ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຂໍ້ຕົກລົງຢຸດຍິງ ເລີ້ມມີ ຜົນບັງຄັບໃຊ້ແລ້ວ ໃນຢູເຄຣນ


ປະທານາທິບໍດີຢູເຄຣນ ທ່ານ Petro Poroshenko ອອກຄຳສັ່ງ ໃຫ້ເລີ້ມຕົ້ນປະຕິບັດການຢຸດຍິງ ໃນທາງພາກຕາເວັນອອກ ໃນລະຫວ່າງ ກອງປະຊຸມບັນດາເຈົ້າໜ້າທີ່ປ້ອງກັນປະເທດ ໃນນະຄອນຫລວງ Kiev, ວັນທີ 15 ກຸມພາ 2015.
ປະທານາທິບໍດີຢູເຄຣນ ທ່ານ Petro Poroshenko ອອກຄຳສັ່ງ ໃຫ້ເລີ້ມຕົ້ນປະຕິບັດການຢຸດຍິງ ໃນທາງພາກຕາເວັນອອກ ໃນລະຫວ່າງ ກອງປະຊຸມບັນດາເຈົ້າໜ້າທີ່ປ້ອງກັນປະເທດ ໃນນະຄອນຫລວງ Kiev, ວັນທີ 15 ກຸມພາ 2015.

ບັນດາ​ເຈົ້າໜ້າ​ທີ່ຢູ​ເຄຣນ ກ່າວ​ວ່າ ພວກ​ກະບົດ​ນິຍົມ​ຣັດ​ເຊຍ ​
ໄດ້​ໂຈມ​ຕີ​ຈຸດ​ທີ່​ໝັ້ນຕ່າງໆ​ຂອງ​ຢູ​ເຄຣນ ດ້ວຍ​ປືນຄົກ ນັບ​ຕັ້ງ
​ແຕ່​ມີ​ການ​ເລີ້ມ​ປະຕິບັດ​ການ​ຢຸດ​ຍິງ ຢູ່​ໃນ​ພາກ​ຕາ​ເວັນ​ອອກ​
ຂອງ​ຢູເຄຣນ ​ເປັນ​ຕົ້ນ​ມາ ​ແຕ່​ຫາກ​ວ່າ ການ​ຍິງ​ປືນຄົກ​ນັ້ນ ​
ໄດ້​ຍຸດຕິ​ລົງ​ແລ້ວ ຕາມ​ເຂດ​ແນວ​ໜ້າ ສ່ວນ​ໃຫຍ່.

ຫົວໜ້າ​ໜ່ວຍ​ຮັກສາ​ຄວາມ​ປອດ​ໄພຂອງ​ຢູ​ເຄຣນ ທ່ານ Valentyn
Nalyvaichenko ກ່າວ​ວ່າ ປາກົດ​ວ່າ ພວກ​ຊົນ​ເຜົ່າ Cossacks
ຂອງຣັດ​ເຊຍ ​ເປັນ​ຜູ້​ຮັບຜິດຊອບ ​ຕໍ່​ການ​ໂຈມ​ຕີ​ດ້ວຍ​ປືນ​ຄົກ ​ໃນ
​ຂົງ​ເຂດ​ເມືອງ Luhansk ນັ້ນ. ທ່ານ​ກ່າວ​ອີກ​ວ່າ ການ​ສືບສວນ
​ສອບ​ສວນ​ ​ໄດ້​ເລີ້ມຕົ້ນ​ຂຶ້ນ​ແລ້ວ.

ຜູ້ຍິງຄົນນຶ່ງ ຍ່າງຜ່ານອາຄານຫຼັງນຶ່ງ ທີ່ຖືກທຳລາຍ ໃນເມືອງ Vuhlehirsk ໃກ້ໆກັບເມືອງ Donetsk ປະເທດຢູເຄຣນ, ວັນທີ 14 ກຸມພາ 2015.
ຜູ້ຍິງຄົນນຶ່ງ ຍ່າງຜ່ານອາຄານຫຼັງນຶ່ງ ທີ່ຖືກທຳລາຍ ໃນເມືອງ Vuhlehirsk ໃກ້ໆກັບເມືອງ Donetsk ປະເທດຢູເຄຣນ, ວັນທີ 14 ກຸມພາ 2015.

ກ່ອນ​ໜ້າ​ນີ້ ປະທານາທິບໍດີ​ຢູ​ເຄຣນ ທ່ານ Petro Poroshenko ​
ໄດ້​ອອກ​ຄຳ​ສັ່ງ​ໃຫ້​ກອງກຳລັງຂອງ​ຕົນ ​ໃຫ້ປະຕິບັດ​ຕາມ​ການ​
ຢຸດ​ຍິງ ທີ່​ໄດ້​ມີ​ກຳນົດ​ໃຊ້​ໃນ​ຕອນ​ທ່ຽງຄືນ​ວັນເສົາ​ວານ​ນີ້ ຊຶ່ງກົງ​ກັບ
​ເວລາ 22 ​ໂມງ​ ຕາມ​ເວລາສາກົນ​ ​ໃນ​ຄວາມ​ຫວັງ​ວ່າ ຈະ​ຍຸດຕິ​ການ
​ຕໍ່ສູ້​ກັນ​ຢ່າງ​ໜັກ ​ໃນ​ເຂດ​ທາງ​ພາກ​ຕາ​ເວັນ​ອອກ ​ຂອງ​ປະ​ເທດ
ລະຫວ່າງ​ກອງ​ກຳລັງ ​ຂອງ​ຢູ​ເຄຣນ ​ແລະ ພວກ​ຫົວ​ແບ່ງ​ແຍກ​ດິນ
​ແດນ​ນິຍົມ​ຣັດ​ເຊຍນັ້ນ.

​ໃນ​ຄຳປາ​ໄສຖ່າຍ​ທອດ​ສົດ​ທາງ​ໂທລະພາບ​ເມື່ອ​ຕອນ​ທ່ຽງ​ຄືນ
ທ່ານ Poroshenko ກ່າວ​ວ່າ ​ໃນ​ຖານະ​ເປັນ​ຜູ້​ບັນຊາ​ການ​
ທະຫານຂອງ​ຢູ​ເຄຣນ ທ່ານ​ຕ້ອງການ​ສັນຕິພາບ. ​ແຕ່​ທ່ານ​ຍັງ​ໄດ້​ເຕືອນພວກ​ກະບົດ
​ຫົວ​ແບ່ງ​ແຍກ​ດິນ​ແດນ ທີ່​ໜຸນ​ຫຼັງ​ໂດຍຣັດ​ເຊຍ ຕໍ່​ການ​ທັບ​ມ້າງ​ຂໍ້​ຕົກລົງຢຸດ​ຍິງນັ້ນ.​

UKRAINE CEASE FIRE VIDEO
please wait

No media source currently available

0:00 0:01:28 0:00


Ukrainian officials say pro-Russian rebels have shelled Ukrainian positions since the start of a cease-fire in east Ukraine, but that the firing has halted along most of the frontline.

The head of Ukraine's security service, Valentyn Nalyvaichenko said Russian Cossacks appeared to be responsible for a mortar shelling in the Luhansk region.He said an investigation is under way.

Valentyn Nalyvaichenko, the Head of the Security Service of Ukraine:

"And the mortar attack were committed, this crime, by the pro-Russian cossacks, and the Russian citizens cossack, currently deployed in this particular place in Ukraine."

Earlier, Ukraine's President Petro Poroshenko ordered his forces to comply with a cease-fire that went into effect at at midnight Saturday ((12:00 a.m. Sunday local time, 2200 UTC Saturday)) in hopes of ending intense fighting in the country's east between Ukrainian forces and pro-Russian separatists.

In a live midnight broadcast, Mr. Poroshenko said that as the commander of Ukraine's military forces, he wants peace.But he also warned Russian-backed separatist rebels against breaking the deal.

XS
SM
MD
LG