ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານຂອງສະພາ ກ່າວວ່າ ອົງການ FBI ແລະ ກະຊວງຮັກສາຄວາມປອດໄພພາຍໃນ ບໍ່ສົນໃຈຕໍ່ຂໍ້ມູນສືບລັບ 'ຈໍານວນຫຼາຍ' ກ່ອນເຫດການວັນທີ 6 ມັງກອນ


ແຟ້ມຮູບ-ບັນດາຜູ້ປະທ້ວງ ທີ່ຊື່ສັດພັກດີຕໍ່ປະທານາທິບໍດີ ດໍໂນລ ທຣໍາ ໃນເວລານັ້ນ ບຸກເຂົ້າຫໍລັດຖະສະພາໃນນະຄອນຫຼວງວໍຊິງຕັນ, ວັນທີ 7 ມັງກອນ 2021.
ແຟ້ມຮູບ-ບັນດາຜູ້ປະທ້ວງ ທີ່ຊື່ສັດພັກດີຕໍ່ປະທານາທິບໍດີ ດໍໂນລ ທຣໍາ ໃນເວລານັ້ນ ບຸກເຂົ້າຫໍລັດຖະສະພາໃນນະຄອນຫຼວງວໍຊິງຕັນ, ວັນທີ 7 ມັງກອນ 2021.

ບົດລາຍງານຂອງຄະນະກໍາມະ​ການສະພາ​ສູງກ່າວວ່າ ອົງການສືບສວນສອບສວນຂອງລັດຖະບານກາງ ຫຼື FBI ແລະກະຊວງ​ຮັກ​ສາ​ຄວາມ​ປອດ​ໄພພາຍ ໃນສະ​ຫະ​ລັດ ບໍ່ສົນໃຈ ຫຼືບໍ່​ເອົາຫົວຊາຕໍ່ “ຂໍ້ມູນສືບລັບຈໍານວນຫຼາຍ” ກ່ອນການໂຈມຕີຫໍລັດຖະສະພາ​ສະ​ຫະ​ລັດໃນວັນທີ 6 ມັງກອນ ປີ 2021, ອີງຕາມລາຍງານຂອງອົງການຂ່າວ AP.

ບົດລາຍງານຂອງຄະນະກໍາມະ​ການທາງດ້ານ​ຄວາມ​ປອດ​ໄພພາຍໃນ ແລະກິດ ຈະການຂອງລັດຖະບານ ເປີດເຜີຍອອກມາໃນວັນອັງຄານວານນີ້ ໂດຍກ່າວວ່າ ອົງການດັ່ງກ່າວນີ້ເຮັດວຽກລົ້ມແຫຼວໃນການເຕືອນ ກ່ຽວກັບຜູ້ສະໜັບສະໜຸນຈໍານວນນຶ່ງ ຂອງປະທານາທິບໍດີດໍໂນລ ທຣໍາ ໃນເວລານັ້ນ ສໍາລັບການເປີດເຜີຍແຜນການທີ່ຈະເຂົ້າປິດລ້ອມ ຜ່ານທາງອອນລາຍ.

ແຟ້ມຮູບ-ບັນດາຜູ້ສະໜັບສະໜຸນ ທ່ານທຣໍາ ພາກັນມ້າງຮົ້ວກັ້ນຂອງຕໍາຫຼວດ ຢູ່ທີ່ຫໍລັດຖະສະພາສະຫະລັດ ໃນນະຄອນຫຼວງວໍຊິງຕັນ, ວັນທີ 6 ມັງກອນ 2021.
ແຟ້ມຮູບ-ບັນດາຜູ້ສະໜັບສະໜຸນ ທ່ານທຣໍາ ພາກັນມ້າງຮົ້ວກັ້ນຂອງຕໍາຫຼວດ ຢູ່ທີ່ຫໍລັດຖະສະພາສະຫະລັດ ໃນນະຄອນຫຼວງວໍຊິງຕັນ, ວັນທີ 6 ມັງກອນ 2021.

ບົດລາຍງານໂດຍເຈົ້າໜ້າທີ່ສ່ວນຫຼາຍຂອງຄະນະກໍາມະການກ່າວວ່າ ປະຊາ ຄົມສືບລັບບໍ່ໄດ້ມີການປັບປ່ຽນ ເພື່ອແນເປົ້າໝາຍໃສ່ໄພຂົ່ມ​ຂູ່ພາຍໃນ, ຫຼາຍກວ່າການກໍ່ການຮ້າຍລະດັບສາກົນ.

ໃນບົດລາຍງານກ່າວວ່າ ບັນດາຫົວໜ້າອົງການສືບລັບ “ບໍ່ສາມາດເຂົ້າໃຈໄດ້” ວ່າ ຫໍລັດຖະສະພາ ຈະຖືກໂຈມ​ຕີ. ອົງການ FBI ແລະກະຊວງ​ຮັກ​ສາ​ຄວາມ​ປອດ​ໄພພາຍໃນກ່າວວ່າ ພວກເຂົາເຈົ້າ ໄດ້ດໍາເນີນການປ່ຽນແປງແລ້ວ.

WASHINGTON (AP) — A Senate committee's report says the FBI and the Department of Homeland Security downplayed or ignored "a massive amount of intelligence information" before the Jan. 6, 2021, attack on the U.S Capitol. The Senate Homeland Security and Governmental Affairs Committee report released Tuesday says the agencies failed to warn of violence as some of then-President Donald Trump's supporters openly planned the siege online. The report by the panel's majority staff says the intelligence community has not entirely recalibrated to focus on the threats of domestic, rather than international, terrorism. It says government intelligence leaders "could not conceive" the Capitol would be overrun. The FBI and Homeland Security say they've implemented changes.

XS
SM
MD
LG