ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ພິ​ພາກ​ສາ ສ​ຫລ​ ຈະພິ​ຈາ​ລະ​ນາວ່າ ຈະໃຫ້ ນັກ​ຂ່າວຊີ​ແອນ​ແອນ ເຂົ້າ​ໄປ​ໃນ ​ທຳ​ນຽບຂາວ ໄດ້​ ຫລື ບໍ່


ທ່ານ​ຈີມ ອາ​ໂກ​ສ​ຕາ​ຈາກ​ອົງ​ການ​ຂ່າວ CNN ກຳ​ລັງ​ຢູ່ໃນສານເພື່ອ ເຂົ້າ​ຮ່ວມ​ການ ຮັບ​ຟັງ​ຄຳ​ໃຫ້​ການ​ເລື້ອງ​ຟ້ອງ​ຮ້ອງ ຕໍ່ ປ. ທ​ຣຳ ​ຢູ່​ນະ​ຄອນ​ວໍ​ຊິງ​ຕັນ ໃນ​ວັນ​ທີ 14 ພະ​ຈິກ, 2018 ເພື່ອ​
ທ່ານ​ຈີມ ອາ​ໂກ​ສ​ຕາ​ຈາກ​ອົງ​ການ​ຂ່າວ CNN ກຳ​ລັງ​ຢູ່ໃນສານເພື່ອ ເຂົ້າ​ຮ່ວມ​ການ ຮັບ​ຟັງ​ຄຳ​ໃຫ້​ການ​ເລື້ອງ​ຟ້ອງ​ຮ້ອງ ຕໍ່ ປ. ທ​ຣຳ ​ຢູ່​ນະ​ຄອນ​ວໍ​ຊິງ​ຕັນ ໃນ​ວັນ​ທີ 14 ພະ​ຈິກ, 2018 ເພື່ອ​

​ຜູ້​ພິ​ພາກ​ສາ​ລັດ​ຖະ​ບານກ​າງສະ​ຫະ​ລັດເວົ້າ​ວ່າ ໃນ​ຕອນ​ບ່າຍ​ຂອງວັນ​ພະ​ຫັດ​ມື້ນີ້ ທ່ານ​
ຈະ​ປະ​ກາດ​ວ່າທຳ​ນຽບ​ຂາວ ຈະ​ຕ້ອງ​ອະ​ນຸ​ຍາດໃຫ້ ທ່ານ​ຈີມ ອາ​ໂກ​ສ​ຕາ​ (Jim Acosta)
ຈາກ​ອົງ​ການ​ຂ່າວ CNN ເຂົ້າ​ໄປ​ໃນ​ເຂດ​ທຳ​ນຽບ ​ຂອງ​ປະ​ທາ ນ​າ​ທິ​ບໍ​ດີຢ່າງ​ໜ້ອຍ​ເປັນ
ການ​ຊົ່ວ​ຄາວ ເພື່ອ​ໃຫ້​ນັກ​ຂ່າວ​ດັ່ງ​ກ່າວສາ​ມາດ​ເຮັດ​ໜ້າ​ທີ່​ຂອງ​ຜູ້​ກ່ຽວ​ໄດ້ນັ້ນ ຫລືບໍ່.

ທ່ານທີມ​ໂມ​ທີ ແຄ​ລ​ລີ ຜູ້​ພິ​ພາກ​ສາ ປະ​ຈຳ​ເຂດ​ຂອງ​ສະ​ຫະ​ລັດ ກ່າວ​ຕໍ່​ພວກນັກ​ຂ່າວ​ວ່າ
ທ່ານ​ຢາກໄປ​ນອນ​ຄົ້ນ​ຄິດ​ກ່ຽວ​ກັບ​ການ​ຕັດ​ສິນ​ເລື້ອງນີ້ໃນ​ຕອນ​ກາງ​ຄືນ​ ສາ​ກ່ອນ ແລະ​
ຈະອອກ​ຄຳ​ຕັດ​ສິນ​ກ່ຽວ​ກັບ​ຄຳ​ຮ້ອງ​ຂອງອົງ​ການ​ຂ່າວ CNN ໃນ​ການ​ອອກ​ຄຳ​ສັ່ງ​ເພື່ອ
ໃຫ້ມີ​ສິດເຂົ້າ​ໄປ​ທຳ​ນຽບ​ຂາວ​ຊົ່ວ​ຄາວ ໃນ​ເວ​ລາ 15 ໂມງ ຕາມ​ເວ​ລາ​ໃນ​ທ້ອງ​ຖິ່ນ ຊຶ່ງ​
ກົງ​ກັບ​ເວ​ລາ 20:00 ໂມງ​ຕາມ​ເວ​ລາ​ສາ​ກົນ ມື້ນີ້.

ທະ​ນາຍ​ຄວາມ​ຂອງ​ອົງ​ການ​ຂ່າວ CNN, ທ່ານ ເທັດ ບາວ​ທ​ຣັ​ສ (Ted Boutrous)
ກ່າວ​ຕໍ່​ທ່ານແຄ​ລ​ລີ​ວ່າ ມັນ​ມີ​ຫລາຍວິ​ທີ​ຢູ່ ທີ່​ທຳ​ນຽບ​ຂາວຈະ​ດັດ​ປັບ​ໃຫ້​ເໝາະ​ສົມເພື່ອ
​ຮັບ​ມື​ກັບ​ທ່ານອາ​ໂກ​ສ​ຕາໄດ້ ເຊັ່ນບໍ່​ເອີ້ນຊື່​ລາວເພື່ອໃຫ້​ລາວ​ມີ​ໂອ​ກາດຖາມ ໃນ​ເວ​ລາ
ຢູ່​ກອງ​ປະ​ຊຸມ​ນັກ​ຂ່າວ​ຕ່າງໆ. ທະ​ນາຍ​ຄວາມ​ທ່ານນີ້ຍັງກ່າວ​ເພີ້ມອີກ​ວ່າ "ຮູ້​ທ່ານ​ປະ​
ທາ​ນາ​ທິ​ບໍ​ດີ ດີ​ຢູ່​ແລ້ວ, ທ່ານ​ອາດ​ຈະ​ເອີ້ນ​ຊື່​ຂອງຈີມ ອາ​ໂກ​ສ​ຕາ ໃນ​ມື້ທຳ​ອິດ​ທີ່​ລາວ
​ໄດ້​ຮັບ​ບັດ​ຜ່ານ​ປະ​ຕູ​ເຂົ້າ​ທຳ​ນຽບ​ຂາວ​ຄືນ​ນັ້ນ​ໂລດ​."

ພວກ​ທະ​ນາຍ​ຄວາມ​ຂອງ​ລັດ​ຖະ​ບານ ໂຕ້​ຖຽງ​ວ່າການ​ປະ​ພຶດຂອງ​ທ່ານອາ​ໂກ​ສ​ຕາໄດ້​
ຂັດ​ຂວາງ​ທຳ​ນຽບ​ຂາວ ບໍ່ໃຫ້ສາ​ມາດ​ດຳ​ເນີນກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວຢ່າງ​ເປັນ​ລະ​ບຽບ​ໄດ້.

ທ່ານ​ຈີມ ອາ​ໂກ​ສ​ຕາ​ຈາກ​ອົງ​ການ​ຂ່າວ CNN ກຳ​ລັງ​ຍ່າງຜ່ານ​ປະ​ຕູ​ກວດ​ຄົນເຂົ້າ​ໄປໃນສານ​ຢູ່​ນະ​ຄອນ​ວໍ​ຊິງ​ຕັນ ໃນ​ວັນ​ທີ 14 ພະ​ຈິກ, 2018
ທ່ານ​ຈີມ ອາ​ໂກ​ສ​ຕາ​ຈາກ​ອົງ​ການ​ຂ່າວ CNN ກຳ​ລັງ​ຍ່າງຜ່ານ​ປະ​ຕູ​ກວດ​ຄົນເຂົ້າ​ໄປໃນສານ​ຢູ່​ນະ​ຄອນ​ວໍ​ຊິງ​ຕັນ ໃນ​ວັນ​ທີ 14 ພະ​ຈິກ, 2018

"​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ຂອງ​ນັກ​ຂ່າວ ທີ່​ຈະກວາມ​ເອົາກອງ​ປະ​ຊຸມ​ຖະ​ແຫລງ
ຂ່າວທັງ​ໝົດ​ຜູ້​ດຽວ ມັນບໍ່​ແມ່ນ​ການ​ສະ​ແດງຄຳ​ຄິດ​ເຫັນ" ນັ້ນ​ຄື​ຄຳ​ເວົ້າ​ຂອງຮອງລັດ​ຖະ​
ມົນ​ຕີ​ຊ່ວຍ​ວ່າ​ການກະ​ຊວງ​ຍຸ​ຕິ​ທຳ ທ່ານ ເຈມ​ສ໌ ເບີນ​ແນມ (James Burnham) ທີ່
ບອກ​ຜູ້​ພິ​ພາກ​ສາ​ວ່າ ການ​ຍຶດ​ເອົາ​ບັດເຂົ້າທຳ​ນຽບ​ຂາວຂອງທ່ານ ອາ​ໂກ​ສ​ຕາໄວ້ ບໍ່ໄດ້​
ພາໃຫ້​ເກີດ​ຄວາມ​ເສຍ​ຫາຍ ​ແກ່​ນັກ​ຂ່າວ​ຢ່າງ​ກະ​ທັນ​ຫັນ ແລະ​ ຢ່າງບໍ່​ມີ​ຄວາມ​ຮັບ​ຜິດ​
ຊອບ ທີ່​ຈະເຮັດ​ໃຫ້​ຈຳ​ເປັນ​ຕ້ອງ ໄດ້ອອກ​ຄຳ​ສັ່ງເພື່ອໃຫ້ຜູ້​ກ່ຽວ​ມີ​ສິດເຂົ້າ​ໄປໃນທີ່ນັ້ນ
​ຊົ່ວ​ຄາວໄດ້.

"ສຳ​ລັບອົງ​ການ​ຂ່າວ CNN ແລ້ວ ຂ້າ​ພະ​ເຈົ້າ​ບໍ່​ຄິດ​ວ່າມີ​ຫຍັງ​ເສຍ​ຫາຍທັງ​ສິ້ນ​ເລີຍ,"
ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ ເບີນ​ແນມ​ ໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າ ອົງ​ການ​ຂ່າວ​ດັ່ງ​ກ່າວ ມີ​ນັກ
​ຂ່າວຄົນ​ອື່ນ​ອີກ 50 ຄົນ ​ທີ່​ມີ​ບັດ​ເຂົ້າ​ໄປທຳ​ນຽບ​ຂາວໄດ້.

​ການ​ຮັບ​ຟັງ​ຄຳ​ໃຫ້​ການ​ກ່ຽວ​ກັບການ​ອອກ​ຄຳ​ສັ່ງເອົາ​ສິດ ​ໃນ​ການເຂົ້າ​ໄປ​ທຳ​ນຽບ​ຂາວນີ້
​ເປັນ​ຄຳ​ຟ້ອງ​ຮ້ອງຄັ້ງ​ທຳ​ອິດ​ຂອງ​ອົງ​ການ​ຂ່າວ​ດັ່ງ​ກ່າວ ຕໍ່​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ
ພາຍ​ຫລັງ​ທີ່​ທຳ​ນຽບ​ຂາວ​ໄດ້​ຍຶດ​ເອົາ​ບັດ​ໃຫ້​ສິດ​ແກ່​ຫົວ​ໜ້າ​ນັກ​ຂ່າວ​ຂອງ CNN ເຂົ້າ​ໄປ
​ໃນ​ທຳ​ນຽບ​ຂາວ​ໄດ້ ເປັນ​ຕົ້ນ​ມາ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG