ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ FBI ເຕືອນ ກ່ຽວກັບພວກລັກເຈາະຂໍ້ມູນຂອງຈີນ ທີ່ເປັນໄພຂົ່ມຂູ່ ຕໍ່ພື້ນຖານໂຄງລ່າງຂອງສະຫະລັດ


ລາຍງານ: ການເຕືອນຂອງອົງການ FBI ກ່ຽວກັບພວກລັກເຈາະຂໍ້ມູນຂອງຈີນ.

ພວກລັກເຈາະຂໍ້ມູນຂອງລັດຖະບານຈີນກໍາລັງແນເປົ້າໝາຍໃສ່ພື້ນຖານ ໂຄງລ່າງທີ່ສໍາຄັນຢູ່ໃນສະຫະລັດ, ຜູ້ອໍານວຍການໃຫຍ່ຂອງອົງການສັນຕິບານກາງ ຫຼື FBI ທ່ານຄຣິສ ເວ​ຣ (Chris Wray) ກ່າວຕໍ່ສະມາຊິກສະພາຕໍ່າໃນວັນພຸດແລ້ວນີ້. ຄຳ​ເຕືອນ​ດັ່ງກ່າວ ​ມີ​ຂຶ້ນ​ໃນ​ຂະນະ​ທີ່​ລັດຖະບານ ​ຂອງ​ທ່ານໄບເດັນ ໄດ້​ຍົກ​ໃຫ້​ເຫັນເຖິງ​ການ​ເຂົ້າເຖິງ​ຈີນຂອງຕົນວ່າເປັນ​ກະ​ແຈສໍາຄັນ​ໃນ​ການ ​ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ສອງ​ປະ​ເທດຄູ່ແຂ່ງດັ່ງກ່າວນີ້. ຫົວໜ້ານັກຂ່າວປະຈໍາທຳນຽບຂາວ ແພັດຊີ ວິດາກຸສວາຣາ ມີລາຍງານກ່ຽວກັບເລື້ອງນີ້, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ການ​ຂົນ​ສົ່ງ​ສາ​ທາ​ລະ​ນະ ​ເປັນ​ພຽງນຶ່ງ​ໃນ​ລະ​ບົບ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ສໍາ​ຄັນ ​ໃນ​ສະ​ຫະ​ລັດ ທີ່​ຖືກ​ວາງ​ເປົ້າ​ຫມາຍໃສ່​ໂດຍ​ຈີນ​, ຜູ້ອໍານວຍການໃຫຍ່ຂອງອົງການ FBI ທ່ານຄຣິສໂຕເຟີ ເວ​ຣ ກ່າວຕໍ່ບັນດາສະມາຊິກສະພາ ໃນວັນພຸດແລ້ວນີ້, ເຊິ່ງທ່ານກ່າວວ່າ:

"ພວກລັກເຈາະຂໍ້ມູນຂອງຈີນ ກໍາລັງວາງເປົ້າ​ໝາຍໃສ່ ພື້ນຖານໂຄງລ່າງຂອງອາເມຣິກັນ ໃນການກະກຽມທີ່ຈະທໍາລາຍໃຫ້ເກີດຄວາມເສຍຫາຍຢ່າງໜັກ ອັນຈະສົ່ງຜົນເສຍຕໍ່ປະຊາຊົນ ແລະປະຊາຄົມອາເມຣິກັນຢູ່ໃນທົ່ວໂລກຢ່າງແທ້ຈິງ, ຖ້າຫາກ ແລະເມື່ອໃດທີ່ຈີນ ເຖິງ​ເວລາແລ້ວທີ່ຈະດໍາເນີນການໂຈມຕີ."

ກ່ອນ​ໜ້າ​ນີ້ ຈີນ​ໄດ້​ປະຕິ​ເສດຕໍ່​ຂໍ້​ກ່າວ​ຫາ​ການລັກເຈາະ​ຂໍ້​ມູນ​ຂອງ​ສະຫະລັດ​ວ່າ ບໍ່ມີມູນຄວາມຈິງເລີຍ.

ຄໍາເຕືອນຂອງ ທ່ານ ​ເວຣ ມີຂຶ້ນໃນຂະນະທີ່ເຈົ້າໜ້າທີ່ຄົນອື່ນໆ ໄດ້ກ່າວເຖິງການເຂົ້າເຖິງ​ຈີນຂອງສະຫະລັດ, ເຊິ່ງເປັນການຊີ້ໃຫ້ເຫັນ ເຖິງການຮ່ວມມືຄັ້ງ ໃໝ່ ໃນການຕໍ່ຕ້ານຢາເສບຕິດນັ້ນ​ວ່າ ເປັນຫຼັກຖານເພື່ອຫຼຸດຄວາມເຄັ່ງຕຶງລົງ.

ທັງສອງ​ຝ່າຍ ​ຍັງ​ໄດ້​ເລີ້ມດຳ​ເນີນ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ປັນຍາ​ປະດິດ ​ແລະ ສືບ​ຕໍ່​ດຳ​ເນີນ​ການ​ພົວພັນ​ລະຫວ່າງ​ກອງທັບ​ຂອງ​ພວກເຂົາເຈົ້າ.

ທ່ານເຈັກ ຊູລລິວານ, ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທໍານຽບຂາວ ກ່າວວ່າ:

“ພວກ​ເຮົາ​ໄດ້​ຕົກ​ລົງ​ກັນ​ວ່າ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບເດັນ ແລະ ປະ​ທາ​ນປະເທດຈີນ ທ່ານສີ ຈິ້ນຜິງ ຄວນ​ເວົ້າ ແລະສົມຄວນ​ສົນທະນາ​ທາງ​ໂທລະ​ສັບ ໃນໄວໆນີ້. ແລະຂ້າພະເຈົ້າຄິດວ່າ ການຮັບຮູ້ທີ່ອອກມາຈາກ ວູດຊາຍ (Woodside) ເຊິ່ງເປັນສະຖານທີ່ສໍາລັບຈັດກອງປະຊຸມພົບປະຂອງທັງສອງທ່ານໃນລັດຄາລີຟໍເນຍ ເມື່ອເດືອນພະຈິກປີ 2023 ຜ່ານມາວ່າ ບໍ່ມີການທົດແທນການສົນທະນາລະຫວ່າງຜູ້ນໍາກັບຜູ້ນໍາຢ່າງແທ້ຈິງ."

ບັນຫາສໍາຄັນ ແມ່ນການເລືອກຕັ້ງປະທານາທິບໍດີສະຫະລັດໃນເດືອນພະຈິກທີ່ຈະມາເຖິງນີ້, ໂດຍວໍຊິງຕັນ ແມ່ນມີສະຕິລະວັງຕົວຫຼາຍ ເຖິງແມ່ນຈະເປັນ​ທີ່​ປາ​ກົດ​ວ່າມີການແຊກແຊງຈາກຝ່າຍກົງກັນຂ້າມກໍຕາມ.

ທ່ານເຈເຣມີ ຊູຣີ (Jeremi Suri), ​ອາ​ຈານສອນກ່ຽວກັບ​ການ​ພົວ​ພັນ​ລະ​ຫວ່າງ​ປະ​ເທດ​ ຢູ່ທີ່​ມະ​ຫາ​ວິ​ທະ​ຍາ​ໄລອອສຕິນ ລັດເທັກຊັສ ກ່າວຕໍ່ VOA ຜ່ານຊູມວ່າ:

"ຈີນມີທ່າທາງທີ່ຈະລະມັດລະວັງກ່ຽວກັບການແຊກແຊງຫຼາຍສົມຄວນ, ໂດຍສະ ເພາະການເລືອກຕັ້ງປະທານາທິບໍດີ. ຂ້າພະເຈົ້າຄິດວ່າ ພວກເຮົາອາດຈະເຫັນການແຊກແຊງບາງຢ່າງຂອງຈີນໂດຍຜ່ານລະບົບບັອດສ໌ ແລະຜ່ານກິດຈະກໍາທາງອອນໄລນ໌ອື່ນໆ ກ່ຽວກັບການເລືອກຕັ້ງສະພາ, ໂດຍສະເພາະ ຖ້າພວກເຂົາຫາກເບິ່ງເຫັນວ່າ ສະມາຊິກສະພາບາງຄົນ ມັກໃຊ້ມາດຕະການຂັ້ນເດັດ ຂາດທາງທະຫານຕໍ່ຈີນຫຼາຍເກີນໄປ."

ເຖິງວ່າປະທານປະເທດ ທ່ານສີ ຈິ້ນຜິງ ໄດ້ໃຫ້ສັນຍາກັບປະທານາທິບໍດີ ໂຈ ໄບເດັນ ໃນການພົບປະກັນຄັ້ງສຸດທ້າຍຂອງພວກເຂົາເຈົ້າ ໃນເດືອນພະຈິກທີ່ຜ່ານມາວ່າ ຈີນຈະບໍ່ແຊກແຊງໃນການເລືອກຕັ້ງຂອງສະຫະລັດກໍຕາມ, ແຕ່ກໍແມ່ນບາງສິ່ງ ທີ່ທາງ​ສະພາຄວາມຫມັ້ນຄົງແຫ່ງຊາດ ທ່ານຈອນ ເຄີບີ ປະຕິ ເສດທີ່ຈະຢືນຢັນກ່ຽວກັບເລື້ອງນີ້.

ທ່ານຈອນ ເຄີບີ, ຈາກສະພາຄວາມໝັ້ນຄົງແຫ່ງຊາດກ່າວວ່າ:

"ພວກເຮົາໄດ້ເປີດເຜີຍຢ່າງແຈ່ມແຈ້ງມາແລ້ວ ແລະພວກເຮົາກໍມີຄວາມຊັດເຈນກັບຄູ່ສົນທະນາແຕ່ລະປະເທດຢູ່ໃນທົ່ວໂລກວ່າ ພວກເຮົາຈະດໍາເນີນການໃນສິ່ງທີ່ພວກເຮົາຈໍາເປັນຕ້ອງປະຕິບັດເພື່ອຮັບປະກັນວ່າ ການເລືອກຕັ້ງຂອງພວກເຮົາແມ່ນມີເສລີ ແລະຍຸຕິທໍາ, ແລະພວກເຂົາກໍໄດ້ຜ່ານຈຸດນັ້ນມາແລ້ວ, ແລະພວກເຂົາກໍຈະສືບຕໍ່ເປັນດັ່ງນັ້ນໄປເລື້ອຍໆ.”

ຄວາມບໍ່​ພໍ​ໃຈ​ທີ່​ອາດ​ມີ​ຂຶ້ນຄັ້ງໃຫມ່​ໄດ້​ຖືກ​ປະ​ໄວ້​ທາງ​ຂ້າງ​ຊົ່ວ​ຄາວ, ລຸນຫຼັງຄວາມສັບສົນວຸ້ນວາຍທີ່ເກີດຂຶ້ນໃນປີແລ້ວນີ້ ເຊິ່ງລວມທັງການສົ່ງບາລລູນ​ຂອງ​ຈີນ​ມາລອຍຢູ່​ເທີງ​ນ່ານ​ຟ້າເພື່ອສອດແນມສະຫະລັດ, ສາຍພົວພັນສ່ວນ​ໃຫຍ່​ແມ່ນ​ມີ​ສະ​ຖຽນ​ລະ​ພາບ​ແລ້ວ.

ທ່ານຣານາ ມິດເທີ (Rana Mitter), ສາດສະດາຈານກ່ຽວກັບຄວາມສໍາພັນລະຫວ່າງສະຫະລັດ ແລະຈີນ ຢູ່ທີ່ໂຮງຮຽນຮາເວີດ ເຄເນດີ ກ່າວຜ່ານສໄກປ໌ ວ່າ:

"ມີການເຄື່ອນໄຫວຢ່າງຫ້າວຫັນໂດຍລັດຖະບານ ທ່ານໄບເດັນ, ໂດຍລັດຖະ ບານສະຫະລັດ ເພື່ອພະຍາຍາມ ແລະຊອກຫາຈຸດທີ່ສະຫງົບ ໃນບ່ອນທີ່ຈີນສາມາດໃຫ້ຄວາມຮ່ວມມືໄດ້. ແລະໃນສ່ວນຂອງຈີນ, ມັນເບິ່ງຄືວ່າ ມີຄວາມເຕັມໃຈທີ່ຈະບໍ່ຢູ່ທີ່ນັ້ນ ເຖິງແມ່ນເວລາຜ່ານມານຶ່ງປີ ຫຼື ສອງປີມາແລ້ວກໍຕາມ."

ລັດ​ຖະ​ບານ​ສະ​ຫະ​ລັດ ແມ່ນ​ຄວາມກະ​ຕື​ລື​ລົ້ນ​ທີ່​ຈະ​ປົກ​ປັກ​ຮັກ​ສາ​ຄວາມ​ສະ​ຫງົບເອົາໄວ້, ຂະ​ນະ​ທີ່​ສົງ​ຄາມ​ໃນພາກ​ຕາ​ເວັນ​ອອກ​ກາງ​ສາ​ມາດ​ຂະ​ຫຍາຍ​ວົງກວ້າງ ອອກໄປຕື່ມອີກ.

Chinese government hackers are targeting critical infrastructure inside the United States, FBI Director Chris Wray told House lawmakers on Wednesday. The warning comes as the Biden administration touts its outreach to China as key in reducing tensions between the two rivals. White House Bureau Chief Patsy Widakuswara has this report.

Public transport is just one of the critical infrastructure systems in the United States targeted by China,

FBI Director Christopher Wray told lawmakers Wednesday.

Christopher Wray, FBI Director.

“China's hackers are positioning on American infrastructure in preparation to wreak havoc and cause real-world harm to American citizens and communities, if and when China decides the time has come to strike.”

China has previously rejected U.S. hacking allegations as baseless.

Wray's warning comes as other officials tout U.S. outreach to China, pointing to new cooperation on counternarcotics as evidence of reduced tensions.

The two sides have also started discussions on artificial intelligence and resumed contact between their militaries.

White House National Security Adviser Jake Sullivan.

“We agreed that President [Joe] Biden and President XI [Jinping] should speak and should speak by telephone relatively soon. And, I think the acknowledgment coming out of Woodside ((California meeting between Biden and Xi in November 2023)) that there really is no substitute for leader-to-leader conversation.”

A key issue is the U.S. presidential election in November, where Washington is wary of even the appearance of interference from adversaries.

Jeremi Suri teaches international relations at the University of Texas at Austin. He spoke to VOA via Zoom.

“The Chinese are likely to be pretty cautious about interfering especially with the presidential election. I think we might see some Chinese interference through bots and through online activities with regard to some of the congressional elections, especially if they perceive some members of Congress as being too hawkish on China.”

Whether President Xi Jinping promised President Joe Biden in their last meeting in November that China would not meddle in U.S. elections, is something National Security Council John Kirby declined to confirm.

John Kirby, National Security Council.

“We've been clear publicly and we've been clear privately with interlocutors all around the world that we’ll do what we have to do to make sure that our elections are free and fair, and they have been, and they will continue to be.”

Potential for new irritants aside, after a turbulent period last year that included China flying balloons to spy on the U.S., the relationship has largely stabilized.

Rana Mitter, professor of U.S.-China ties at the Harvard Kennedy School, via Skype.

“There have been very active moves by the Biden administration, by the U.S. government to try and find points of calm where China can engage. And on the part of China, it does seem there's a willingness that wasn't there even a year or two ago.”

Calm the administration is keen to preserve, with a war in the Middle East that could expand.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG