ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ໄພອຶດຢາກ ກຳລັງຄຸກຄາມໂຊມາເລຍ ໃນຂະນະທີ່ ເກີດວິກິດການ ດ້ານການຂາດສານອາຫານ ແລະນ້ຳສະອາດ


ຊາວໂຊມາເລຍ ຜູ້ທີ່ພາກັນຫລົບໜີໄພແຫ້ງແລ້ງ ທີ່ກະທົບໃນພື້ນທີ່ນັ້ນ ໄດ້ໄປຮອດສູນອົບພະຍົບຢູ່ຊານເມືອງຂອງນະຄອນຫຼວງໂມກາດິສຊູ ຂອງໂຊມາເລຍon, ວັນທີ 4 ກຸມພາ 2022.
ຊາວໂຊມາເລຍ ຜູ້ທີ່ພາກັນຫລົບໜີໄພແຫ້ງແລ້ງ ທີ່ກະທົບໃນພື້ນທີ່ນັ້ນ ໄດ້ໄປຮອດສູນອົບພະຍົບຢູ່ຊານເມືອງຂອງນະຄອນຫຼວງໂມກາດິສຊູ ຂອງໂຊມາເລຍon, ວັນທີ 4 ກຸມພາ 2022.

ອົງການກອງທຶນເພື່ອຊ່ອຍເຫຼືອເດັກຂອງສະຫະປະຊາຊາດ ເຕືອນວ່າ ຄວາມອຶດຢາກກຳລັງຄຸກຄາມປະເທດໂຊມາເລຍຢູ່ ໃນຂະນະທີ່ຫຼາຍປີຜ່ານ ມາ ໄພພິບັດທີ່ກ່ຽວຂ້ອງກັບດິນຟ້າອາກາດ ໄດ້ທຳລາຍພືດຜົນຕ່າງໆ ເຮັດໃຫ້ແຫລ່ງນ້ຳທັງຫຼາຍແຫ້ງລົງ ແລະສ້າງສະພາບແວດລ້ອມທີ່ອຳນວຍໃຫ້ພະຍາດຮ້າຍແຮງຈະເລີນເຕີບໂຕ. ລີຊາ ສໄລນ໌ ມີລາຍງານມາໃຫ້ ວີໂອເອ ຈາກ ນະ ຄອນເຈນີວາ ຊຶ່ງໄຊຈະເລີນສຸກ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໂຊມາເລຍ ກຳລັງປະເຊີນກັບວິກິດການດ້ານອາຫານ ການຂາດສານອາຫານ ແລະນ້ຳສະອາດ ຫຼັງຈາກເກີດສະພາບແຫ້ງແລ້ງ ສາມປີລຽນຕິດ ບວກເຂົ້າໃສ່​ກັບໄພນ້ຳຖ້ວມຢ່າງໜັກ ແລະການຄຸກຄາມໂດຍຝູງຕັກແຕນທະເລຊາຍ. ອົງການກອງທຶນເພື່ອຊ່ອຍເຫຼືອເດັກຂອງສະຫະປະຊາຊາດ ຫຼື UNICEF ລາຍງານວ່າ ປະຊາຊົນຫຼາຍກວ່າ 4 ລ້ານຄົນ ຄິດເປັນນຶ່ງສ່ວນສີ່ ຂອງປະຊາກອນທັງໝົດ ຕ້ອງການການຊ່ອຍເຫຼືອດ້ານມະນຸດສະທຳ ທາງ​ດ້ານອາຫານ.

ອົງການນີ້ ກ່າວວ່າ ພວກເດັກນ້ອຍ ນຶ່ງລ້ານສີ່ແສນຄົນ ແມ່ນກຳລັງຂາດສານອາຫານຢ່າງໜັກ ລວມມີ 330,000 ຄົນ ພວມຢູ່ໃນຄວາມສ່ຽງ ຕໍ່ການເສຍຊີວິດ ຖ້າພວກເຂົາບໍ່ໄດ້ຮັບການຮັກສາປິ່ນປົວແບບພິເສດ ສຳລັບການຂາດສານອາຫານທີ່ຮ້າຍແຮງນີ້.

ນອກຈາກນັ້ນແລ້ວ ຫົວໜ້າຝ່າຍການສື່ສານຂອງອົງການ UNICEF ໃນໂຊມາເລຍ ທ່ານວິກເຕີ ຈິນຢາມາ ກ່າວວ່າ ປະຊາຊົນຫຼາຍລ້ານຄົນ ຕ້ອງການການສະໜອງນ້ຳສະອາດຢ່າງສຸກເສີນ. ໃນການໂອ້ລົມ ຈາກນະຄອນຫຼວງໂມກາດີສຊູ ທ່ານກ່າວວ່າ ການຂາດແຄນນ້ຳສະອາດ ແມ່ນນຳໄປສູ່ການລະບາດຂອງພະຍາດທີ່ຮ້າຍແຮງ ເຊັ່ນວ່າ ພະຍາດໝາກສຸກ ແລະຖອກທ້ອງ ລວມທັງໂຣກອະຫິວາ.

ທ່ານຈິນຢາມາ ກ່າວວ່າ ຄອບຄົວທັງຫຼາຍເຫຼົ່ານີ້ ກຳລັງເອົາມາດຕະການທີ່ຈຳ​ເປັນເພື່ອຄວາມຢູ່ລອດ. ນັບຕັ້ງແຕ່ເດືອນພະຈິກເປັນຕົ້ນມາ ທ່ານໃຫ້ຂໍ້ສັງເກດວ່າ ປະຊາຊົນນຶ່ງລ້ານຄົນ ໄດ້ພາກັນໜີໄປຈາກເຮືອນຊານຂອງພວກເຂົາ ເພື່ອໄປຊອກຫາອາຫານ ນ້ຳ ແລະທົ່ງຫຍ້າເພື່ອຫາສັດລ້ຽງຂອງພວກເຂົາ ໂດຍເປີດຕົວພວກເຂົາ ຕໍ່ຄວາມສ່ຽງຕ່າງໆ. ທ່ານກ່າວວ່າ ໂດຍສະເພາະພວກເດັກນ້ອຍ ທີ່ກຳລັງເຄື່ອນຍ້າຍຢູ່ນັ້ນ ຈະປະເຊີນກັບຄວາມສ່ຽງ ຕໍ່ການຖືກລ່ວງລະ ເມີດຫຼາຍຄັ້ງ.

ທ່ານຈິນຢາມາ ເວົ້າວ່າ “ເຊັ່ນວ່າ ການຖືກລະເມີດທາງເພດ ການເອົາລັດເອົາປຽບ ຄວາມຮຸນແຮງອີງຕາມເພດ ແລະໃນຖານະຂອງປະເທດໂຊມາເລຍ ແລ້ວ ພວກເຮົາບໍ່ສາມາດເວົ້າ ກ່ຽວກັບຄວາມສ່ຽງຂອງການຖືກພັດພາກຈາກຖິ່ນຖານ ໂດຍປາດສະຈາກການແກ້ໄຂບັນຫາເລື້ອງຂອງພວກເດັກນ້ອຍ ທີ່ຖືກລັກພາຕົວໄປ ແລະຖືກ​ເກັບເກນເອົາ ໂດຍກຸ່ມຕິດອາວຸດຕ່າງໆ ຍົກຕົວຢ່າງ ເຊັ່ນວ່າ ກຸ່ມອາລ-ຊາບາບ”

ອົງການ UNICEF ລາຍງານເມື່ອປີກາຍນີ້ ວ່າ ເດັກນ້ອຍ 1,200 ຄົນ ລວມທັງຜູ້ຍິງ ໄດ້ຖືກເກນໂດຍກຸ່ມຕິດອາວຸດຕ່າງໆ ແລະ ເດັກນ້ອຍ 1,000 ຄົນໄດ້ຖືກລັກພາຕົວໄປ. ທ່ານຈິນຢາມາ ກ່າວວ່າ ພວກເດັກນ້ອຍຫຼາຍຄົນເຫຼົ່ານີ້ ເຄີຍຕົກເປັນຜູ້ເຄາະຮ້າຍ ຂອງການລ່ວງລະເມີດມາແລ້ວຫຼາຍຄັ້ງ.

ທ່ານໄດ້ຮຽກຮ້ອງຕໍ່ປະຊາຄົມນານາຊາດ ໃຫ້ເອົາມາດຕະການດຽວນີ້ ເພື່ອສະໜັບສະໜຸນໂຊມາເລຍ ແລະຫລີກລ່ຽງໄພອຶດຢາກ ໃນປີ 2011 ຊ້ຳຮອຍອີກເທື່ອນຶ່ງ ຊຶ່ງໄດ້ສັງຫານປະຊາຊົນ ກະປະມານກວ່າ 250,000 ຄົນ.

ທ່ານຈິນຢາມາ ເວົ້າວ່າ “ເມື່ອໃດທີ່ປະຊາຄົມນານາຊາດ ລໍຖ້າຈົນກວ່າໄພອຶດຢາກ ຖືກປະກາດອອກມາ ດັ່ງທີ່ພວກເຮົາໄດ້ບົດຮຽນຈາກປີ 2011 ກໍແມ່ນວ່າ ມັນອາດຊ້າເກີນໄປແລ້ວ. ການເສຍຊີວິດທີ່ເກີດຂຶ້ນສ່ວນຫຼາຍ ກ່ອນໜ້າໄພອຶດຢາກໄດ້ຖືກປະກາດ...ໃນເວລາທີ່ພວກເຮົາເລີ້ມສະແດງໃຫ້ເຫັນພາບຕ່າງໆຂອງພວກເດັກນ້ອຍທີ່ຈ່ອຍອ່ອນເພຍ ແລະທ້ອງບວມ ຂ້າພະເຈົ້າຢ້ານວ່າ ຊ້າເກີນໄປແລ້ວ.”

ອົງການ UNICEF ພວມຮ້ອງຂໍທຶນ 48 ລ້ານໂດລາ ເພື່ອເລີ້ມປະຕິບັດການດ້ານມະນຸດສະທຳຂອງຕົນ. ອົງການນີ້ກ່າວວ່າ ຕ້ອງການ 7 ລ້ານໂດລາຢ່າງຮີບດ່ວນ ພາຍໃນເດືອນມີນາ ເພື່ອຊື້ອາຫານເສີມດ້ວຍວິດຕະມິນ ທີ່ໃຫ້ກຳລັງສູງ. ຕົນກ່າວວ່າ ຊີວິດຂອງພວກເດັກນ້ອຍທີ່ຂາດສານອາຫານຮ້າຍແຮງ 100,000 ຄົນ ຂຶ້ນຢູ່ກັບ ການໄດ້ຮັບການຮັກສາປິ່ນປົວນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG