ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຣັດ​ເຊຍ ​ແລະ ກາ​ຕ້າ ​ເຈົ້າພາບ​ຈັດ ການ​ແ​ຂ່ງຂັນ ​ບານ​​ເຕະໂລກ ປະສົບກັບບັນຫາ ສິດທິມະນຸດ


Exploitation Rampant in FIFA Host Cities, Activists Say
please wait

No media source currently available

0:00 0:02:16 0:00

ຊົມວີດີໂອ ລາຍງານນີ້

ຣັດ​ເຊຍ ​ແລະ ກາ​ຕ້າ ທັງ​ສອງ​ປະ​ເທດ​ ທີ່​ໄດ້​ຖືກ​ເລືອກ ​ໃຫ້
ເປັນ​ເຈົ້າພາບ​ຈັດການ​ແ​ຂ່ງຂັນ​ບານເຕະໂລກ ຂອງ​ສະຫະ​ພັນ
​ບານ​ໂລກ ຫຼື FIFA World Cup ທັ​ງ 2 ຄັ້ງຕໍ່​ໄປ ຕາມ​ລຳດັບ
ຊຶ່ງຍັງ​ມີ​ບັນຫາ​ເລື້ອງ​ສິດທິ​ມະນຸດ ທີ່​ຕ້ອງ​ໄດ້​ນຳ​ມາ​ແກ້​ໄຂ. ​
ໃນ​ສອງ​ປະ​ເທດ​ດັ່ງກ່າວ ບັນດາ​ນັກ​ເຄື່ອນ​ໄຫວ ​ໄດ້​ອ້າງອິງ​ເຖິງ
ການ​ເອົາ​ລັດ​ເອົາ​ປຽບ ​ແລະ ການ​ບໍ່​ເອົາ​ໃຈ​ໃສ່ ​ຕໍ່​ການ​ປົກ​ປ້ອງ
ແຮງ​ງານ ​ຊຶ່ງໃນ​ບາງກໍລະນີ​ ໄດ້​ນຳ​ໄປ​ສູ່​ການ​ເສຍ​ຊີວິດ ທີ່ລວມ
​ໄປ​ເຖິງ​ການ​ໃຊ້​ແຮງ​ງານ ​ໃນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​
ສະໜາມ​ກິລາ​ບານເຕະ ​ແລະ ສະຖານ​ທີ່​ຕ່າງໆ ທີ່ໃຊ້ເຂົ້າໃນ
ການແຂ່ງຂັນດັ່ງກ່າວນັ້ນ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Ramon Taylor
ລາຍ​ງານ ຊຶ່ງ​ໄຊຈະ​ເລີ​ນສຸກ ຈະ​ນຳ​ມາສະ​ເໜີທ່ານ ​ໃນ​ອັນ​ດັບ
​ຕໍ່​ໄປ.

ເມື່ອເດືອນພຶດສະພາ ຜ່ານ​ມາ ອົງການ​ຂ່າວ BBC ​ໄດ້​ບັນທຶກ ການ​ຈັບ​ກຸມ ​ແລະ ກັກຂັງ​ພະນັກງານ​ຂອງ​ຕົນ ​ໃນ​ເວລາ​ພວກເຂົາ​ເຈົ້າກຳລັງ​ພະຍາຍາມຖ່າຍ​ທຳສະພາບ​ຄວາມເປັນ
​ຢູ່​ຂອງ​ບັນດາແຮງ​ງານ​ຕ່າງ​ຊາດ ຢູ່ທີ່ນະຄອນຫຼວງ Doha ໃນການກະກຽມ ສຳຫລັບ
ການແຂ່ງຂັນບານເຕະໂລກ ໃນປີ 2022. ອຸປະກອນຕ່າງໆ ທີ່ໃຊ້ໃນການຖ່າຍທຳໄດ້ຖືກ
ຍຶດເອົາໄວ້ ແລະ ບໍ່ໄດ້ສົ່ງຄືນເລີຍ.

ໃນການສືບສວນສອບສວນ ໂດຍໜັງສືພິມອັງກິດ The Guardian ຂອງ​ອັງກິດ ລາຍ
ງານ​ເວົ້າວ່າ ຊາວແຮງງານເນປານ ທີ່ພົວພັນກັບ ການກໍ່ສ້າງສະໜາມແຂ່ງຂັນບານເຕະ ໂລກ ໄດ້ເສຍຊີວິດ ໃນອັດຕາ 1 ຄົນ ຕໍ່ທຸກ 2 ມື້ ເມື່ອປີ 2014 ຊຶ່ງຕົວເລກອັນນີ້ ລັດຖະ- ມົນຕີ ແຮງງານຂອງກາຕ້າ ໄດ້ປະຕິເສດ ວ່າ ບໍ່ແມ່ນຄວາມຈິງ. ກຸ່ມປົກປ້ອງສິດທິມະນຸດ
ກ່າວວ່າ ບັນດານາຍຈ້າງ ໄດ້ວາງຍຸດທະວິທີ ການຂົ່ມຂູ່ຕ່າງໆນາໆ ລວມທັງການຍຶດ
ໜັງສືເດີນທາງ ຂອງພວກແຮງງານຕ່າງຊາດໄວ້.

ທ່ານນາງ Jane Buchanan ຈາກກຸ່ມປົກປ້ອງສິດທິມະນຸດ ເວົ້າວ່າ “ພວກເຂົາເຈົ້າ ມີ​ສະຖານະ​ພາບ​ທີ່​ອ່ອນໄຫວ​ທີ່​ສຸດ ຍ້ອນ​ສອງ​ເຫດຜົນ ຄືການ​ບໍ່​ເອົາ​ໃຈໃສ່ ຕໍ່ ​ ການ​ປົກ​ປ້ອງ​ແຮງ​ງານຂັ້ນພື້ນຖານ​ຂອງ​ລັດຖະບານ ​ແລະ ການ​ກະທຳ​ຂອງ​ບັນດາ​ນາຍ​ຈ້າງ ຜູ້​ທີ່​ປະຕິບັດ​ດ້ວຍ​ຄວາມ​ບໍ່​ຢ້ານ​ກົວ​ ວ່າຈະ​ໄດ້​ຮັບ​ໂທດ ​ໃນ​ສະພາບ​ການ​ທີ່​ກ່າວ​ນັ້ນ.”

ທ່ານ Jeff Thinnes ທີ່​ປຶກສາ ດ້ານຈັນ​ຍາ​ບັນ ​ແລະ ການ​ປະຕິບັດ ກ່າວ​ວ່າ ພວກ​ແຮງ​ງານ​ຕ່າງ​ຊາດ​ເຫຼົ່ານີ້ ສ່ວນຫຼາຍ​ແມ່ນ​ມາ​ຈາກ ​ເນ​ປາລ, ບັງ​ກລາແດັ​ສ, ອິນ​ເດຍ, ປາ​ກິ​ສຖານ ​ແລະ ສຣີລັງກາ ຊຶ່ງສາມາດ​ອະທິບາຍໄດ້ພຽງ​ຢ່າງ​ດຽວ​ວ່າ ​ເປັນແຮງ​ງານ​ຂ້າ​ທາດ.

ທ່ານ Thinnes ​ເວົ້າວ່າ “ຂ້າພະ​ເຈົ້າຄິດ​ວ່າ ​ໃນ​ເມື່ອ ສັດຕະວັດ​ໃໝ່ ​ຮັບ​ຮູ້ ​ໃນ​ເມື່ອ
ທ່ານ​ເຫັນ ​ເລື້ອງ​ນີ້​ໃນ​ສື່​ສັງຄົມ ຫຼາຍຂຶ້ນ ມັນ​ກໍ​ຈະ​ກົດ​ດັນ​ ໃຫ້​ບັນດາ​ຜູ້​ມີ​ສ່ວນ​ກ່ຽວ
ຂ້ອງອື່ນໆ ລວມທັງ ບັນດາ​ບໍລິສັດທີ່​ໃຫ້ການອຸປະຖຳ ຜູ້​ທີ່​ເອົາ​ຊື່​ ​ແລະ ສຽງ ​ຂອງ​
ພວກ​ຕົນ​ເຂົ້າ​ໄປ​ໃນ​ການ​ແຂ່ງຂັນ ​ໃນ​ເວລາ​ທີ່​ພວກ​ເຂົາ ​ໃຫ້ການ​ອຸປະຖຳກິດຈະກຳ​
ຕ່າງໆ ຄື​ກັບ​ການ​ຄຸມ​ຄອງໂດຍ FIFA ນັ້ນ ທ່ານກໍ​ຈະ​ຮູ້​ດີ​ຢູ່​ແລ້ວ ທີ່​ຈະ​ຖາມ​ຕົນ​ເອງ​
ວ່າ ອັນ​ນີ້ ​ເປັນ​ສິ່ງ​ທີ່​ພວກ​ຕົນ​ຄວນ​ກະທຳຫຼືບໍ່? ອັນ​ນີ້ ​ເປັນ​ວິທີ​ທາງ​ທີ່​ດີ​ທີ່​ສຸດ ສຳ​ຫລັບ ການ​ລົງທຶນ​ຂອງ​ພວກ​ຕົນຫຼືບໍ່?”


ທ່ານ​ນາງ Buchanan ກ່າວ​ວ່າ ນອກຈາກ​ ​ຂໍ້ຜູກມັດ​ທາງ​ດ້ານ​ກົດໝາຍ ​ຕໍ່​ທັງ​ສອງ​ປະ​ເທດ ກາ​ຕ້າ ​ແລະ ຣັດ​ເຊຍ ​ແລ້ວ FIFA ຍັງ​ມີ​ຄວາມ​ຮັບຜິດຊອບ ກຳນົດ​ກົດ​ລະບຽບ​ ​ແລະ
ຄວາມຄາດ​ຫວັງຕ່າງໆ ​ເພື່ອ​ປົກ​ປ້ອງ​ແຮງ​ງານ​ຕ່າງ​ຊາດ ​ແລະ ຫລີກ​ເວັ້ນ ການ​ຊ້ຳຮອຍ
ຄວາມ​ຜິດ​ພາດທີ່​ຜ່ານ​ມາ.

ທ່ານ​ນາງ Buchanan ​ເວົ້າວ່າ “ອັນ​ທີ່​ພວກ​ເຮົາ​ໄດ້​ເຫັນ ຢູ່​ໃນ ມະຫາ​ກຳ ກິລາ​ໂອ​ລິ​ມ
ປິກ ລະ​ດູ​ໜາວ ທີ່​ນະຄອນ Sochi ຊຶ່ງ​ເປັນ​ການ​ເອົາ​ລັດ​ເອົາ​ປຽບ ຕໍ່​ແຮງ​ງານ​ຕ່າງ​
ຊາດ ທີ່​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ​ແລະ ສະຖານ​ທີ່​ ທີ່ໃຊ້ເຂົ້າໃນການແຂ່ງຂັນຕ່າງໆ,
ການ​ບໍ່​ເອົາ​ໃຈ​ໃສ່​ຢ່າງ​ແທ້​ຈິງ ​ໃນ​ພາກ​ສ່ວນ​ຂອງ​ລັດຖະບານຣັດ​ເຊຍ ຈົນ​ເຖິງ​ນາທີ​
ສຸດ​ທ້າຍ​ຂອງ​ການ​ກວດກາ ​ແລະ ບໍ່​ໄດ້​ເອົາບັນດາ​ນາຍ​ຈ້າງ ມາ​ຮັບຜິດຊອບ​ຕໍ່​ການ​
ລະ​ເມີດ ດັ່ງນັ້ນ ຂ້າພະ​ເຈົ້າຈຶ່ງຄິດ​ວ່າ ມັນ​ໄດ້​ສົ່ງ​ສັນຍານ ຢ່າງແຂງ​ແຮງ​ວ່າ ການ​ກະ
ທຳ​ຕ່າງໆ​ເຫຼົ່ານັ້ນ ໂດຍ​ປົກກະຕິ​ແລ້ວ ແມ່ນທົນຮັບ​ເອົາ​ໄດ້.”

ບັນດາ​ຜູ້​ແທນ​ຂອງຣັດ​ເຊຍ ​ໄດ້​ນຳສະ​ເໜີ ການ​ເກນເອົາ​ພວກ​ນັກ​ໂທດ ​ໄປເຮັດ​ວຽກ​ກໍ່ສ້າງ
ສະຖານ​ທີ່​ຕ່າງໆ ​ໃນ​ການເປັນ​ເຈົ້າພາບ​ຈັດ ການ​ແຂ່ງຂັນ​ບານ​ເຕະ​ໂລກ ​ຂອງ​ຕົນ​ໃນປີ
2018, ທ່ານ​ນາງ Buchanan ​ກ່າວວ່າ ການ​ເຄື່ອນ​ໄຫວ​ນີ້ ອາດຈະ​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ
ຕົກ​ຢູ່​ໃນ​ສະພາບສ່ຽງຫຼາຍ ຕໍ່ການ​ບັງ​ຂັບ​ໃຫ້​ອອກ​ແຮງ​ງານ. ທ່ານ​ນາງ ກ່າວ​ອີກ​ວ່າ
ລັດຖະບານຣັດ​ເຊຍ ມີ​ກົດໝາຍ​ປົກ​ປ້ອງ​ແຮງ​ງານ ທີ່​ອ່ອນ​ແອ​ຢູ່​ແລ້ວ ສຳ​ຫລັບ​ບັນດາ​ພວກ​
ແຮງ​ງານ​ ທີ່ກ່ຽວ​ຂ້ອງ​ກັບ​ການ​ກະກຽມ ການ​ແຂ່ງຂັນ​ບານ​ເຕະ​ໂລກ ຫຼື World Cup ນັ້ນ.

Russia and Qatar, the selected countries to host the next two FIFA World Cups, have human rights issues to address.In both countries, activists cite exploitation and disregard for labor protections—-in some cases leading to death—-among laborers tasked with building football infrastructure and venues.VOA's Ramon Taylor reports.

In May, the BBC documented the arrest and jailing of its crew, when it attempted to film the living conditions of poor migrant workers in Doha, in preparation for the 2022 World Cup.Their equipment was confiscated, and never returned.

An investigation by The Guardian said Nepalese migrants, in connection with World Cup stadium construction, died at a rate of one every two days in 2014; a figure which Qatar's Labor Ministry refutes.Human Rights Watch says many employers impose intimidation tactics, including confiscation of migrants' passports.

(JANE BUCHANAN, HUMAN RIGHTS WATCH)
"They are extremely vulnerable, both because of the government's disregard for basic labor protections and the conduct of employers who act with impunity in that kind of environment."

Jeff Thinnes, a consultant on ethics and compliance, says these migrants—-many of whom come from Nepal, Bangladesh, India, Pakistan, and Sri Lanka—-can only be described as slave laborers.

(JEFF THINNES, CEO & FOUNDER, JTI, INC.)
"I think once the millennials get a hold of this, once you see more traffic on social media, it's going to force the other stakeholders, including the corporate sponsors who put their names and their reputations into play when they sponsor activities like those managed by FIFA, you know, to ask themselves, Is this what we should be doing?Is this the best way for us to invest?'"

Jane Buchanan says that in addition to legal obligations by both Qatar and Russia, FIFA has a responsibility to set rules and expectations to protect workers, and avoid a repeat of past mistakes.

(JANE BUCHANAN, HUMAN RIGHTS WATCH)
"What we saw with the Sochi Winter Olympics was ramped on exploitation of migrant workers building the infrastructure and venues, real disregard on the part of the Russian government until the very last minute to inspect and hold employers accountable for those abuses so I think that sends a pretty strong signal that those kinds of practices are basically tolerated."

Russian lawmakers have proposed enlisting prisoners to work on its 2018 FIFA construction sites, a move Buchanan says would place them at extreme risk of forced labor.She says the Russian government has already weakened labor protections for workers engaged in World Cup preparations.

XS
SM
MD
LG