ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຜູ້ເຖົ້າ ຊາວອິສຣາແອລ ເກືອບ 5 ແສນຄົນ ໄດ້ຮັບການສັກຢາວັກຊີນເສີມ ເຂັມທີສາມແລ້ວ


ທ່ານເຢຮູດາ ວິດໍສະກີ ອາຍຸ 102 ປີ ລອດຊີວິດຈາກໂຮລໍຄອດສ໌ ໄດ້ຮັບການສັກຢາວັກຊີນຟາຍເຊີຣໄບໂອແອນເທັກ (Pfizer-BioNTech) ປ້ອງກັນໂຄວິດ-19 ເຂັມທີສາມ ທີ່ນະຄອນແຕລ ອາວີບ ອິສຣາແອລ ວັນທີ 1 ສິງຫາ 2021.
ທ່ານເຢຮູດາ ວິດໍສະກີ ອາຍຸ 102 ປີ ລອດຊີວິດຈາກໂຮລໍຄອດສ໌ ໄດ້ຮັບການສັກຢາວັກຊີນຟາຍເຊີຣໄບໂອແອນເທັກ (Pfizer-BioNTech) ປ້ອງກັນໂຄວິດ-19 ເຂັມທີສາມ ທີ່ນະຄອນແຕລ ອາວີບ ອິສຣາແອລ ວັນທີ 1 ສິງຫາ 2021.

ນຶ່ງສ່ວນສາມຂອງຜູ້ອະວຸໂສອິສຣາແອລ ປະມານ 420,000 ຄົນ ທີ່ມີອາຍຸ 60 ປີ ແລະສູງກວ່ານັ້ນ ໄດ້ຮັບການສັກຢາວັກຊິນເສີມເພື່ອປ້ອງກັນໄວຣັສໂຄໂຣນາ ອີງຕາມຄຳເວົ້າຂອງນາຍົກລັດຖະມົນຕີນັຟຕາລີ ເບັນແນັດ (Nafti Bennette) ທີ່ໄດ້ກ່າວໃນວັນອາທິດວານນີ້ວ່າ ໂຕເລກນີ້ ອາດຈະເພີ້ມຂຶ້ນເຖິງ 500,000 ຄົນໃນຕອນແລງມື້ວານນີ້.

ທ່ານເບັນແນັດ ໄດ້ປະກາດໃຫ້ຮູ້ເຖິງຄວາມກ້າວໜ້າ ຂອງໂຄງການການສັກຢາວັກຊີນ ທີ່ໄດ້ເລີ້ມຂຶ້ນ 10 ມື້ກ່ອນ ແລະໄດ້ໃຊ້ຢາວັກຊີນຟາຍເຊີ (Pfizer) ຢູ່ກອງປະຊຸມຄະນະລັດຖະບານ.

ອິສຣາແອລໄດ້ກາຍເປັນປະເທດທີ່ນຳໜ້າໝູ່ໃນການສັກຢາວັກຊີນເພື່ອປ້ອງກັນ ໂຣກລະບາດໂຄວິດ-19 ໂດຍມີປະຊາຊົນປະມານ 5 ລ້ານ 4 ແສນຄົນ ຂອງ ພົນລະເມືອງ 9 ລ້ານ 3 ແສນຄົນໄດ້ຮັບການສັກຢາວັກຊີນທັງໝົດ. ເຖິງປານ ນັ້ນກໍຕາມ ຍັງມີຄົນເຂົ້າໂຮງໝໍເພີ້ມຂຶ້ນ ໂດຍສະເພາະຍ້ອນເຊື້ອໄວຣັສສາຍພັນ ໃໝ່ແດລຕ້າ ລັດຖະບານໄດ້ສະເໜີ ໃຫ້ມີການສັກຢາເຂັມທີສາມ ແລະເລີ້ມສັ່ງ ໃຫ້ໃສ່ໜ້າກາກຄືນ ຢູ່ໃນອາຄານຕ່າງໆ.

ເປັນເວລານຶ່ງປີເຄິງແລ້ວ ທີ່ໂລກໄດ້ຮັບມືກັບໂຣກລະບາດນີ້ ສະຫະລັດ ອິນ ເດຍ ບຣາຊີລ ເປັນປະເທດທີ່ມີການຕິດແປດ ແລະເສຍຊີິວິດຍ້ອນພະຍາດໂຄວິດ-19 ຫຼາຍທີ່ສຸດ ອີງຕາມສູນກາງຊັບພະຍາກອນໄວຣັສໂຄໂຣນາ ຂອງ ຈອນສ໌ ຮອບກິນສ໌. ສະຫະລັດໄດ້ລາຍງານວ່າ ມີຫຼາຍກວ່າ 35 ລ້ານ 7 ແສນກໍລະນີ ແລະຫຼາຍ ກວ່າ 616,000 ຄົນເສຍຊີວິດ. ອິນເດຍ ໄດ້ລາຍງານເກືອບ 32 ລ້ານກໍລະນີ ແລະ ເກືອບ 428,000 ຄົນເສຍຊີວິດ. ບຣາຊິລ ໄດ້ລາຍງານ 20 ລ້ານ 1 ແສນກໍລະນີ ແລະຫຼາຍກວ່າ 563,000 ຄົນເສຍຊີວິດ.

ຝຣັ່ງ ຣັດເຊຍ ແລະສະຫະລາດຊະອານາຈັກອັງກິດ ແມ່ນຕິດສາມອັນດັບຕໍ່ໄປຊຶ່ງແຕ່ລະປະເທດຕ່າງກໍມີຫຼາຍກວ່າ 6 ລ້ານກໍລະນີ ແລະ 112,000 ຄົນ ຫາ 162,000 ຄົນເສຍຊີວິດ.

ອິນເດຍ ຊຶ່ງໄດ້ປະເຊີນໜ້າກັບຄື້ນຟອງທີສອງຂອງໄວຣັສຢ່າງຮ້າຍແຮງໃນຕົ້ນ ປີນີ້ ກ່າວໃນວັນອາທິດວານນີ້ວ່າ ຕົນໄດ້ບັນທຶກຫຼາຍກວ່າ 39,000 ກໍລະນີໂຄ ວິດ-19 ໃໝ່ໃນໄລຍະ 24 ຊົ່ວໂມງທີ່ຜ່ານມາ. ບຣາຊີລໄດ້ລາຍງານຫຼາຍກວ່າ 43,000 ກໍລະນີ ໃນວັນອາທິດວານນີ້. ສະຫະລັດ ໄດ້ລາຍງານວ່າມີຫຼາຍກວ່າ 44,000 ກໍລະນີໃໝ່ ຊຶ່ງໂຕເລກທັງໝົດແມ່ນອີງຕາມຈອນສ໌ ຮອບກິນສ໌.

ສະຫະລັດ ຫຼືບັນດາປະເທດຢູໂຣບໃດໆ ຍັງບໍ່ໄດ້ໃຫ້ອະນຸຍາດກ່ຽວກັບການສັກຢາວັກຊີນເສີມເທື່ອ. ໃນອາທິດແລ້ວນີ້ ອົງການອະນາໄມໂລກ (WHO) ໄດ້ຮຽກຮ້ອງໃຫ້ໂຈະເປັນການຊົ່ວຄາວ ກ່ຽວກັບການສັກຢາວັກຊີນເສີມ ຈົນ ກວ່າປະຊາກອນຢູ່ທົ່ວໂລກ ໄດ້ຮັບການສັກຢາວັກຊີນແລ້ວ.

ອ້ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG