ໂຄງການນຶ່ງແລວທາງນຶ່ງເສັ້ນທາງຂອງຈີນ ໄດ້ສັນຍາທີ່ຈະເຊື່ອມຕໍ່ພື້ນຖານໂຄງລ່າງທີ່ກວ້າງຂວາງ ກັບປະຊາຊົນໃນບັນດາປະເທດທີ່ກຳລັງພັດທະນາທັງຫຼາຍ ແລະ ສົ່ງເສີມການຄ້າ. ແຕ່ນອກຈາກລາຍງານ ການຊັກຊ້າງຢ່າງ ກວ້າງຂວາງນັ້ນ, ບາງໂຄງການແມ່ນມີການໃຊ້ຈ່າຍທີ່ບໍ່ລວມຢູ່ໃນລາຄາ ແລະ ມີຜົນກະທົບທີ່ບໍ່ໄດ້ຕັ້ງໃຈຕໍ່ທ້ອງຖິ່ນ, ດັ່ງທີ່ຖືກລາຍງານໂດຍນັກຂ່າວວີໂອເອ ອາຮາດຽນ ອູຕາມາ ຈາກນະຄອນຫຼວງ ຈາກາຕ້າ, ປະເທດ ອິນໂດເນເຊຍ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ທຸກໆວັນສຳລັບສອງປີທີ່ຜ່ານມາ, ທ້າວ ເຮຣູ ຊູຕັນໂຕ ເວົ້າວ່າລາວຮູ້ສຶກກັງວົນ. ລາວອາໄສຢູ່ເມືອງ ປາດາລາຣາງ, ເຊິ່ງແມ່ນເມືອງໃນແຂວງ ຕາວາຕາເວັນຕົກ ຂອງອິນໂດເນເຊຍ, ຕັ້ງຢູ່ປະມານ 136 ກິໂລແມັດຈາກນະຄອນຫຼວງ ຈາກາຕ້າ ຂອງປະເທດ.
ທ້າວ ເຮຣູ ຊູຕັນໂຕ ກ່າວວ່າ “ນີ້ແມ່ນສິ່ງທີ່ຂ້ອຍເປັນຫ່ວງແທ້ໆ, ຖ້າມັນເຄື່ອນຍ້າຍ, ຫຼັງຄາກໍຈະຕົກລົງມາດ້ວຍ, ຍ້ອນແນວນັ້ນພວກເຮົາຈຶ່ງບໍ່ໃຊ້ຫ້ອງນີ້. ຂ້ອຍມີສອງຫ້ອງທີ່ບໍ່ໄດ້ຖືກໃຊ້ສຳລັບຫ້ອງນອນລູກຂອງຂ້ອຍ. ແທນທີ່ຈະຢູ່ໃນຄວາມສ່ຽງ, ມັນດີກວ່າທີ່ຈະນອນຢູ່ໃນຫ້ອງຮັບແຂກ.”
ເຮືອນຂອງທ້າວ ຊູຕັນໂຕ ແມ່ນຕັ້ງຢູ່ປະມານ 150 ແມັດຈາກການກໍ່ສ້າງອຸໂມງ. ເຊິ່ງມັນຍາວກວ່າເດີນເຕະບານໜ້ອຍນຶ່ງ. ອຸໂມງດັ່ງກ່າວແມ່ນສ່ວນນຶ່ງຂອງໂຄງການເສັ້ນທາງລົດໄຟຄວາມໄວສູງ ຈາກາຕ້າ-ບັນດຸງ, ເຊິ່ງແມ່ນໂຄງການທີ່ສຳຄັນສຳລັບໂຄງການລິເລີ່ມນຶ່ງແລວທາງນຶ່ງເສັ້ນທາງຂອງຈີນ. ໂຄງການດັ່ງກ່າວແນເປົ້າທີ່ຈະເຊື່ອມຕໍ່ສອງໃນບັນດາສູນກາງປະຊາກອນຂອງພາກພື້ນຄື, ຈາກາຕ້າ ແລະ ບັນດຸງ, ຜ່ານທາງລົດໄຟຄວາມໄວສູງ.
ສະຖານທີ່ຢູ່ອາໄສບ່ອນທີ່ທ້າວ ຊູຕັນໂຕ ອາໄສຢູ່ແມ່ນຕັ້ງຢູ່ບໍ່ໄກທາງພາກຕາເວັນຕົກຂອງເມືອງ ບັນດຸງ. ການກໍ່ສ້າງອຸໂມງນັ້ນໄດ້ສົ່ງຜົນກະທົບຕໍ່ລາວ ແລະ ອີກຫຼາຍກວ່າ 100 ຄອບຄົວ ທີ່ອາໄສຢູ່ໃນສະຖານທີ່ນີ້.
ທ່ານ ເມກີ ດັບເບິນຢູ ແພນດົງ, ນັກສະໜັບສະໜູນສິ່ງແວດລ້ອມກ່າວວ່າ “ຂະບວນການກໍ່ສ້າງດັ່ງກ່າວ ໃຊ້ເຕັກນິກການລະເບີດ ສະນັ້ນມັນຈຶ່ງມີຜົນກະທົບໃນການສ້າງຄວາມເສຍຫາຍຕໍ່ບ້ານພັກທີ່ຢູ່ອາໄສຂອງເຂົາເຈົ້າ.”
ປະຊາຊົນໄດ້ພະຍາຍາມຫຼາຍຄັ້ງເພື່ອສະແດງຄວາມເປັນຫ່ວງຂອງເຂົາເຈົ້າຕໍ່ບັນດາເຈົ້າໜ້າທີ່ ກ່ຽວກັບ ໂຄງການກໍ່ສ້າງທາງລົດໄຟຄວາມໄວສູງຈີນ, ເຊິ່ງຮູ້ຈັກກັນໃນຊື່ຫຍໍ້ພາສາອິນໂດເນເຊຍວ່າ KCIC, ເປັນສະມາຄົມ ທີ່ຖືກຕັ້ງຂຶ້ນໂດຍບໍລິສັດທີ່ເປັນເຈົ້າຂອງໂດຍລັດຖະບານ ອິນໂດເນເຊຍ ແລະ ຈີນ. ແຕ່ປະຊາຊົນເວົ້າວ່າ KCIC ແມ່ນບໍ່ໄດ້ທຳການຕິດຕາມໂຄງການ. ສະມາຄົມດັ່ງກ່າວຍັງບໍ່ໄດ້ຕອບຕໍ່ການຂໍຄຳເຫັນຂອງວີໂອເອ.
ໃນຕອນເລີ່ມຕົ້ນຂອງໂຄງການໃນປີ 2016 ນັ້ນ, ຄ່າໃຊ້ຈ່າຍເບື້ອງຕົນແມ່ນ 5.5 ຕື້ໂດລາ. 75 ເປີເຊັນຂອງຈຳນວນເງິນນັ້ນຖືກກູ້ຢືມມາຈາກທະນາຄານພັດທະນາ ຈີນ, ບໍລິສັດທີ່ລັດຖະບານ ອິນໂດເນເຊຍ ເປັນເຈົ້າຂອງຮັບເອົາຄ່າໃຊ້ຈ່າຍ 15 ເປີເຊັນ ແລະ ທີ່ເຫຼືອແມ່ນຖືກສະໜອງໃຫ້ໂດຍສະມາຄົມຂອງບັນດາບໍລິສັດທີ່ລັດຖະບານຈີນເປັນເຈົ້າຂອງ.
ແນວໃດກໍ່ຕາມ, ຄ່າໃຊ້ຈ່າຍແມ່ນໄດ້ເພີ່ມຂຶ້ນຫຼາຍກວ່າ 6 ຕື້ໂດລາ ແລະ ຄາດວ່າຈະເພີ່ມຂຶ້ນອີກເປັນຕ່ຳກວ່າ 8 ຕື້ໂດລາ ຍ້ອນຄ່າໃຊ້ຈ່າຍສ່ວນເກີນ, ອີງຕາມເຈົ້າໜ້າທີ່ຈາກຫ້ອງການປະສານງານກະຊວງພົວພັນເສດຖະກິດຂອງ ອິນໂດເນເຊຍ.
ບັນດານັກວິເຄາະການຂົນສົ່ງກ່າວວ່າ, ການພັດທະນານີ້ໄດ້ເຮັດໃຫ້ລັດຖະບານຂອງປະທານາທິບໍດີ ອິນໂດເນເຊຍ ທ່ານ ໂຈໂກ ວິໂດໂດ ຢູ່ໃນສະພາບທີ່ບໍ່ສະດວກສະບາຍ.
ທ່ານ ດາມານິງເທຍສ໌ ນັກວິເຄາະການຂົນສົ່ງກ່າວວ່າ “ທາງເລືອກສຳລັບລັດຖະບານແມ່ນເຮັດໃຫ້ມັນແລ້ວສຳເລັດ ເຖິງແມ່ນວ່າຜົນຕາມທາງເສດຖະກິດຈະເປັນພາລະຕໍ່ງົບປະມານຕະຫຼອດຊີວິດກໍ່ຕາມ, ຖ້າເຂົາເຈົ້າຢຸດ, ມັນກໍຄົງຈະກາຍເປັນໂຄງການທີ່ຖືກປະຖິ້ມຕະຫຼອດຊີວິດເຊັ່ນກັນ.”
ປະຊາຊົນບາງຄົນແມ່ນກຳລັງທຳການຜັກດັນສຳລັບໂຄງການດັ່ງກ່າວ ເພາະວ່າມັນຈະຕັດໄລຍະການເດີນທາງລະຫວ່າງນະຄອນຫຼວງ ຈາກາຕ້າ ແລະ ບັນດຸງລົງຢ່າງຫຼວງຫຼາຍ.
ທ້າວ ອາດມັດ ຣາສຢາດ ອາໄສຢູ່ເຂດຊານເມືອງຂອງນະຄອນຫຼວງ ຈາກາຕ້າ, ແລະ ຈະເດີນທາງກັບໄປກັບມາຈາກແຂວງບັນດຸງທຸກທິດສຳລັບວຽກງານ.
ທ້າວ ອາດມັດ ມຸສຕາຟາ ຣາສຢາດ, ຜູ້ສະໜັບສະໜູນໂຄງການທາງລົດໄຟຄວາມໄວສູງກ່າວວ່າ “ປົກກະຕິມັນຈະໃຊ້ເວລາເຖິງ 4 ຊົ່ວໂມງ, ແຕ່ດ້ວຍລົດໄຟຄວາມໄວສູງ, ຂ້ອຍຫວັງວ່າມັນຈະຫຼຸດລົງ 1 ຫາ 2 ຊົ່ວໂມງ.”
ແຕ່ແມ່ນກະທັ້ງຜູ້ສະໜັບສະໜູນທາງລົດໄຟກໍບໍ່ພໍໃຈກັບການຊັກຊ້າຂອງໂຄງການ. ທາງລົດໄຟຄວາມໄວສູງດັ່ງກ່າວແມ່ນໄດ້ເລີ່ມດຳເນີນການໃນປີ 2019, ແຕ່ມັນຖືກເລື່ອນໄປເປັນປີ 2023.
ກັບໄປເມືອງ ປາດາລາຣາງ, ທ້າວ ຊູຕັນໂຕ ແລະ ຄົນຢູ່ຂ້າງບ້ານຂອງລາວແມ່ນມີຄວາມສົງໄສວ່າ ເຮືອນຂອງເຂົາເຈົ້າຈະຕ້ານທານກັບການຂຸດເຈາະຢ່າງຕໍ່ເນື່ອງໄດ້ດົນປານໃດ.
Every day for the past two years, Heru Sutanto says he has felt anxious. He lives in Padalarang, a city in the Indonesian Province of West Java, situated some 136 kilometers (85 miles) from the nation’s capital, Jakarta.
“This is what I'm really worried about… (Heru shows the damage in his house)… if it shifts, the roof will also fall… that's why we don’t use this room, I have two rooms that are not being used for my children’s bedrooms. Rather than being at risk, it's better to sleep in the living room…"
Sutanto’s house is about 150 meters from the construction of a tunnel. That’s slightly longer than a soccer field. The tunnel is a part of the Jakarta-Bandung high-speed rail project, a landmark project for China’s Belt and Road Initiative. The project aims to connect two of the region’s population centers, Jakarta and Bandung, through high-speed rail.
The housing complex where Sutanto lives is just west of Bandung. The tunnel construction impacts him and more than 100 other families who live in this complex.
"The construction process uses blasting techniques so that it has an impact on the damage to their residential houses."
Residents have tried several times to voice their concerns to officials with the Indonesia-China High-Speed Rail Project, known by their Indonesian acronym KCIC, a consortium formed by Indonesian and Chinese state-owned enterprises. But the residents say the KCIC has not followed up. The consortium also did not respond to VOA’s request for comment.
At the beginning of the project in 2016, the initial cost was $5.5 billion US dollars. 75 percent of that amount was borrowed from the China Development Bank, Indonesian state-owned enterprises took on 15% of the cost, and the rest was provided by the Chinese consortium of state-owned enterprises.
However, costs swelled to more than $6 billion and is expected to increase again to just under $8 billion due to overrun costs according to an official with Indonesia’s Coordinating Ministry of Economic Affairs.
Transportation analysts say, this development has put Indonesian President Joko Widodo’s government in an uncomfortable position.
"The choice for the government is to keep completing it even though the economic consequences will be a lifetime budget burden... if they stopped, it would probably become an abandoned project for life as well."
Some residents are pushing for the project because it will drastically cut the travel time between Jakarta and Bandung.
Achmad Rasyad lives on the outskirts of Jakarta, and travels to and from Bandung weekly for work.
"It normally takes up to 4 hours, but with high-speed train, I hope it can reduce to 1-2 hours.”
But even rail supporters are disappointed by project delays. The high-speed train was to begin operating in 2019, but that has been moved back to 2023.
Back in Padalarang, Sutanto and his neighbors wonder how much longer their homes can withstand the constant drilling.