ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ດ​ຣ. ຟາວ​ຈີ ກ່າວ​ວ່າ ຢາວັກຊີນທີ່ມີຢູ່ ຈະສະໜອງການປ້ອງກັນ ໃນລະດັບໃດນຶ່ງ ຕໍ່ສາຍພັນ ໂອໄມຄຣອນ


ດຣ. ແອນໂທນີ ຟາວຈີ, ທີ່ປຶກສາດ້ານການແພດລະດັບສູງຂອງປະທານາທິບໍດີ ໂຈ ໄບເດັນ, ຟັງໃນຂະນະທີ່ທ່ານ ໄບເດັນ ກ່າວຄຳໄປໄສ ກ່ຽວກັບ COVID-19 ສາຍພັນໃໝ່ຊື່ວ່າ ໂອໄມຄຣອນ, ໃນຫ້ອງປະຊຸມ ຣູສແວັລທ໌ (Roosevelt) ຂອງທຳນຽບຂາວ. 29 ພະຈິກ, 2021.
ດຣ. ແອນໂທນີ ຟາວຈີ, ທີ່ປຶກສາດ້ານການແພດລະດັບສູງຂອງປະທານາທິບໍດີ ໂຈ ໄບເດັນ, ຟັງໃນຂະນະທີ່ທ່ານ ໄບເດັນ ກ່າວຄຳໄປໄສ ກ່ຽວກັບ COVID-19 ສາຍພັນໃໝ່ຊື່ວ່າ ໂອໄມຄຣອນ, ໃນຫ້ອງປະຊຸມ ຣູສແວັລທ໌ (Roosevelt) ຂອງທຳນຽບຂາວ. 29 ພະຈິກ, 2021.

ບັນດາຜູ້ຊ່ຽວຊານໂຣກຕິດຕໍ່ລະດັບສູງຂອງ ສະຫະລັດ ໄດ້ກ່າວໃນວັນອັງຄານວານນີ້ວ່າ ປະຊາ ຊົນ ອາເມຣິກັນ ທີ່ໄດ້ສັກຢາວັກຊີນ “ມີການປ້ອງກັນໃນລະ ດັບໃດນຶ່ງ” ຕໍ່ໄວຣັສໂຄໂຣນາສາຍພັນໃໝ່ ໂອໄມຄຣອນ, ແຕ່ບັນດານັກວິທະ ຍາສາດ ຈະບໍ່ຮູ້ເປັນເວລາອີກສອງສາມອາທິດວ່າ ຢາວັກຊີນ ຈະຖືກປ່ຽນແປງແນວໃດ ເພື່ອທຳການຕໍ່ສູ້ກັບມັນໃຫ້ດີທີ່ສຸດ.

ດຣ. ແອນໂທນີ ຟາວຈີ, ທີ່ປຶກສາດ້ານການແພດລະດັບສູງຂອງປະທານາທິບໍດີ ໂຈ ໄບເດັນ, ໄດ້ກ່າວຢູ່ກອງປະຊຸມຖະ​ແຫຼງຂ່າວຢູ່ທຳນຽບຂາວວ່າ “ຂໍ້ມູນການກາຍພັນຂອງ ໂອໄມຄຣອນ” ແມ່ນແຕກຕ່າງຈາກສາຍພັນອື່ນໆຂອງໄວຣັສໂຄໂຣນາ.

ໃນຂະນະທີ່ທ່ານໄດ້ກ່າວວ່າຢາວັກຊີນສາມຊະນິດໃນປັດຈຸບັນທີ່ຖືກໃຊ້ໃນ ສະ ຫະລັດ ອາດປ້ອງກັນປະຊາຊົນຜູ້ທີ່ໄດ້ສັກຢາຈາກການເຈັບປ່ວຍໜັກຍ້ອນສາຍພັນ ໂອໄມຄຣອນ ນັ້ນ, ມັນ “ຍັງມີຄວາມບໍ່ແນ່ນອນ, ແລະ ທຳນາຍບໍ່ໄດ້” ວ່າມັນຈະໄດ້ຜົນຢ່າງເຕັມທີ່ຕໍ່ຄົນທີ່ເປັນໄຂ້ຫຼືບໍ່.”

ທ່ານໄດ້ກ່າວວ່າ “ພວກເຮົາເຊື່ອວ່າມັນຍັງໄວໂພດທີ່ຈະບອກກ່ຽວກັບຄວາມຮ້າຍແຮງ” ຂອງສາຍພັນ ໂອໄມຄຣອນ. ພວກເຮົາຈະມີຄວາມຄິດທີ່ດີກວ່າໃນສອງສາມອາທິດຂ້າງໜ້າ.”

ປັດຈຸບັນນີ້, ທ່ານໄດ້ກ່າວວ່າ, 226 ກໍລະນີຂອງສາຍພັນ ໂອໄມຄຣອນ ໄດ້ຖືກລະບຸໃນ 20 ປະ ເທດທົ່ວໂລກ, ແຕ່ບໍ່ມີຈັກກໍລະນີໃນ ສະຫະລັດ ໃນປັດຈຸບັນນີ້. ບັນດາເຈົ້າໜ້າທີ່ສາທາລະນະສຸກ, ແນວໃດກໍຕາມ, ກ່າວວ່າເຂົາເຈົ້າເດົາວ່າ ໃນທີ່ສຸດສາຍພັນດັ່ງກ່າວຈະແຜ່ລາມໃນ ສະຫະ ລັດ.

ດຣ. ໂຣແຊລ ວາເລັນສກີ (Rochelle Walenski), ຜູ້ອຳນວຍການສູນກາງ ນຄວບຄຸມ ແລະ ປ້ອງ ກັນພະ​ຍາດ ໄດ້ກ່າວວ່າ “ພວກເຮົາແມ່ນກຳລັງກວດຫາສາຍພັນ ໂອໄມຄຣອນ ໃນ ສະຫະລັດ ຢ່າງຫ້າວຫັນ.”

ທ່ານ ສເຕຟານ ບານແຊລ໌ (Stephane Bancel), ຜູ້ບໍລິຫານໃຫຍ່ຂອງບໍລິສັດ ໂມເດີນາ, ເຊິ່ງຜະລິດນຶ່ງໃນຢາວັກຊີນທີ່ຖືກໃຊ້ໃນ ສະຫະລັດ ຄາດເດົາໃນການສຳພາດກັບໜັງສືພິມ Financial Times ວ່າ ຢາວັກຊີນທີ່ມີຢູ່ຈະມີປະສິດທິຜົນໜ້ອຍລົງຫຼາຍໃນການຕໍ່ສູ້ກັບສາຍພັນ ໂອໄມຄຣອນ ກວ່າສີ່ສາຍພັນຂອງໄວຣັສໂຄໂຣນາກ່ອນໜ້ານີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG