ຟິນແລນຕິດອັນດັບທີນຶ່ງໃນຖານະທີ່ເປັນປະເທດປະຊາຊົນມີຄວາມເບີກບານມ່ວນຊື່ນທີ່ສຸດໃນໂລກ ເປັນປີທີສອງລຽນຕິດ ຢູ່ໃນລາຍງານສະບັບໃໝ່ຂອງອົງການສະຫະປະຊາຊາດ. ປະເທດໃນເຂດພາກເໜືອ ຂອງຢູໂຣບອື່ນໆ ຕະຫຼອດທັງ ເນເທີແລນ ສະວິດເຊີແລນ ການາດາ ນິວຊີແລນ ແລະອອສເຕຣເລຍ ແມ່ນປະກອບເປັນ 10 ປະເທດທຳອິດ ທີ່ມີປະຊາຊົນເບີກບານມ່ວນຊື່ນ ທີ່ສຸດ ໃນການສຳຫຼວດ ຂອງທັງໝົດ 156 ປະເທດ. ຊູດານໃຕ້ ແມ່ນຕິດອັນດັບລາກທ້າຍໝູ່ ແລະປະເທດທີ່ປະສົບໄພສົງຄາມອື່ນໆ ກໍຕິດອັນດັບທີ່ຂ້ອນຂ້າງຕ່ຳ. Zlatica Hoke ມີລາຍງານກ່ຽວກັບເລື້ອງນີ້ ຊຶ່ງ ໄພສານ ຈະນຳເອົາ ລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.
ຟິນແລນ ແມ່ນເປັນທີ່ຮູ້ກັນດີວ່າ ເປັນປະເທດທີ່ມີລະດູໜາວຍາວ ມີປ່າໄມ້ທີ່ສວຍສົດງົດງາມ ແລະມີລະບົບສັງຄົມສົງເຄາະໃຫ້ການຊ່ວຍເຫຼືອຢ່າງກວ້າງຂວາງ. ເສດຖະກິດຂອງຟິນແລນກໍພໍປານໆກັນກັບເສດຖະກິດຂອງປະເທດຢູ ໂຣບອື່ນໆ ດັ່ງນັ້ນ ແມ່ນຫຍັງຄືສິ່ງທີ່ເຮັດໃຫ້ຊາວຟິນແລນ ເປັນປະເທດ ທີ່ມີຄວາມເບີກບານມ່ວນຊື່ນທີ່ສຸດ ສຳລັບພວກເຂົາເຈົາເອງກໍຍັງບໍ່ແນ່ຄືກັນ. ຍານາງເອມີເລຍ ຊຶ່ງເປັນທະນາຍຄວາມ ທີ່ນະຄອນແຮລຊິງກິ ກ່າວວ່າ:
“ເສດຖະກິດຂອງພວກເຮົາແມ່ນດຳເນີນໄປດ້ວຍດີ ແລະຂ້ອຍກໍບໍ່ຮູ້ຈັກ ບາງທີ ອາດເປັນຍ້ອນພວກເຮົາໃກ້ກັບທຳມະຊາດບໍ?"
ແນ່ນອນ ມັນບໍ່ແມ່ນເລື້ອງອາກາດ ດັ່ງທີ່ສາມີພັນລະຍາທີ່ອອກກິນເບ້ຍບຳນານ ຄູ່ນີ້ ພ້ອມແລ້ວທີ່ຈະໃຫ້ການຮັບຮູ້.
ຍານາງລີນາ ໄວຊາເນັນ ກ່າວວ່າ “ມັນບໍ່ສາດເປັນໄດ້ ຍ້ອນສະພາບດິນຟ້າອາກາດ. ພວກເຮົາມີລະດູໜາວທີ່ຍາວ ແລະທ້ອງຟ້າກໍມືດ ແຕ່ບາງທີ ອາດເປັນຍ້ອນລະດັບຂອງຄວາມປອດໄພ.”
ສ່ວນທ່ານໂອລລີ ໄວຊາເນັນ ເວົ້າວ່າ “ມັນປອດໄພ ຢູ່ທີ່ນີ້. ພວກທ່ານບໍ່ຕ້ອງຢ້ານຕະຫຼອດເວລາ ແລະທ່ານສາມາດເຊື່ອຜູ້ຄົນໄດ້.”
ຄວາມເບີກບານມ່ວນຊື່ນຢູ່ຟິນແລນແມ່ນໄດ້ຮັບການສະໜັບສະໜຸນຍ້ອນການເຂົ້າເຖິງທຳມະຊາດ ຄວາມປອດໄພ ການເບິ່ງແຍກເດັກນ້ອຍ ການສຶກສາຮ່ຳຮຽນທີ່ບໍ່ຕ້ອງເສຍຄ່າ ແລະການໃຫ້ເງິນອຸດໜຸນຢ່າງໜັກໃນເລື້ອງການຮັກສາສຸຂະພາບ. ປະເທດອື່ນໆທີ່ຕິດລະດັບສູງ 10 ປະເທດທຳອິດ ກໍແມ່ນຍ້ອນເຫດຜົນທີ່ຄ້າຍຄືກັນນີ້.
ເປັນທີ່ເຂົ້າໃຈກັນດີຢູ່ແລ້ວວ່າ ເປັນຫຍັງບັນດາປະເທດທີ່ມີບັນຫາຂັດແຍ້ງເຊັ່ນຊູດານໃຕ້ ສາທາລະນະລັດອາຟຣິກາກາງ ແລະອັຟການິສຖານຈຶ່ງຕິດອັນດັບຕ່ຳ. ແຕ່ສະຫະລັດ ຊຶ່ງເປັນປະເທດທີ່ເຂັ້ມແຂງທີ່ສຸດໃນໂລກ ແລະມີເສດຖະກິດຕິດອັນດັບນຶ່ງ ຍັງສືບຕໍ່ຫລຸດລະດັບ 19 ບ່ອນໃນປີນີ້. ລາຍງານໃຫ້ເຫດຜົນກ່ຽວກັບການຫຼຸດລະດັບລົງຂອງສະຫະລັດ ແມ່ນເປັນຍ້ອນຄວາມໂສກເສົ້າ ສະເທືອນໃຈທີ່ເກີດຈາກການຕິດນັບແຕ່ການພະນັນ ຢາເສບຕິດ ຕະຫຼອດທັງ
ການຕິດສື່ສັງຄົມນຳດ້ວຍ.
ປະເທດຕ່າງໆທີ່ໄດ້ຮັບຄະແນນດີຂຶ້ນຫຼາຍທີ່ສຸດໃນຮອບທົດສະວັດຜ່ານມານີ້ກໍໄດ້ແກ່ປະເທດໃນເຂດພາກກາງແລະພາກຕາເວັນອອກຂອງຢູໂຣບ ປະເທດທີ່ຢູ່ໃຕ້ທະເລຊາຍຊາຮາຣາ ແລະຫຼາຍໆປະເທດ ໃນເຂດອາເມຣິກາລາລິນ.
ປະເທດທີ່ຫລຸດລະດັບລົງຫຼາຍທີ່ສຸດກໍໄດ້ແກ່ເຢເມນ ອິນເດຍ ຊີເຣຍ ບອສວານາ ແລະເວເນຊູເອລາ.
ລາຍງານດັ່ງກ່າວ ໄດ້ສຶກສາເບິ່ງພາກສ່ວນຕ່າງໆ ທີ່ມີຜົນກະທົບຕໍ່ຄວາມເບີກບານມ່ວນຊື່ນຂອງປະເທດ ຮວມທັງຜົນຜະລິດທາງດ້ານເສດຖະກິດ ການສະໜັບສະໜຸນຂອງສັງຄົມ ການປົກຄອງ ຄວາມຄາດໝາຍໃນການມີອາຍຸຍືນທີ່ມີສຸຂະພາບເຂັ້ມແຂງ ການປາສະຈາກ ການສໍ້ລາດບັງຫຼວງ ແລະຄວາມມີໃຈບຸນເອື້ອເຟື້ອເພື່ອແຜ່. ມີການພົບເຫັນວ່າ ຜູ້ຄົນຮູ້ສຶກເບີກບານມ່ວນຊື່ນຫຼາຍຂຶ້ນ ຖ້າເຂົາເຈົ້າຫາກສາມາດຊ່ວຍເຫຼືອຜູ້ອື່ນ ແຕ່ຕ້ອງເປັນການກະທຳທີ່ເຮັດດ້ວຍຄວາມສະໝັກໃຈ.
ການໃຊ້ເວລາເພີ້ມຂຶ້ນໃນສື່ສັງຄົມ ແມ່ນມີສ່ວນພົວພັນເຮັດໃຫ້ຜູ້ຄົນມີຄວາມເບີກບານມ່ວນຊື່ນຫລຸດລົງ ໂດຍສະເພາະແລ້ວໃນພວກໄວລຸ້ນ.
ພວກຄົນທີ່ມີຄວາມເບີກບານມ່ວນຊື່ນ ມີທ່າທາງວ່າຈະເລືອກເອົາຜູ້ທີ່ລົງສະໝັກແຂ່ງຂັນເອົາຕຳແໜ່ງຕື່ມອີກ. ການໄດ້ຮັບຄວາມນິຍົມເພີ້ິ້ມຂຶ້ນ ຂອງພວກນັກການເມືອງ ປະຊານິຍົມອາດເປັນຜົນເນື່ອງມາຈາກຄວາມສາມາດໃນການຮ້ອງຮຽນຂອງເຂົາເຈົ້າ ຕໍ່ພວກປ່ອນບັດ ທີ່ບໍ່ມີຄວາມພໍໃຈ. ລາຍງານກ່າວຢ້ຳວ່າ ມີຫຼາຍໆອົງປະກອບທີ່ອາດເປັນຜົນກະທົບ ຕໍ່ຄວາມເບີກບານມ່ວນຊື່ນຂອງປະເທດແລະບໍ່ມີຄຳ ອະທິບາຍແບບງ່າຍໆໃດໆ ສາມາດນຳໃຊ້ເພື່ອຮັບມືກັບເລື້ອງທັງໝົດນີ້ໄດ້. ຍານາງ ລີນາ ໄວຊາເນັນ ກ່າວກ່ຽວກັບເລື້ອງນີ້ິ້ວ່າ:
“ທ່ານຕ້ອງໄດ້ເຕືອນຕົວເອງວ່າ ເວລາທ່ານຮູ້ສຶກບໍ່ພໍໃຈກ່ຽວກັບເລື້ອງອາກາດ ນັ້ນຄືພວກເຮົາດີໃຈແທ້ໆຢູ່ທີ່ນີ້. ພວກເຮົາກຳລັງຈະພາກັນ ໄປດື່ມນ້ຳຊາ ໃນຕອນບ່າຍ.”
ສິ່ງນຶ່ງທີ່ເບິ່ງຄືວ່າຍັງເປັນຄວາມຈິງຢູ່ສະເໝີ ນັ້ນກໍຄືການມີແດດອອກ ບໍ່ໄດ້ຄ້ຳປະກັນວ່າ ຈະເຮັດໃຫ້ເຮົາມີຄວາມເບີກບານມ່ວນຊື່ນດີອົກດີໃຈ.
Finland ranked as the world's happiest country for the second consecutive year, in a new United Nations report. The other Nordic countries, as well as the Netherlands, Switzerland, Canada, New Zealand and Austria also made the top 10 in the happiness survey of 156 countries. South Sudan sank to the bottom, and other war-torn countries also ranked low.VOA's Zlatica Hoke has more.
Finland is known for long cold winters, its beautiful forests and its extensive welfare system. Its economy is comparable to other European economies. So what makes the Finns such a happy nation? They themselves are not quite sure.
milia, lawyer, Helsinki:
"Our economy is doing fine, and I don't know, maybe we're really close to the nature?"
It certainly is not the weather, as this retired couple is ready to acknowledge.
Leena Vaisanen:
"It can't be because of the climate. We've had such a long and dark winter. But maybe it's the level of security."
Olli Vaisanen:
"It's safe here. You don't have to be scared all the time, and you can trust people."
The happiness in Finland is boosted by access to nature, safety, affordable child care, free education and heavily subsidized health care. The other top 10 countries ranked high for similar reasons.
It is understandable why conflict-ridden countries such as South Sudan, the Central African Republic and Afghanistan would rank low. But the United States, the world's most powerful country and No. 1 economy, continued to slide, dropping to 19th place this year. The report attributes the U.S. decline to depression caused mainly by addictions, ranging from substance abuse to gambling and digital media.
The countries that have seen the biggest gains in the past decade are in central and eastern Europe, Sub-Saharan Africa, and several in Latin America.
Yemen, India, Syria, Botswana and Venezuela have experienced the largest declines.
The report looked into factors that could affect the happiness of a nation, including economic output, social support, governance, healthy life expectancy, absence of corruption and generosity. It found that people tend to feel happier if they help others, but if they do so by choice.
The increased time spent on social media is linked to a decline in happiness, especially among adolescents.
Happy people are more likely to vote for the incumbent. Recent gains of populist politicians could be the result of their ability to appeal to unhappy voters. The report stresses that there are many variables that can affect a nation's happiness, and no simple explanations are applicable to all.
Leena Vaisanen, retiree:
"You just need to remind yourself when you feel about complaining about the weather, that we're really happy here. We're on our way to afternoon tea!"
One thing seems invariable: Sunny weather does not guarantee happiness.