ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການສັນຕິບານກາງ FBI ກຳຈັດ ເຄື່ອງມື ໃນການສອດແນມທາງໄຊເບີ ທີ່ 'ສະລັບຊັບຊ້ອນ' ຂອງຣັດເຊຍ


ແຟ້ມພາບ - ເຈົ້າໜ້າທີ່ຕຳຫຼວດຂອງອົງການສັນຕິບານກາງ FBI ຍ່າງກວດກາກັບໝາຂອງລາວ ຢູ່ດ້ານນອກຕຶກສຳນັກງານໃຫຍ່ ຂອງອົງການ ໃນນະຄອນຫຼວງວໍຊິງຕັນ, ວັນທີ 13 ສິງຫາ 2022.
ແຟ້ມພາບ - ເຈົ້າໜ້າທີ່ຕຳຫຼວດຂອງອົງການສັນຕິບານກາງ FBI ຍ່າງກວດກາກັບໝາຂອງລາວ ຢູ່ດ້ານນອກຕຶກສຳນັກງານໃຫຍ່ ຂອງອົງການ ໃນນະຄອນຫຼວງວໍຊິງຕັນ, ວັນທີ 13 ສິງຫາ 2022.

ເຈົ້າໜ້າທີ່ກະຊວງຍຸຕິທຳ ສະຫະລັດ ໄດ້ກ່າວໃນວັນອັງຄານວານນີ້ ວ່າ ພວກເພິ່ນໄດ້ກຳຈັດລະບົບເຄືອຂ່າຍຄອມພິວເຕີ ຢູ່ໃນທົ່ວໂລກທີ່ໄດ້ຖືກບຸກລຸກ ເຊິ່ງພວກສາຍລັບຂອງຣັດເຊຍ ໄດ້ນຳໃຊ້ມາເປັນເວລາເກືອບ 20 ປີເພື່ອສອດແນມ ຕໍ່ສະຫະລັດ ແລະບັນດາພັນທະມິດຂອງຕົນ.

ບັນດາເຈົ້າໜ້າທີ່ ໄດ້ກ່າວວ່າ ໜ່ວຍງານນຶ່ງພາຍໃນກະຊວງດ້ານຄວາມໝັ້ນຄົງຂອງຣັດເຊຍ ຫຼື FSB ໄດ້ນຳໃຊ້ຊອບແວຣ ຫຼື ໂປຣແກຣມເຈາະຂໍ້ມູນ ຫຼື malware ທີ່ເອີ້ນວ່າ ງູ ຫຼື Snake ເພື່ອລັກເອົາເອກະສານຕ່າງໆ ທີ່ເປັນ ຄວາມລັບ ຈາກເຄືອຂ່າຍຄອມພິວເຕີທັງຫຼາຍທີ່ຖືກບຸກລຸກ ໃນຢ່າງໜ້ອຍ 50 ປະເທດ.

ພວກຄອມພິວເຕີທັງຫຼາຍທີ່ຖືກລັກເຈາະນັ້ນ ເປັນຂອງ ລັດຖະບານປະເທດສະມາຊິກ ໃນອົງການເນໂຕ້, ນັກຂ່າວ ແລະເປົ້າໝາຍອື່ນໆ ທີ່ໜ້າສົນໃຈສຳລັບລັດຖະບານຣັດເຊຍ ດັ່ງທີ່ເຈົ້າໜ້າທີ່ໄດ້ກ່າວ.

ພວກຄອມພິວເຕີທີ່ຖືກບຸກລຸກໂດຍ ຊອບແວຣ ງູ ຢູ່ໃນສະຫະລັດ ແລະທົ່ວໂລກ ໄດ້ຖືກນຳໃຊ້ເພື່ອເປັນຊ່ອງທາງໃນການສົ່ງຂໍ້ມູນທີ່ຖືກລັກເອົາມານັ້ນ ກັບຄືນໄປຍັງຣັດເຊຍ.

ກະຊວງຍຸຕິທຳສະຫະລັດ ໄດ້ເອີ້ນ ສເນັກ (Snake) ວ່າ “ການຝັງໂປຣແກຣມເຈາະຂໍ້ມູນ ຫຼື malware ທີ່ເປັນການສອດແນມທາງໄຊເບີ ລ້ຳສະໄໝຂອງ FSB.”

U.S. officials said on Tuesday they've taken down a global network of compromised computers that Russian intelligence agents used for nearly 20 years to spy on the United States and its allies.

Officials said a unit within Russia's Federal Security Service, or FSB, used a malicious software called Snake to steal sensitive documents from hundreds of compromised computer networks in at least 50 countries.

The hacked computers belonged to NATO member governments, journalists and other targets of interest to the Russian government, officials said.

Snake-infected computers in the United States and around the world served as conduits for funneling the stolen data back to Russia.

The Justice Department called Snake the "FSB's premiere cyberespionage malware implant."

XS
SM
MD
LG