ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນຮ່ວມກັບຣັດເຊຍປ່າວຂ່າວໃຫ້ເກີດຄວາມສົງໄສວ່າ ສະຫະລັດ ຈະສາມາດຊ່ວຍເຫຼືອ ອິສຣາແອລ ແລະ ຢູເຄຣນໄດ້ຫຼືບໍ່


ລັດຖະມົນຕີການຕ່າງປະເທດສະຫະລັດ ແອນໂທນີ ບລິງເກັນ, ຊ້າຍ, ແລະ ນາຍົກລັດຖະມົນຕີຂອງອິສຣາແອລ ເບັນຈາມິນ ເນທັນຢາຮູ ຈັບມືກັນຫຼັງຈາກພວກເພິ່ນກ່າວຖະແຫລງ ຕໍ່ສື່ມວນຊົນ ຢູ່ໃນຕຶກ ກີຣີຢາ, ຊຶ່ງເປັນສຳນັກງານ ກະຊວງປ້ອງກັນປະເທດຂອງອິສຣາແອລ, ພາຍຫຼັງຈາກການພົນປະກັນໃນນະຄອນແທລ ອາວີບ ເມື່ອວັນທີ 12 ຕຸລາ 2023.
ລັດຖະມົນຕີການຕ່າງປະເທດສະຫະລັດ ແອນໂທນີ ບລິງເກັນ, ຊ້າຍ, ແລະ ນາຍົກລັດຖະມົນຕີຂອງອິສຣາແອລ ເບັນຈາມິນ ເນທັນຢາຮູ ຈັບມືກັນຫຼັງຈາກພວກເພິ່ນກ່າວຖະແຫລງ ຕໍ່ສື່ມວນຊົນ ຢູ່ໃນຕຶກ ກີຣີຢາ, ຊຶ່ງເປັນສຳນັກງານ ກະຊວງປ້ອງກັນປະເທດຂອງອິສຣາແອລ, ພາຍຫຼັງຈາກການພົນປະກັນໃນນະຄອນແທລ ອາວີບ ເມື່ອວັນທີ 12 ຕຸລາ 2023.
ເຈີນ ເຊຍ

ເຈີນ ເຊຍ

ນັກແຕ້ມຮູບກາຕູນ ຂອງນັກສືພິມ ໂກລບໂບລ ໄທມສ໌ (Global Times) ເວົ້າວ່າ

“ຍືດຕົວບາງເກີນໄປ.” ເປັນສຳນວນທີ່ໝາຍຄວາມວ່າ ຂາດແຄນຊັບພະຍາກອນ

ເປັນການເວົ້າໃຫ້ເຂົ້າໃຈຜິດ

ອິສຣາແອລ ໄດ້ເພີ້ມທະວີການໂຈມຕີທາງອາກາດໃສ່ເຂດກາຊາ ພາຍຫຼັງການໂຈມຕີຂອງກຸ່ມຮາມາສ ທີ່ໄດ້ກໍ່ໃຫ້ເກີດສົງຄາມ ເຊິ່ງເຮັດໃຫ້ປະຊາຊົນຫຼາຍກວ່າ 1,200 ຄົນໃນອິສຣາແອລ ແລະ 1,400 ຄົນໃນເຂດກາຊາ ຖືກຂ້າຕາຍ.

ໃນ​ຂະ​ນະ​ທີ່​ອິສຣາແອລ​ ກຽມພ້ອມທີ່ຈະບຸກ​ໂຈມ​ຕີທາງພາກພື້ນດິນ​ເຂດ​ກາ​ຊາ ຢູ່ນີ້, ຣັດເຊຍ​ແລະ​ຈີນ ​ກໍໄດ້​ສວຍໃຊ້​ຄໍາ​ຫມັ້ນ​ສັນ​ຍາ​ຂອງ​ສະ​ຫະ​ລັດ ທີ່ໃຫ້​ໄວ້ວ່າ ​ຈະ​ຊ່ວຍ​ເຫຼືອ​ອິ​ສ​ຣາ​ແອລ ທີ່ເປັນ​ພັນ​ທະ​ມິດ​ມາແຕ່​ດົນ​ນານນັ້ນ​ ປ້ອງ​ກັນ​ຕົນ​ເອງໄດ້.

ທັງມົສກູແລະປັກກິ່ງ ຕ່າງກໍຖິ້ມໂທດໃສ່ສະຫະລັດ ສຳລັບບັນຫາຂັດແຍ້ງດັ່ງກ່າວ ແລະບ່ອນທຳລາຍການສະໜັບສະໜູນຂອງສະຫະລັດແກ່ຢູເຄຣນ ໂດຍໃຊ້ສື່ມວນຊົນທີ່ເປັນຂອງລັດເຜີຍແຜ່ການເລົ່າເລື້ອງທີ່ບິດເບືອນຄວາມຈິງ ທີ່ເນັ້ນໃສ່ການກ່າວຫາວ່າ ສະຫະລັດ ບໍ່ມີຄວາມສາມາດໃຫ້ການຊ່ວຍເຫລືອແກ່ ທັງອິສຣາແອລແລະຢູເຄຣນ ໄດ້.

ກາຕູນທັງຫຼາຍ ເປັນເຄື່ອງມືທີ່ມີຄວາມນິຍົມໃຊ້ກັນຫລາຍໃນສື່ມວນຊົນຂອງລັດໃນຈີນ ສໍາລັບການໂຄສະນາຊວນເຊື່ອເພື່ອຕ້ານສະຫະລັດ.

ກາຕູນ​ທີ່​ພິມ​ເຜີຍ​ແຜ່ອອກມາ​ເມື່ອ​ບໍ່​ດົນ​ມາ​ນີ້​ ໃນ​ໜັງ​ສື​ພິມ Global Times ຂອງ​ລັດ​ຖະບານຈີນ ໄດ້​ແຕ້ມຮູບລຸງແຊມ (Sam) ຖືກເຊືອກ​ຜູກພັນ​ແອວໄວ້ ເຊິ່ງສອງສົ້ນຂອງເຊືອກນັ້ນມັດໃສ່ກັບທ້າຍລົດບັນທຸກ—ຄັນນຶ່ງມີປ້າຍຂຽນໃສ່ວ່າ “ການຊ່ວຍເຫຼືອແກ່ຢູເຄຣນ,” ອີກຄັນນຶ່ງຂຽນວ່າ “ການຊ່ວຍເຫຼືອແກ່ອິສຣາແອລ” — ທີ່ດຶງໄປໃນຄົນລະທິດລະທາງ.

ໃນຄໍາບັນລະຍາຍນັ້ນຂຽນວ່າ: “ຍືດຕົວບາງເກີນໄປ.” ເປັນສຳນວນທີ່ໝາຍຄວາມວ່າ “ຂາດແຄນຊັບພະຍາກອນ”

Screenshot of a cartoon published in China's Global Times on October 11, 2023, questioning U.S. ability to aid Israel and Ukraine.
Screenshot of a cartoon published in China's Global Times on October 11, 2023, questioning U.S. ability to aid Israel and Ukraine.

ນັ້ນເປັນການເວົ້່າໃຫ້ເຂົ້າໃຈຜິດ.

ບົດ​ລາຍ​ງານຕ່າງໆ ​ຊີ້​ໃຫ້​ເຫັນ​ວ່າຍັງ​ບໍ່​ທັນ​ມີ​ການທັບຊ້ອນ​ກັນ​ຢ່າງ​ຫຼວງ​ຫຼາຍເທື່ອ​ ລະຫວ່າງ​ຄວາມ​ຕ້ອງການ​ຂອງ​ອິສຣາ​ແອລ ​ແລະ​ຢູເຄຣນ, ​ແລະ​ເຈົ້າ​ໜ້າ​ທີ່​ສະຫະລັດ ​ຍັງຮັກສາ​ການ​ຊ່ວຍ​ເຫຼືອ​ແກ່​ອິສຣາ​ແອລ ​ເຊິ່ງຈະ​ບໍ່ເປັນສິ່ງທີ່ເຮັດໃຫ້ຢູເຄຣນ ເສຍການຊ່ວຍເຫລືອໄປ.

ໃນວັນ​ທີ 11 ຕຸລາຜ່ານມາ​ນີ້, ສະຫະລັດ​ໄດ້​ປະກາດ​ແຜນການ​ຊ່ວຍເຫລືອ​ດ້ານ​ການ​ທະຫານ​ຊຸດ​ໃໝ່​ໃຫ້​ແກ່​ຢູເຄຣນ ຕື່ມອີກທີ່ລວມມີ​ຄວາມ​ອາດສາມາດໃນການ​ປ້ອງ​ກັນໄພ​ທາງ​ອາກາດ, ອາວຸດຕໍ່​ຕ້ານ​ລົດ​ຖັງ ​ແລະ​ອຸປະກອນ​ອື່ນໆ.

ທ່ານອອສຕິນ ປະກາດການຊ່ວຍເຫຼືອດ້ານອາວຸດຊຸດໃຫມ່ແກ່ຢູເຄຣນ ໂດຍກ່າວວ່າ ອິສຣາແອລ ກໍຍັງຈະໄດ້ຮັບສິ່ງທີ່ປະເທດນັ້ນຕ້ອງການຢູ່ https://t.co/VinserEzh7

ພວກນັກວິ​ເຄາະ​ເຫັນ​ດີນໍາ​ກັນວ່າ ຄວາມ​ຕ້ອງການ​ທາງ​ທະຫານ​ທີ່​ຫຼາຍ​ທີ່​ສຸດ​ຂອງ​ຢູ​ເຄຣນ ​ແລະ​ອິສຣາ​ແອ​ລ ແມ່ນ​ແຕກ​ຕ່າງ​ກັນ.

"ຄວາມຕ້ອງການອັນຮີບດ່ວນທີ່ສຸດຂອງອິສຣາແອລ ແມ່ນກະສຸນນຳວິຖີທີ່ຍິງຈາກທາງອາກາດ ຖືກເປົ້າໝາຍຢ່າງແມ້ນຢໍາ ແລະເພີ້ມຕື່ມລູກສອນໄຟສະກັດກັ້ນ ສຳລັບ ໄອຣອນ ໂດມ (Iron Dome) - ແລະ ມີການຍາດແຍ່ງກັນພຽງເລັກນ້ອຍ ຫລືວ່າບໍ່ມີເລີຍ ລະຫວ່າງອິສຣາແອລ ແລະຢູເຄຣນ ໃນປັດຈຸບັນ." ອີງຕາມການກ່າວຂອງທ່ານແບຣດລີ ໂບແມນ ຜູ້ອຳນວຍການອາວຸໂສຂອງມູນ​ນິທິປ້ອງ​ກັນປະຊາທິປະ​ໄຕຂອງສູນກາງກ່ຽວ​ກັບ​ອຳນາດ​ທາງ​ການ​ທະຫານ ​ແລະ ການ​ເມືອງ ທີ່ມີຫ້ອງການຕັ້ງຢູ່ໃນນະຄອນຫລວງ ວໍຊິງຕັນ.

ລະບົບລູກສອນໄຟປ້ອງກັນໄພທາງອາກາດ Iron Dome ຂອງອິສຣາແອລ ບໍ່ໄດ້ຖືກອອກແບບມາເພື່ອຍິງ ລູກສອນໄຟສະກັດກັ້ນ ແບບດຽວກັນກັບທີ່ໃຊ້ໃນລະບົບແພດທຣີອັອດ (Patriot) ທີ່ສະຫະລັດຜະລິດນັ້ນ ຫຼືລະບົບລູກສອນໄຟປ້ອງກັນໄພທາງອາກາດອື່ນໆ ທີ່ສະຫະລັດ ແລະພັນທະມິດສະໜອງໃຫ້ແກ່ຢູເຄຣນ.

Israel's Iron Dome air defense system intercepts rockets launched from Gaza on October 11, 2023. (Mahmud Hams/AFP)
Israel's Iron Dome air defense system intercepts rockets launched from Gaza on October 11, 2023. (Mahmud Hams/AFP)

“ຖ້າ​ພວກ​ເຮົາເຫັນສົງຄາມທາງ​ພື້ນ​ດິນຂະຫຍາຍ​ອອກ​ໄປ, ອາວຸດຕ່າງໆ​ທີ່​ອິ​ສ​ຣາ​ແອລ​ຕ້ອງການ​ຈາກ​ສະຫະລັດ ອາດ​ຈະ​ເລີ່ມ​ທັບ​ຊ້ອນ​ກັນກັບ​ອາວຸດ​ບາງ​ອັນ​ທີ່​ຢູ​ເຄຣນຕ້ອງການ. ​ແຕ່​ການ​ທັບ​ຊ້ອນ​ກັນຂອງຄວາມຕ້ອງການອາວຸດບາງຢ່າງ​ຂອງ​ຢູ​ເຄຣນ ​ແລະ​ອິສຣາ​ແອ​ລ ​ແມ່ນ​ສາມາດຈັດການໄດ້​ຢ່າງ​ແນ່ນອນ. ການຢືນຢັດວ່າ ສະຫະລັດບໍ່ສາມາດສະຫນັບສະຫນູນຢູເຄຣນ ແລະອິສຣາແອລ ໄປພ້ອມໆກັນນັ້ນ ແມ່ນບໍ່ທົນທານກັບການກວດສອບໄດ້," ທ່ານໂບແມນເວົ້າ.

ຢູ​ເຄຣນ​ຍັງ​ໄດ້​ຮ້ອງ​ຂໍ​ເອົາ​ລົດ​ຖັງ​ ແລະ​ລົດ​ຫຸ້ມ​ເກາະອີກດ້ວຍ. ສ່ວນອິສຣາແອລ ແມ່ນມີພາຫະນະເຊັ່ນນັ້ນ ເປັນຈຳນວນຫຼວງຫຼາຍຢູ່ແລ້ວ, ບາງສ່ວນກໍຜະລິດຢູ່ພາຍໃນປະເທດ.

ຢູເຄຣນ ຍັງ​ຕ້ອງການ​ລູກສອນໄຟ ຕໍ່ຕ້ານກຳ​ປັ່ນ, ຕໍ່ຕ້ານ​ລົດ​ຖັງ ​ແລະ ລູກ​ສອນ​ໄຟ​ຕໍ່ຕ້ານທາງ​ອາກາດທີ່​ແນ​ໃສ່​ກຳ​ປັ່ນ​ທະຫານ, ​ເຮືອບິນ ​ແລະ ພາຫະນະຕ່າງໆ ​ທີ່ກຸ່ມຮາມາສ ບໍ່​ມີ.

ໃນຂະນະທີ່ ສະຫະລັດ​ ໄດ້ໃຫ້ການ​ຊ່ວຍ​ເຫລືອ​ແກ່​ຢູ​ເຄຣນ​ ຕິດ​ຕໍ່ກັນເລື້ອຍມາ ​ທີ່​ລວມ​ທັງ​ລູກປືນຫຼາຍລ້ານລູກສຳລັບ​ອາວຸດປືນຂະໜາດນ້ອຍ, ອົງການຂ່າວຣອຍເຕີສ໌​ລາຍ​ງານ​ວ່າອິສຣາ​ແອ​ລ ບໍ່​ມີ​ທ່າ​ທີ​ວ່າ​ ​ລູກປືນສຳລັບອາວຸດຂະໜາດນ້ອຍທີ່ຕົນມີຢູ່ໃນຄັງອາວຸດນັ້ນ ຈະໝົດ​ໄປເລີຍ ​ຈົນເຖິງ​ຂະນະ​ນີ້.

ເຖິງ​ຢ່າງ​ໃດ​ກໍ່ຕາມ, ບັນດາ​ເຈົ້າ​ໜ້າ​ທີ່​ອົງການເນໂຕ້ (NATO) ກ່າວ​ເຕືອນ​ວ່າ ປະລິມານ​ລູກ​ປືນຢູ່ໃນຄັງອາວຸດ​ຂອງ​ຕາ​ເວັນ​ຕົກ ​ພວມ​ຫລຸດ​ລົງນັບມື້.

ຢູ​ເຄ​ຣນ ແລະ ອິ​ສ​ຣາ​ແອລ ກໍອາດຈະເປັນໄປໄດ້ສູງ, ທີ່ທັງ​ສອງປະເທດ​ຕ້ອງ​ການ​ລູກ​ປືນ​ໃຫຍ່ຂະໜາດ 155 ມີ​ລິ​ແມັດ.

ຜູ້ລົງສະໝັກເປັນປະທານາທິບໍດີ ຈາກພັກຣີພັບບລີກັນ, ທ່ານວີເວກ ຣາມາສວາມີ (Vivek Ramaswamy) ແລະຄົນອື່ນໆ ກໍໄດ້ຕຳໜິການຕັດສິນໃຈຂອງສະຫະລັດ ທີ່ໄດ້ໂອນລູກປືນໃຫຍ່ຂະໜາດ 155 ມີລິແມັດ ຈຳນວນ 300,000 ລູກ ຈາກອິສຣາແອລ ໄປໃຫ້ຢູເຄຣນ.

“ພວກ​ເຮົາ​ພວມກ້າວໄປຕາມເສັ້ນ​ທາງ​ທີ່​ຈະ​ເຮັດໃຫ້ກະສຸນປືນທັງຫຼາຍ ແລະທີ່ຢູ່ໃນສາງອື່ນໆ​ຂອງ​ພວກ​ເຮົາ ໃຫ້ໝົດໄປ ຍ້ອນມີ​ການ​ຂັດ​ແຍ້ງ​ຢູ່ສອງບ່ອນ ຄືໃນ​ຢູ​ເຄ​ຣນ ແລະ​ໃນ​ປັດ​ຈຸ​ບັນແມ່ນ​ຢູ່​ໃນ​ອິ​ສ​ຣາ​ແອລ. ມັນ​ເປັນສະພາບການທີ່ຝ່າຍນຶ່ງໄດ້ປະໂຫຍດສ່ວນອີກຝ່າຍນຶ່ງສູນເສຍ ​ຫຼື zero-sum ​ທີ່​ປູ​ທາງ​ໃຫ້​ຈີນ​ບຸກ​ໂຈມ​ຕີ​ໄຕ້​ຫວັນໄດ້ ຍ້ອນສະ​ຫະ​ລັດ​ໄປເຖິງຈຸດທີ່ຕໍ່າທີ່ສຸດ​ໃນ​ຄວາມ​ສາ​ມາດ​ຂອງ​ພວກ​ເຮົາ,” ນັ້ນຄືຄໍາເວົ້າຂອງທ່ານຣາມາສວາມີຂຽນລົງ​ໃນສື່ສັງຄົມ X.

ໜັງ​ສື​ພິມຮາແຣສ (Haaretz) ຂອງ​ອິ​ສ​ຣາ​ແອລ ຄາດ​ຄະ​ເນ​ວ່າ ອິ​ສ​ຣາ​ແອລ ໄດ້​ໃຊ້​ລູກ​ປືນ​ໃຫຍ່​ຢ່າງ​ໜ້ອຍ 32,000 ລູກ ໃນ​ລະ​ຫວ່າງ​ສົງ​ຄາມກາຊາ ປີ 2014, ເຊິ່ງ​ແກ່​ຍາວໄປ​ເປັນ​ເວ​ລາ 1 ເດືອນ, ສອງ​ອາ​ທິດ ແລະ 4 ມື້.

ຢູເຄຣນໃຊ້ລູກປືນໃຫຍ່ກະປະມານ 6,000 ລູກໃນແຕ່ລະມື້ ຊຶ່ງໜ້ອຍກວ່າ 10,000 ລູກ ຕໍ່ມື້ ທີ່ທະຫານຂອງຕົນຕ້ອງການ.

ໃນ​ລະດັບສູງ​ຂອງ​ຕົນນັ້ນ, ຣັດ​ເຊຍ​ໄດ້​ໂຈມຕີຖະຫລົ່ມຢູເຄຣນ ​ດ້ວຍ​ລູກ​ປືນໃຫຍ່ ແລະຈະຫລວດ 60,000 ລູກ​ຕໍ່​ມື້.

ທ່າມກາງຄວາມວິຕົກກັງວົນກ່ຽວກັບການຫຼຸດປະລິມານລູກປືນໃນຄັງອາວຸດຂອງຕາເວັນຕົກ, ສະຫະລັດໄດ້ເພີ່ມການຜະລິດລູກປືນໃຫຍ່ 155 ມມ ເພີ້ມຂຶ້ນປະມານ 2 ເທົ່າຕໍ່ເດືອນ ເປັນ 28,000 ລູກ ແລະຕັ້ງເປົ້າໝາຍທີ່ຈະຜະລິດໃຫ້ໄດ້ 80,000-100,000 ລູກຕໍ່ເດືອນພາຍໃນທ້າຍປີ 2025.

ມາ​ຮອດ​ປັດຈຸ​ບັນນີ້, ລັດຖະສະພາ​ສະຫະລັດ​ໄດ້​ສະໜອງການ​ຊ່ວຍ​ເຫຼືອ ​ຫຼາຍ​ກວ່າ 113 ຕື້ໂດລາແກ່​ຢູເຄຣນ.

ປະທານາທິບໍດີ​ສະຫະລັດ ທ່ານໂຈ ໄບເດັນ ໄດ້​ຮ້ອງ​ຂໍເງິນ​ຊ່ວຍ​ເຫລືອຈາກ​ລັດຖະສະພາຕື່ມອີກ 24 ຕື້​ໂດ​ລາ​ ໃຫ້ແກ່​ຢູ​ເຄຣນ ​ໃນ​ວັນ​ທີ 10 ສິງຫາຜ່ານມາ​ນີ້.

ທ່ານຣາຈານ ເມນອນ, ອາຈານສອນວິຊາລັດຖະສາດ ຢູ່ມະຫາວິທະຍາໄລ City College ໃນນະຄອນນິວຢອກ ກ່າວຕໍ່ວິທະຍຸເສລີຢູໂຣບ/ວິທະຍຸເສລີພາບ ທີ່ເປັນອົງການຂ່າວໃນເຄືອຂ່າຍດຽວກັນກັບວີໂອເອ ກ່າວວ່າ ສະຫະລັດສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ທັງຂອງອິສຣາແອລ ແລະຢູເຄຣນໄດ້ ເມື່ອພິຈາລະນາເຖິງ 800 ຕື້ໂດລາ ທີ່ໄດ້ຈັດສັນງົບປະມານປະຈໍາປີໄວ້ໃຫ້ແກ່ກະຊວງ​ປ້ອງ​ກັນ​ປະ​ເທດ. ໃນ​ຂອບ​ເຂດ​ທີ່​ກວ້າງ​ກວ່າ, ລັດ​ຖະ​ບານ​ສະ​ຫະ​ລັດ ​ໄດ້​ໃຊ້​ຈ່າຍ 6.27 ພັນ​ຕື້​ໂດ​ລາ ​ໃນ​ປີ​ງົບ​ປະ​ມານ 2022.

ໜີ້​ສິນ​ແຫ່ງ​ຊາດ​ຂອງ​ສະຫະລັດ​ ໃນ​ເວລາ​ນີ້ ມີ​ເກີນກວ່າ 33 ພັນ​ຕື້​ໂດ​ລາແລ້ວ​ ຊຶ່ງ​ເປັນແຮງຜັກດັນ​ໃນການຮຽກຮ້ອງ​ໃຫ້ຕັດ​ການ​ໃຊ້​ຈ່າຍລົງ.

"ບັນຫາທີ່ແທ້ຈິງແມ່ນດ້ານການເມືອງ: ຄວາມພຽບພ້ອມຂອງສຽງສະໜັບສະໜູນໃນລັດຖະສະພາ ສຳລັບການຊ່ວຍເຫຼືອໃຫ້ແກ່ ອິສຣາແອລ ນັ້ນແມ່ນບໍ່ມີວັນໝົດຈັກເທື່ອ.

​ແຕ່​ການການສະໜັບສະໜູນໃຫ້ ຍັງມີຢູ່ຕໍ່ເນື່ອງ, ການຊ່ວຍເຫຼືອແກ່​ຢູ​ເຄຣນແບບ​ບໍ່ມີຂີດຈຳກັດນັ້ນ ແມ່ນ​ຫລຸດ​ລົງເລື້ອຍໆ,” ອີງຕາມສາດສະດາຈານດ້ານລັດຖະສາດ ທ່ານຣາຈານ ເມນອນກ່າວ.​ https://t.co/J4MsmsNjYN

ທ່ານເມນອນ ແລະຄົນອື່ນໆ ໂຕ້ແຍ້ງວ່າ ບັນຫາຂອງມັນກໍຄືເຈດຕະນາທາງດ້ານການເມືອງຢ່າງນຶ່ງ ຂະນະທີ່ສະຫະລັດໃຫ້ການສະໜັບສະໜູນຕໍ່ກັບການຊ່ວຍເຫຼືອດແກ່ຢູເຄຣນແມ່ນກໍາລັງຫຼຸດລົງ ໃນເວລາດຽວກັນການສະໜັບສະໜູນໃຫ້ອິສຣາແອລ ແມ່ນບໍ່ສັ່ນຄອນເລີຍ.

ລັດຖະບານ​ຂອງ​ທ່ານໄບເດັນ ໄດ້ໄຕ່ຕອງທີ່ຈະ​ໃຫ້​ມີ​ການ​ສະໜັບສະໜູນ​ເພີ້ມ​ເຕີມແກ່​ຢູ​ເຄຣນ ​ໂດຍ​ເອົາ​ການຊ່ວຍເຫລືອລວບລວມເຂົ້າກັນກັບ ອິສຣາ​ແອລ, ໄຕ້​ຫວັນ ແລະຢູ​ເຄຣນ. ສະມາຊິກສະພາຈາກພັກຣີພັບບລີກັນບາງຄົນເວົ້າວ່າ ພວກເຂົາເຈົ້າຈະຕໍ່ຕ້ານການຮ້ອງຂໍເອົາເງິນຊ່ວຍເຫລືອດັ່ງກ່າວນັ້ນ.

ຂະນະ​ດຽວ​ກັນ, ບັນດານັກວິຊາການ ທີ່​ສະ​ຖາ​ບັນ​ສຶກສາ​ດ້ານສົງຄາມ​ທີ່ມີຫ້ອງການ​ຕັ້ງ​ຢູ່​ນະຄອນຫຼວງວໍ​ຊິງ​ຕັນ ກ່າວ​ວ່າ ມົ​ສ​ກູ “ໄດ້​ນຳ​ໃຊ້​ແລ້ວ ​ແລະ ກໍອາດເປັນໄປໄດ້ສູງ ​ຈະ​ສືບ​ຕໍ່​ນຳ​ໃຊ້​ການ​ບຸກ​ໂຈມ​ຕີ​ຂອງກຸ່ມຮາມາສຕໍ່​ອິສຣາ​ແອລ ​ເພື່ອ​ສົ່ງເສີມການ​ປະຕິບັດ​ງານດ້ານ​ຂໍ້​ມູນ​ຂ່າວສານ ​ທີ່​ແນ​ໃສ່​ຫຼຸດຜ່ອນ​ການສະໜັບສະໜູນ ແລະຄວາມສົນໃຈ ຂອງສະຫະລັດ ແລະປະເທດຕາເວັນຕົກ ​ຕໍ່​ຢູເຄຣນ."

XS
SM
MD
LG