ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

HRW ເປັນຫ່ວງ ຢ້ານຈະມີ ການແບ່ງແຍກ ທາງສາສະໜາ ລະຍະຍາວ ຢູ່ມຽນມາ (ວີດີໂອ)


ຊາວ​ໂຣຮິງ​ຢາ 100,000 ຄົນ ​ບໍ່​ມີ​ບ່ອນຢູ່​ອາ​​​ໄສ ຫລັງ​ຈາກ​ໄດ້​ເກີດ​ຄວາມຮຸນ​ແຮງ​ ລະຫວ່າງຊາວ​ມຸສລິ​ມ​ແລະ​ຊາວ​ພຸດ​ໃນປີ​ກາຍ​ນີ
ຊາວ​ໂຣຮິງ​ຢາ 100,000 ຄົນ ​ບໍ່​ມີ​ບ່ອນຢູ່​ອາ​​​ໄສ ຫລັງ​ຈາກ​ໄດ້​ເກີດ​ຄວາມຮຸນ​ແຮງ​ ລະຫວ່າງຊາວ​ມຸສລິ​ມ​ແລະ​ຊາວ​ພຸດ​ໃນປີ​ກາຍ​ນີ
ກຸ່ມປົ​ກປ້ອງສິດທິ​ມະນຸດ​ ທີ່​ສຳຄັນ​ກຸ່ມ​ນຶ່ງ ​ເຕືອນ​ວ່າ ມຽນມາກໍ​າ
ລັງຕົກ ຢູ່​ໃນ​ອັນ​ຕະລາຍໃນ​ການ​ສ້າງ​ບັນຫາ​ລະຍະ​ຍາວກ່ຽວ​ກັບ​
ການ​ແບ່ງ​ແຍກ ດ້ານສາສະໜາ ຖ້າ​ຫາກ​ວ່າປະ​ເທດ​ດັ່ງກ່າວ ບໍ່
​ເອົາ​ບາດກ້າວ ຊ່ວຍ​ໃຫ້ ພວກອົບ​ພະ​ຍົບມຸສລິ​ມໂຣຮິງຢາ ຊຶ່ງ​
ເປັນ​ຊົນ​ກຸ່ມ​ນ້ອຍ ​ໄປ​ຕັ້ງຖິ່ນ​ຖານ​ໃໝ່.

ຊາວ​ໂຣຮິງ​ຢາ ປະມານ 100,000 ຄົນ ​ບໍ່​ມີ​ບ່ອນຢູ່​ອາ​ໄສ ຫລັງ​
ຈາກ​ໄດ້​ເກີດ​ຄວາມຮຸນ​ແຮງ​ ລະຫວ່າງຊາວ​ມຸສລິ​ມ​ແລະ​ຊາວ​ພຸດ​
ໃນປີ​ກາຍ​ນີ້ ທີ່​ລັດ Rakhine ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ມຽນມາ. ​

ຫລາຍ​ເດືອນ​ຕໍ່​ມາ ຊາວ​ອົບ​ພະ​ຍົບ​ເຫຼົ່ານີ້ ຍັງ​ພັກ​ພາ​ອາໄສ ຢູ່​
ຕາມ​ສູນ​ຕ່າງ ທີ່ມີສະພາບ ທຸກ​ຍາກ ຖືກ​ຕັດຂາດຈາກ​ປະຊາຊົນ
ທົ່ວໄປຂອງ​ປະ​ເທດ ແລະ​ຫ້າມບໍ່​ໃຫ້​ໜີອອກ​ໄປຈາກສູນ​ຕ່າງໆ ​
ໂດຍ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ລັດຖະບານ​.

ຢູ່​ໃນ​ລາຍ​ງານທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ພຸດ​ມື້​ນີ້ ກຸ່ມ​ປົກ​ປ້ອງ​ສິດທິ​ມະ ນຸດ Human Rights Watch ກ່າວ​ວ່າ ຄວາມ​ບໍ່​ສາມາດ​ຂອງລັດຖະ ບານ​ ​ໃນ​ການດຳ​ເນີນ​ຄວາມ​ພະຍາຍາມ ​ເພື່ອ​ຊ່ວຍ​ໃຫ້ພວກ​ອົບ​ພະຍົບ ໂຣຮິງຢາ ​ໄດ້​ກັບ​ຄືນ​ໄປ​ຕັ້ງຖິ່ນ​ຖານ​ໃໝ່​ນັ້ນ ​ແມ່ນ​ພາ​ໃຫ້ “​ເກີດ​ຄວາມ​ເປັນ​ຫ່ວງ​ເພີ້ມຂຶ້ນ ກ່ຽວ​ກັບ​ເຈດ​ຕະນາ​ໃນ​ລະຍະ​ຍາວ
ທີ່​ຈະແບ່ງ​ແຍກ​ປະຊາ​ຊົນ​ອອກ​ຈາກ​ກັນ.” ຢູ່​ທີ່​ເມືອງ Sittwe ​ຊຶ່ງ​ເປັນເມືອງເອກ​ຂອງ ລັດ Rhakhine ​ລາຍ​ງານ​ເວົ້າ​ວ່າ ປະຊາຊົນ​ຊາວ​ມຸສລິ​ມ ປັດ​ຈຸ​ບັນ​ນີ້ “ຖືກ​ແບ່ງ​ແຍກ​ອອກຈາກ​ກັນ​ທັງ​ໝົດ​ແລ້ວ.”

ບັນດາ​ເຈົ້າ​ໜ້າ​ທີ່​ມຽນມາ ໄດ້ແນະ​ໃຫ້​ເຫັນວ່າ ການແບ່ງ​ແຍກດັ່ງກ່າວ ນີ້ ​ເປັນ​ການ
ແບ່ງ​ແຍກຊົ່ວຄາວ ​ແລະ​ມີຄວາມ​ຈໍາ​ເປັນ ​ເພື່ອ​ປ້ອງ​ກັນບໍ່ ​ໃຫ້​ເກີດ​ຄວາມ​ວຸ້ນວາຍ​
ຂຶ້ນ ຢູ່​ໃນ​ເຂດທີ່​ມີ​ຄວາມ​ຄຽງ​ຊັງ ​ຕໍ່ຊາວ​ມຸສລິ​ມ ມັກເກີດ​ຂື້ນນັ້ນ. ​ແຕ່​ກຸ່ມ​ປົກ​ປ້ອງ​ສິດ​ທິມະນຸດ Human Rights Watch ກ່າວ​ວ່າ ມຽນມາ ບໍ່​ໄດ້​ວາງ​ແຜນລ່​ວງໜ້າ​ຢ່າງ​ພຽງພໍ​ເພື່ອ​ໃຫ້ປະຊາ​ຄົມຕ່າງໆ​ຄືນ​ດີ​ກັນຫລື​ຮັບ​ເອົາ​ອົບ​ພະຍົບກັບ​ຄືນ​ເຂົ້າ​ໄປ​ເປັນ​
ພາກ ສ່ວນ​ນັ້ນ.

Burma Rohinya
please wait
Embed

No media source currently available

0:00 0:01:14 0:00
XS
SM
MD
LG