ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຜະລິດລົດຍົນຂອງຢູໂຣບ ຕັດລາຄາຂອງຜູ້ສະໜອງສິນຄ້າລົງ ເນື່ອງຈາກກໍາລັງປະເຊີນກັບຄູ່ແຂ່ງລົດໄຟຟ້າຂອງຈີນ


ແຟ້ມຮູບ-ຜູ້ຢ້ຽມຢາມ ພາກັນກວດເບິ່ງລົດ BYD ATTO 3 ທີ່ຜະລິດໂດຍຈີນ ຢູ່ທີ່ງານວາງສະແດງລົດໃຫຍ່ IAA, ເຢຍຣະມັນ, ວັນທີ 8 ກັນຍາ 2023. ບັນດາຜູ້ຜະລິດລົດໃຫຍ່ຂອງຈີນ ກໍາລັງໄດ້ຮັບເປັນທີ່ຕ້ອງການຂອງຜູ້ຂັບ ໃນຂະນະທີ່ພວກເຂົາສ້າງຄວາມສໍາຄັນຢູ່ໃນຖະໜົນ ເຂົ້າສູ່ຕະຫຼາດລົດໄຟຟ້າຂອງຢູໂຣບ.
ແຟ້ມຮູບ-ຜູ້ຢ້ຽມຢາມ ພາກັນກວດເບິ່ງລົດ BYD ATTO 3 ທີ່ຜະລິດໂດຍຈີນ ຢູ່ທີ່ງານວາງສະແດງລົດໃຫຍ່ IAA, ເຢຍຣະມັນ, ວັນທີ 8 ກັນຍາ 2023. ບັນດາຜູ້ຜະລິດລົດໃຫຍ່ຂອງຈີນ ກໍາລັງໄດ້ຮັບເປັນທີ່ຕ້ອງການຂອງຜູ້ຂັບ ໃນຂະນະທີ່ພວກເຂົາສ້າງຄວາມສໍາຄັນຢູ່ໃນຖະໜົນ ເຂົ້າສູ່ຕະຫຼາດລົດໄຟຟ້າຂອງຢູໂຣບ.

ບໍລິສັດຜູ້ຜະລິດລົດຍົນຂອງຢູໂຣບ ແລະພວກຜູ້ສະຫນອງອາໄຫລ່ທີ່ຕິດຂັດຢູ່ແລ້ວນັ້ນຂອງພວກເຂົາເຈົ້າ ກໍາລັງປະເຊີນກັບປີທີ່ຫຍຸ້ງຍາກທີ່ສຸດ ເນື່ອງຈາກການແຂ່ງຂັນຂອງພວກເຂົາເຈົ້າທີ່ຈະຕ້ອງຕັດຄ່າໃຊ້ຈ່າຍຂອງລົດໄຟຟ້າລົງ ເພື່ອຕ້ານກັບຄູ່ແຂ່ງຈາກຈີນ ທີ່ກໍາລັງນໍາເອົາຍານພາຫະນະທີ່ມີລາຄາຖືກກວ່າ ມາທ້າທາຍພວກເຂົາ ຢູ່ໃນສະໜາມແຂ່ງທີ່ເປັນບ້ານຂອງພວກເຂົາເຈົ້າ, ອີງຕາມລາຍງານຂອງອົງການຂ່າວ Reuters.

ຄໍາຖາມໃຫຍ່ໆແມ່ນວ່າ ພວກຜູ້ຜະລິດລົດຍົນຂອງຢູໂຣບ ສາມາດຖືກບີບບັງຄັບໂດຍພວກຜູ້ສະໜອງອາໄຫຫລ່ ທີ່ກຳໄດ້ເລີ້ມຕົ້ນການປົດຄົນງານອອກຢູ່ແລ້ວນັ້ນ, ໂດຍບໍລິສັດຂະຫນາດນ້ອຍກວ່າຈໍານວນຫຼາຍ ທີ່ໄດ້ຮັບຜົນກະທົບຢ່າງຫນັກຈາກບັນຫາລະບົບຕ່ອງໂສ້ການສະຫນອງສິນຄ້າ ໃນລະຫວ່າງການແຜ່ລະບາດຂອງພະຍາດໂຄວິດ-19.

ຄວາມແຕກຕ່າງລະຫວ່າງຜູ້ຜະລິດລົດຍົນທີ່ເປັນມູນເຊື້ອຂອງຢູໂຣບ ແລະພວກຜູ້ຜະລິດຈາກໂຮງງານຈີນ ທີ່ສຸມໃສ່ລົດໄຟຟ້າ ຫຼື EV ຫຼາຍກວ່າ ຈະນໍາເອົາລົດຂອງພວກເຂົາອອກມາສະແດງໃຫ້ເຫັນໃນອາທິດນີ້ ຢູ່ທີ່ງານວາງສະແດງລົດໃນນະຄອນເຈນີວາ, ເຊິ່ງກຳລັງເປີດຄືນມາ ລຸນຫລັງທີ່ຂາດຫາຍໄປເປັນເວລາ 4 ປີ ຍ້ອນການລະບາດໃຫຍ່ຂອງພະຍາດໂຄວິດ.

ມີພຽງບັນດາບໍລິສັດໃຫຍ່ໆທີ່ດໍາເນີນການຈັດງານໂດຍສື່ມວນຊົນ ແມ່ນບໍລິສັດ ເຣີໂນອລທ໌ (Renault) ຂອງຝຣັ່ງ ແລະ ບໍລິສັດ SAIC Motors ພ້ອມດ້ວຍບໍລິສັດ BYD ຂອງຈີນ, ສອງຜູ້ຜະລິດລົດຍົນໃນຫຼາຍໆຜູ້ຜະລິດລົດຍົນຂອງປະເທດ ທີ່ໄດ້ວາງເປົ້າໝາຍຂອງພວກເຂົາເຈົ້າໃສ່ຢູໂຣບ.

ບໍລິສັດ ເຣີໂນລທ໌, ກໍາລັງນໍາສະເໜີລົດໄຟຟ້າ R5 ຂອງພວກເຂົາ ແລະລົດຍີ່ຫໍ້ MG ຂອງ SAIC ທີ່ຈະນໍາລົດ M3 hybrid ຂອງຕົນອອກມາວາງສະແດງ. ໃນ​ຂະ​ນະ​ດຽວ​ກັນ, ລົດເກັງ Seal ຂອງ BYD ແມ່ນຢູ່ໃນລາຍຊື່ທີ່ເປັນໂຕເລືອກພຽງໜ້ອຍດຽວ ສໍາລັບລາງວັນລົດປະຈໍາປີ. ຖ້າລົດຊະນິດດັ່ງກ່າວ ໄດ້ຮັບໄຊ​ຊະນະ, ມັນ​ຈະ​ເປັນລົດໂ​ຕ​ແບບຂອງ​ຈີນ​ຄັນ​ທຳ​ອິດ​ ທີ່​ໄດ້​ຮັບ​ລາງວັນ​ອັນ​ມີ​ກຽດດັ່ງກ່າວນີ້.

Europe's automakers and their already-stretched suppliers face a tough year as they race to cut costs for electric models to counter leaner Chinese rivals which are bringing cheaper vehicles to challenge them on their home turf.

A big question is how much more Europe's automakers can squeeze out of suppliers that have already started laying off workers, with many smaller companies hard hit by supply chain issues during the pandemic.

The difference between Europe's legacy automakers and more EV-focused Chinese manufacturers will be on stark display this week at the Geneva car show, which is returning after a four-year hiatus due to the pandemic.

The only major companies holding media events are France's Renault and China's SAIC Motors and the BYD Company — two of several of the country's automakers that have set their sights on Europe.

Renault is launching its electric R5 and SAIC's MG brand will unveil its M3 hybrid. Meanwhile, BYD's Seal sedan is shortlisted for the Car of the Year award. If it wins, it would be the first Chinese model to get the prestigious award.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG