ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຕໍ່ສູ້ກັນເກີດຂຶ້ນ ໃນເຂດດາຟົວໃຕ້ ທ່າມກາງ ຄວາມຍ້ານກົວວ່າ ຈະເກີດສົງຄາມກາງເມືອງຄັ້ງໃໝ່


ແຜນທີ່ຂອງປະເທດຊູດານ ທີ່ສະແດງໃຫ້ເຫັນເຂດພາກ ເໜືອ, ໃຕ້ ແລະຕາເວັນຕົກຂອງດາຟົວ.
ແຜນທີ່ຂອງປະເທດຊູດານ ທີ່ສະແດງໃຫ້ເຫັນເຂດພາກ ເໜືອ, ໃຕ້ ແລະຕາເວັນຕົກຂອງດາຟົວ.

ຄວາມຮຸນແຮງໄດ້ເກີດຂຶ້ນໃນວັນອາທິດວານນີ້ ຢູ່ໃນເມືອງໄນອາລາ ທາງພາກຕາເວັນຕົກຂອງຊູດານ ແລະແຫ່ງອື່ນໆໃນລັດດາຟົວ​ໃຕ້ ດັ່ງທີ່ພວກຜູ້ເຫັນເຫດ ການໄດ້ກ່າວ ພວມຂົ່ມຂູ່ທີ່ຈະກາຍເປັນສົງຄາມທີ່ຍືດເຍື້ອ ລາມໄປທົ່ວພາກພື້ນຂອງຊູດານ ອີງຕາມອົງການຂ່າວຣອຍເຕີສ໌.

ບັນຫາຂັດແຂ້ງໄດ້ນຳມາຊຶ່ງການສູ້ລົບຢູ່ຕາມທ້ອງຖະໜົນຂອງນະຄອນຫຼວງຄາຣ໌ທູມ ໃນແຕ່ລະວັນ ທີ່ເປັນການໂຈມຕີຮື້ຟື້ນຄືນໃໝ່ທີ່ແນເປົ້າໝາຍໃສ່ຊົນ ເຜົ່າໃນເຂດດາຟົວຕາເວັນຕົກ ແລະເຮັດໃຫ້ເກີດການຍົກຍ້າຍຈາກຖິ່ນຖານຂອງປະຊາຊົນພາຍໃນຊູດານ ຫຼາຍກວ່າ 4 ລ້ານຄົນ ແລະຂ້າມເຂົ້າໄປໃນທົ່ວເຂດ ຊາຍແດນຂອງຕົນທີ່ຕິດກັບ ຊາດ, ອີຈິບ, ຊູດານໃຕ້ ແລະປະເທດອື່ນໆ.

ການປະທະກັນລະຫວ່າງກອງທັບບົກຂອງຊູດານ ແລະກອງກຳລັງສະໜັບສະໜຸນເຄື່ອນທີ່ວ່ອງໄວ ຫຼື RSF ນັ້ນ ໄດ້ເກີດຂຶ້ນເປັນໄລຍະໆ ຢູ່ໃນເມືອງໄນອາລາ ຊຶ່ງເປັນເມືອງໃຫຍ່ສຸດອັນດັບສອງຂອງປະເທດ ແລະເປັນສູນກາງຍຸດທະສາດສຳລັບພາກພື້ນດາຟົວ ທີ່ບອບບາງ.

ການສູ້ລົບກັນຄັ້ງຫຼ້າສຸດໄດ້ເກີດຂຶ້ນເປັນເວລາສາມວັນ ໂດຍທັງສອງຝ່າຍ ຄືກອງທັບບົກ ແລະ ກອງກຳລັງ RSF ຕ່າງກໍຍິງປືນໃຫຍ່ເຂົ້າໃສ່ຄຸ້ມບ້ານທີ່ຢູ່ອາໄສຕ່າງໆ ອີງຕາມພວກຜູ້ເຫັນເຫດການໄດ້ກ່າວຕໍ່ອົງການຂ່າວຣອຍເຕີສ໌. ການຕໍ່ສູ້ກັນນັ້ນ ໄດ້ສ້າງຄວາມເສຍຫາຍແກ່ລະບົບໄຟຟ້າ, ນ້ຳປະປາ ແລະເຄືອຂ່າຍໂທລະຄົມມະນາຄົມ.

Violence flared Sunday in the western Sudanese city of Nyala and elsewhere in the state of South Darfur, witnesses said, threatening to engulf the region in Sudan's protracted war.

The conflict has brought daily battles to the streets of the capital of Khartoum, a revival of ethnically targeted attacks in West Darfur, and the displacement of more than 4 million people within Sudan and across its borders into Chad, Egypt, South Sudan and other countries.

Clashes between the Sudanese army and paramilitary Rapid Support Forces have flared periodically in Nyala, the country's second biggest city and a strategic hub for the fragile Darfur region.

The latest flare-up has lasted three days, with both the army and RSF firing artillery into residential neighborhoods, witnesses told Reuters. Fighting has damaged electricity, water, and telecoms networks.

XS
SM
MD
LG