ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ພວກ​ເຂົ້າ​ຮອບ​ສຸດ​ທ້າຍ ສຳ​ລັບ​ລາງວັນມາ​ຣ໌​ຕິນ ແອນ​ແນ​ລ ຖືກຄັດ​ເລືອກ ຍ້ອນ​ຄວາມ​ກ້າ​ຫານ ​ດ້ານ​ສິດ​ທິ​ມະ​ນຸດຂອງ​ພວກ​ເຂົາເຈົ້າ


ປະ​ທານ​ອົງ​ການ​ເພື່ອ​ສິດ​ທິ​ມະ​ນຸດ Human Right Association (IHD) ທ່ານ​ນາງ ເອ​ເຣິນ ຄິ​ສ​ກິນ (Eren Keskin) (ຂວາ) ​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ທີ່​ໂຮມ​ຊຸມ​ນຸມ
ຢູ່ຕໍ່​ໜ້າ​ສະ​ຖານ​ກົງ​ສູນຊາ​ອຸ​ດີ ອາ​ຣາ​ເບຍ ທີ່​ນະ​ຄອນ​ອິ​ສ​ຕັນ
​ບູ​ລ,ເພື່ອ​ສະ​ໜັບ​ສະ​ໜຸນ​ທ່ານ​ຈາ​ມາ​ລ ຄາ​​ຊອກ​ກີ (Jamal Khashoggi), 9 ຕຸ​ລາ, 2018.
ປະ​ທານ​ອົງ​ການ​ເພື່ອ​ສິດ​ທິ​ມະ​ນຸດ Human Right Association (IHD) ທ່ານ​ນາງ ເອ​ເຣິນ ຄິ​ສ​ກິນ (Eren Keskin) (ຂວາ) ​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ທີ່​ໂຮມ​ຊຸມ​ນຸມ ຢູ່ຕໍ່​ໜ້າ​ສະ​ຖານ​ກົງ​ສູນຊາ​ອຸ​ດີ ອາ​ຣາ​ເບຍ ທີ່​ນະ​ຄອນ​ອິ​ສ​ຕັນ ​ບູ​ລ,ເພື່ອ​ສະ​ໜັບ​ສະ​ໜຸນ​ທ່ານ​ຈາ​ມາ​ລ ຄາ​​ຊອກ​ກີ (Jamal Khashoggi), 9 ຕຸ​ລາ, 2018.

ສິບອົງ​ການແຖວ​ໜ້າ ເພື່ອ​ສິດ​ທິ​ມະ​ນຸດ ໄດ້​ຄັດ​ເລືອກເອົາພ​ວກ​ນັກ​ຕໍ່​ສູ້ ເພື່ອ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ 3 ທ່ານ ຊຶ່ງ​ສອງທ່ານ ແມ່ນ​ຈາກ​ປະ​ເທດ​ເທີ​ກີແລະ​ໂຄ​ລອມ​ເບຍ ແລະ​ຄົນ​ທີ 3 ​ແມ່ນອົບ​ພະ​ຍົບ​ຊາວ​ຊູ​ດານ ໃນ​ປາ​ປົວນິວ​ກີ​ນີ ຜູ້ ​ທີ່​ເຂົ້າ​ຮອບ​ສຸດ​ທ້າຍ​ເພື່ອ​ຮັບ​ລາງວັນ Martin Ennals Award 2019. ລາງ ວັນ​ດັ່ງ​ກ່າວ ​ຕັ້ງ​ຂຶ້ນ​ເພື່ອ​ເປັນກຽດ​ແກ່​ເລ​ຂາ​ທິ​ການ​ໃຫຍ່​ຂອງອົງ​ການ​ນິ​ລະ​ໂທດ​ກຳ​ສາ​ກົນ​ແຕ່​ປີ 1968 ຫາ 1980. ລີ​ຊາ ຊ​ໄລ​ນ໌ ນັກ​ຂ່າວ​ວີ​ໂອ​ເອ​ມີ​ລາຍ​ງານ​ຈາກ​ຈີ​ນີ​ວາ ຊຶ່ງວັນ​ນະ​ສອນ ຈະ​ນຳ​ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່ໄ​ປ.

ພ​ວກ​ນັກ​ຕໍ່​ສູ້ ເພື່ອ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ 3 ທ່ານ ໄດ້​ໄຊ​ນະ​ຜູ້​ສະ​ໝັກ​ທັງ​ໝົດ 75 ຄົນ ຍ້ອນ​ການສູ້​ຊົນ​ຢ່າງ​ເດັດ​ດ່ຽວ​ ຂອງ​ພວກ​ເຂົາ​ເຈົ້າ ເພື່ອ​ຄວາມ​ເປັນ​ທຳ​ ໃນ​ດ້ານ​ສິດ​ ສຳ​ລັບ​ພວກ​ທີ່​ດ້ອຍ​ໂອ​ກາດ ແລະ​ພວກ​ທີ່​ບໍ່​ຄ່ອຍ​ມີ​ຄວາມສຳ​ຄັນ ຊຶ່ງ​ເລື້ອຍໆ ມັກ​ຈະ​ເຮັດໃຫ້​ເສລີ​ພາບສ່ວນ​ຕົວແລະ​ຊີ​ວິດ​ຂອງ​ພວກ​ເຂົາ​ເຈົ້າ ຕົກ​ຢູ່​ໃນ​ຄວາມ​ສ່ຽງ.

ທ່ານ​ນາງ​ເອ​ເຣັນ ເຄັ​ສ​ເກິນ ທະ​ນາຍ​ຄວາມ​ແລະ ນັກ​ເຄື່ອນ​ໄຫວ ເພື່ອ​ສິດ​ທິ​ມະ​ນຸດ ໃນ​ເທີ​ກີ ແມ່ນ​ຖືກ​ຂັງ​ຄຸກ ໃນ​ເດືອນ​ສິງ​ຫາ ປີ 2016 ຊຶ່ງ​ເປັນ​ສ່ວນ​ນຶ່ງ​ຂອງ​ການກວດ​ລ້າງ ໃນ​ທົ່ວ​ປະ​ເທດ ນຶ່ງ​ເດືອນຫຼັງ​ຈາກ​ໄດ້ມີ​ການ​ພະ​ຍາ​ຍາມກໍ່​ລັດ​ຖະ ​ປະ​ຫານຕໍ່​ຕ້ານ​ປະ​ທາ​ນາ​ທິ​ບໍ​ດີ.

ຜູ້​ອຳ​ນວຍ​ການ​ຂອງ​ມູນ​ນິ​ທິ Martin Ennals ທ່ານ ໄມ​ໂກ ຄຳ​ບາ​ຕາ ບອກ​ກັບ​ວີ​ໂອ​ເອ​ວ່າ ໃນ​ເວ​ລາ ທີ່​ທ່ານ​ນາງ​ຖືກ​ຈັບກຸມນັ້ນ. ທ່ານ​ນາງ ເຄັ​ສ​ເກິນ​ເປັນ ຫົວ​ໜ້າບັນ​ນາ​ທີ່​ການ​ ຂອງ​ໜັງ​ສື​ພິມ ທີ່​ໄດ້​ລົງ​ຂ່າວ​ກ່ຽວ​ກັບ​ບັນ​ຫາ ຂອງ​ຊາວ​ເຄີດ. ທ່ານ​ໄດ້​ກ່າວ​ວ່າ ທ່ານ​ນາງ​ເປັນ​ຜູ້​ຮັບ​ຜິດ​ຊອບ​ໃນ​ຫຼາຍໆ​ເລື້ອງ ທີ່​ໄດ້​ພິມ​ເຜີຍ​ແຜ່ ແລະ​ໄດ້​ຕັດ​ສິນ​ລົງ​ໂທດ ໃຫ້ຕິດ​ຄຸກເປັນ​ເວ​ລາ 12 ປີ ເຄິ່ງ ຊຶ່ງ​ຄະ​ດີ​ດັ່ງ​ກ່າວ ຍັງ​ມີ​ການຂໍອຸ​ທອນຢູ່ໃນ​ເວ​ລາ​ນີ້.

ທ່ານ​ຄຳ​ບາ​ຕາ ກ່າວ​ວ່າ “ທ່ານ​ນາງ ໄດ້​ເຮັດ​ວຽກ ໂດຍ​ສະ​ເພາະ ບັນ​ຫາ​ຂອງ​ພວກ​ແມ່ຍິງ, ​ໃນທຸກໆເລື້ອງ ຈາກ​ການ​ຂົ່ມ​ຂືນຊຳ​ເລົາ ທາງ​ເພດ​ໃນ​ຄຸກ ເຖິງ ເລື້ອງ​ບ່ອນທີີ່​ທ່ານ​ນາງໄດ້ສ້າງ​ຕັ້ງ​ອົງ​ການ​ຂຶ້ນ​ມາ. ທ່ານ​ນາງໄດ້​ເຮັດ​ວຽກ​ ກັບ​ກຸ່ມ​ພວກ​ກະ​ເທີຍ ພວກ​ຮັກ​ຮ່ວມ​ເພດ ພວກ​ປ່ຽນ​ເພດ ຫຼື ທີ່​ເອີ້ນ​ວ່າ LGBTI ແລະ​ບັນ​ຫາ​ຊາວ​ເຄີດ ແລະ​ການ​ຂ້າ​ລ້າງ​ເຜົ່າ​ພັນ​ຂອງ​ຊາວ​ອາ​ເມ​ເນຍ. ນັ້ນ​ແມ່ນ 4 ເລື້ອງ​ບູ​ລິມ​ມະ​ສິດ ​ທີ່ທ່ານ​ນາງໄດ້​ເລີ້ມ​ມາ ​ຕັ້ງ​ແຕ່ 1996 ພຸ້ນ.”

ຜູ້​ທີ່​ຖືກ​ສະ​ເໜີ​ຊື່​ຄົນ​ທີ 2 ແມ່ນ ທ່ານ​ມາ​ຣີ​ໂນ ຄໍໂດ​ບາ ເບີຣີ​ໂອ, ສະ​ມາ​ຊິກ​ຄົນ​ນຶ່ງ​ຂອງກຸ່ມ​ຊາວ​ໂຄ​ລອມ​ເບຍ​ຜິວ​ດຳ ຫຼືອາ​ໂຟ​ຣ-ໂຄ​ລອມ​ເບຍ, ​ທ່ານໄດ້​ທຳ​ການ​ຕໍ່​ສູ້ເພື່ອສິດທິ​ໃນ​ການຄອບ​ຄອງ​ທີ່​ດິນ​ຂອງ​ຊົນ​ເຜົ່າ​ດັ່ງ​ກ່າວ. ທ່ານ​ຄຳ​ບາ​ຕາກ່າວ ​ວ່າ ທ່ານ​ໄດ້​ປະ​ເຊີນ​ໜ້າ​ກັບ​ການ​ຖືກໂຈມ​ຕີ ຈາກ​ເຈົ້າ​ຂອງ​ທີ່​ດິນ​ທີ່​ມີອິດ​ທິ​ພົນ ທີ່​ຢາກ​ສວຍ​ໃຊ້​ດິນ ເພື່ອການ​ຕັດ​ໄມ້​ທ່ອນ​ຂາຍ ແລະ​ເຮັດບໍ່​ແຮ່.

ຜູ້​ທີ່​ຖືກ​ສະ​ເໜີ​ຊື່​ເຂົ້າ​ໄປ​ຊິງ​ລາງວັນ​ຄົນ​ສຸດ​ທ້າຍ​ແມ່ນ ທ່ານອັບ​ດູ​ລ ອາ​ຊິ​ສ ມູ​ຮາ​ ເມດ ແມ່ນ​ມາ​ຈາກ​ເຂດດາ​ຟົວ ​ປະ​ເທດ​ຊູ​ດານ. ທ່ານ​ໄດ້​ຫລົບ​ໜີໄປ​ຍັງນະ​ຄອນ ຫຼ​ວງຄາ​ຣ໌​ທູມ, ປະ​ສົບ​ກັບ​ບັນ​ຫາ ໃນ​ຖາ​ນະ​ເປັນ​ນັກ​ສຶກ​ສາທີ່​ທຳ​ການເຄື່ອນ​ໄຫວ ແລະຫລົບໜີ​ອີກ​ຄັ້ງ​ນຶ່ງ​ໄປ​ຍັງ​ອອ​ສ​ເຕ​ຣຍ​ເລຍ ເພື່ອ​ຂໍ​ລີ້ໄພ. ທ່ານ​ໄດ້​ຖືກ​ກັກ​ຂັງ ທີ່ເກາະມາ​ນູ​ສ ​ຂອງປາ​ກົວນິວ​ກີ​ນີ ໃນ​ຮອບ 5 ປີ ຜ່ານ​ມາ​ນີ້.

ທ່ານ​ຄຳ​ບາ​ຕາ ກ່າວ​ວ່າ ທ່ານມູ​ຮາ​ເມດ ແມ່ນເປັນຜູ້​ສະ​ໜັບ​ສະ​ໜູນ​ພວກ​ຜູ້​ຊາຍ ​ທີ່ອາ​ໄສ​ຢູ່ໃນ​ເກາະ ທີ່ມີສະ​ພາບ​ການ​ແມ່ນ​ຂີ້ຮ້າຍແລະ​ບໍ່​ຄ່ອຍ​ດີດັ່ງ​ກ່າວ​ນີ້. ທ່ານ​ໄດ້​ຈັດ​ແຈງ​ເລື້ອງ​ນີ້ ​ດ້ວຍຄວາມ​ສະ​ຫຼຽວ​ສະ​ຫຼາດ ໂດຍນຳໃຊ້​ສື່​ສັງ​ຄົມ ແລະ podcasts.

“ທ່ານໄດ້​ເຄື່ອນ​ໄຫວ​ຢ່າງ​ສັນ​ຕິແລະ​ທ່ານໄດ້​ເປັນ​ກະ​ບອກ​ສຽງຕໍ່ໂລກພາຍນອກ, ໂດຍ​ສະ​ເພາະ ຕໍ່​ອອ​ສ​ເຕ​ຣ​ຍເລຍ ​ກ່ຽວ​ກັບຜົນ​ກະ​ທົບ​ ແລະ​ສິ່ງ​ທີ່​ຈະຕິດ​ຕາມ​ມາ… ​ແທ້​ຈິງ​ແລ້ວ ທ່ານ​ໄດ້​ເນັ້ນ​ຢ້ຳບໍ່ແມ່ນສະ​ພາບ​ຕົວ​ຈິງພາຍ​ໃນ​ສູນນັ້ນດ້ວຍ​ຊ້ຳ ແຕ່ຄວາມ​ຈິງ​ທີ່​ວ່າ ພວກ​ເຂົາ​ເຈົ້າ​ບໍ່​ມີ​ບ່ອນ​ໄປ ແລະ​ບໍ່​ມີ​ອາະນາ​ຄົດ​ເລີຍ.”

ຂ້າ​ຫຼວງ​ໃຫຍ່​ດ້ານ​ສິດ​ທິ​ມະ​ນຸດ ຂອງ​ສະ​ຫະ​ປະ​ຊາ​ຊາດ ທ່ານນາງມິ​ແຊ​ລ ບາ​ເຊີ​ເລ່
ຈະ​ປະ​ກາດຜູ້​ທີ່​ໄດ້​ຮັບ​ລາງວັນ Martin Ennals ​ໃນວັນ​ທີ 13 ກຸມ​ພາ. ຜູ້​ຊະ​ນະ
ຈະ​ໄດ້​ຮັບເງິນລາງວັນ ຈຳ​ນວນ 30,000 ໂດ​ລາ. ແລະ​ 2 ທ່ານ ພວກ​ທີ່ເປັນ​ຮອງ
​ລົງ​ມາ ຈະ​ໄດ້ເງິນ​ລາງວັນ ​ຜູ້​ລະ 10,000 ໂດ​ລາ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG