ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍ້ອນຢ້ານຖືກຈັບ ນັກຂ່າວຊາວອອສເຕຣເລຍ 2 ຄົນ ຈຶ່ງໜີອອກໄປຈາກ ຈີນ


ພາບຢູ່ໃນວີດິໂອ, ທ່ານ Bill Birtles, ນັກຂ່າວຊາວອອສເຕຣເລຍ ກ່າວຕໍ່ພວກນັກຂ່າວຫລັງຈາກລາວໄປເຖິງສະໜາມບິນຂອງ ນະຄອນຊິດນີຂອງອອສເຕຣເລຍໃນວັນທີ 8, 2020
ພາບຢູ່ໃນວີດິໂອ, ທ່ານ Bill Birtles, ນັກຂ່າວຊາວອອສເຕຣເລຍ ກ່າວຕໍ່ພວກນັກຂ່າວຫລັງຈາກລາວໄປເຖິງສະໜາມບິນຂອງ ນະຄອນຊິດນີຂອງອອສເຕຣເລຍໃນວັນທີ 8, 2020

ນັກຂ່າວອອສເຕຣເລຍສອງຄົນໄດ້ອອກຈາກຈີນໃນຄືນວັນຈັນຫາວັນອັງຄານຍ້ອນຢ້ານວ່າພວກເຂົາຈະຖືກຈັບ, ອີງຕາມນາຍຈ້າງຂອງພວກເຂົາເຈົ້າທີ່ໄດ້ກ່າວໄປໃນວັນອັງຄານມື້ນີ້.

ທ່ານ ບີລ ເບີດໂທລສ໌ (Bill Birtles), ນັກຂ່າວປະຈໍາປັກກິ່ງສຳລັບໂທລະພາບຊ່ອງ ABC, ແລະທ່ານ ໄມໂຄ ສມິດ (Michael Smith), ຜູ້ສື່ຂ່າວປະຈໍາຊຽງໄຮ້ ຂອງອົງການຂ່າວ Financial Review ຫລື AFR ຊຶ່ງແປວ່າ ການກວດກາດ້ານການເງິນຂອງອອສເຕຣເລຍ, ໄດ້ໄປລີ້ໄພເປັນເວລາຫລາຍວັນຢູ່ໃນສະຖານເອກອັກຄະລັດຖະທູດ ອອສເຕຣເລຍທີ່ປັກກິ່ງ, ກ່ອນຈະເດີນທາງອອກຈາກຈີນໄປພ້ອມກັບນັກການທູດອອສເຕຣເລຍ. ພວກເຂົາເຈົ້າໄດ້ໄປຮອດນະຄອນຊີດນີໃນຕອນເຊົ້າວັນອັງຄານມື້ນີ້, ອີງຕາມອົງການຂ່າວ ABC.

ການອອກເດີນທາງຢ່າງຮີບດ່ວນ ແມ່ນເກີດຂຶ້ນຫລັງຈາກມີການຈັບກຸມ ທ່ານ ເຊັງ ເລີຍ (Cheng Lei) ນັກຂ່າວທຸລະກິດຂອງອອສເຕຣເລຍທີ່ເຮັດວຽກຢູ່ຊ່ອງພາສາອັງກິດຂອງໂທລະພາບ CGTN, ທີ່ເປັນຂອງລັດຖະບານຈີນໃນເດືອນແລ້ວນີ້ໂດຍບໍ່ຮູ້ເຫດຜົນ. ການຈັບກຸມຄັ້ງນີ້ໄດ້ເຮັດໃຫ້ຄວາມສຳພັນລະຫວ່າງປັກກິ່ງແລະແຄນເບີຣາມີຄວາມເຄັ່ງຕຶງຂຶ້ນ.

ອີງຕາມອົງການຂ່າວ ABC ແລ້ວທ່ານ ເບີໂທລສ໌ (Birtles) ໄດ້ຖືກແນະນຳໂດຍສຳນັກງານຕ່າງປະເທດອອສເຕຣເລຍວ່າ ໃຫ້ອອກຈາກປະເທດດັ່ງກ່າວໃນອາທິດແລ້ວນີ້. ແຕ່ບໍ່ດົນກ່ອນທີ່ລາວຈະເດີນທາງກັບຄືນປະເທດອອສເຕຣເລຍ, ຕາມກຳນົດທີ່ໄດ້ວາງເອົາໄວ້ ໃນວັນພະຫັດທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດຈີນ 7 ຄົນໄດ້ມາເຮືອນຂອງທ່ານໃນເວລາກາງຄືນ ແລະແຈ້ງໃຫ້ຊາບວ່າ ທ່ານຈະຖືກສອບປາກຄໍາກ່ຽວກັບເລື້ອງ "ຄວາມໝັ້ນຄົງຂອງຊາດ" ແລະເວົ້າວ່າທ່ານບໍ່ມີສິດອອກຈາກປະເທດໄດ້. ຫລັງຈາກນັ້ນ, ນັກຂ່າວດັ່ງກ່າວກໍໄດ້ໄປລີ້ໄພຢູ່ໃນສະຖານທູດຂອງຕົນທີ່ນະຄອນຫລວງປັກກິ່ງ.

ຕໍ່ມາຕຳຫຼວດຈີນກໍໄດ້ສອບປາກຄໍາທ່ານ ເບີໂທລສ໌ (Birtles), ຢູ່ຕໍ່ໜ້ານັກການທູດອອສເຕຣເລຍສອງຄົນ, ແລະໄດ້ຮັບອະນຸຍາດໃຫ້ອອກຈາກປະເທດໄປ.

ນອກນັ້ນແລ້ວ ທ່ານສມິດ (Smith) ຍັງໄດ້ຖືກຕຳຫຼວດໄປຫາຢູ່ເຮືອນຂອງທ່ານໃນຄືນດຽວກັນ, ອີງຕາມອົງການຂ່າວ AFR, ເຊິ່ງໄດ້ເພີ່ມຄວາມກົດດັນຕໍ່ນັກຂ່າວທັງສອງຄົນດັ່ງກ່າວ ໂດຍການກ່ຽວພັນກັບການຈັບກຸມທ່ານ ເຊັງ (Cheng) ໃນເດືອນແລ້ວນີ້. ທ່ານ ສມິດ (Smith) ໄດ້ໄປລີ້ໄພຢູ່ສະຖານກົງສຸນ ຂອງອອສເຕຣເລຍຢູ່ຊຽງໄຮ.

ການພົວພັນລະຫວ່າງອອສເຕຣເລຍແລະຈີນ ໄດ້ຊຸດໂຊມລົງຢ່າງຫຼວງຫຼາຍໃນໄລຍະສອງປີທີ່ຜ່ານມາ. ຈາກນັ້ນ ແຄນເບີຣາ ໄດ້ຕັດສິນໃຈປະຕິບັດຄັດ ຄ້ານຕໍ່ສິ່ງທີ່ຕົນເຫັນວ່າເປັນການແຊກແຊງທີ່ນັບມື້ນັບເພີ່ມຂຶ້ນຂອງປັກກິ່ງໃນວຽກງານຂອງອອສເຕຣເລຍ.

ອ່ານຂ່າວນີ້ເພີ້ມເປັນອັງກິດ

XS
SM
MD
LG