ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະ​ຫະ​ລັດ ຕັ້ງ​ຂໍ້​ກ່າ​ວ​ຫາ ​ ຕໍ່ບ​ໍ​ລິ​ສັດ ເທັກ​ໂນ​ໂລ​ຈີ ຫົວ​ເຫວີຍ ຂອງ​ຈີນ


ລັດ​ຖະ​ມົນ​ຕີວ່າ​ການກະ​ຊວງ​ຍຸ​ຕິ​ທຳ ທ່ານ ແມັດ​ທິວ ວິດ​ເທັກ​ເກີ, ລັດ​ຖະ​ມົນ​ຕີ​ການ​ຄ້າທ່ານ ວິລ​ເບີ ຣອ​ສ, ຊ້າຍ, ລັດ​ຖະ​ມົນ​ຕີ​ຮັກ​ສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດທ່ານ​ນາງ ເຄີ​ສ​ເຈັນ ນຽ​ລ​ເຊັນ ແລະອຳ​ນວຍ​ການ​ອົງ​ການ FBI ທ່ານ ຄ​ຣິ​ສ​ໂຕ​ເຟີ ເວ​ຣ ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ທີ່​ກະ​ຊວງ​ຍຸ​ຕິ​​ທຳ.
ລັດ​ຖະ​ມົນ​ຕີວ່າ​ການກະ​ຊວງ​ຍຸ​ຕິ​ທຳ ທ່ານ ແມັດ​ທິວ ວິດ​ເທັກ​ເກີ, ລັດ​ຖະ​ມົນ​ຕີ​ການ​ຄ້າທ່ານ ວິລ​ເບີ ຣອ​ສ, ຊ້າຍ, ລັດ​ຖະ​ມົນ​ຕີ​ຮັກ​ສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດທ່ານ​ນາງ ເຄີ​ສ​ເຈັນ ນຽ​ລ​ເຊັນ ແລະອຳ​ນວຍ​ການ​ອົງ​ການ FBI ທ່ານ ຄ​ຣິ​ສ​ໂຕ​ເຟີ ເວ​ຣ ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ທີ່​ກະ​ຊວງ​ຍຸ​ຕິ​​ທຳ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ອະວຸ​ໂສ ສະ​ຫະ​ລັດ ແລະ ຜູ້​ຊ່ຽວ​ຊານ​ເວົ້າ​ວ່າ ສະ​ຫະ​ລັດ ຕ້ອງ​ປຸກ​ລະ
ດົມພັນທະມິດຂອງເຂົາເຈົ້າໃຫ້ກົດດັນ ຈີນ ທີ່ລັກເອົາເທັກໂນໂລຈີທີ່ມີຄວາມກ້າວໜ້າ
ຜ່ານການສອດແນມທາງອິນເຕີແນັດ. ໃນເວລາດຽວກັນ, ບັນດາສະມາຊິກສະພາ
ອາເມຣິກັນ ທີ່ສຳຄັນຫຼາຍຄົນ ກໍໄດ້ພາກັນສົງໄສ ກ່ຽວກັບ ຄວາມພ້ອມ ແລະ ຄວາມ
ສາມາດຂອງ ສະຫະລັດ ທີ່ຈະຕອບໂຕ້ຕໍ່ໄພຂົ່ມຂູ່ດັ່ງກ່າວນັ້ນ.

ການ​ຜັກ​ດັນ​ຄັ້ງ​ໃໝ່​ໄດ້​ມີ​ຂຶ້ນຫຼັງ​ຈາກ ບັນ​ດາ​ໄອ​ຍະ​ການ ລັດ​ຖະ​ບານ​ກາງ ສະ​ຫະ​ລັດ
ໄດ້ຕັ້ງຂໍ້ກ່າວຫາທາງອາຍາ ຕໍ່ບໍລິສັດ ຫົວເຫວີຍ ເທັກໂນໂລຈີຂອງ ຈີນ, ເຊິ່ງແມ່ນບໍ
ລິສັດໂທລະຄົມມະນາຄົມທີ່ໃຫຍ່ທີ່ສຸດຂອງໂລກ, ຫົວໜ້າເຈົ້າໜ້າທີ່ການເງິນຂອງ
ເຂົາເຈົ້າ ແລະ ຜູ້ຊ່ວຍເຫຼືອຫຼາຍຄົນ ສຳລັບການກ່າວຫາສໍ້ໂກງດ້ານການເງິນ ແລະ
ລັກຊັບສິນທາງປັນຍາ ສະຫະລັດ.

ບໍ​ລິ​ສັດ ຫົວ​ເຫວີຍ ໄດ້​ປະ​ຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາ​ຕ່າງໆ. ປັກ​ກິ່ງ ໄດ້​ປະ​ຕິ​ເສດ​ການ​ມີ​ສ່ວນ
ຮ່ວມຂອງລັດຖະບານເຂົາເຈົ້າ ແລະ ກອງທັບໃນການສອດແນມທາງອິນເຕີແນັດ,
ໂດຍເວົ້າວ່າ ການກ່າວຫາຕ່າງໆຂອງ ສະຫະລັດ ແມ່ນປັ້ນແຕ່ງຂຶ້ນມາເອງ.

ທ່ານ ຮູ ຊິງ​ດູ, ນັກ​ວິ​ຊາ​ການ​ທີ່​ອາ​ໄສ​ຢູ່ ປັກ​ກິ່ງ ໄດ້​ກ່າວ​ວ່າ “ກໍ​ລະ​ນີ​ບໍ​ລິ​ສັດ ຫົວ​ເຫວີຍ
ເບິ່ງຄືວ່າຈະເປັນການກະທຳຕໍ່ບໍລິສັດສະເພາະໃດນຶ່ງ, ແຕ່ແທ້ຈິງແລ້ວມັນໃຫຍ່ກວ່າ
ນີ້. ນີ້ແມ່ນ ກ່ຽວກັບ ສົງຄາມເທັກໂນໂລຈີຂອງລັດນຶ່ງ ຕໍ່ກັບອີກລັດນຶ່ງ, ກ່ຽວກັບ ຜູ້
ໃດຈະຄອບຄອງຕຳແໜ່ງເທັກໂນໂລຈີໃນອະນາຄົດ.”

ແນວ​ໃດ​ກໍ​ຕາມ, ລັດ​ຖະ​ບານ​ທ່ານ ທ​ຣຳ ໄດ້​ກ່າວ​ວ່າ ວໍ​ຊິງ​ຕັນ ມີ​ຄວາມ​ເປັນ​ຫ່ວງ​ຢ່າງ​
ຍິ່ງ ກ່ຽວກັບ ຄວາມເປັນໄປໄດ້ຂອງ ປັກກິ່ງ ໃນການໃຊ້ບໍລິສັດ ເທັກໂນໂລຈີ ເພື່ອ
ສອດແນມ ສະຫະລັດ ແລະ ພັນທະມິດຂອງເຂົາເຈົ້າ.

ຜູ້​ອຳ​ນວຍ​ການ ອົງ​ການ​ສືບ​ລັບ​ແຫ່ງ​ຊາດ ທ່ານ ແດນ ໂຄດ​ສ໌ ໄດ້​ກ່າວ​ຕໍ່​ບັນ​ດາ​ສະ​
ມາຊິກສະພາໃນການໃຫ້ປາກຄຳ ຕໍ່ຄະນະກຳມະການສືບລັບຂອງສະພາສູງ ໃນ​ວັນ
ອັງຄານວານນີ້ວ່າ “ການສະແຫວງຫາຊັບສິນທາງປັນຍາ, ການຄົ້ນຄວ້າທີ່ລະອຽດ
ອ່ອນ ແລະ ແຜນການພັດທະນາ ແລະ ຂໍ້ມູນຂອງຄົນ ໃນ ສະຫະລັດ ໂດຍຈີນ ນັ້ນ
ຍັງຄົງເປັນໄພຂົ່ມຂູ່ທີ່ໃຫຍ່ຕໍ່ລັດຖະບານ ສະຫະລັດ ແລະ ພາກເອກະຊົນ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ຄົນ​ອື່ນໆ, ລວມ​ທັງ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ຕ່າງ​ປະ​ເທດ ​
ຮັບຜິດຊອບດ້ານຄວາມປອດໄພສາກົນ ແລະ ປ້ອງກັນການເຜີຍແຜ່ອາວຸດທຳລາຍ

ລ້າງ ທ່ານ ຄຣິສໂຕເຟີ ຝອດ, ໄດ້ສະໜັບສະໜູນການຕັ້ງພັນທະມິດທົ່ວໂລກ ເພື່ອ
ຕໍ່ຕ້ານໄພຂົ່ມຂູ່ ໃນການໂອນເທັກໂນໂລຈີຂອງ ຈີນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG