ໃນວັນທີ 7 ພະຈິກນີ້, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດບໍ່ໄດ້ຮັບຮອງເອົາມະຕິ ກ່ຽວກັບສົງຄາມທີ່ແກ່ຍາວເປັນເວລານຶ່ງເດືອນ ຂອງອິສຣາແອລກັບກຸ່ມຮາມາສ ທ່າມກາງຄວາມເປັນຫ່ວງກ່ຽວກັບຈຳນວນຜູ້ເສຍຊີວິດທີ່ເພີ່ມຂຶ້ນ ແລະວິກິດການດ້ານມະນຸດສະທຳຢູ່ເຂດກາຊາ. ສະມາຊິກສະພາບາງຄົນ, ລວມທັງສະຫະລັດ, ຮຽກຮ້ອງໃຫ້ຢຸດຊົ່ວຄາວ ເພື່ອວຽກງານດ້ານມະນຸດສະທໍາ ໃນຂະນະທີ່ປະເທດອື່ນໆຮຽກຮ້ອງໃຫ້ຢຸດຍິງໂດຍທັນທີ.
ຣັດເຊຍຍັງຄົງຮັກສາທ່າທີຂອງຕົນ ໃນຖານະເປັນຜູ້ສະໜັບສະໜຸນມະຕິຢຸດຍິງ ແຕ່ກໍໄດ້ປະຕິເສດສິດປ້ອງກັນຕົວເອງຂອງອິສຣາແອລ ໃນຂະນະທີ່ກ່າວຫາສະຫະລັດ ແລະບັນດາພັນທະມິດວ່າ "ເຈົ້າເລ້" ທີ່ໃຫ້ການສະໜັບສະໜູນແກ່ອິສຣາແອລ.
ທ່ານວາຊີລີ ເນເບນຊີຢາ (Vasily Nebenzya), ເອກອັກຄະລັດຖະທູດຣັດເຊຍປະຈໍາ ສະຫະປະຊາຊາດ ກ່າວໃນວັນທີ 31 ຕຸລານີ້ວ່າ:
"ຂ້າພະເຈົ້າບໍ່ສາມາດຫລະຖິ້ມຄໍາວ່າ ເຈົ້າເລ້ຂອງສະຫະລັດແລະພັນທະມິດຂອງປະເທດນີ້ ທີ່ບໍ່ໄດ້ກ່າວເຖິງ … ທັງໝົດທີ່ເຂົາເຈົ້າສາມາດເຮັດໄດ້ກໍມີແຕ່ສືບຕໍ່ເວົ້າກ່ຽວກັບສິດຂອງ ອິສຣາແອລໃນການປ້ອງກັນຕົນເອງທີ່ເປັນການກ່າວຫາເທົ່ານັ້ນ ຊຶ່ງໃນຖານະທີ່ເປັນປະເທດຍຶດຄອງດິນແດນແລ້ວ ມັນບໍ່ມີສິດນັ້ນໄດ້ ດັ່ງທີ່ຖືກຢືນຢັນໂດຍຄໍາຕັດສິນຂອງສານປຶກສາຫາລືສາກົນຂອງ [ສະຫະປະຊາຊາດ] ໃນປີ 2004.”
ການກ່າວອ້າງນີ້ເຮັດໃຫ້ຄົນເຂົ້າໃຈຜິດ.
ຄຳຕັດສິນປີ 2004 ຂອງສານຍຸຕິທຳສາກົນ ຫລື ICJ ຊຶ່ງເປັນອົງການຕຸລາການສຳຄັນຂອງສະຫະປະຊາຊາດ, ບໍ່ໄດ້ກ່ຽວຂ້ອງກັບເຂດກາຊາ ຫຼື ສິດຂອງອິສຣາແອລໃນການປ້ອງກັນຕົນເອງເພື່ອຕ້ານກັບກຸ່ມຮາມາສເລີຍ. ຄຳຕັດສິນດັ່ງກ່າວຊຶ່ງມີລັກສະນະເປັນການປຶກສາຫາລື ໄດ້ໃຫ້ຂໍ້ໂຕ້ແຍ້ງກ່ຽວກັບຄວາມຖືກຕ້ອງດ້ານກົດໝາຍຂອງອິສຣາແອລໃນການສ້າງກຳແພງທີ່ແຍກຕົນເອງອອກຈາກອຳນາດການປົກຄອງຂອງປາແລສໄຕນ໌ຢູ່ຝັ່ງຕາເວັນ ຕົກຂອງແມ່ນໍ້າຈໍແດນ ຫລື West Bank.
ບັນຫາດັ່ງກ່າວ ຊຶ່ງມີມາໄດ້ຫຼາຍທົດສະວັດແລ້ວ ແມ່ນກ່ຽວຂ້ອງກັບເສັ້ນທາງຂອງສິ່ງກີດ ຂວາງທີ່ສ້າງຂຶ້ນໂດຍອິສຣາແອລທີ່ແຕກຕ່າງໄປຈາກເສັ້ນສີຂຽວທີ່ໄດ້ຮັບການຍອມຮັບຈາກສະຫະປະຊາຊາດ ຊຶ່ງເປັນເສັ້ນແບ່ງເຂດແດນທີ່ຖືກສ້າງຂຶ້ນຫຼັງຈາກສົງຄາມລະຫວ່າງອາຣັບ -ອິສຣາແອລໃນປີ 1948-1949. ຫຼັງຈາກສົງຄາມທີ່ດໍາເນີນໄປ 6 ວັນໃນປີ 1967 ອິສຣາແອລກໍໄດ້ສ້າງຕັ້ງເສັ້ນແບ່ງແດນໃໝ່ທີ່ອົງການສະຫະປະຊາຊາດຖືວ່າ ເປັນການບຸກລຸກເຂົ້າໄປຍຶດເອົາດິນແດນປາແລສໄຕນ໌ ຢູ່ເຂດຝັ່ງຕາເວັນຕົກຂອງແມ່ນໍ້າຈໍແດນ.
ICJ ໄດ້ສະຫຼຸບໃນປີ 2004 ວ່າ ກໍາແພງດັ່ງກ່າວເປັນສິ່ງລະເມີດກົດຫມາຍສາກົນ, ແລະ ອິສຣາແອລຕ້ອງໄດ້ຢຸດການກໍ່ສ້າງຂອງຕົນໃນທັນທີ.
ຄວາມຄິດເຫັນທີ່ເປັນການປຶກສາຂອງ ICJ ໄດ້ປະຕິເສດບໍ່ຮັບຮູ້ເຫດຜົນຂອງອິສຣາແອລກ່ຽວກັບການປ້ອງກັນຕົນເອງ, ໂດຍສະຫຼຸບວ່າ ສິດໃນການປ້ອງກັນຕົນເອງບໍ່ໄດ້ໃຫ້ສິດໃນ ການຕັ້ງສິ່ງກີດຂວາງຂຶ້ນ ຢູ່ໃນດິນແດນທີ່ສະຫະປະຊາຊາດຮັບຮູ້ວ່າ ເປັນເຂດທີ່ຖືກຍຶດຄອງ.
“ອິສຣາແອລບໍ່ສາມາດອີງໃສ່ສິດໃນການປ້ອງກັນຕົນເອງ ຫຼືຢູ່ສະຖານະການທີ່ຈຳເປັນເພື່ອກີດກັນບໍ່ໄດ້ເວົ້າໄດ້ວ່າເປັນກະທໍາຜິດທີ່ໄດ້ສ້າງກຳແພງນັ້ນ. ຫລັງຈາກນັ້ນ, ສານເຫັນວ່າ ການສ້າງກຳແພງແລະລະບອບການປົກຄອງທີ່ກ່ຽວຂ້ອງກັບມັນແມ່ນຂັດຕໍ່ກົດໝາຍສາກົນ.”
ເຂດກາຊາໄດ້ເຂົ້າມາຢູ່ພາຍໃຕ້ການຄວບຄຸມຂອງອິສຣາແອລໃນວັນທີ 7 ມິຖຸນາ 1967, ຫຼັງຈາກສົງຄາມຫົກວັນຈົບລົງ. ໃນເດືອນສິງຫາ ຫາເດືອນກັນຍາ 2005 ໂດຍເປັນສ່ວນນຶ່ງຂອງແຜນການປົດປ່ອຍແຕ່ຝ່າຍດຽວ, ລັດຖະບານອິດສະລາແອລ ໄດ້ບັງຄັບໃຫ້ຊາວ ອິສຣາແອລ ໃນເຂດກາຊາ ຊຶ່ງມີຊາວອິສຣາແອລຕັ້ງຖິ່ນຖານໃໝ່ຢູ່ປະມານ 9,000 ຄົນ ຍົກຍ້າຍອອກໄປ ແລະຖອນທະຫານອອກຈາກເຂດດັ່ງກ່າວ.
ແຕ່ຢ່າງໃດກໍຕາມ, ອິສຣາແອລ, ອີງຕາມຂໍ້ຕົກລົງອົສໂລ ປີ 1995 (1995 Oslo Accords) -ຊຶ່ງເປັນຂໍ້ຕົກລົງລະຫວ່າງອິສຣາແອລ ແລະ ອົງການປົດປ່ອຍປາແລສໄຕນ໌ - ໄດ້ສືບຕໍ່ຄວບຄຸມເຂດນ່ານນ້ຳ ແລະ ເຂດນ່ານຟ້າຂອງກາຊາເພື່ອ “ປົກປ້ອງພົນລະເມືອງອິສຣາແອລ ບໍ່ໃຫ້ຖືກໂຈມຕີຈາກກຸ່ມຮາມາສ.”
ສະຫະລັດ, ສະຫະພາບຢູໂຣບ, ສະຫະຣາດຊະອານຈັກອັງກິດ, ແລະປະເທດອື່ນໆ ໄດ້ກຳ ນົດວ່າ ກຸ່ມຮາມາສ ເປັນອົງການກໍ່ການຮ້າຍ.
ການຄວບຄຸມຂອງອິສຣາແອລເຊັ່ນນັ້ນ ເປັນສັນຍານຂອງການຍຶດຄອງເຂດກາຊາ ຫລືບໍ່ນັ້ນຍັງເປັນເລື້ອງທີ່ຖົກຖຽງກັນຢູ່. ອິສຣາແອລ, ສະຫະລັດ ແລະບັນດານັກຊ່ຽວຊານດ້ານກົດ ໝາຍຈຳນວນນຶ່ງເຊື່ອວ່າ ເຈຣູຊາເລັມໄດ້ເລີກລົ້ມການຄວບຄຸມເຂດກາຊາຢ່າງມີປະສິດທິຜົນ ສະນັ້ນ ຈຶ່ງເປັນການຍຸຕິການຍຶດຄອງເຂດກາຊາ. ສະຫະປະຊາຊາດ, ສະຫະພາບຢູໂຣບ, ແລະອົງການຈັດຕັ້ງສາກົນອື່ນໆຖືວ່າການຍຶດຄອງດັ່ງກ່າວຍັງສືບຕໍ່ດໍາເນີນໄປຢູ່.
ສິ່ງນີ້ບໍ່ໄດ້ສົ່ງຜົນກະທົບຕໍ່ຄໍາຕັດສິນຂອງພວກເຮົາຕໍ່ການກ່າວອ້າງຂອງທ່ານເນຕັນຢາຮູ ທີ່ ເວົ້າວ່າເປັນການເຮັດໃຫ້ຄົນເຂົ້າໃຈຜິດ ເພາະວ່າການຕັດສິນຂອງ ICJ ໃນປີ 2004 ບໍ່ໄດ້ກ່າວເຖິງເຂດກາຊາ.
ສິດໃນການປ້ອງກັນຕົວເອງຂອງປະເທດນີ້, ອີງຕາມມາດຕາ 51 ຂອງກົດບັດສະຫະປະຊາຊາດ, ແມ່ນສາມາດຖືກຈຳກັດໂດຍມາດຕະການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດເທົ່ານັ້ນ:
"ບໍ່ມີສິ່ງໃດໃນກົດບັດປັດຈຸບັນນີ້ ຈະທຳລາຍສິດທິຂອງບຸກຄົນ ຫຼື ສິດໃນການປ້ອງກັນຕົນເອງຂອງກຸ່ມຄົນທີ່ມີໂດຍກໍາເນີດ ຖ້າຫາກມີການໂຈມຕີດ້ວຍອາວຸດເກີດຂຶ້ນຕໍ່ກັບປະເທດສະມາຊິກຂອງອົງການສະຫະປະຊາຊາດປະເທດນຶ່ງຈົນກວ່າວ່າສະພາຄວາມໝັ້ນຄົງໄດ້ໃຊ້ມາດຕະການທີ່ຈຳເປັນເພື່ອຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ."
ສິດຂອງອິສຣາແອລໃນການປ້ອງກັນຕົນເອງຕ້ານກັບການໂຈມຕີກໍ່ການຮ້າຍໄດ້ຮັບການຮັບຮູ້ຈາກປະເທດຕາເວັນຕົກສ່ວນໃຫຍ່, ຈີນ, ແລະ ອິນເດຍ.
ສະພາຢູໂຣບໄດ້ປະນາມການຮຸກຮານຂອງກຸ່ມຮາມາສ ແລະ ສະໜັບສະໜູນສິດຂອງອິສຣາແອລໃນການປ້ອງກັນຕົນເອງພາຍໃຕ້ກົດໝາຍມະນຸດສະທຳ ແລະ ກົດໝາຍສາກົນ:
“ພວກເຮົາເນັ້ນຢ່າງໜັກແໜ້ນຕໍ່ສິດຂອງອິສຣາແອລໃນການປ້ອງກັນຕົນເອງຕາມກົດໝາຍມະນຸດສະທຳ ແລະກົດໝາຍສາກົນ ເມື່ອປະເຊີນໜ້າກັບການບຸກໂຈມຕີທີ່ຮຸນແຮງ ແລະແບບບໍ່ເລືອກເຟັ້ນເຊັ່ນນັ້ນ,” ນັ້ນຄືຄໍາເວົ້າຂອງສະພາຢູໂຣບ ທີ່ກ່າວໃນວັນທີ 15 ຕຸລາ.
“ອິສຣາແອລບໍ່ພຽງແຕ່ມີສິດເທົ່ານັ້ນ, ແຕ່ຍັງມີພັນທະໃນການປ້ອງກັນຕົນເອງອີກ [ພາຍຫຼັງ] ມີການໂຈມຕີຂອງອົງການກໍ່ການຮ້າຍຮາມາສ,” ນັ້ນຄືຄໍາເວົ້າຂອງທ່ານລັດຖະມົນຕີການຕ່າງປະເທດສະຫະລັດ, ທ່ານແອນໂທນີ ບລິງເຄັນ ກ່າວໃນວັນທີ 2 ພະຈິກຜ່ານມານີ້ ກ່ອນຈະອອກເດີນທາງໄປຢ້ຽມຢາມເຂດຕາເວັນອອກກາງ.