ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ສື່ສັງຄົມ ອັຟການິສຖານ ທີ່ຫຼຸດໜ້ອຍລົງ ເຮັດໃຫ້ມີພື້ນທີ່ສໍາລັບການບິດເບືອນຂໍ້ມູນຂອງກຸ່ມຕາລິບານ

ແຟ້ມ-ໜ້າທວິດເຕີຂອງໂຄສົກກຸ່ມຕາລິບານ ທ້າວຊາບີຮູລລາ ມູຈາຮີດ ເປັນຮູບທີ່ປາກົດຢູ່ໃນໜ້າຈໍຄອມພິວເຕີ້ຢູ່ໃນຫ້ອງຂ່າວ ຢູ່ທີ່ສະຖານີໂທລະພາບ ມາຍວານ (Maiwand), ວັນທີ 6 ກຸມພາ 2019.
ແຟ້ມ-ໜ້າທວິດເຕີຂອງໂຄສົກກຸ່ມຕາລິບານ ທ້າວຊາບີຮູລລາ ມູຈາຮີດ ເປັນຮູບທີ່ປາກົດຢູ່ໃນໜ້າຈໍຄອມພິວເຕີ້ຢູ່ໃນຫ້ອງຂ່າວ ຢູ່ທີ່ສະຖານີໂທລະພາບ ມາຍວານ (Maiwand), ວັນທີ 6 ກຸມພາ 2019.

ກຸ່ມຕາລິບານເຮັດ​ໃຫ້ສື່ມວນ​ຊົນ ​ມີຄວາມອ່ອນແອ ແລະທຳ​ການກວດກາ ຢູ່ໃນ ອັຟການິສຖານ, ແຕ່ການສື່ສານ​ຄົມ​ມະ​ນາ​ຄົມທີ່ຜິດພາດແລະຈຸດອ່ອນຕ່າງໆໃນການປົກຄອງຂອງພວກເຂົາ ຍັງໄດ້​ຖືກ​ເຜີຍ​ແບໃນສື່ສັງຄົມອອນລາຍ​ຢ່າງກວ້າງ​ຂວາງ.

ໃນອາທິດທີ່ຜ່ານມາ, ອົງ​ການ​ໃຫ້​ຄວາມຊ່ວຍເຫຼືອຂອງສະປະຊາຊາດຢູ່ໃນອັຟການິສຖານ ຫຼື UNAMA ບໍ່​ໄດ້​ໃຫ້​ຄວາມ​ສຳ​ຄັນຕໍ່ຖະແຫຼງການທີ່ອອກຢ່າງຜິດ ພາດໂດຍທ້າວຄາລິດ ຮານາຟີ (Khalid Hanafi), ເຊິ່ງເປັນຜູ້ບໍ​ລິ​ຫານງານຢູ່ກະຊວງການເຜີຍແຜ່ຄຸນນະທໍາ ແລະຂໍ້ຫ້າມ ຂອງກຸ່ມຕາລິບານ.

ທ້າວຮານາຟີ ໄດ້ກ່າວຢູ່ໃນວີດີໂອ ທີ່​ໄດ້​ມີ​ການແຜ່ຜາຍ​ຢ່າງກວ້າງຂວາງຢູ່ໃນສື່ສັງຄົມອອນລາຍວ່າ “ມື້ວານນີ້ ພວກເຮົາໄດ້ມີການປະຊຸມກັບ UNAMA, ແລະເມື່ອພວກເຮົາໄດ້ອະທິບາຍ ກ່ຽວກັບການສົ່ງ​ເສີມດ້ານຄຸນນະທໍາ ໃຫ້ແກ່ພວກເຂົາເຈົ້າຟັງ, ພວກເຂົາເຈົ້າກ່າວວ່າ ຢູໂຣບ ກໍຕ້ອງການ​ສົ່ງ​ເສີມທາງດ້ານຄຸນນະທໍາດັ່ງກ່າວນີ້ເຊັ່ນກັນ.”

ແຟ້ມ-ແມ່ຍິງຊາວອັຟການິສຖານຄົນນຶ່ງສົນທະນາກັບສະມາຊິກຂອງກຸ່ມຕາລິບານ ໃນລະຫວ່າງການປະທ້ວງຢູ່ເມືອງເຮີແຣັດທ໌ (Herat), ວັນທີ 2 ກັນຍາ 2022. ບັນດາແມ່ຍິງຊາວອັຟການິສຖານທີ່ຕໍ່ຕ້ານກ່າວວ່າ ພວກເຂົາຈະຍອມຮັບເບີກາທີ່ກວມລວມທັງໝົດ ຖ້າຫາກລູກສາວຂອງພວກເຂົາເຈົ້າຍັງຄົງໄດ້ໄປເຂົ້າໂຮງຮຽນພາຍໃຕ້ການປົກຄອງຂອງກຸ່ມຕາລິບານ.

ອົງ​ການ​ໃຫ້​ຄວາມຊ່ວຍເຫຼືອຂອງສະປະຊາຊາດຢູ່ໃນອັຟການິສຖານເປີດເຜີຍຢູ່ໃນທວິດເຕີ້ ຂອງພວກເຂົາເຈົ້າວ່າ “UNAMA ບໍ່ໄດ້ກ່າວແບບນັ້ນ ຢ່າງແນ່ ນອນ.”

ທ່ານມາກັສ ພັອດເຊລ (Markus Potzel), ຮອງຫົວໜ້າຂອງ UNAMA ໄດ້ ຂຽນ​ລົງ​ໃນທວິດເຕີ້ຕ່າງຫາກວ່າ “ຂ້າພະເຈົ້າບໍ່ເຄີຍກ່າວດັ່ງນັ້ນເລີຍ.”

ໃນເດືອນແລ້ວນີ້, ອະດີດລັດຖະມົນຕີກະຊວງສຶກສາຂອງລັດຖະບານຕາລີບານ ທ້າວນູຣູລລະ ມູເນຍ (Noorullah Munir), ໄດ້ອ້າງວ່າ ຜູ້ປົກຄອງຂອງນັກ ຮຽນທີ່ອາໄສຢູ່ໃນບາງພື້ນທີ່ຂອງປະເທດບໍ່ອະນຸຍາດໃຫ້ນັກຮຽນໄວລຸ້ນຍິງຂອງພວກເຂົາເຈົ້າ ໄປເຂົ້າໂຮງຮຽນມັດທະຍົມ.

ໃນຄວາມເປັນຈິງແລ້ວ, ກຸ່ມຕາລິບານໄດ້ປິດໂຮງຮຽນມັດທະຍົມຕ່າງໆ ສໍາລັບໄວລຸ້ນຍິງທັງຫຼາຍ, ໂດຍກ່າວວ່າ ມີພຽງນັກວິຊາການທາງດ້ານສາສະໜາເທົ່ານັ້ນສາມາດຕັດສິນໃຈໄດ້ວ່າເວລາໃດທີ່ຈະມີການເປີດໂຮງຮຽນຄືນອີກຄັ້ງ, ແລະພວກເຂົາຈະສາມາດເປີດໂຮງຮຽນໄດ້ຄືນອີກຫຼືບໍ.

ແຟ້ມ-ຜູ້ລາຍງານຂ່າວທາງໂທລະພາບ ນາງຄາເຕີເຣະ ອາມາດີ (Khatereh ໃສ່ຜ່າຄຸມໜ້າລະຫວ່າງທີ່ນາງອ່ານຂ່າວ ຢູ່ຊ່ອງຂ່າວ TOLO NEWS, ໃນນະຄອນຫຼວງກາບູລ, ປະເທດອັຟການິສຖານ, ວັນທີ 22 ພຶດສະພາ 2022. ກົດລະບຽບຂອງກຸ່ມຕາລິບານທີ່ປົກຄອງປະເທດອັຟການິສຖານ ກໍານົດໃຫ້ຜູ້ລາຍງານຂ່າວຍິງທັງໝົດໃສ່ຜ້າປົກໜ້າ ໃນລະຫວ່າງການອອກອາກາດ.

ການອອກຖະແຫຼງການຢ່າງເປັນທາງການດັ່ງກ່າວຂອງກຸ່ມຕາລິບານ ແມ່ນບໍ່ສາມາດຍອມຮັບໄດ້.

ນັກວິເຄາະຊາວອາເມຣິກາເຊື້ອສາຍອັຟການິສຖານ ທ່ານວາເຮດ ຟາກີຣີ (Wahed Faqiri) ກ່າວກັບ VOA ວ່າ “ກຸ່ມຕາລິບານ ມີປະຫວັດອັນຍາວນານ ກ່ຽວກັບການເຜີຍແຜ່ຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງ.”

ທ່ານຟາກີຣີ ກ່າວວ່າ ຈົນຮອດປີ 2015, ກຸ່ມຕາລິບານໄດ້ອອກຖະແຫຼງການຕໍ່ສາທາລະນະທີ່ເຮັດໃຫ້ເຂົ້າໃຈຜິດໃນຊື່ຂອງຜູ້ນໍາທີ່ສູງສຸດຂອງພວກເຂົາເຈົ້າ ມູລລະ ໂມຮໍາມາດ ໂອມາ (Mullah Mohammad Omar), ເຊິ່ງເສຍຊີວິດລົງເມື່ອເດືອນເມສາຂອງປີ 2013 ໂດຍໄດ້ເກັບກໍາຄວາມລັບໄວ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG