ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໝໍ ຟາວຈີ ວ່າ ມີ ‘ຄວາມສ່ຽງຢ່າງໃຫຍ່ຫຼວງ’ ໃນການລະບາດຂອງ COVID ຕື່ມອີກ ຖ້າ ສຫລ ເປີດປະເທດຄືນ ໄວເກີນໄປ


ຜູ້ອຳນວຍການອົງການໂຣກພູມແພ້ ແລະພະຍາດຕິດແປດ ແຫ່ງຊາດສະຫະລັດ ທ່ານໝໍ ແອນໂຕນີ ຟາວຈີ ກ່າວໃນລະຫວ່າງ ກອງປະຊຸມແຈ້ງສະພາບການ ຂອງໜ່ວຍສະເພາະກິດຮັບຜິດຊອບ ໄວສັຣໂຄໂຣນາ ຢູ່ທີ່ທຳນຽບຂາວ, ວັນທີ 10 ເມສາ 2020, ໃນນະຄອນຫຼວງວໍຊິງຕັນ.
ຜູ້ອຳນວຍການອົງການໂຣກພູມແພ້ ແລະພະຍາດຕິດແປດ ແຫ່ງຊາດສະຫະລັດ ທ່ານໝໍ ແອນໂຕນີ ຟາວຈີ ກ່າວໃນລະຫວ່າງ ກອງປະຊຸມແຈ້ງສະພາບການ ຂອງໜ່ວຍສະເພາະກິດຮັບຜິດຊອບ ໄວສັຣໂຄໂຣນາ ຢູ່ທີ່ທຳນຽບຂາວ, ວັນທີ 10 ເມສາ 2020, ໃນນະຄອນຫຼວງວໍຊິງຕັນ.

ນັກຊ່ຽວຊານດ້ານພະຍາດຕິດແປດຂັ້ນສູງຂອງສະຫະລັດ ທ່ານໝໍ ແອນໂຕນີ ຟາວຈີ ໄດ້ກ່າວເຕືອນໃນວັນອາທິດວານນີ້ ວ່າ ຈະມີ “ຄວາມສ່ຽງຢ່າງໃຫຍ່ຫຼວງ” ໃນການແຜ່ລະບາດຕື່ມອີກຂອງໄວຣັສໂຄໂຣນາທີ່ອັນຕະລາຍຮ້າຍແຮງ ຖ້າສະຫະລັດ ເປີດທຸລະກິດຄືນໃໝ່ ແລະກັບຄືນສູ່ຄວາມປົກກະຕິໄວເກີນໄປ ໃນວັນທີ 1 ພຶດສະພາ ນີ້ ດັ່ງທີ່ປະທານາທິບໍດີ ດໍໂນລ ທຣຳ ພວມພິຈາລະນາເບິ່ງຢູ່ນັ້ນ.

ທ່ານໝໍ ຟາວຈີ ໄດ້ກ່າວຕໍ່ອົງການຂ່າວ CNN ວ່າ “ມັນບໍ່ແມ່ນສະວິດເປີດໄຟ” ທີ່ຈະເລີ້ມຕົ້ນການຄ້າຂອງສະຫະລັດຄືນ ໃນຂະນະທີ່ ການແນະນຳໃຫ້ປະຊາຊົນຢູ່ຫ່າງຈາກກັນເພື່ອຄວາມປອດໄພຂອງລັດຖະບານນັ້ນ ຈະສິ້ນສຸດລົງໃນວັນທີ 30 ເມສານີ້.

ທ່ານ ຍັງຫວັງຢູ່ວ່າ “ຢ່າງໜ້ອຍໃນທາງໃດທາງນຶ່ງ” ປະເທດຊາດ ອາດກັບຄືນໄປເຮັດວຽກ ແລະໄປເຮັດກິດຈະກຳຕ່າງໆໃນແຕ່ລະວັນຄືເກົ່າໃນເດືອນໜ້າ ແຕ່ໄດ້ກ່າວວ່າ ມັນເປັນໄປໄດ້ສູງ ທີ່ຈະແຕກຕ່າງກັນໄປຢູ່ໃນຫຼາຍໆພື້ນທີ່ຂອງປະເທດ.

ທ່ານໄດ້ກ່າວຕໍ່ໄປວ່າ ອັນນັ້ນ ກໍຂຶ້ນຢູ່ກັບວ່າ ຈຳນວນຂອງກໍລະນີຕິດເຊື້ອໄວຣັສໂຄໂຣນາ ໃນບັນດາຊຸມຊົນທີ່ສະເພາະເຈາະຈົງທັງຫຼາຍຫຼຸດລົງ ແລະການກວດຫາໄວຣັສ ໄດ້ສະແດງໃຫ້ເຫັນວ່າ ພວກຄົນສ່ວນໃຫຍ່ ບໍ່ໄດ້ຕິດເຊື້ອໄວຣັສຢ່າງຫຼວງຫຼາຍ ຫຼືບໍ່.

ເຖິງແມ່ນຈະມີການລະມັດລະວັງ ທ່ານໄດ້ກ່າວອີກວ່າ “ພວກເຮົາຮູ້ດີວ່າ ພວກຄົນທົ່ວໄປຈະຕິດເຊື້ອໄວຣັສ. ອັນນັ້ນ ແມ່ນຄວາມເປັນຈິງ.”

ຈຳນວນການເສຍຊີວິດຍ້ອນໄວຣັສໂຄໂຣນາຂອງສະຫະລັດ ໄດ້ສູງຂຶ້ນເຖິງ 20,000 ຄົນແລ້ວ ເປັນຈຳນວນທັງໝົດທີ່ສູງທີ່ສຸດກວ່າປະເທດໃດໆ ໂດຍມີຫຼາຍກວ່າ 534,000 ກໍລະນີຕິດເຊື້ອໄວຣັສ ທີ່ໄດ້ຮັບການຢືນຢັນ. ໃນປັດຈຸບັນ ການຈຳລອງການຕິດເຊື້ອໄວຣັສຂອງສະຫະລັດ ຄາດຄະເນວ່າ 60,000 ຄົນ ຫຼືຫຼາຍກວ່ານີ້ ອາດຈະຕາຍພາຍໃນເດືອນກໍລະກົດນີ້ ຢູ່ໃນປະເທດ.

ຫົວໜ້າອົງການອາຫານແລະຢາ ທ່ານສະຕີບເວັນ ຮານ ໄດ້ກ່າວຕໍ່ລາຍການ “This Week” ຂອງໂທລະພາບ ABC ວ່າ “ການຈຳລອງຕ່າງໆ ສະແດງໃຫ້ເຫັນວ່າ ພວກເຮົາກຳລັງໄກ້ຈະເຖິງຈຸດສູງສຸດແລ້ວ” ແຕ່ທ່ານໄດ້ເຕືອນວ່າ “ອັນນີ້ ແທ້ຈິງແລ້ວເປັນການແຜ່ລະບາດທີ່ເຄື່ອນໄຫວຢ່າງວ່ອງໄວ ສະນັ້ນພວກເຮົາຕ້ອງເບິ່ງມັນໄປໃນແຕ່ລະວັນ.”

ສຳລັບກຳນົດ ວັນທີ 1 ພຶດສະພາ ແລ້ວ ທ່ານຮານໄດ້ກ່າວວ່າ “ມັນເປັນເປົ້າໝາຍ ແລະແນ່ນອນ ພວກເຮົາຫວັງວ່າ ປະມານເປົ້າໝາຍນັ້ນແຫຼະ ແຕ່ຂ້າພະເຈົ້າຄຶດວ່າ ມັນໄວເກີນໄປ ທີ່ພວກເຮົາຈະເວົ້າວ່າ ວັນທີ 1 ພຶດສະພາ ຈະເປັນວັນທີ່ກຳນົດນັ້ນ ໄດ້ຫຼືບໍ່.”

ນັກຊ່ຽວຊານຄົນທີສາມ ຍັງໄດ້ສະແດງຄວາມເຫັນວ່າ ຕ້ອງໃຫ້ລະມັດລະວັງໃນການເປີດປະເທດຄືນໃໝ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG