ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ໂຄສະນາ ກ່ຽວກັບ ໂຣກມະເຮັງຜິວໜັງ ທີ່ມີຊື່ສຽງຂອງ ອອສເຕຣເລຍ ກັບຄືນມາສູ່ ຄື້ນກະຈາຍສຽງອີກຄັ້ງ


ເຄື່ອງ SolaScan, ເຊິ່ງແມ່ງເຄື່ອງມືກວດຫາໂຣກມະເຮັງຜິວໜັງຊະນິດໃໝ່, ໄດ້ຖືກສະແດງໃຫ້ເບິ່ງ ໃນການເປີດຕົວຂອງມັນໃນນະຄອນ ຊິດນີ, ປະເທດ ອອສເຕຣເລຍ. 7 ພຶດສະພາ, 2002.
ເຄື່ອງ SolaScan, ເຊິ່ງແມ່ງເຄື່ອງມືກວດຫາໂຣກມະເຮັງຜິວໜັງຊະນິດໃໝ່, ໄດ້ຖືກສະແດງໃຫ້ເບິ່ງ ໃນການເປີດຕົວຂອງມັນໃນນະຄອນ ຊິດນີ, ປະເທດ ອອສເຕຣເລຍ. 7 ພຶດສະພາ, 2002.

ໃນວັນຄົບຮອບ 40 ປີຂອງການໂຄສະນາຕ້ານໂຣກມະເຮັງຜິວໜັງທີ່ມີ ຊື່ສຽງນັ້ນ, ການຄົ້ນຄວ້າໄດ້ເປີດເຜີຍວ່າ ຊາວໜຸ່ມ ອອສເຕຣເລຍ ຈຳນວນສູງກວ່າເກົ່າແມ່ນບໍ່ໄດ້ໃຊ້ສິ່ງປ້ອງກັນແສງແດດ. ນັກຂ່າວວີໂອເອ ຟິລ ເມີເຊີ ມີລາຍງານຈາກນະຄອນ ຊິດນີ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ອອສເຕຣເລຍ ເປັນນຶ່ງໃນບັນດາປະເທດ ທີ່ມີອັດຕາການເປັນໂຣກມະເຮັງຜິວ ໜັງທີ່ສູງທີ່ສຸດໃນໂລກ. ການໂຄ​ສະ​ນາໃຫ້ລະມັດລະວັງໃໝ່ ທີ່ມີມູນຄ່າຫຼາຍລ້ານໂດລາຫວັງທີ່ຈະເຮັດຊໍ້າຄວາມສຳ ເລັດຂອງການໂຄ​ສະ​ນາ “ສລິບ ສລັອບ ສແລັບ” ຂອງຕົ້ນຊຸມປີ 1980.

ໂຄສະນາ ສລິບ ສລັອບ ສແລັບ

“ແສງແດດກຳລັງ​ສ່ອງລົງມາ, ແຮງຫຼາຍຈົນໄໝ້ເປັນສີຕັບໝູ, ແຕ່ໂຣກມະເຮັງແມ່ນບໍ່ຮ້ອນຫຼາຍ, ບໍ່, ມັນບໍ່ແມ່ນ. ສະນັ້ນ, ຖ້າເຈົ້າແລ່ນ ຫຼື ເຮັດວຽກຢູ່ໃນແດດ, ເຈົ້າຊິໄໝ້ຄືໄສ້ກອກບໍ່? ເປັນໄປໄດ້ສູງວ່າເຈົ້າຈະບໍ່ໄໝ້.

“ນົກນາງນວນຊື່ວ່າ ຊິດ” ເຊິ່ງແມ່ນສຽງໃນເພງໂຄສະນານັ້ນ, ໄດ້ຮຽກຮ້ອງໃຫ້ປະຊາຊົນ ອອສເຕຣເລຍ ປ້ອງກັນຕົນເອງຈາກແສງແດດ ດ້ວຍການໃສ່ເສື້ອ, ຄຣີມກັນແດດ ແລະ ໝວກ. ມັນແມ່ນຂໍ້ຄວາມອັນຍາວນານທີ່ໄດ້ສອນຫຼາຍລຸ້ນຄົ້ນນັບຕັ້ງແຕ່ມັນໄດ້ຖືກສາຍເມື່ອ 40 ປີທີ່ຜ່ານມາ.

ແຕ່ລັດຖະບານເຊື່ອວ່າອັດຕາໂຣກມະເຮັງຜິວໜັງແມ່ນສູງໂພດ. ໂຣກດັ່ງກ່າວໄດ້ສັງຫານປະຊາ ຊົນ ອອສເຕຣເລຍ ປະມານ 1,300 ຄົນໃນແຕ່ລະປີ. ການຄົ້ນຄວ້າໄດ້ສະແດງໃຫ້ເຫັນວ່າ ຫຼາຍກວ່າ 1 ສ່ວນ 4 ຂອງປະຊາຊົນ ອອສເຕຣເລຍ ແມ່ນບໍ່ໄດ້ໃຊ້ການປ້ອງກັນໃດໆຈາກແສງອັລຕຣາ ໄວໂອເລັດ ຂອງຕາເວັນ.

ທ່ານນາງ ເຮເທີ ວອກເກີ, ຈາກມູນນິທິ, ສະພາໂຣກມະເຮັງ, ກ່າວວ່າ ພວກໄວລຸ້ນຕ້ອງຖືກເຕືອນ ກ່ຽວກັບ ອັນຕະລາຍຂອງຕາເວັນ.

ທ່ານນາງ ວອກເກີ ໄດ້ກ່າວວ່າ “ພວກເຮົາມີວຽກໃຫ້ເຮັດຢ່າງຫຼວງຫຼາຍ ໂດຍສະເພາະໃນໂຮງຮຽນມັດທະຍົມ ແລະ ກັບຜູ້ໃຫຍ່ໄວໜຸ່ມ. ແຕ່ມັນໄດ້ເຮັດໃຫ້ມີກຳລັງໃຈຫຼາຍຂຶ້ນ, ເມື່ອຜູ້ໃຫຍ່ທີ່ມີອາຍຸສູງກວ່າ ແມ່ນໄດ້ໃຊ້ສິ່ງປ້ອງກັນແສງແດດຫຼາຍກວ່າເກົ່າ. ສະນັ້ນ, ມັນເບິ່ງຄືວ່າຈະເປັນການຫຼຸດລົງໃນວົງຈອນຊີວິດ ແລະ ປະຊາຊົນໄດ້ກັບຄືນມາປ້ອງກັນຕົນເອງຈາກແສງຕາເວັນ, ເຊິ່ງແມ່ນສິ່ງທີ່ເປັນກຳລັງໃຈຫຼາຍແທ້ໆ. ແຕ່ມີກຸ່ມອື່ນໆທີ່ຕ້ອງຖືກເຕືອນ ໂດຍສະເພາະແມ່ນຜູ້ຊາຍ. ສະນັ້ນ, ໃນ ອອສເຕຣເລຍ ຜູ້ຊາຍຫຼາຍກວ່າແມ່ຍິງ ເຖິງສອງເທົ່າ ຈະຕາຍຍ້ອນເນື້ອງອກມະເຮັງ ແລະ ນັ້ນແມ່ນຊ່ອງຫວ່າງທີ່ໃຫຍ່ຫຼາຍ.”

ຕອນນີ້, ອອສເຕຣເລຍ ແມ່ນໄດ້ເປີດຕົວໂຄສະນາໂຣກມະເຮັງຜິວໜັງແຫ່ງຊາດຄັ້ງທຳອິດໃນຮອບດົນກວ່ານຶ່ງທົດສະວັດ. ຂໍ້ຄວາມຈາກເພງ ສລິບ ສລັອບ ສແລັບ ທີ່ມີຊື່ສຽງຂອງນົກນາງນວນທີ່ຊື່ວ່າ ຊິດ ນັ້ນແມ່ນໄດ້ຖືກປັບປຸງເພື່ອສະໜັບສະໜູນໃຫ້ປະຊາຊົນ ອອສເຕຣເລຍ ໄປຊອກຫາບ່ອນຮົ່ມ ແລະ ໃສ່ແວ່ນຕາກັນແດດ.

ບັນດາເຈົ້າໜ້າທີ່ສາທາລະນະສຸກໄດ້ກ່າວວ່າ ໂຣກມະເຮັງຜິວໜັງແມ່ນໂຣກມະເຮັງທີ່ມີທົ່ວໄປທີ່ ສຸດຂອງ ອອສເຕຣເລຍ, ແລະ ມັນເກືອບວ່າຈະສາມາດປ້ອງກັນໄດ້ຢ່າງສິ້ນເຊີງ.

ກອງທຶນຄົ້ນຄວ້າໂຣກມະເຮັງໂລກ ໄດ້ກ່າວວ່າ ອອສເຕຣເລຍ ມີອັດຕາການເປັນເນື້ອງອກມະເຮັງສູງທີ່ສຸດໃນໂລກ ຕິດຕາມດ້ວຍ ນິວ ຊີແລນ, ນໍເວ ແລະ ເດັນມາກ. ເຂົາເຈົ້າຄາດວ່າປະຊາຊົນ ອອສເຕຣເລຍ 16,000 ຄົນຈະຖືກກວດພົບວ່າມີເນື້ອງອກມະເຮັງໃນປີນີ້, ອີງຕາມຕົວເລກຂອງລັດຖະບານ.

ສະພາໂຣກມະເຮັງ ອອສເຕຣເລຍ ໄດ້ຈັດລາຍຊື່ສາມຊະນິດຫຼັກ ຂອງໂຣກມະເຮັງຜິວໜັງຄື: ມະ ເຮັງແຊລຕົ້ນກຳເນີດ, ມະເຮັງເນື້ອເຫຍື່ອປົກຫຸ້ມອະໄວຍະວະ ແລະ ​ເນື້ອງອກ​ໃນ​ແຊ​ລ​ເມ​ລາ​ນິນ ທີ່​ພາ​ໃຫ້​ເປັນ​ມະ​ເຮັງ​ຕາມ​ຜິວ​ໜັງ.

On the 40th anniversary of a famous skin cancer campaign, research has revealed that a high number of young Australians are not using sun protection.

Australia has one of the highest rates of skin cancer in the world. A new multi-million-dollar awareness campaign hopes to repeat the success of the ‘Slip Slop Slap’ advertisement of the early 1980s.

“Sid the seagull” the voice of the advertisement’s jingle, urged Australians to protect themselves from the sun with a shirt, sunscreen and a hat. It is an enduring message that has educated generations of people since it was released 40 years ago.

But the government believes rates of skin cancer are too high. The disease kills about 1,300 Australians each year. Research has shown that more than a quarter of Australians do not use any protection from the sun’s ultra-violet radiation.

Heather Walker, from the charity, the Cancer Council, says teenagers need to be reminded of the sun’s dangers.

“We do have a lot of work to do particularly in the secondary school setting and with young adults. But encouragingly, older adults are using sun protection more. So, it does seem to be a dip in the lifecycle and then people do come back to sun protection, which is really encouraging. But the other group that needs a reminder in particular is men. So, in Australia twice as many men as women die from melanoma and that is a huge disparity,” Walker said.

Now, Australia is launching the first national skin cancer campaign in more than a decade. Sid the seagull’s famous ‘slip, slop, slap’ message has been updated to encourage Australians to also seek shade and slide on a pair of sunglasses.

Health authorities have said that skin cancer is Australia’s most common cancer, and it is almost entirely preventable.

The World Cancer Research Fund states that Australia has the highest melanoma rates in the world followed by New Zealand, Norway and Denmark. It is expected that 16,000 Australians will be diagnosed this year with melanoma, a malignant tumor associated with skin cancer, according to government figures.

The Australian Cancer Council lists three main types of skin cancers: basal cell carcinoma, squamous cell carcinoma and melanoma.

XS
SM
MD
LG