ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຍຸຕິເກັບຊື້ ທີ່ມີລັກສະນະຜູກຂາດ ແລະເງິນກີບອ່ອນຄ່າລົງ ເຮັດໃຫ້ການຜະລິດກາເຟໃນລາວ ເລີ້ມຟື້ນຕົວຄືນ


ກະຊວງການຄ້າ ສປປ ລາວ
ກະຊວງການຄ້າ ສປປ ລາວ

ການຍຸຕິການເກັບຊື້ທີ່ມີລັກສະນະຂ້ອນຂ້າງຜູກຂາດຂອງບໍລິສັດເກັບຊື້ກາເຟລາຍໃຫຍ່
ໃນປະເທດບວກກັບສະພາບເງິນກີບອ່ອນຄ່າລົງ ແລະດິນຟ້າອາກາດດີ ເຮັດໃຫ້ການຜະ
ລິດກາເຟໃນລາວ ໃນລະດູການຜ່ານມາ ຊຶ່ງກໍຄືນັບແຕ່ກາງປີກາຍຫາຕົ້ນປີນີ້ ເລີ້ມຟົດຟື້ນ
ຂຶ້ນ ເຖິງແມ່ນວ່າປະເທດລາວ ແລະປະ ເທດໃກ້ຄຽງ ທີ່ເປັນປະເທດຕະຫຼາດສົ່ງອອກ
ຫລັກຂອງກາເຟລາວ ເຊັ່ນຫວຽດ ນາມນັ້ນ ຍັງສືບຕໍ່ປະຕິບັດມາດຕະການຈໍາກັດຢູ່ຕາມ
ດ່ານຊາຍແດນ ນັບແຕ່ມີການລະບາດ ຂອງພະຍາດໂຄວິດ-19 ຢູ່ກໍຕາມ, ອີງຕາມການ
ບອກເລົ່າຂອງເຈົ້າຂອງສວນກາເຟ ແລະເຈົ້າໜ້າທີ່ກ່ຽວຂ້ອງ ຊຶ່ງກິ່ງສະຫວັນຈະນຳເອົາ
ລາຍ ງານເລື້ອງນີ້ ຈາກນັກຂ່າວຂອງເຮົາ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເຊີນຊົມ ວີດີໂອ ຈາກ ສປປ ລາວ
please wait

No media source currently available

0:00 0:01:02 0:00
ລິງໂດຍກົງ

ການທີ່ເປີດໃຫ້ມີການແຂ່ງຂັນກັນໃນການເກັບຊື້ກາເຟ ຂອງບໍລິສັດຊື້ຂາຍກາເຟ ລາຍ
ໃຫຍ່ເພື່ອຂາຍພາຍໃນປະເທດ ແລະສົ່ງອອກ ບວກກັບສະພາບອາກາດດີ ເອື້ອຍອໍານວຍ
ແກ່ການປູກກາເຟໃນຊ່ວງປີກາຍມາເຖິງປີນີ້ ເຮັດໃຫ້ການຜະລິດ ກາເຟລາວມີ ບັນຍາ
ກາດຟົດຟື້ນຂຶ້ນ ພາຍຫລັງທີ່ໄດ້ປະສົບຫຼາຍບັນຫາໃນຊ່ວງຕົ້ນປີ 2020 ທີ່ມີການລະບາດ
ຂອງພະຍາດໂຄວິດ-19 ໃໝ່ໆ ອີງຕາມການໃຫ້ ສໍາພາດ ຂອງເຈົ້າຂອງສວນກາເຟທ່ານ
ນຶ່ງ ຢູ່ໃນເມືອງປາກຊ່ອງ ແຂວງຈໍາປາ ສັກ ຊຶ່ງທ່ານເລົ່າດ້ວຍຄວາມດີໃຈສູ່ຟັງວ່າ: ​


“ກາເຟປີນີ້ ມັນກະງາມຕິ ສະພາບອາກາດກະເໝາະດີ, ລາຄາ ລາຄາດຽວນີ້ກະ (ກິໂລລະ)
ຊາວພັນ (ກີບ) ເອີ ບາງບ່ອນກະຊາວພັນຫ້າຮ້ອຍ ຫລື ຊາວເອັດພັນຫ້າຮ້ອຍ (ກີບ). ກາເຟ
ໝາກຂາວ, ປີກາຍນີ້ ເຂົາຂາຍຕົ້ນປີຍັງໄດ້ແຕ່ສິບເອັດພັນ ສິບເອັດພັນຫ້າຮ້ອຍ (ກີບ). ບັດ
ປີນີ້, ຕົ້ນປີໄດ້ ສິບເຈັດ ຫລືສິບແປດ ພັນຫ້າຮ້ອຍ (ກີບ) ແລ້ວ, ປີກາຍນີ້ ທ້າຍປີມີແຕ່ ສິບ
ສາມພັນຫ້າຮ້ອຍ, ສິບສີ່ພັນຫ້າຮ້ອຍ (ກີບ). ປີນີ້ ຕ່າງປີກາຍ, ປີນີ້ໂອເຄ ລາຄາຊາວເອັດ
ພັນ ຫລືຊາວເອັດພັນຫ້າຮ້ອຍ (ກີບ). ມັນມີຫລາຍບໍລິສັດ, ບໍລິສັດໄອແລ, ບໍລິສັດດາວ
ເຮືອງຫລາຍບໍລິສັດ, ເຂົາປ່ອຍແລ້ວດຽວນີ້."

ທ່ານອະທິບາຍໃຫ້ຟັງກ່ຽວກັບສິ່ງທີ່ເຮັດໃຫ້ມີການປ່ຽນແປງທີ່ພາໃຫ້ມີການແຂ່ງ ຂັນກັນ
ໃນການເກັບຊື້ນີ້ ແລະຕະຫລາດກາເຟລາວທີ່ສົ່ງອອກສູ່ຟັງວ່າ: ​

“ປີນີ້ມັນມີສະມາຄົມຕັ້ງຂຶ້ນ ໃຫ້ລູກຄ້າຕິດຕາມເອົາຂໍ້ມູນ ເຂດນີ້ ເຂດນັ້ນ ລາຄາເທົ່າໃດ
ມີຢູ່ບ້ານຜັກກູດ ແຕ່ລະມື້ກ່ອນ ສິບສອງໂມງເຂົາຈະແຈ້ງກ່ອນເດ່ ເຂດນີ້ຊື້ລາຄາເທົ່າໃດ,
ເຂົາເອົາໄປຫລາຍເກືອບທົ່ວໂລກ ມີເຢຍລະມັນ ຫລາຍປະເທດເຂົາມາຊື້ກັບເຖົ້າແກ່
ໃຫຍ່ໂດຍກົງເດ ມື້ກ່ອນນີ້ກະມີ, ວານນີ້ ມື້ກ່ອນກະມີບໍລິສັດລາວຟອດ ກະເຂົ້າໄປຫາ
ເກັບຊື້ຢູ່.”

ສ່ວນຄະນະສະມາຄົມກາເຟລາວ ທີ່ຕັ້ງຢູ່ໃນເມືອງປາກເຊ ແຂວງຈໍາປາສັກນັ້ນ ໃຫ້ຄໍາ
ເຫັນວ່າ ນອກຈາກການສາມາດຍຸຕິວິທີການເກັບຊື້ທີ່ມີລັກສະນະຜູກຂາດ ແລະສະພາບ
ດິນຟ້າອາກາດທີ່ເອື້ອອໍານວຍແລ້ວ ກໍຍັງມີສະພາບທີ່ເງິນກີບລາວອ່ອນຄ່າລົງ ເມື່ອທຽບ
ໃສ່ເງິນຕາຕ່າງປະເທດ ເຊັ່ນເງິນໂດລາ ອີກດ້ວຍ ທີ່ເປັນປັດໄຈຫລັກ ພາໃຫ້ການຜະລິດ
ແລະຊື້ຂາຍກາເຟໃນລາວ ເລີ້ມມີທ່າອ່ຽງດີຂຶ້ນ ຊຶ່ງທ່ານກ່າວດັ່ງນີ້: ​

“ການຊື້ຂາຍໃນລະດູການເກັບກ່ຽວໜີ້ ມັນກະມາຮອດໄລຍະນີ້ ມັນກະສິ້ນສຸດລະດູ
ການເກັບກ່ຽວ ຂອງປີແລ້ວເນາະ. ການຊື້ຂາຍກະເຫັນວ່າ ຖ້າທຽບເປັນລາຄາເງິນກີບ
ໃນໄລຍະຜ່ານມາ ກະສູງສູງກວ່າປີກາຍ ແຕ່ວ່າຖ້າເປັນເງິນໂດລາມັນກະຍັງຢູ່ໃນລະ
ດັບຄົງທີ່ຍ້ອນ
ວ່າອັດຕາແລກປ່ຽນຂອງເຮົາ ອັດຕາເງິນເຟີ້ຂອງ ເຮົາ ມັນສູງຂຶ້ນຫັ້ນ ມັນ
ເຮັດໃຫ້ລາຄາກາເຟມີທ່ອ່ຽງທີ່ສູງຂຶ້ນ. ລະກາ ຜົນຜະລິດດຽວນີ້ກະເຫັນວ່າຂ້ອນຂ້າງ
ທີ່ມີປະສິດທິພາບຫັ້ນຫລະ. ເຮັດໃຫ້ການເກັບກ່ຽວຂອງປະຊາຊົນ ກະຖືວ່າດີແຫລະ,
ລະກາບວກກັບລາຄາ ການຊື້ຂາຍພາຍໃນເຫັນວ່າ ມີຄວາມກະຕືລືລົ້ນແນ່ລະກາ|ເອີ້ນ
ວ່າຕະຫລາດຟົດພື້ນ. ແລະຕະຫລາດສ່ວນໃຫຍ່ນີ້ ໃນ 50 ເປີເຊັນໜິແມ່ນ ສສ ຫວຽດ
ນາມ ອອກໄປທາງທາງຫວຽດນາມຫັ້ນຫລາຍ. ກັບຕະຫລາດຢູໂຣບຈໍານວນນຶ່ງ ຖ້າ
ຈະທຽບແລ້ວໄປຢູໂຣບມັນກະຊິຢູ່ປະມານ 20 ເປີເຊັນ ຂອງຈໍານວນກາເຟ ຂອງແຕ່
ລະປີຫັ້ນຫລະ, ກວາມຢູ່ 20 ເປີເຊັນ.”

ແຕ່ຢ່າງໃດກໍຕາມການສົ່ງອອກກາເຟຂອງລາວກໍຍັງປະສົບບັນຫາໃນການແຂ່ງ ຂັນຢູ່ໃນຕະຫລາດໂລກ, ນອກຈາກການຂາຍໄປຕະຫລາດໃນປະເທດ ເພື່ອນ ບ້ານ ກໍຄືຫວຽດ
ນາມເທົ່ານັ້ນ ທັງນີ້ກໍເນື່ອງຈາກວ່າ ຕົ້ນທຶນການຜະລິດສິນຄ້າໃນລາວສູງກວ່າປະເທດອື່ນ
ແລະຜູ້ຜະລິດກາເຟລາວ ຍັງປະສົບບັນຫາຫຍຸ້ງ ຍາກໃນການຜະລິດທີ່ໄດ້ມາດຕະຖານ
ຂອງຕະຫລາດໃນຂົງເຂດອື່ນໆ ເປັນຕົ້ນແມ່ນຢູໂຣບ, ຊຶ່ງທ່ານໃຫ້ຄໍາເຫັນດັ່ງນີ້:

“ຄັນໄປທຽບກັບຕະຫລາດໂລກຫັ້ນ ຕົ້ນທຶນການຜະລິດຂອງບ້ານເຮົາ ຍັງສູງເນາະ. ມາ
ເບິ່ງຄ່າວ່າແຮງງານ, ຄ່າສິ້ນເປືອງຕ່າງໆ ຄ່າດູແລຮັກສາສວນຕ່າງໆ ໜິ ມັນຈະສູງກວ່າ
ອັນນີ້ກາ ເຮັດໃຫ້ຕົ້ນທຶນກາເຟຂອງເຮົາໜິ ມາທຽບໃສ່ຕະ ຫລາດໂລກແລ້ວມັນຂ້ອນ
ຂ້າງຈະສູງຫລະ, ດັ່ງນັ້ນເວລາການຂາຍໄປທາງຢູ່ໂຣບບໍ່ ທາງອາເມຣິກາບໍ ຈັ່ງຊີ້ມັນ
ຍັງມີຄວາມ ເອີ້ນວ່າສິ່ງທ້າທາຍຕາມລາຄາຫັ້ນ, ແຕ່ວ່າເວລາເຮົາຂາຍໄປຫວຽດນາມ
ສ່ວນໃຫຍ່ຫລະ ມາດຕະຖານມັນຈະເປັນມາດຕະຖານທົ່ວໄປ ເຂົາຈະບໍ່ໄດ້ເນັ້ນເລື້ອງມາດຕະຖານ ທີ່ຂ້ອນຂ້າງໃນເກຣດເອ ພໍປານໃດ, ການຊື້ຂາຍມັນກາງ່າຍ. ການຊື້ຂາຍ
ໄປຫວຽດຖືວ່າ ຄັນກາເຟຂຶ້ນລົດແລ້ວ ເຂົາຈະຈ່າຍເງິນໃຫ້ໂລດເນາະ. ມັນຈະບໍ່ຫຍຸ້ງຍາກ
ຄືການຊື້ຂາຍໄປທາງ ຕະຫລາດຢູໂຣບ ຄັນໄປຢູໂຣບໜິແມ່ນກາເຟຕ້ອງຂຶ້ນເຮືອແລ້ວ
ເຂົາຈຶ່ງໄດ້ໂອນເງິນມາໃຫ້ 100 ເປີເຊັນ ຖືວ່າດີໃຈກວ່າປີຜ່ານມາ ບໍ່ມີຫາງສຽງຊິ ເຂົ້າໄປ
ສູ່ສະພາປະຊາຊົນ.”

ບໍ່ພຽງແຕ່ຄະນະສະມາຄົມກາເຟລາວເທົ່ານັ້ນທີ່ເຫັນວ່າລາຄາກາເຟລາວຍັງສູງຫລາຍຢູ່
ເມື່ອທຽບໃສ່ຄາລາໃນຕະຫລາດໂລກ, ພະນັກງານໃນກົມສົ່ງເສີມທຸລະ ກິດ, ກະຊວງອຸດ
ສາຫະກໍາການຄ້າ ກໍໃຫ້ຄໍາເຫັນແບບດຽວກັນ ຊຶ່ງທ່າານາງ ບອກວ່າ:

"ພະນັກງານກົມສົ່ງເສີມທຸລະກິດ, ກະຊວງການຄ້າ ກ່າວກ່ຽວກັບສະພາບການການສັ່ງຊື້
ກາເຟ ລາຄາ ຕະຫລາດ ປະເທດທີ່ສົ່ງອອກກາເຟໃນປະຈຸບັນ) “ລາຄາຂອງເຮົາຂ້ອນ
ຂ້າງສູງໃດຖ້າບວກໃສ່ຄ່າຂົນສົ່ງອີກຖ້າບໍ່ເຮັດເປັນແບບ ສ່ວນຫລາຍລາຄາຂອງລາວເຮົາ
ຂ້ອນຂ້າງສູງໃດ.”

ສ່ວນທາງສູນກາງການຄ້າສາກົນ ຫລື International Trade Center ຊຶ່ງເປັນອົງການ
ຮ່ວມມືລະຫວ່າງອົງການການຄ້າໂລກ ກັບອົງການ ສະຫະປະຊາ ຊາດ ນັ້ນ ຢູ່ໃນການ
ສໍາຫລວດປະເມີນເບິ່ງຜົນກະທົບທາງເສດຖະກິດແບບເລັ່ງລັດ ຂອງການລະບາດພະ
ຍາດໂຄວິດ-19 ຕໍ່ທຸລະກິດໂລກໃນເດືອນເມສາ ປີ 2020 ຜ່ານມາ ກໍພົບວ່າຂະແໜງ
ການສົ່ງອອກກາເຟຂອງລາວ ໄດ້ຮັບຜົນກະ ທົບເບື້ອງຕົ້ນ ຈາກການລະບາດຂອງພະ
ຍາດດັ່ງກ່າວ ຜ່ານສາມທາງ ຊຶ່ງກໍຄື ການຂາຍຫລຸດລົງ, ຜົນກະທົບຈາກການປິດປະ
ເທດຊົ່ວຄາວ ແລະຄວາມຫຍຸ້ງ ຍາກໃນການສົ່ງອອກຍ້ອນຄວາມເຂັ້ມງວດເພີ້ມຂຶ້ນໃນ
ການກວດກາຢູ່ຊາຍແດນ ຫລືການປິດຊາຍແດນ. ນອກນັ້ນກໍຍັງມີບັນຫາໃນການຊອກ
ຫາແຫລ່ງສະໜອງ ວັດຖຸດິບ ເພື່ອມາຜະລິດຂອງບໍລີສັດທີ່ຈໍາເປັນໃຊ້ວັດຖຸນໍາເຂົ້າອີກ
ດ້ວຍ, ຊຶ່ງທັງ ໝົດນີ້ລ້ວນແຕ່ເຮັດໃຫ້ຕົ້ນທຶນການຜະລິດເພີ້ມສູງຂຶ້ນ ຫລືບໍ່ກໍບໍ່ສາມາດ
ດໍາເນີນ ກິດຈະການໄປໄດ້.

ສະນັ້ນ ເມື່ອມີສະພາບການທີ່ກ່າວມາຂ້າເທິງນັ້ນເຊັ່ນການດໍາເນີນການຕິດຕາມສະພາບ
ການເກັບຊື້ກາເຟຂອງສະມາຄົມກາເຟລາວ ທີ່ພາໃຫ້ການເກັບຊື້ທີ່ມີລັກ ສະນະຜູກຂາດ
ຂອງບໍລິສັດເກັບຊື້ລາຍໃຫຍ່ໃນລາວ ຍຸຕິລົງ ບວກໃສ່ເງື່ອນໄຂເອື້ອອໍານວຍຂອງດິນຟ້າ
ອາກາດແລະເງິນກີບອ່ອນຄ່າລົງກໍແມ່ນເຮັດໃຫ້ສະພາບ ການຜະລິດ ແລະຊື້ຂາຍກາເຟ
ໃນລາວ ເລີ້ມຟື້ນໂຕຂຶ້ນມາໄດ້.

XS
SM
MD
LG