຕ່າງໆທີ່ຍັງ​ຈະ​ຕ້ອງ​ໄດ້​ທຳ​ການ​ຕັດ​ສິນ​ໃຈ​ນີ້ ​ຈະ​ຖືກ​ດຳ​ເນີນ​ການ​ຢ່າງວ່ອງ​ໄວ​ໃນ​ສອງ​ສາມ​ວັນ​ຂ້າງ​ໜ້າ.”

ຜູ້​ນຳ​ດັ່ງ​ກ່າວ​ໄດ້​ເວົ້າ​ວ່າ ພວກ​ເພິ່ນ​ໄດ້​ທຳ​ການ​ຕັດ​ສິນ​ໃຈຫຼັງ​ຈາກ​ໄດ້​ໃຫ້​ເວ​ລາ​ສຳ​ລັບ​ສະ​ພາ​ແຫ່ງ​ຊາດ​ຂອງ ຟິນ​ແລນ ແລະ ສາ​ທາ​ລະ​ນະ ​ເພື່ອ​ພິ​ຈາ​ລະ​ນາ​ກ່ຽວ​ກັບ​ບັນ​ຫາ​ດັ່ງ​ກ່າວ, ແລະ ເພື່ອ​ປຶກ​ສາ​ຫາ​ລື​ກັບ​ອົງ​ການ NATO ແລະ ປະ​ເທດ ສວີ​ເດັນ ທີ່​ຢູ່​ໃກ້​ຄຽງ. ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ​ສວີ​ເດັນ ແມ່ນ​ຄາດ​ວ່າ​ຈະ​ພິ​ຈາ​ລະ​ນາ​ຄວາມ​ເປັນ​ໄປ​ໄດ້​ຂອງ​ເຂົາ​ເຈົ້າ​ເອງ​ທີ່​ຈະ​ສະ​ໝັກ​ເປັນ​ສະ​ມາ​ຊິກ​ອົງ​ການ NATO ໃນ​ບໍ່​ເທົ່າ​ໃດ​ວັນ​ຈະ​ມາ​ເຖິງນີ້.

ເລ​ຂາ​ທິ​ການ​ໃຫຍ່ NATO ທ່ານ ເຈັນ​ສ ສ​ໂຕ​ລ​ເທັນ​ເບີກ ໄດ້​ກ່າວ​ໃນ​ທ້າຍ​ເດືອນ​ເມ​ສາ​ທີ່​ຜ່ານ​ມາ​ວ່າ ຖ້າ​ຟິນ​ແລນ ແລະ ສວີ​ເດັນ ຂໍ​ສະ​ໝັກ, “ເຂົາ​ເຈົ້າ​ຈະ​ຖືກ​ຕ້ອນ​ຮັບ ແລະ ຂ້າ​ພະ​ເຈົ້າ​ກໍ​ຄາດ​ວ່າ​ຂັ້ນ​ຕອນ​ການ​ຮັບ​ເອົາ​ແມ່ນ​ຈະ​ວ່ອງ​ໄວ.”

ຣັດ​ເຊຍ​ໄດ້​ເຕືອນ​ຕໍ່​ການ​ຂະ​ຫຍາຍ​ອົງ​ການ NATO, ແລະ​ໄດ້​ກ່າວ​ໃນ​ເດືອນ​ມີ​ນາ​ທີ່​ຜ່ານ​ມາ​ວ່າ ຖ້າ​ຟິນ​ແລນ ແລະ ສວີ​ເດັນ​ເຂົ້າ​ຮ່ວມ​ພັນ​ທະ​ມິດ​ນັ້ນ, “ມັນ​ຈະ​ມີ​ຜົນ​ຕາມ​ມາ​ທາງ​ທະ​ຫານ ແລະ ການ​ເມືອງ​ຢ່າງ​ຮ້າຍ​ແຮງ.”

ການ​ຕໍ່​ສູ້​ສຳ​ລັບ​ຢູ​ເຄ​ຣນ​ແມ່ນ​ໄດ້​ເກີດ​ຂຶ້ນ ​ຢູ່ນອກ​ເໜືອ​ສະ​ໜາມ​ສູ້​ລົບ ​ໃນ​ວັນ​ພຸດ​ວານນີ້, ດ້ວຍ​ລັດ​ຖະ​ບານ ກີ​ຢິບ ໄດ້​ຕັດ​ທໍ່​ສົ່ງ​ອາຍ​ແກັ​ສ​ທຳ​ມະ​ຊາດ​ຂອງ​ຣັດ​ເຊຍ ທີ່​ສະ​ໜອງ​ໃຫ້​ບ້ານ​ເຮືອນ ແລະ ອຸດ​ສາ​ຫະ​ກຳ​ໃນ​ຢູ​ໂຣບ, ໃນ​ຂະ​ນະ​ທີ່​ເຈົ້າ​ໜ້າ​ທີ່​ມົ​ສ​ກູ​ຄົນ​ນຶ່ງ ​ທີ່​ປະ​ຈຳ​ການ​ຢູ່​ພາກ​ໃຕ້ ​ຂອງ​ຢູ​ເຄ​ຣນ​ໄດ້​ກ່າວ​ວ່າ ເຄ​ຣັມ​ລິນ ຄວນ​ປະ​ກາດ​ເອົາເມືອງ ເຄີ​ສັນ ເຂົ້າ​ເປັນ​ສ່ວນ​ນຶ່ງ​ຂອງຕົນ ຫຼັງ​ຈາກກອງ​ທະ​ຫານ​ຣັດ​ເຊຍ​ໄດ້​ເຂົ້າ​ຄວບ​ຄຸມ.

ຜູ້​ປະ​ຕິ​ບັດ​ການ​ຄວບ​ຄຸມ​ທໍ່​ແກັ​ສ​ທຳ​ມະ​ຊາດ​ຂອງ​ຢູ​ເຄ​ຣນ​ໄດ້​ກ່າວ​ວ່າ ເຂົາ​ເຈົ້າ​ໄດ້​ຢຸດ​ການສົ່ງ​ແກັ​ສຂອງ​ຣັດ​ເຊຍ ​ຜ່ານ​ສູນ​ກາງ​ແຫ່ງ​ນຶ່ງ​ໃນ​ຢູ​ເຄ​ຣນ ​ທີ່​ຖືກ​ຄວບ​ຄຸມ​ໂດຍ​ພວກ​ແບ່ງ​ແຍກ​ດິນ​ແດນ ​ທີ່ໄດ້​ຮັບ​ການ​ໜູນຫຼັງ​ໂດຍ​ມົ​ສ​ກູ ຍ້ອນ​ການ​ແຊກ​ແຊງ​ຈາກກອ​ງ​ກຳ​ລັງ​ສັດ​ຕູ, ລວມ​ທັງ​ການ​ລັກ​ແກັ​ສ​ທີ່​ອາດ​ເປັນ​ໄປ​ໄດ້.

ອາຍ​ແກັ​ສ​ຂອງ​ຣັດ​ເຊຍ​ປະ​ມານ​ນຶ່ງ​ສ່ວນ​ສາມທີ່​ຖືກ​ສົ່ງ​ໄປ​ຢູ​ໂຣບ​ໄດ້​ຜ່ານ​ຢູ​ເຄ​ຣນ, ແນວ​ໃດ​ກໍ່​ຕາມ​ນັກ​ວິ​ເຄາະ​ຄົນ​ນຶ່ງ​ໄດ້​ກ່າວ​ວ່າ ຜົນ​ກະ​ທົບ​ໃນ​ທັນ​ທີ​ອາດ​ຈຳ​ກັດໃນ ​ເມື່ອ​ອາຍ​ແກັ​ສ​ສ່ວນຫຼາຍ​ນັ້ນ​ສາ​ມາດ​ປ່ຽນ​ທິດ​ທາງ​ຜ່ານ​ທໍ່ສົ່ງ​ອື່ນ. ບໍ​ລິ​ສັດ​ຂະ​ໜາດ​ໃຫຍ່ Gazprom ທີ່​ລັດ​ຖ​ະ​ບານ ຣັດ​ເຊຍ​ເປັນ​ເຈົ້າ​ຂອງ​ໄດ້​ກ່າວ​ວ່າ ການຫຼັ່ງ​ໄຫຼ​ຂອງ​ແກັ​ສ​ໄປ​ຢູ​ໂຣບ​ ຜ່ານ​ຢູ​ເຄ​ຣນແມ່ນ​ໄດ້ຫຼຸດ​ລົງ​ 25 ເປີ​ເຊັນ​ກ່ອນ​ໜ້າ​ນັ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG