ໃນວັນທີ 26 ຕຸລາຜ່ານມານີ້, ກອງບັນຊາການອິນໂດ-ປາຊີຟິກຂອງສະຫະລັດ ກ່າວວ່າ ເຮືອບິນລົບອາຍພົ່ນລຳນຶ່ງຂອງຈີນ ໄດ້ບິນເຂົ້າໄປສະກັດກັ້ນເຮືອບິນຖິ້ມລະເບີດຂອງກອງທັບອາກາດສະຫະລັດ ແບບເປັນອັນຕະລາຍຢູ່ທະເລຈີນໃຕ້ ໂດຍເຂົ້າມາຢູ່ໃກ້ພາຍໃນສາມແມັດຫ່າງຈາກເຮືອບິນລົບ B-52.
ໃນລະຫວ່າງການບິນສະກັດກັ້ນທີ່ເກີດຂຶ້ນ ໃນວັນທີ 24 ຕຸລານັ້ນ, ເຮືອບິນລົບທີ່ມີເຄື່ອງຈັກຄູ່ຂອງ ສປ ຈີນ (PRC) Shenyang J-11 ໄດ້ບິນເຂົ້າໄປໃກ້ເຮືອບິນສະຫະລັດດ້ວຍ "ຄວາມໄວເກີນໄປທີ່ບໍ່ສາມາດຄວບຄຸມໄດ້ ... ເຮັດໃຫ້ເຮືອບິນທັງສອງລໍາຕົກຢູ່ໃນສະພາບອັນຕະລາຍທີ່ຈະເຮັດໃຫ້ຕໍາກັນໄດ້," ອີງຕາມກອງບັນຊາການຂອງສະຫະລັດ ເວົ້າ.
ສະຫະລັດໄດ້ສະແດງຄວາມກັງວົນວ່າ ເນື່ອງຈາກມີສະພາບທີ່ບໍ່ສາມາດເບິ່ງເຫັນໄດ້ດີປານ ໃດໃນຄ່ຳຄືນນັ້ນ ນັກບິນຂອງ PRC ອາດຈະ "ບໍ່ຮູ້ວ່າ ລາວໄດ້ບິນເຂົ້າໄປໃກ້ຊ່ຳໃດ ທີ່ຈະກໍ່ໃຫ້ເກີດການຕໍາກັນ," ຊຶ່ງນໍາໄປສູ່ການບິນສະກັດກັ້ນທີ່ໄດ້ກະທຳໄປ "ໃນລັກສະນະທີ່ຂັດກັບກົດລະບຽບ ແລະມາດຕະຖານຂອງສາກົນ ໃນດ້ານຄວາມປອດໄພທາງອາກາດ."
ເມື່ອບັນດານັກຂ່າວຖາມກະຊວງປ້ອງກັນປະເທດຈີນ ກ່ຽວກັບຮູບພາບ ຫຼືວີດິໂອຂອງເຫດການດັ່ງກ່າວ ໃນກອງປະຊຸມຖະແຫຼງຂ່າວ ເມື່ອວັນທີ 26 ຕຸລາຜ່ານມາ, ກະຊວງປ້ອງກັນປະເທດຈີນ ໄດ້ເຜີຍແຜ່ຮູບພາບທີ່ບໍ່ກ່ຽວຂ້ອງຫຍັງໝົດ ກັບເຫດການທີ່ເກີດຂຶ້ນໃນວັນທີ 24 ຕຸລາ. ຫຼັງຈາກນັ້ນ, ກະຊວງນີ້ກໍກ່າວຫາສະຫະລັດວ່າ "ທໍາການເກາະຜິດ.”
ທ່ານ ອູ ຊຽນ ໂຄສົກກະຊວງນັ້ນກ່າວວ່າ: "ວີດິໂອນີ້ພິສູດໃຫ້ເຫັນວ່າ ມັນແມ່ນຝ່າຍສະຫະລັດທີ່ທໍາການເກາະຜິດ, ຍອມສ່ຽງ ແລະເຮັດໃຫ້ສະພາບການສັບສົນຂຶ້ນໂດຍບໍ່ຈໍາເປັນ."
ນັ້ນເປັນການເຮັດໃຫ້ເຂົ້າໃຈຜິດ.
ກອງບັນຊາການພາກພື້ນອິນໂດ-ປາຊີຟິກຂອງສະຫະລັດ ກ່າວວ່າ ເຫດການດັ່ງກ່າວໄດ້ເກີດຂຶ້ນຢູ່ເທິງທ້ອງຟ້າຂອງທະເລຈີນໃຕ້ ໃນຕອນກາງຄືນ ວັນທີ 24 ຕຸລາຜ່ານມານີ້.
ຮູບພາບໃນວີດິໂອ ທີ່ເປີດເຜີຍອອກມາໂດຍກະຊວງປ້ອງກັນປະເທດຈີນ ໄດ້ສະແດງໃຫ້ເຫັນເຫດການ ໃນວັນທີ 19 ສິງຫາ ທີ່ມີກຳປັ່ນພິຄາດຂອງກອງທັບເຮືອສະຫະລັດ USS Ralph Johnson ປະເຊີນໜ້າກັບກຸ່ມທະຫານເຮືອປະຕິບັດງານຂອງກອງທັບປົດປ່ອຍປະຊາຊົນ (PLA).
ວີດິໂອ ໃນວັນທີ 19 ສິງຫາ ແມ່ນຫຼັກຖານອັນດຽວເທົ່ານັ້ນ ທີ່ທາງຈີນເອົາມາສະເໜີ ເພື່ອເປັນການຢັ້ງຢືນແກ່ການກ່າວຫາຂອງຕົນທີ່ວ່າ ສະຫະລັດຄວນຖືກຕ້ອງຕິກ່ຽວກັບເຫດການໃນວັນທີ 24 ຕຸລາຜ່ານມາ. ຫາກແຕ່ວ່າ ອີງຕາມກອງທັບເຮືອສະຫະລັດ ປະຈໍາມະຫາ ສະໝຸດປາຊີຟິກແລ້ວ, ແມ່ນແຕ່ໄດ້ໃຊ້ວີດິໂອນັ້ນເປັນ "ຫຼັກຖານ" ມັນກໍຍັງບໍ່ໄດ້ສະແດງໃຫ້ ເຫັນຮູບພາບທີ່ຄົບຖ້ວນໝົດ, ຍ້ອນວ່າ ວີດິໂອນັ້ນ ໄດ້ຖືກຕັດມາກ່ອນ ແລ້ວຈຶ່ງນໍາມາສະແດງ ເພື່ອເຮັດໃຫ້ຄົນເຂົ້າໃຈຜິດຕໍ່ເຫດການນັ້ນ.
ຈີນອ້າງວ່າ ກຳປັ່ນລົບຂອງສະຫະລັດ “ໄດ້ທຳການເກາະຜິດຫຼາຍຄັ້ງ ເຊັ່ນວ່າ ການລ້ຽວໂຄງມຸມແຄບ ແລ້ວເລັ່ງກໍາປັ່ນໃຫ້ໄວຂຶ້ນ ຫຼືຊ້າລົງແບບກະທັນຫັນ”, ສະນັ້ນ ມັນໄດ້ “ລະເມີດ” ກົດລະບຽບສາກົນ ໃນການປ້ອງກັນບໍ່ໃຫ້ເກີດເຫດຕໍາກັນຢູ່ເທິງທະເລ.
ໂຄສົກກອງທັບເຮືອສະຫະລັດປະຈຳມະຫາສະໝຸດປາຊີຟິກ ກ່າວຕໍ່ວີໂອເອວ່າ ຄຳອະທິ ບາຍຂອງຈີນ ກ່ຽວກັບເຫດການດັ່ງກ່າວ ແລະຮູບພາບຈາກວີດິໂອ ແມ່ນບໍ່ຖືກຕ້ອງ:
"ວິດີໂອທີ່ເປີດເຜີຍອອກມາໂດຍ PRC ພຽງແຕ່ສະແດງໃຫ້ເຫັນສ່ວນທີ່ເຫລືອຈາກການ ຕັດອອກຂອງເຫດການທີ່ສະແດງປະຕິກິລິຍາຕໍ່ກັນ ເປັນເວລາ 90 ນາທີ ລະຫວ່າງກໍາປັ່ນ ກອງທັບປົດປ່ອຍປະຊາຊົນ (PLAN) ຫຼາຍລໍາ ແລະກໍາປັ່ນ USS Ralph Johnson" ອີງຕາມຄໍາເວົ້າຂອງໂຄສົກກອງທັບເຮືອສະຫະລັດ ກ່າວຕໍ່ Polygraph.info.
ວີດິໂອຂອງ ສປ ຈີນ ກໍບໍ່ໄດ້ກ່ຽວຂ້ອງຫຍັງກັບເຫດການ ໃນວັນທີ 24 ຕຸລາ ທີ່ເຮັດໃຫ້ເກືອບເກີດການຕໍາກັນ ນັ້ນເລີຍ.
ໂຄສົກກະຊວງປ້ອງກັນປະເທດຈີນ, ທ່ານອູ ຊຽນ ກ່າວອ້າງວ່າ ສະຫະລັດ ຫາກ “ມາຢູ່ໜ້າປະຕູຂອງຈີນເພື່ອເກາະຜິດ ແລະສ້າງບັນຫາໃດໆ,” ໂດຍກ່າວຕື່ມວ່າ: “ກອງທັບຂອງຈີນຈະເຂົ້າໄປສະກັດກັ້ນເຮືອບິນລົບ ແລະກຳປັ່ນລົບຂອງສະຫະລັດ ໄດ້ແນວໃດ ຖ້າວ່າ ພວກເຂົາບໍ່ເຂົ້າມາ?”
ແຕ່ໂຄສົກກອງທັບເຮືອສະຫະລັດປະຈໍາມະຫາສະໝຸດປາຊີຟິກ ຊີ້ແຈງວ່າ “ການສະແດງປະຕິກິລິຍາຕອບໂຕ້ກັນທັງໝົດນີ້ ແມ່ນເກີດຂຶ້ນຢູ່ນອກເໜືອເຂດນ່ານນ້ຳຂອງປະເທດໃດໝົດ ບ່ອນທີ່ກົດໝາຍສາກົນໄດ້ປົກປັກຮັກສາເສລີພາບ ໃນການເດີນເຮືອໃນທະເລສູງ ແລະການບິນຢູ່ເທິງນ່ານຟ້າຂອງທະເລນັ້ນ.”
ຈີນໂຕ້ແຍ້ງວ່າ, ພາຍໃຕ້ກົດໝາຍສາກົນ, ກອງທັບຕ່າງປະເທດ ບໍ່ໄດ້ຮັບອະນຸຍາດໃຫ້ດຳເນີນການເກັບກຳຂໍ້ມູນລັບຢູ່ໃນເຂດເສດຖະກິດສະເພາະຂອງຕົນ. ອີງຕາມສະຫະລັດແລ້ວ, ພາຍໃຕ້ສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດຫມາຍວ່າດ້ວຍທະເລ (UNCLOS), "ກໍາປັ່ນທະຫານຕ່າງໆ ແມ່ນໄດ້ຮັບອະນຸຍາດໃຫ້ໃຊ້ທາງຜ່ານແບບບໍ່ມີຄວາມຄິດຮ້າຍໃດໆ ຢູ່ໃນເຂດນໍ້າແດນດິນຂອງທະເລ."
ກອງປະຊຸມສະຫະປະຊາຊາດ ກ່ຽວກັບການຄ້າ ແລະການພັດທະນາ ຄາດຄະເນວ່າ ໃນປີ 2016 ນຶ່ງສ່ວນສາມຂອງການຂົນສົ່ງທາງທະເລຂອງໂລກ ແມ່ນແລ່ນຜ່ານທະເລຈີນໃຕ້, ກວມເອົາມູນຄ່າການຄ້າ 3.37 ພັນຕື້ໂດລາຕໍ່ປີ. ເຂດນ່ານນໍ້ານັ້ນ ຍັງມີບໍ່ນ້ຳມັນ ແລະອາຍແກັສທຳມະຊາດສຳຮອງຫຼວງຫຼາຍ, ແລະການປະມົງທີ່ສາມາດສ້າງລາຍຮັບສູງ.
ຈີນອ້າງເອົາເຂດທະເລຈີນໃຕ້ເກືອບທັງໝົດ, ເຮັດໃຫ້ຜູ້ທີ່ແຂ່ງກັນອ້າງເອົາກໍາມະສິດເຊັ່ນກັນໃນເຂດທະເລດັ່ງກ່າວ ເຊັ່ນ ຫວຽດນາມ, ຟີລິບປິນ, ໄຕ້ຫວັນ, ມາເລເຊຍ ແລະບຣູໄນ ໂກດເຄືອງ.
ໃນປີ 2016, ສານຖານວອນຂອງການແກ້ໄຂບັນຫາຂັດແຍ້ງ ຢູ່ນະຄອນເຮກ ໄດ້ອອກຄໍາຕັດສິນທີ່ຄັດຄ້ານຕໍ່ການອ້າງເອົາກໍາມະສິດ ໃນທະເລຈີນໃຕ້ຂອງຈີນ. ສານສາກົນ ກ່າວວ່າ "ເຖິງແມ່ນວ່າ ພວກເດີນເຮືອ ແລະ ຊາວປະມົງຂອງຈີນ, ເຊັ່ນດຽວກັນກັບປະເທດອື່ນໆ, ມີປະຫວັດທີ່ເຄີຍນໍາໃຊ້ເກາະດອນຕ່າງໆ ໃນທະເລຈີນໃຕ້ມາກໍຕາມ ແຕ່ວ່າ ບໍ່ມີຫຼັກຖານໃດໆ ທີ່ສະແດງໃຫ້ເຫັນວ່າ ຈີນເຄີຍໄດ້ ທໍາການຄວບຄຸມເຂດນ່ານນໍ້ານັ້ນ ຫຼືຊັບພະຍາກອນຢູ່ໃນເຂດນ່ານນໍ້ານັ້ນ ໃນປະຫວັດສາດຜ່ານມາ.”
ຈີນໄດ້ປະຕິເສດຕໍ່ຄຳຕັດສິນ ແລະໄດ້ເສີມຂະຫຍາຍການມີໜ້າຂອງກອງທັບຕົນຢູ່ໃນບໍລິເວນ.
ໃນປີ 2021, ຈີນໄດ້ຜ່ານກົດໝາຍອະນຸຍາດໃຫ້ເຈົ້າໜ້າທີ່ຍາມຝັ່ງທະເລຂອງຕົນໃຊ້ “ທຸກວິທີທີ່ຈໍາເປັນ,” ລວມທັງການໃຊ້ກຳລັງ, ເພື່ອຍຸຕິກຳປັ່ນຕ່າງປະເທດທັງຫຼາຍ ບໍ່ໃຫ້ເຂົ້າໄປໃນທະເລຈີນໃຕ້.
ໂດຍທີ່ມີຄວາມເຄັ່ງຕຶງທີ່ເພີ່ມຂຶ້ນ ກໍມີຄວາມຢ້ານກົວກັນວ່າ ເຂດທະເລຈີນໃຕ້ ພວມກາຍເປັນຈຸດຟົດເດືອດ ຊຶ່ງອາດຈະເຮັດໃຫ້ເກີດຜົນຕິດຕາມມາທີ່ຮ້າຍແຮງລະດັບໂລກ ກໍເປັນໄດ້.
ຄວາມເຄັ່ງຕຶງໄດ້ເພີ່ມຂຶ້ນອີກ ໃນວັນທີ 22 ຕຸລາຜ່ານມານີ້, ໃນເວລາທີ່ເຮືອລໍາລຽງສະບຽງ ຂອງຟີລິບປິນ ແລະກຳປັ່ນຍາມຝັ່ງຂອງຈີນ ໄດ້ຕໍາກັນຢູ່ໃກ້ໂຂດຫີນ ທອມມັສ ຫລື Thomas Shoal ທີສອງ ເຊິ່ງເປັນເຂດພິພາດກັນລະຫວ່າງປັກກິ່ງແລະມະນີລາ.
ຟີລິບປິນໄດ້ກ່າວຫາກຳປັ່ນຍາມຝັ່ງທະເລຂອງຈີນ ວ່າ ໄດ້ດຳເນີນ “ການຊ້ອມລົບທີ່ກີດຂວາງຢ່າງເປັນອັນຕະລາຍ” ແລະໄດ້ຍື່ນໜັງສືປະທ້ວງທາງການທູດຕໍ່ຈີນ. ສ່ວນປັກກິ່ງກໍກ່າວວ່າ ຝ່າຍຟີລິບປິນພວມທໍາ "ການຝ່າຝືນ ແລະການເກາະຜິດ", ແລະຄວນຍຸຕິການກະທຳຂອງຕົນ ເພື່ອ "ຫຼີກລ້ຽງການເພີ້ມທະວີສະຖານະການຂຶ້ນຕື່ມ."
ບັນຫາຂັດແຍ້ງທາງທະເລຂອງຈີນ ໄດ້ມີມາຫຼາຍສັດຕະວັດແລ້ວ, ແລະການກະທໍາແບບຂົ່ມເຫັງ ຕໍ່ຜູ້ທີ່ຕົນຄິດວ່າ ເປັນຄູ່ແຂ່ງ ເປັນກົນລະຍຸດສຳຄັນອັນນຶ່ງຂອງປັກກິ່ງ ໃນດ້ານປະຫວັດສາດ ເພື່ອເປັນການຂີດຫມາຍເຂດນ້ຳແດນດິນທີ່ຕົນອ້າງເອົາກໍາມະສິດນັ້ນ ວ່າເປັນຂອງຕົນ ໂດຍບໍ່ຄໍານຶງເຖິງກົດຫມາຍສາກົນ.