ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຽນພາສາອັງກິດ ໃນນຶ່ງນາທີ “Fight tooth and nail” ແປວ່າ “ສູ້ບໍ່ຖອຍ/ສູ້ດ້ວຍທຸກວິທີທາງທີ່ມີ/ສູ້ຕາຍ”


ຮຽນພາສາອັງກິດ ໃນນຶ່ງນາທີ “Fight tooth and nail” ແປວ່າ “ສູ້ບໍ່ຖອຍ/ສູ້ດ້ວຍທຸກວິທີທາງທີ່ມີ/ສູ້ຕາຍ”

English in a Minute, ບົດ​ທີ 111 “Fight tooth and nail” ແປ​ວ່າ “ສູ້ບໍ່ຖອຍ/ສູ້ດ້ວຍທຸກວິທີທາງທີ່ມີ/ສູ້ຕາຍ”

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

Many animals have teeth and nails. But what does it mean to fight tooth and nails?

ສັດຫຼາຍຊະນິດ ມີແຂ້ວ ແລະ ເລັບ. ແຕ່ປະໂຫຍກທີ່ວ່າ “fight tooth and nail” ມັນມີຄວາມໝາຍແນວໃດກັນແທ້.​ ພວກເຮົາລອງໄປຟັງບົດສົນທະນາລະຫວ່າງ ອານນາ ກັບ ໂຈນາທານ ລອງເບິ່ງ, ບາງທີມັນອາດຊ່ວຍໃຫ້ພວກເຮົາ ຮູ້ໃຊ້ສຳນວນນີ້ຫຼາຍຂຶ້ນ.


Anna: Jonathan, did you see that email from Simone? She did not get the manager’s position.

ອານນາ: ​ໂຈນາທານ, ເຈົ້າໄດ້ເຫັນອີເມລນັ້ນ ຈາກຊາໂມນ ບໍ່? ນາງບໍ່ໄດ້ຕໍາແໜ່ງຜູ້ບໍລິຫານນັ້ນຊໍ້າ.

Jonathan: what? She fought tooth and nail for that job!

ໂຈນາທານ: ແມ່ນຫຍັງເກາະ? ນາງ ສູ້ດ້ວຍແຂ້ວ ແລະ ເລັບ ເພື່ອວຽກນັ້ນ!

Anna: well, she may have fought hard for it… but she didn’t get it.

ອານນາ: ອິມ, ນາງ ອາດຈະໄດ້ສູ້ຢ່າງໜັກ ເພື່ອມັນ... ແຕ່ນາງບໍ່ໄດ້!

Jonathan: Ouch!

ໂຈນາທານ: ໂອ້ຍເນາະ!

When you “fight tooth and nail,” you fight hard. You try your best to win and don’t give up. Animals in the wild use their teeth and nails when they fight. When using this idiom though, make sure and keep it singular. We don’t say “to fight teeth and nails.”

ເວລາທີ່ເຈົ້າ “fight tooth and nail,” ເຈົ້າສູ້ຢ່າງໜັກ. ເຈົ້າພະຍາຍາມເຮັດດີທີ່ສຸດຂອງເຈົ້າ ເພື່ອໃຫ້ຊະນະ ແລະ ບໍ່ຍອມແພ້. ສັດຢູ່ໃນປ່າ ໃຊ້ແຂ້ວ ແລະ ເລັບຂອງພວກມັນ ໃນການຕໍ່ສູ້. ແຕ່, ໃນເວລາໃຊ້ສຳນວນນີ້, ຕ້ອງໃຫ້ແນ່ໃຈວ່າມັນເປັນເອກະພົດ. ພວກເຮົາບໍ່ເວົ້າວ່າ “to fight teeth and nails.”

And that's English in a minute.

ແລະ ນັ້ນແມ່ນພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

XS
SM
MD
LG