ຢູ່ໃນ X, ຊຶ່ງເມື່ອກ່ອນແມ່ນທວີດເຕີ (Twitter) ນັ້ນ ຜູ້ໃຊ້ສື່ສັງຄົມນີ້ ທີ່ໄດ້ຖືກວ່າຈ້າງ ແລະ ສະຫນັບສະຫນູນຣັດເຊຍ ໄດ້ສືບຕໍ່ໂຄສະນາເຜີຍແຜ່ຂໍ້ມູນທີ່ບໍ່ຖືກຕ້ອງເພື່ອຢັ້ງຢືນວ່າ ສົງຄາມຂອງຣັດເຊຍໃນຢູເຄຣນ ເປັນການກະທໍາທີ່ຖືກຕ້ອງ ໂດຍການສວຍໃຊ້ເຫດການກ່ຽວກັບນາຊີ (Nazi) ຢູ່ໃນສະພາຂອງການາດາ.
ທ່ານຢາຣອສລາຟ ຮຸນກາ (Yaroslav Hunka), ອາຍຸ 98 ປີ, ຊາວການາດາທີ່ເປັນ ອົບພະຍົບມາຈາກຢູເຄຣນ ເຄີຍຮັບໃຊ້ຢູ່ໃນກອງພັນທະຫານບົກ ວາຟເຟນ (Waffen) ທີ 14 ຂອງ ແອສແອສ (SS) ທີ່ເປັນພາກສ່ວນນຶ່ງຂອງກອງທັບພັກນາຊີ ໄດ້ຮັບກຽດຕິຍົດເປັນ "ວິລະຊົນ" ທີ່ໄດ້ຕໍ່ສູ້ເພື່ອເອກະລາດຂອງຢູເຄຣນ ຢູ່ກອງປະຊຸມຂອງສະພາຕໍ່າການາດາ ໃນວັນທີ 22 ກັນຍາຜ່ານມານີ້ ໂດຍມີປະທານາທິບໍດີ ໂວໂລດິເມຍ ເຊເລນສ໌ກີ ທີ່ໄປຢ້ຽມຢາມປະເທດ ໃນເວລານັ້ນ ຂຶ້ນກ່າວຄຳປາໄສ.
ກອງພັນທະຫານບົກ Waffen ທີ 14 ປະກອບດ້ວຍບັນດາອາສາສະຫມັກຂອງຢູເຄຣນເປັນສ່ວນໃຫຍ່.
ປະທານສະພາຕ່ຳ ທ່ານແອນໂທນີ ໂຣຕາ (Anthony Rota) ໄດ້ຖືກບັງຄັບໃຫ້ລາອອກຈາກຕຳແໜ່ງ ແລະນາຍົກລັດຖະມົນຕີການາດາ ທ່ານຈັສຕິນ ທຣູໂດ ໄດ້ກ່າວຂໍໂທດສຳລັບເຫດການທີ່ “ໜ້າອັບອາຍຢ່າງເລິກເຊິ່ງນີ້”.
ຢ່າງໃດກໍຕາມ, ຣັດເຊຍໄດ້ສວຍເອົາໂອກາດນີ້ ເພື່ອປ່າວປະກາດການຢັ້ງຢືນທີ່ຜິດໆຂອງ ວັງເຄຣມລິນ ກ່ຽວກັບການຮຸກຮານທາງທະຫານຂອງຕົນໃນຢູເຄຣນວ່າ ມັນຖືກຕ້ອງ.
ອັຟຊິນ ແຣດແທນຊີ, ໂຄສົກລາຍການ "Going Underground" ທີ່ອອກອາກາດໃນໂທລະພາບ RT ຂອງທາງການຣັດເຊຍ ໄດ້ອ້າງເຖິງຂໍ້ຄວາມໃນທວີດເຕີ ທີ່ເວົ້າລຶ້ມຄືນຄໍາໂຄສະນາຊວນເຊື່ອຂອງວັງເຄຣມລິນວ່າ: "ຝ່າຍຕາເວັນຕົກຈະຕໍ່ສູ້ໃຫ້ຈົນຍັງເຫລືອຄົນຢູເຄຣນຜູ້ສຸດທ້າຍ ຢູ່ໃນສົງຄາມຕົວແທນ ທີ່ຕໍ່ຕ້ານຣັດເຊຍ."
ຢູ່ໃນຂໍ້ຄວາມທາງທວີດເຕີຂອງທ່ານແຣດແທນຊີ ນັ້ນ ລວມມີວິດີໂອທີ່ສະແດງໃຫ້ເຫັນ ວ່າ ທ່ານເຊເລນສ໌ກີ ໄປຢ້ຽມຢາມສະມາຊິກຂອງກອງພົນປ້ອງກັນດິນແດນ ທີ 103 ໃນຂົງເຂດ ຄາກິບ.
ຢູ່ໃນຄໍາເຫັນຂອງຕົນນັ້ນ ທ່ານແຣດແທນຊີ ໄດ້ຍົກເຫດການຂອງທ່ານຮຸນກາ (Hunka) ເພື່ອໃສ່ຮ້າຍປ້າຍສີ ປະທານນາທິບໍດີເຊເລນສ໌ກີ.
ລາວເວົ້າວ່າ:
"ນຶ່ງອາທິດຫຼັງຈາກທ່ານເຊເລນສ໌ກີ/ທ່ານຮຸນກາຂອງກອງທັບນາຊີ SS ໄດ້ຮັບສຽງຕົບມືຊົມເຊີຍຈາກທ່ານທຣູໂດ ແລະບັນດາສະມາຊິກສະພາການາດາທັງໝົດ, ທ່ານເຊເລນສ໌ກີ ຢູ່ໃນຢູເຄຣນກໍໄດ້ຮັບເຄື່ອງຫມາຍ ທີ່ເປັນສັນຍາລັກຂອງກອງພັນທະຫານບົກ SS Grenadier ທີ 14 ທີ່ທ່ານຮຸນກາ ເຄີຍປະຈໍາຢູ່ ທີ່ໄດ້ສັງຫານໝູ່ຊາວຢິວ, ຊາວໂປແລນ ແລະພວກຕໍ່ຕ້ານຫລາຍພັນຄົນ ໃນລະຫວ່າງ ການຂ້າລ້າງເຊື້ອຊາດຢິວ ຫລື holocaust.”
ທ່ານເຊເລນສ໌ກີ ໄດ້ຖືກມອບທຸງໃຫ້ ແຕ່ມັນແມ່ນທຸງຂອງກອງພົນທະຫານປ້ອງກັນດິນແດນ ທີ 103 ຂອງຢູເຄຣນ, ບໍ່ແມ່ນຂອງກອງພັນທະຫານບົກ Waffen ທີ 14 ຂອງ SS.
ຫຼາຍຊົ່ວໂມງຫຼັງຈາກການຂຽນລົງໃນທວີດເຕີໃນເບື້ອງຕົ້ນຂອງລາວແລ້ວ ທ່ານແຣດແທນຊີ ກໍໄດ້ຍອມຮັບຮູ້ເລື່ອງນີ້, ແລະຂຽນລົງໃນທວີດເຕີ ໂດຍເອົາລິ້ງທີ່ເຊື່ອມຕໍ່ໄປຫາໜ້າເວັບໄຊ ຂອງ Wikipedia ທີ່ຂຽນກ່ຽວກັບກອງພົນທະຫານປ້ອງກັນດິນແດນ ທີ 103 ໂດຍຂຽນວ່າ: "ຄວາມຄ້າຍຄືກັນແມ່ນເປັນເລື່ອງແປກປະຫຼາດຢ່າງບໍ່ໜ້າເຊື່ອເລີຍ."
ທັງນີ້ກໍເພາະວ່າ ເຄື່ອງໝາຍສັນຍາລັກທັງສອງອັນ ປະກອບດ້ວຍ ສິງໂຕຂອງຊາວຣູເທເນຍ (Ruthenia) ໃນຫຼາຍຮູບແບບ ເຊິ່ງປາກົດໃຫ້ເຫັນວ່າ ເປັນສິງໂຕສີຄໍາຢູ່ບົນພື້ນທີ່ສີຟ້າ.
ສິງໂຕຂອງຣູເທເນຍ ໄດ້ຖືກນຳໃຊ້ເປັນເຄື່ອງໝາຍສັນຍາລັກຂອງນະຄອນລີວິບ ແລະ ຂົງເຂດລີວິບ.
ກອງພົນປ້ອງກັນດິນແດນ ທີ 103 ໄດ້ຖືກສ້າງຕັ້ງຂຶ້ນໃນຂົງເຂດລີວິບ ໃນປີ 2018. ສິງໂຕຂອງຣູເທເນຍ ມີຮາກເຫງົ້າທີ່ຝັງເລິກຢູ່ໃນປະຫວັດສາດຂອງຢູເຄຣນ, ແລະຖືກນໍາໃຊ້ຄັ້ງທໍາອິດ ໃນສັດຕະວັດ ທີ 14.
ມັນປາກົດໃຫ້ເຫັນຢູ່ໃນເຄື່ອງໝາຍສັນຍາລັກຂອງແຄວ້ນກາລີເຊຍ ວອລໄຮເນຍ (Galicia-Volhynia) ທີ່ສືບທອດໂດຍກົງມາຈາກ ກີຢິບແວນ ຣູສ (Kyivan Rus) ຊຶ່ງເປັນປະເທດໃນຍຸກສະໄໝເກົ່າ ທີ່ລວມຕົວກັນຢູ່ເຂດທີ່ເອີ້ນວ່າ ກີຢິບ ສະໄໝໃໝ່ໃນທຸກມື້ນີ້.
ນັບແຕ່ສັດຕະວັດທີ 12 ເປັນຕົ້ນມາ, ມະຫາອໍານາດຢູໂຣບຕາເວັນຕົກ ໄດ້ໃຊ້ຄໍາວ່າ ຣູເທເນຍ ເພື່ອເວົ້າເຖິງກີຢິບແວນ ຣູສ ຜູ້ທີ່ມີດິນແດນກວມເອົາຢູເຄຣນ, ເບລາຣຸສ ແລະຣັດເຊຍສະໄຫມໃໝ່ນີ້.
ກະສັດຢູຣີ ທີ 1 (Yuri I) ຂອງແຄວ້ນກາລີເຊຍ, ຊຶ່ງເປັນກະສັດຂອງຣູເທເນຍ ນັບແຕ່ປີ 1301 ຫາ 1308 ໄດ້ນຳໃຊ້ສິງໂຕຂອງຣູເທເນຍ ໃສ່ໃນກາປະທັບຂອງຕົນ. ມັນຍັງຖືກພິມຝັງ ຢູ່ໃນຫຼຽນເງິນຂອງຣູເທເນຍອີກດ້ວຍ.
ອໍານາດການປົກຄອງ ໂວຍໂວເດສຊີບ ຂອງຣູເທເນຍ (Ruthenian Voivodeship) ຊຶ່ງ ເປັນອົງການປົກຄອງອານາເຂດຂອງອົງມົງກຸດຣາຊະອານາຈັກໂປແລນ ກໍຍັງໄດ້ໃຊ້ສິງໂຕຂອງຣູເທເນຍ ໃນເຄື່ອງໝາຍສັນຍາລັກຂອງຕົນເຊັ່ນກັນ. ອໍານາດການປົກຄອງເຂດຣູເທເນຍ ໂວຍໂວເດສຊີບ ມີສູນກາງຢູ່ໃນເຂດລີວິບ ແລະມັນຄົງຕົວຢູ່ນັບຕັ້ງແຕ່ປີ 1434 ຫາ 1772.
ໃນລະຫວ່າງການປະຕິວັດ ປີ 1848 ໃນອານາຈັກອອສເຕຣຍນັ້ນ, ສະພາສູງສຸດຂອງ ຣູເທເນຍ ຊຶ່ງເປັນອົງການຈັດຕັ້ງດ້ານການເມືອງທໍາອິດຂອງຢູເຄນ ໃນຍຸກສະໄຫມໃໝ່ ໄດ້ຮັບຮອງເອົາສິງໂຕຂອງຣູເທເນຍໃຫ້ເປັນເຄື່ອງໝາຍສັນຍາລັກຂອງເຂົາເຈົ້າ ຢູ່ໃນກອງ ປະຊຸມໃນເມືອງລີວິບ. ໃນເວລານັ້ນ ລີວິບແມ່ນສ່ວນນຶ່ງຂອງອານາຈັກອອສເຕຣຍ.
ສາທາລະນະລັດແຫ່ງຊາດຢູເຄຣນຕາເວັນຕົກ, ຊຶ່ງເປັນປະເທດທີ່ແຍກຕົວອອກມາໄດ້ເປັນ ໄລຍະສັ້ນ ໂດຍສ້າງຕັ້ງຂຶ້ນລຸນຫຼັງການລົ້ມລະລາຍຂອງອານາຈັກອອສເຕຣຍ-ຮັງກາຣີ ກໍຍັງໄດ້ໃຊ້ສິງໂຕຂອງຣູເທເນຍ ເປັນເຄື່ອງໝາຍສັນຍາລັກຂອງຕົນເຊັ່ນກັນ.
ນັບຕັ້ງແຕ່ຣັດເຊຍໄດ້ບຸກລຸກເຂົ້າໄປໃນຢູເຄຣນຄັ້ງທຳອິດໃນປີ 2014, ຊາວຢູເຄຣນຈໍານວນນຶ່ງໄດ້ຍົກຍ້ອງຜູ້ທີ່ມີຊື່ສຽງຫຼາຍຄົນ ທີ່ຄັດຄ້ານຕໍ່ການປົກຄອງຂອງໂຊຫວຽດ ຫຼ້າຍຂຶ້ນນັບມື້, ລວມທັງຄົນຈໍານວນນຶ່ງ ທີ່ຮ່ວມມືກັບກຸ່ມນາຊີເຢຍຣະມັນ ໂດຍຖືວ່າ ພວກເຂົາເປັນພວກຊາດນິຍົມເພື່ອປົດປ່ອຍປະເທດທີ່ສໍາຄັນ.
ປາກົດການທີ່ເກີດຂຶ້ນ ຢູ່ໃນປະເທດຢູໂຣບຕາເວັນອອກ ທີ່ໃນເມື່ອກ່ອນໄດ້ຖືກຍຶດຄອງໂດຍສະຫະພາບໂຊຫວຽດນັ້ນເຊັ່ນກັນ.
ທ່ານເຊເລນສ໌ກີ ບໍ່ໄດ້ສະຫນັບສະຫນູນມັນ. ໂດຍທີ່ເກີດຢູ່ໃນຄອບຄົວຊາວຢິວ ທີ່ເວົ້າພາສາ ຣັດເຊຍ ທ່ານບໍ່ແມ່ນນາຊີ, ແລະຄອບຄົວຂອງທ່ານໄດ້ຮັບຄວາມເສຍຫາຍໂດຍກົງຈາກນະໂຍບາຍການຂ້າລ້າງເຊື້ອຊາດຂອງກຸ່ມນາຊີ. ພໍ່ຕູ້ຂອງທ່ານເຊເລນສ໌ກີ ແລະ ອ້າຍຂອງພໍ່ຕູ້ເພິ່ນສາມຄົນ ໄດ້ຖືກຂ້າຕາຍໃນສົງຄາມຂ້າລ້າງເຊື້ອຊາດຂອງກຸ່ມນາຊີ ໃນສົງຄາມໂລກຄັ້ງທີ II.
ເຖິງປານນັ້ນກໍຕາມ ຜູ້ໃຊ້ X ທີ່ໄດ້ຮັບການຢືນຢັນຄົນອື່ນໆ ກໍຍັງເຜີຍແຜ່ການກ່າວອ້າງທີ່ ບໍ່ຖືກຕ້ອງທີ່ຄ້າຍຄືກັນນີ້ ທີ່ມີຈຸດປະສົງເພື່ອເອົາທ່ານເຊເລນສ໌ກີ ແລະຢູເຄຣນ ໃນຍຸກສະໄຫມໃໝ່ ເຊື່ອມໂຍງໃສ່ກັບ ລັດທິນາຊີ.
ເມື່ອຊາວຢູເຄຣນກຸ່ມນ້ອຍກຸ່ມນຶ່ງ ເຂົ້າຮ່ວມການເດີນຂະບວນຢູ່ໃນຢູເຄຣນ ເພື່ອສະເຫຼີມສະຫຼອງວັນຄົບຮອບ 78 ປີ ແຫ່ງການສ້າງຕັ້ງກອງພັນທະຫານບົກ Waffen ທີ 14 ຂອງ SS ໃນວັນທີ 28 ເມສາ 2021, ທ່ານເຊເລນສ໌ກີ ໄດ້ປະນາມການເດີນຂະບວນດັ່ງກ່າວ ໂດຍ ເວົ້າວ່າ ເປັນການເດີນຂະບວນທີ່ຜິດກົດໝາຍ.
ທ່ານ ເຊເລນສ໌ກີ ກ່າວໃນເວລານັ້ນວ່າ "ພວກເຮົາປະນາມຢ່າງສິ້ນເຊີງຕໍ່ການສະແດງໃຫ້ເຫັນການໂຄສະນາຊວນເຊື່ອຂອງລະບອບຜະເດັດການ ໂດຍສະເພາະແມ່ນລັດທິສັງຄົມນິຍົມແຫ່ງຊາດ, ແລະພະຍາຍາມປ່ຽນປີ້ນຄວາມຈິງກ່ຽວກັບສົງຄາມໂລກຄັ້ງທີ II."
ຜູ້ເຂົ້າຮ່ວມການເດີນຂະບວນຄົນນຶ່ງທີ່ໃຊ້ວິທີຄຳນັບຂອງນາຊີ ໄດ້ຖືກຕັ້ງຂໍ້ກ່າວຫາວ່າໂຄສະນາຊວນເຊື່ອລະບອບນາຊີ ແລະລັດທິກໍ່ຄວາມຮຸນແຮງທໍາລາຍຊັບສິນ.
ເຊັ່ນດຽວກັນກັບຢູ່ໃນຣັດເຊຍ ແລະຢູໂຣບ, ກຸ່ມຫົວຮຸນແຮງຂວາຈັດຕ່າງໆ ຍັງມີຢູ່ໃນຢູເຄຣນ, ເຖິງແມ່ນວ່າ ຢູ່ໃນຢູເຄຣນພວກເຂົາບໍ່ມີອໍານາດທາງດ້ານການເມືອງຢ່າງແທ້ຈິງກໍຕາມ.
ດັ່ງທີ່ Polygraph.info ໄດ້ໃຫ້ຂໍ້ສັງເກດໃນເມື່ອກ່ອນ, ສະຫະພັນຂອງອົງການຈັດຕັ້ງທາງດ້ານການເມືອງຝ່າຍຂວາຈັດທັງໝົດຂອງຢູເຄຣນ ຢູ່ໃນການເລືອກຕັ້ງລັດຖະສະພາປີ 2019 ໄດ້ຊະນະພຽງແຕ່ 2.15 ເປີເຊັນຂອງຄະແນນສຽງ ຊຶ່ງບໍ່ພຽງພໍທີ່ຈະໄດ້ຮັບບ່ອນນັ່ງເລີຍ.
ພັກທີ່ຮັບໃຊ້ປະຊາຊົນຊຶ່ງປົກຄອງປະເທດຢູເຄຣນໃນປັດຈຸບັນນີ້ ໄດ້ຖືກສ້າງຕັ້ງຂຶ້ນໂດຍທ່ານເຊເລນສ໌ກີ ແມ່ນພັກເປັນກາງ, ເສລີນິຍົມ ແລະນິຍົມຢູໂຣບ.
ສໍາລັບໃນຊ່ວງເວລາອັນສັ້ນໆ ຫຼັງຈາກການເລືອກຕັ້ງຂອງທ່ານເຊເລນສ໌ກີແລ້ວ ຢູເຄຣນ ເປັນປະເທດດຽວເທົ່ານັ້ນ ທີ່ຢູ່ນອກອິສຣາແອລ ມີປະທານາທິບໍດີ ແລະນາຍົກລັດຖະມົນຕີ (ທ່ານໂວໂລດິເມຍ ກຣອຍສແມນ) ຜູ້ທີ່ເປັນຊາວຢິວ.
ປະທານາທິບໍດີຣັດເຊຍ ທ່ານວລາດິເມຍ ປູຕິນ ຜູ້ທີ່ພະຍາຍາມສ້າງພາບຢ່າງບໍ່ຖືກຕ້ອງເພື່ອສະແດງໃຫ້ເຫັນວ່າ ການບຸກລຸກຂອງທ່ານເຂົ້າໄປໃນຢູເຄຣນ ເປັນການສືບຕໍ່ຂະຫຍາຍສົງຄາມໂລກຄັ້ງທີ 2 ແລະການຕໍ່ສູ້ເພື່ອ "ລົບລ້າງການຫັນຢູເຄຣນໄປເປັນພວກນາຊີ" ກໍໄດ້ພະຍາຍາມປິດບັງຄວາມເປັນຈິງ ດ້ວຍການໃຊ້ຖ້ອຍຄໍາທີ່ນັກຕໍາໜິໄດ້ເອີ້ນວ່າ ການຕ້ານຊາວຢິວ.
ທ່ານປູຕິນ ກ່າວອ້າງຢ່າງຜິດໆວ່າ "ພວກຜູ້ຄຸ້ມຄອງຕາເວັນຕົກ" ໄດ້ແຕ່ງຕັ້ງ "ຊົນເຜົ່າຢິວ" ຂຶ້ນເປັນຫົວໜ້າຂອງຢູເຄຣນໃນຍຸກສະໄໝໃໝ່ ເພື່ອປົກປິດ "ເນື້ອແທ້ຂອງການຕໍ່ຕ້ານມະນຸດຊາດ" ເພື່ອໃຫ້ເປັນພື້ນຖານການກໍ່ຕັ້ງຂອງປະເທດຢູເຄຣນສະໄໝໃໝ່.”
ໃນຂະນະທີ່ ມົສກູໄດ້ອ້າງວ່າ ຕົນເປັນຜູ້ປົກປ້ອງຊົນເຜົ່າຂອງຣັດເຊຍໃນຢູເຄຣນ ແຕ່ມັນກໍແມ່ນຣັດເຊຍນັ້ນເອງ ທີ່ໃຊ້ຖ້ອຍຄໍາແບບໃຫ້ກໍາຈັດຊາວຢູເຄຣນໃຫ້ໝົດໄປ ຢູ່ເລື້ອຍໆມາ.
ພວກລູກນ້ອງຢູ່ໂທລະພາບແຫ່ງລັດຂອງຣັດເຊຍ ຮຽກຮ້ອງຢູ່ເລື້ອຍໆໃຫ້ລົບລ້າງປະຊາຊົນຢູເຄຣນ ແລະ ປະເທດຢູເຄຣນ.
ຖ້ອຍຄຳດັ່ງກ່າວ ແມ່ນກົງກັນກັບການທຳລາຍຢ່າງສິ້ນເຊີງຂອງຣັດເຊຍ ຢູ່ໃນຢ່າງໜ້ອຍ 9 ຕົວເມືອງໃຫຍ່ ແລະນ້ອຍໃນຢູເຄຣນ, ແລະການແນເປົ້າໃສ່ພົນລະເຮືອນຢ່າງເປັນລະບົບ.
ພວກລູກນ້ອງໃນສື່ມວນຊົນລັດຂອງຣັດເຊຍ ກໍຍັງປາກົດວ່າ ໄດ້ສົ່ງເສີມການຂ້າລ້າງເຜົ່າ ພັນເຊັ່ນກັນ, ໂດຍປະຕິເສດສິດທິຂອງຢູເຄຣນ ທີ່ຈະໃຫ້ຢູ່ຍືນຍົງຄົງຕົວໄດ້ ແລະປຽບທຽບຊາວຢູເຄຣນວ່າ ເປັນຄືກັນກັບ "ແມ່ທ້ອງ" ທີ່ຈໍາເປັນຕ້ອງໄດ້ກໍາຈັດໃຫ້ໝົດໄປ.