ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຟສບຸກ ຈັດລໍາດັບ ບູລິມະສິດ ສໍາລັບ ອົງການຂ່າວສານ "ທີ່ມີຄວາມເຊື່ອຖືໄດ້"


ໃນພາບທີ່ຖ່າຍໃນວັນທີ 4 ມັງກອນ, 2018 ສະແດງໃຫ້ເຫັນວ່າ ຜູ້ຊາຍຄົນນີ້ ກໍາລັງສະແດງໃຫ້ຄົນເບິ່ງ ວິທີເຂົ້າໄປໃນເວັບໄຊຂອງ Facebook ໂດຍໃຊ້ຄອມພອມເຕີຂອງລາວ ຢູ່ນະຄອນ Brasilia ປະເທດບຣາຊິລ.
ໃນພາບທີ່ຖ່າຍໃນວັນທີ 4 ມັງກອນ, 2018 ສະແດງໃຫ້ເຫັນວ່າ ຜູ້ຊາຍຄົນນີ້ ກໍາລັງສະແດງໃຫ້ຄົນເບິ່ງ ວິທີເຂົ້າໄປໃນເວັບໄຊຂອງ Facebook ໂດຍໃຊ້ຄອມພອມເຕີຂອງລາວ ຢູ່ນະຄອນ Brasilia ປະເທດບຣາຊິລ.

ເຟສບຸກ (Facebook) ທີ່ເປັນສື່ສັງຄົມອອນລາຍຍັກໃຫຍ່ນັ້ນ ເວົ້າວ່າ ຕົນຈະເລີ້ມ
ຈັດບູລິມະສິດສໍາລັບອົງການຂ່າວສານ "ທີ່ມີຄວາມເຊື່ອຖືໄດ້" ຢູ່ໃນເວັບໄຊຂອງຕົນ
ເພື່ອເປັນການຕ້ານ "ການໃຫ້ຂໍ້ມູນທີ່ບໍ່ຈິງ."

ບໍລິສັດດັ່ງກ່າວ ເວົ້າວ່າ ບັດນີ້ຕົນຈະຂໍໃຫ້ຄົນທີ່ໃຊ້ສື່ສັງຄົມອອນລາຍຂອງຕົນ ທີ່ມີ
ຢູ່ຫລາຍກວ່າ 2 ຕື້ຄົນ ໃຫ້ລົງຄະແນນເພື່ອຈັດລໍາດັບອົງການຂ່າວສານ ທີ່ພວກເຂົາ
ເຈົ້າເຊື່ອຖື ເພື່ອຈະໃຫ້ບູລິມະສິດແກ່ຂ່າວ "ທີ່ມີຄຸນນະພາບສູງ" ກ່ອນຂ່າວທີ່ມີຄວາມ
ເຊື່ອຖືໄດ້ໜ້ອຍ. ບໍລິສັດນີ້ເວົ້າວ່າ ລະບົບການຈັດລໍາດັບໃໝ່ ແມ່ນເພື່ອຫາທາງແຍກ
ເອົາອົງການຂ່າວສານ ທີ່ເຊື່ອຖືໄດ້ພຽງແຕ່ກຸ່ມຄົນທີ່ຈອງໜັງສືພິມ ຫລືລາຍການຂອງ
ເຂົາເຈົ້າເທົ່ານັ້ນ ໃຫ້ອອກຈາກອົງການຂ່າວສານ ທີ່ໄດ້ຮັບຄວາມເຊື່ອຖືໄດ້ຂອງຄົນ
ໃນທົ່ວສັງຄົມ.

ທ່ານ ມາກ ຊຸກເຄີເບີກຈ໌ (Mark Zuckerberg) ຫົວໜ້າບໍລິຫານໃຫຍ່ຂອງ ເຟສບຸກ
ໄດ້ຂຽນຄໍາເຫັນໃນຊ່ອງຂຽນຂ່າວ ຫລື ບລັອກ (blog) ໃນວັນສຸກວານນີ້ວ່າ ບໍລິສັດ
ຂອງທ່ານບໍ່ “ສະດວກໃຈ” ທີ່ຈະໃຫ້ຄໍາຕັດສິນວ່າ ແຫລ່ງຂ່າວອັນໃດ ມີຄວາມໜ້າ
ເຊື່ອຖືທີ່ສຸດຢູ່ໃນ "ໂລກທີ່ມີການແບ່ງແຍກກັນຫລາຍປານນີ້."

ທ່ານຂຽນນວ່າ "ມີອອກຂ່າວຕາມຄວາມຮູ້ສຶກຂອງຕົນເອງຫລາຍໂພດ, ການໃຫ້ຂໍ້ມູນ
ຜິດ ແລະແບ່ງແຍກກັນຫລາຍໂພດຢູ່ໃນໂລກທຸກມື້ນີ້."

ທ່ານຊຸກເຄີເບີກຈ໌ ຍັງຂຽນເພີ້ມວ່າ "ສື່ສັງຄົມອອນລາຍເຮັດໃຫ້ຄົນເຜີຍແຜ່ຂ່າວອອກໄປ
ຢ່າງວ່ອງໄວກວ່າແຕ່ກ່ອນຫລາຍ ແລະຖ້າຫາກພວກເຮົາບໍ່ຕັ້ງໃຈເຈາະຈົງທີ່ຈະແກ້ໄຂ
ບັນຫານີ້ແລ້ວ ພວກເຮົາ ໃນທີ່ສຸດ ກໍຈະເຮັດໃຫ້ ມັນຂະຫຍາຍອອກໄປຫລາຍໆເພີ້ມອີກ."

ທ່ານເວົ້າອີກວ່າ ເຟສບຸກ ພິຈາລະນາຂໍໃຫ້ນັກຊ່ຽວຊານທີ່ຢູ່ຂ້າງນອກໃຫ້ເລືອກ ແຫລ່ງ
ຂ່າວທີ່ໜ້ານັບຖືທີ່ສຸດ ແຕ່ກໍໄດ້ເວົ້າວ່າ ການເຮັດແນວນັ້ນ ກໍຈະເປັນເສັ້ນທາງນໍາໄປສູ່
"ບັນຫາດ້ານຄວາມລໍາອຽງ." ທ່ານກ່າວວ່າ ບໍລິສັດຂອງທ່ານ ຕັດສິນໃຈ ທີ່ຈະອີງໄສ່
ການສໍາຫລວດສະມາຊິກ ທີ່ເປັນວິທີທາງ "ທີ່ມີຄວາມທ່ຽງຕົງ" ທີ່ສຸດໃນການຈັດລໍາດັບ
ຄວາມເຊື່ອຖືຂອງແຫລ່ງຂ່າວໃຫ້.

ທ່ານ ຊຸກເຄີເບີກຈ໌ (Zuckerberg) ເວົ້າວ່າ ການສະໜອງຂ່າວຂອງ ເຟສບຸກ ທີ່ "ສົ່ງ
ເສີມຂ່າວທີ່ມີຄຸນນະພາບສູງ ທີ່ຊ່ວຍສ້າງໃຫ້ມີຄວາມຮູ້ສຶກວ່າມີຄວາມເຫັນເປັນເອກະ
ສັນກັນ."

ທ້າຍສຸດ ທ່ານຍັງໄດ້ປະກາດວ່າ ເຟສບຸກ ຈະຫລຸດເນື້ອໃນ ຢູ່ໃນການສະໜອງຂ່າວ
ຂອງຕົນລົງຈາກ 5 ເປີເຊັນ ໃຫ້ຍັງເຫລືອ 4 ເປີເຊັນ. ນີ້ແມ່ນໝາຍຄວາມວ່າ ຜູ້ໃຊ້
ບໍລິການຈະໄດ້ເຫັນການລົງຂ່າວ ຂອງອົງການຂ່າວສານໜ້ອຍລົງ ໃນຂະນະທີ່ພວກ
ເຂົາເຈົ້າກໍາລັງຊອກອ່ານ ສິ່ງທີ່ເພື່ອນຂອງເຂົາເຈົ້າເອົາລົງ ທີ່ເຂົາເຈົ້າມັກກວ່າການ
ອ່ານຂ່າວນັ້ນ.

ເຟສບຸກ ມີຄວາມຫຍຸ້ງຍາກໃນການຮັບມືກັບການແຈກຂ່າວອອກໄປຢູ່ໃນສະໄໝ
ຂ່າວຂີ້ຕົວະນີ້ ແລະກ່າວອ້າງວ່າ ສື່ມວນຊົນມີຄວາມລໍາອຽງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG