ກະເສດຕະກອນໃນແຂວງອັດຕະປື ບໍ່ສາມາດບັນລຸເປົ້າໝາຍການຜະລິດເຂົ້ານາແຊງ
ໃນປີ 2019 ເພາະພາກສ່ວນທີ່ຮັບຜິດຊອສາມາດສ້ອມແປງຄອງຊົນລະປະທານທີ່ເປ່
ເພໄດ້ພຽງ 5 ໂຄງການເທົ່ານັ້ນ.
ທ່ານນາງ ວິໄລພອນ ວໍລະພິມ ຫົວໜ້າຜະແນກກະສິກຳ-ປ່າໄມ້ ແຂວງອັດຕະປື ຖະ
ແຫຼງຍອມຮັບວ່າ ການປູກເຂົ້ານາແຊງໃນທົ່ວແຂວງອັດຕະປື ທີ່ວາງເປົ້າໝາຍໄວ້ໃນ
ເນື້ອທີ່ 408 ເຮັກຕານັ້ນປາກົດວ່າສາມາດຈັດຕັ້ງປະຕິບັດໄດ້ຈິງພຽງ 251 ເຮັກຕາ
ເທົ່ານັ້ນ ໂດຍມີສາເຫດມາຈຈາກການສ້ອມແປງຄອງຊົນລະປະທານທີ່ເປ່ເພໄດ້ພຽງ
4 ໂຄງການຈາກເປົ້າໝາຍ 7 ໂຄງການ ຈຶ່ງເຮັດໃຫ້ສາມາດຕອບສະໜອງນ້ຳໃຫ້ກັບ
ພື້ນທີ່ປູກເຂົ້ານາແຊງໄດ້ຢ່າງຈຳກັດທີ່ສົມທົບດ້ວຍບັນຫາການຄຸ້ມຄອງ-ການຈັດສັນ
ນ້ຳທີ່ບໍ່ກົມກຽວກັນພາຍໃນແຂວງ ທັງຍັງຂາດແຫຼ່ງເງິນທຶນກູ້ຢືມດ້ວຍ ດັ່ງທີ່ທ່ານນາງ
ວິໄລພອນ ຢືນຢັນວ່າ
"ຈາກການລົງເຮັດວຽກຕົວຈິງເຫັນວ່າມີແຕ່ 4 ໂຄງການສາມາດຕອບສະໜອງດ້ານນ້ຳ
ໄດ້ພຽງແຕ່ 350 ປາຍເຮັກຕາ ແຕ່ວ່າປະຕິບັດຕົວຈິງໄດ້ແຕ່ 251 ເຮັກຕາ ຈຸດທີ 2 ມາ
ນີ້ນ້ຳບາງໂຄງການຊົນລະປະທານ ຊຶ່ງວ່ານຳໃຊ້ນ້ຳເຊຂະໝານຫັ້ນ ມັນບໍ່ພຽງພໍຍ້ອນ
ວ່າ ການປະສານລະຫວ່າງ ວິຊາການກັບທາງພາກສ່ວນໂຄງການເຂື່ອນໄຟຟ້າ ເຊຂະ
ໝານ 1 ຫັ້ນມັນບໍ່ກົມກຽວກັນ ແລະ ອັນທີ 3 ມານີ້ໝາຍຄວາມນະໂຍບາຍດ້ານສິນເຊື່ອ
ຫຼາຍເຂດກະບໍ່ໄດ້ຮັບສິນເຊື່ອ ມີບາງເຂດປະຊາຊົນກະຍັງມີໜີ້ສິນທະນາຄານ ຍັງບໍ່ທັນ
ສາມາດຊຳລະໄດ້ ໂຕນີ້ກະເປັນອີກເຫດຜົນນຶ່ງ."
ທັງນີ້ໂດຍທາງການແຂວງອັດຕະປື ໄດ້ວາງແຜນການສົ່ງເສີມການປູກເຂົ້ານາແຊງໃນປີ
2019 ໃຫ້ໄດ້ໃນເນື້ອທີ່ 408 ເຮັກຕາ ແລະ ສົ່ງເສີມການປູກພືດສະບຽງອາຫານໃຫ້ໄດ້
636 ເຮັກຕາ ຫາກແຕ່ວ່າດ້ວຍການສ້ອມແປງໂຄງການຊົນລະປະທານທີ່ເປ່ເພໄດ້ພຽງ
4 ໂຄງການຈາກເປົ້າໝາຍ 7 ໂຄງການຈຶ່ງເຮັດໃຫ້ສາມາດສະໜອງນ້ຳໃຫ້ກັບພື້ນທີ່ປູກ
ເຂົ້ານາແຊງໄດ້ພຽງແຕ່ 354 ເຮັກຕາ ແລະ ກໍສາມາດປະຕິບັດໄດ້ຈິງພຽງແຕ່ 251 ເຮັກ
ຕາ ຫຼື ເທົ່າກັບ 61.5 ເປີເຊັນຂອງແຜນການເທົ່ານັ້ນ.
ສ່ວນປະຊາຊົນທີ່ເມືອງສະໜາມໄຊ ໃນແຂວງອັດຕະປື ທີ່ໄດ້ຮັບຜົນກະທົບຈາກໄພນ້ຳ
ຖ້ວມຄັ້ງໃຫຍ່ທີ່ເກີດຈາກເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ເມື່ອວັນທີ 23 ກໍລະກົດ 2018
ນັ້ນກໍເປີດເຜີຍວ່າການບຸກເບີກພື້ນທີ່ກະສິກຳສຳລັບຜູ້ປະສົບໄພນ້ຳຖ້ວມໃນເຂດເມືອງ
ສະໜາມໄຊທີ່ດຳເນີນການໂດຍຜະແນກກະສິກຳ ແລະ ປ່າໄມ້ ແຂວງອັດຕະປືນັ້ນ ບໍ່ທັນ
ກັບການປູກເຂົ້ານາແຊງໃນປີ 2019 ທັງກໍຍັງບໍ່ແນ່ວ່າຈະສາມາດດຳເນີນການໃຫ້ສຳເລັດ
ແລະ ສົ່ງມອບພື້ນທີ່ກະສິກຳໃຫ້ກະເສດຕະກອນໄດ້ທັນກັບການປູກເຂົ້ານາປີ 2019 ນີ້ຫຼື
ບໍ່ອີກດ້ວຍ, ຊຶ່ງຖ້າຫາກວ່າການດຳເນີນງານຍັງຄົງຊັກຊ້າຄືກັບທີ່ເປັນຢູ່ໃນເວລານີ້ ກໍ
ຍ່ອມຈະເຮັດໃຫ້ປະຊາຊົນທີ່ຖືກະທົບຈາກໄພນ້ຳຖ້ວມຈະຕ້ອງປະເຊີນກັບບັນຫາຂາດ
ແຄນເຂົ້າກິນຕໍ່ໄປອີກເຖິງ 12 ເດືອນເປັນຢ່າງໜ້ອຍ.
ໂດຍການເກັບຂໍ້ມູນກະສິກຳໃນເຂດເມືອງສະໜາມໄຊ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳ
ຖ້ວມຄັ້ງໃຫຍ່ທີ່ເກີດຈາກເຂື່ອນເຊປຽນ-ເຊນ້ຳນ້ອຍແຕກນັບແຕ່ວັນທີ 23 ກໍລະກົດ
2018 ເປັນຕົ້ນມາພົບວ່າພື້ນທີ່ປູກເຂົ້າເສຍຫາຍໄປກວ້າງກວ່າ 8,050 ເຮັກຕາ ໃນນີ້
ລວມເຖິງ 6 ບ້ານ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດ ກໍຄືບ້ານຫີນລາດ, ບ້ານສະ
ຫນອງໃຕ້, ບ້ານທ່າຫີນ, ບ້ານໃໝ່, ບ້ານທ່າແສງຈັນ ແລະ ບ້ານໃຫຍ່ແທ ທີ່ມີຈຳນວນ
ປະຊາກອນລວມກັນ 7,095 ຄົນໃນ 1,611 ຄອບຄົວ ຊຶ່ງຈະຕ້ອງໄດ້ຮັບການຊ່ວຍເຫຼືອ
ທຸກດ້ານ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງພວກເຂົາເຈົ້າກັບຄືນສູ່ສະພາວະປົກກະຕິ
ໃຫ້ໄວທີ່ສຸດ.
ຜ່ານມາອຳນາດການປົກຄອງເມືອງສະໜາມໄຊ ໄດ້ມີການມອບເງິນຊ່ວຍເຫຼືອເບື້ອງຕົ້ນ
ໃຫ້ກັບຜູ້ປະສົບໄພຄອບຄົວລະ 5 ແສນກີບ ແລະ ເງິນຊ່ວຍເຫຼືອເດືອນລະ 1 ແສນກີບ
ຕໍ່ຄົນນັບແຕ່ເດືອນກັນຍາ 2018 ເປັນຕົ້ນມາ ພ້ອມດ້ວຍເງິນອັດຕາການກິນຄົນລະ
5,000 ກີບຕໍ່ວັນ ແລະ ເຂົ້າ 20 ກິໂລກຣາມຕໍ່ຄົນຕໍ່ເດືອນ ສ່ວນຄອບຄົວທີ່ມີຜູ້ເສຍຊີວິດ
ທັງ 44 ສົບໄດ້ຮັບເງິນຊ່ວຍເຫຼືອ 1.5 ລ້ານກີບຕໍ່ຄອບຄົວ ສຳລັບນຳໃຊ້ເພື່ອການຈັດພິ
ທີສົບຕາມຮີດຄອງປະເພນີ ສ່ວນໃນທ້າຍເດືອນມັງກອນ 2019 ຜ່ານມາ ທາງການ ລາວ
ກໍໄດ້ຮ່ວມມືກັບກຸ່ມຜູ້ລົງທຶນຈາກ ເກົາຫຼີໃຕ້ ດຳເນີນການຈ່າຍເງິນຊົດເຊີຍໃຫ້ຄອບຄົວ
ຂອງຜູ້ເສຍຊີວິດ ແລະ ຜູ້ທີ່ສູນຫາຍຍ້ອນໄພນ້ຳຖ້ວມຄັງໃຫຍ່ທີ່ເກີດຂຶ້ນຈາກເຂື່ອນໄຟ
ຟ້າເຊປຽນ-ເຊນ້ຳນ້ອຍແຕກດັ່ງກ່າວ ຈຳນວນທັງໝົດ 71 ຄົນໆລະ 10,000 ໂຄລາ ຫຼື
ວ່າ 85 ລ້ານກີບ.
ທາງດ້ານເຈົ້າໜ້າທີ່ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ທີ່ນະ
ຄອນຫຼວງວຽງຈັນ ຄາດວ່າໃນປີ 2019 ລັດຖະບານ ລາວ ຕ້ອງການຄວາມຊ່ວຍເຫຼືອ
ຈາກຕ່າງປະເທດເຖິງ 1,200 ລ້ານໂດລາ ສຳລັບຟື້ນຟູສະພາບຊີວິດການເປັນຢູ່ຂອງ
ປະຊາຊົນ ລາວ ທີ່ຖືກກະທົບຈາກໄພນ້ຳຖ້ວມຄັ້ງໃຫຍ່ໃນທົ່ວປະເທດ.