ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປາແລັສໄຕນ໌ ຮຽກຮ້ອງໃຫ້ຈັດ ການປະທ້ວງ ໃນລະຫວ່າງ ການຢ້ຽມຢາມນະຄອນ ເຈຣູຊາແລັມ ໂດຍທ່ານ ເພັນສ໌


ພວກຫົວຮຸນແຮງ ປາແລັສໄຕນ໌ ອາລ ອັກຊາ, ຈັດກອງປະຊຸມ
ຖະແຫຼງຂ່າວ ເພື່ອປະນາມການຕັດສິນໃຈໂດຍປະທານາທິບໍດີ
ສະຫະລັດ ທ່ານ ດໍໂນລ ທຣຳ ທີ່ຮັບຮູ້ນະຄອນ ເຈຣູຊາແລັມ ວ່າເປັນນະຄອນຫຼວງຂອງ ອິສຣາແອລ. ໃນເມືອງ ກາຊາ. 7 ທັນວາ, 2017.
ພວກຫົວຮຸນແຮງ ປາແລັສໄຕນ໌ ອາລ ອັກຊາ, ຈັດກອງປະຊຸມ ຖະແຫຼງຂ່າວ ເພື່ອປະນາມການຕັດສິນໃຈໂດຍປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ທີ່ຮັບຮູ້ນະຄອນ ເຈຣູຊາແລັມ ວ່າເປັນນະຄອນຫຼວງຂອງ ອິສຣາແອລ. ໃນເມືອງ ກາຊາ. 7 ທັນວາ, 2017.

ພັກການເມືອງຂອງຜູ້ນຳ ປາແລັສໄຕນ໌ ທ່ານ ມາກມູດ ອັບບັສ ໄດ້ຮຽກຮ້ອງໃຫ້ “ຈັດ
ການປະທ້ວງດ້ວຍຄວາມໂມໂຫ” ໃນລະຫວ່າງການຢ້ຽມຢາມນະຄອນ ເຈຣູຊາແລັມ
ໂດຍຮອງປະທານາທິບໍດີ ສະຫະລັດ ທ່ານ ໄມຄ໌ ເພັນສ໌ ໃນສັບປະດາໜ້າ.

ພັກການເມືອງຊາດນິຍົມ ຟາທາ (Fatah) ຂອງ ປາແລັສໄຕນ໌ ໄດ້ປະກາດໃນວັນເສົາ
ວານນີ້ວ່າ “ພວກເຮົາຮຽກຮ້ອງໃຫ້ຈັດການປະທ້ວງດ້ວຍຄວາມໂມໂຫຢູ່ທາງເຂົ້າສູ່ນະ
ຄອນ ເຈຣູຊາແລັມ ແລະ ໃນເມືອງເກົ່າ ໃນລະຫວ່າງການຢ້ຽມຢາມຂອງຮອງປະທາ
ນາທິບໍດີ ສະຫະລັດ ທ່ານ ໄມຄ໌ ເພັນສ໌ ໃນວັນພຸດທີ່ຈະມາເຖິງນີ້ ແລະ ປະທ້ວງຕໍ່ຕ້ານ
ການຕັດສິນໃຈຂອງປະທານາທິບໍດີ ສະຫະລັດທ່ານ ດໍໂນລ ທຣຳ.”

ທ່ານ ທຣຳ ໄດ້ເຮັດໃຫ້ຊາວ ປາແລັສໄຕນ໌ ບໍ່ພໍໃຈໃນຕົ້ນເດືອນນີ້ ເມື່ອທ່ານໄດ້ປະ
ກາດວ່າ ສະຫະລັດ ຈະຮັບຮູ້ນະຄອນ ເຈຣູຊາແລັມ ເປັນນະຄອນຫຼວງຂອງປະເທດ
ອິສຣາແອັລ, ເປັນການຕ່າວປີ້ນນະໂຍບາຍທີ່ລະອຽດອ່ອນ ທີ່ມີມາ ເປັນເວລາຫຼາຍ
ທົດສະວັດແລ້ວ. ບັນດາຜູ້ນຳ ປາແລັສໄຕນ໌ ໄດ້ຕອບໂຕ້ດ້ວຍການຍົກເລີກແຜນການ
ທີ່ຈະພົບປະກັບທ່ານ ເພັນສ໌. ທ່ານຍັງຄາດວ່າ ຈະພົບປະກັບບັນດາເຈົ້າໜ້າທີ່
ອິສຣາແອລ ຢູ່.

ທັງ ປາແລັສໄຕນ໌ ແລະ ອິສຣາແອລ ຕ່າງກໍໄດ້ອ້າງວ່ານະຄອນ ເຈຣູຊາແລັມ ເປັນນະ
ຄອນຫຼວງທີ່ແທ້ຈິງຂອງຕົນ. ແຕ່ຄວາມຂັດແຍ້ງ ກ່ຽວກັບ ນະຄອນ ເຈຣູຊາແລັມ ມີ
ຄວາມໝາຍວ່າ ການປະຕິບັດໜ້າທີ່ຕ່າງໆຂອງລັດຖະບານແມ່ນຕ້ອງດຳເນີນຢູ່ບ່ອນ
ອື່ນໆເຊັ່ນ, ນະຄອນຫຼວງ ແທລ ອາວີຟ ສຳລັບ ອິສຣາແອລ ແລະ ຣາມາລລາ ສຳລັບ
ອຳນາດການປົກຄອງແຫ່ງຊາດ ປາແລັສໄຕນ໌.

ການປະກາດຂອງທ່ານ ທຣຳ ໄດ້ປະສົບກັບຄວາມບໍ່ພໍໃຈໃນບັນດາຊຸມຊົນຕ່າງໆ
ຂອງຊາວ ປາແລັສໄຕນ໌, ກະຕຸ້ນໃຫ້ຊາວ ປາແລັສໄຕນ໌ ຫຼາຍພັນຄົນໃນເຂດຕາເວັນ
ອອກກາງ ແລະ ບ່ອນອື່ນໆ ຈັດການປະທ້ວງຕໍ່ຕ້ານການຕັດສິນໃຈດັ່ງກ່າວ.

ນອກນັ້ນ ທ່ານ ທຣຳ ຍັງໄດ້ປະກາດວ່າ ສະຖານທູດ ສະຫະລັດ ຈະຍ້າຍອອກຈາກ
ນະຄອນຫຼວງ ແທລ ອາວີຟ ໄປນະຄອນ ເຈຣູຊາແລັມ, ສ້າງຄວາມໂມໂຫໃຫ້ຊາວ
ປາແລັສໄຕນ໌ ແລະ ຜູ້ສະໜັບສະໜູນຂອງເຂົາເຈົ້າຕື່ມອີກ. ຊຸມຊົນການທູດຂອງ
ອິສຣາແອລ ແມ່ນຕັ້ງຢູ່ໃນນະຄອນຫຼວງ ແທລ ອາວີຟ, ເຖິງແມ່ນວ່າບາງປະເທດ,
ລວມທັງ ສະຫະລັດ ຈະມີສະຖານກົງສຸນໃນນະຄອນ ເຈຣູຊາແລັມ ກໍຕາມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG