ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ​ະ​ນາ​ຄານ​ກາງ ສະ​ຫະ​ລັດ ຕັດ​ອັດ​ຕາ​ດອກ​ເບ້ຍ ເພື່ອ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ ຂອງ​ຕະຫຼາດ


ປະ​ທານ​ທະ​ນາ​ຄານ​ກາງ ທ່ານ ເຈ​ໂຣມ ພາວ​ແວ​ລ ຢຸດ​ເວົ້າ​ໃນ​ລະ​ຫວ່າງ​ການ​ກ່າວ​ຄຳ​ປາ​ໄສ​ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ. 29 ມັງ​ກອນ, 2020. (AP Photo/Manuel Balce Ceneta)
ປະ​ທານ​ທະ​ນາ​ຄານ​ກາງ ທ່ານ ເຈ​ໂຣມ ພາວ​ແວ​ລ ຢຸດ​ເວົ້າ​ໃນ​ລະ​ຫວ່າງ​ການ​ກ່າວ​ຄຳ​ປາ​ໄສ​ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ. 29 ມັງ​ກອນ, 2020. (AP Photo/Manuel Balce Ceneta)

ທະ​ນາ​ຄານ​ກາງ​ໃນ​ວັນ​ອາ​ທິດ​ວານນີ້ ໄດ້​ຕັດ​ອັດ​ຕາ​ດອກ​ເບ້ຍ​ຂອງ​ເຂົາ​ເຈົ້າ​ລົງ​ເກືອບ 0 ເປີ​ເຊັນ ເພື່ອ​ຊ່ວຍ​ຮັກ​ສາ​ເສດ​ຖະ​ກິດໃຫ້ຄົງ​ຕົວ​ຢູ່​ ໃນ​ລະ​ຫວ່າງວິ​ກິດ​ການ​ໄວ​ຣັ​ສ​ໂຄ​ໂຣ​ນານີ້.

ປະ​ທານ​ທະ​ນາ​ຄານ​ກາງ ສະ​ຫະ​ລັດ ທ່ານ ເຈ​ໂຣມ ພາວ​ແວ​ລ ໄດ້​ປະ​ກາດ​ການ​ຕັດອັດ​ຕາ​ດອກ​ເບ້ຍ​ນຶ່ງ​ເປີ​ເຊັນ​ໃນ​ວັນ​ອາ​ທິດ​ວານນີ້ ເຊິ່ງ​ແມ່ນ​ການ​ຕັດ​ອັດ​ຕາ​ດອກ​ເບ້ຍ​ທີ່ຫຼາຍ​ທີ່​ສຸດ ​ນັບ​ຕັ້ງ​ແຕ່​ວິ​ກິດ​ການ​ດ້ານ​ການ​ເງິນ​ໃນ​ປີ 2008.

ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ທີ່​ຖືກ​ເປີ​ດ​ເຜີຍ​ໃນ​ວັນ​ອາ​ທິດ​ວານນີ້, ທະ​ນາ​ຄານ​ກາງ​ໄດ້​ເວົ້າ​ວ່າ ມັນ​ແມ່ນ​ສ່ວນ​ນຶ່ງ​ຂອງ​ການ​ດຳ​ເນີນ​ການ​ປະ​ສານ​ງານ​ກັນ​ ທີ່​ຖືກ​ປະ​ກາດ​ໃນ​ວັນ​ອາ​ທິດ​ວານນີ້ ​ໃນ​ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ອັງ​ກິດ, ຍີ່​ປຸ່ນ, ເຂດສະ​ກຸນ​ເງິນ​ຢູ​ໂຣ, ກາ​ນາ​ດາ ແລະ ສວິດ​ເຊີ​ແລນ.

ການ​ປະ​ກາດ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ, ທະ​ນາ​ຄານ​ກາງ​ໄດ້​ເວົ້າ​ວ່າ “ການ​ລະ​ບາດ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ຊຸມ​ຊົນ​ຕ່າງໆ ແລະ ໄດ້​ກໍ່​ກວນ​ກິດ​ຈະ​ກຳ​ດ້ານ​ເສດ​ຖະ​ກິດ​ໃນຫຼາຍ​ປະ​ເທດ.”

ປະ​ທານ​ທະ​ນາ​ຄານ​ກາງ ທ່ານ ເຈ​ໂຣມ ພາວ​ແວ​ລ ໄດ້​ກ່າວ​ວ່າ ມາດ​ຕະ​ການ​ຕ່າງໆ​ນັ້ນ​ແມ່ນ​ມີ​ຈຸດ​ປະ​ສົງ​ທີ່​ຈະ​ຮັກ​ສາ​ຕະຫຼາດ​ດ້ານ​ການ​ເງິນ​ທີ່​ສຳ​ຄັນ​ໃຫ້​ຄົງ​ຕົວ​ຢູ່​ຄື​ເກົ່າ. ທ່ານ​ໄດ້​ເວົ້າ​ວ່າ ການ​ໃຊ້ມາດ​ຕະ​ການ​ອື່ນໆ​ແມ່ນ​ຈຳ​ເປັນເພື່ອ​ຊ່ວຍ​ທຸ​ລະ​ກິດ​ຂະ​ໜາດ​ນ້ອຍ ແລະ ຄອບ​ຄົວ​ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ການ​ລະ​ບາດ​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ.

ທະ​ນາ​ຄານ​ກາງ​ຍັງ​ໄດ້​ກ່າວ​ວ່າ ເຂົາ​ເຈົ້າ​ຈະ​ຊື້ຮຸ້ນລັດ​ຖະ​ບານເພີ່ມ​ເຕີມ ທີ່​ຜູ້​ຂາຍຮຸ້ນ ໄດ້​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ຂ​າຍ​ຢູ່​ຕະຫຼາດຫຼັກ​ຮຸ້ນ.

​ຕະຫຼາດ​ຮຸ້ນ​ໄດ້​ມີ​ລາ​ຄາ​ຕົກ​ຕ່ຳ​ໃນ​ສອງ​ສາມ​ວັນ​ທີ່​ຜ່ານ​ມາ ທ່າມ​ກາງ​ຄວາມ​ຢ້ານ​ກົວ​ວ່າ ການບໍ່​ເຄື່ອນ​ເໜັງ​ຂອງ​ເສດ​ຖະ​ກິດ​ ຈະ​ກວາດ​ລ້າງ​ຜົນ​ກຳ​ໄລ​ຂອງ​ບໍ​ລິ​ສັດ ແລະ ກໍ່​ໃຫ້​ເກີດ​ພາ​ວະ​ເສດ​ຖະ​ກິດ​ຕົກ​ຕ່ຳ​ທົ່ວ​ໂລກ.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ຍົກ​ຍ້ອງ​ການ​ປະ​ກາດ​ດັ່ງ​ກ່າວ​ວ່າ “​ເປັນຂ່າວ​ທີ່​ດີ​ຫຼາຍ” ສຳ​ລັບ​ປະ​ເທດ, ໂດຍ​ເວົ້າ​ວ່າ ການ​ກະ​ທຳ​ຂອງ​ທະ​ນາ​ຄານ​ກາງ “ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ດີ​ໃຈຫຼາຍ.”

ທ່ານ​ໄດ້​ຮຽກ​ຮ້ອງ​ລັດ​ຖະ​ບານ​ກາງ​ຢ່າງ​ຊ້ຳ​ແລ້ວ​ຊ້ຳ​ອີກ “ໃຫ້ລົງ​ມື​ດຳ​ເນີນ​ການ ແລະ ເຮັດ​ສິ່ງ​ທີ່​ເຂົາ​ເຈົ້າ​ຄວນ​ເຮັດ,” ໂດຍ​ຮຽກ​ຮ້ອງວ່າ ອັດ​ຕ​າເກນ​ມາດ​ຕະ​ຖານ​ຂອງ ສະ​ຫະ​ລັດ ຄວນ​ຕ່ຳເທົ່າ​ກັບ ຢູ​ໂຣບ ແລະ ຍີ່​ປຸ່ນ. ທ່ານ ທ​ຣຳ ຍັງ​ໄດ້​ໃຫ້​ສັນ​ຍານ​ວ່າ​ທ່ານ​ອາດ​ປົດ​ທ່ານ ພາວ​ແວ​ລ ອອກ​ຈາກ​ຕຳ​ແໜ່ງ, ຜູ້​ທີ່​ທ່ານ​ໄດ້​ເປັນ​ປະ​ທານ​ທະ​ນາ​ຄານ​ກາງ ສະ​ຫະ​ລັດ.

ທ່ານ ພາວ​ແວ​ລ ໄດ້​ກ່າວ​ວ່າ ອັດ​ຕາ​ດອກ​ເບ້ຍ​ຕ່າງໆ​ຈະ​ຢູ່​ທີ່​ອັດ​ຕານງ​ເກືອບ 0 ເປີ​ເຊັນຈົນ​ກວ່າ​ທະ​ນາ​ຄານ​ຈະ​ໝັ້ນ​ໃຈ​ວ່າ ເສດ​ຖະ​ກິດໄດ້​ລອດ​ພົ້ນ​ຈາກ​ເຫດ​ການ​ໃນ​ປັດ​ຈຸ​ບັນ​ນີ້.

ອັດ​ຕາ​ດອກ​ເບ້ຍ​ທີ່​ຕ່ຳ​ທີ່​ສຸດ ຫຼື ເປັນ​ແງ່​ລົບ​ນັ້ນ ​ປົກ​ກະ​ຕິ​ແລ້ວ​ຈະ​ເປັນ​ສັນ​ຍານ​ຂອງ​ຄວາມ​ລຳ​ບາກ​ທາງ​ເສດ​ຖ​ກິດ.

XS
SM
MD
LG