ນາຍົກລັດຖະມົນຕີອິນເດຍ ທ່ານນາເຣນດຣາ ໂມດີ ໄດ້ຕ້ອງຕິຈີນ ໃນຂະນະທີ່ທ່ານ
ຢືນຢັດເຖິງການມີຄວາມສຳພັນ ອັນໃກ້ຊິດກັບປັກກິ່ງ ໃນລະຫວ່າງການກ່າວຄຳປາ
ໄສ ທີ່ສິງກະໂປໃນວັນສຸກວານນີ້.
ໃນຄຳປາໄສ ຢູ່ທີ່ກອງປະຊຸມ ປ້ອງກັນປະເທດ ປະຈຳປີ ເຂດເອເຊຍ ຊັງກຣີ-ລານັ້ນ
ທ່ານໂມດີ ໄດ້ຮຽກຮ້ອງໃຫ້ເຂດອິນໂດ-ປາຊີຟິກຮັບເອົາອິດສະຫຼະພາບໃນການເດີນ
ເຮືອ ຜືນແຜ່ນດິນອັນຄົບຖ້ວນແລະໃຫ້ການເຄົາລົບແກ່ທຸກໆປະເທດໂດຍບໍ່ຖືສຳຄັນ
ວ່າເປັນປະເທດໃຫຍ່ຫຼືນ້ອຍ.
ນາຍົກລັດຖະມົນນຕີອິນເດຍ ກ່າວວ່າ “ພວກເຮົາຈະຊຸກຍູ້ ປະຊາທິປະໄຕ ແລະລະ
ບົບສາກົນ ທີ່ມີກົດລະບຽບເປັນຫລັກ ທີ່ທຸກໆປະເທດ ນ້ອຍແລະໃຫຍ່ ແມ່ນຖືວ່າ ມີ
ຄວາມສຳຄັນເທົ່າໆກັນແລະມີອະທິປະໄຕ. ພວກເຮົາຈະເຮັດວຽກຮ່ວມກັບປະເທດ
ອື່ນໆ ເພື່ອເຮັດໃຫ້ທະເລ ເຂດອະວະກາດ ແລະເສັ້ນທາງໆອາກາດ ຂອງພວກເຮົາ
ມີເສລີແລະເປີດກວ້າງ.”
ໃນຂະນະທີ່ການໃຫ້ຄວາມເຫັນດັ່ງກ່າວ ບໍ່ໄດ້ບົ່ງຊື່ຈີນຢ່າງເປັນການສະເພາະກໍດີ ແຕ່
ການໃຫ້ຄວາມເຫັນຂອງທ່ານໂມດີ ແມ່ນເບິ່ງກັນວ່າ ເປັນການໝາຍເຖິງ ການປະພຶດ
ທີ່ມີຄວາມເຊື່ອໝັ້ນຫຼາຍຂຶ້ນຂອງຈີນ ຕໍ່ບັນດາປະເທດເພື່ອນບ້ານທີ່ນ້ອຍກວ່າ ໃນທະ
ເລຈີນໃຕ້ທີ່ມີການຂັດແຍ້ງກັນ.
ນອກນັ້ນ ທ່ານໂມດີຍັງໄດ້ຕິຕຽນ ແບບເປັນໄນ ຕໍ່ສະຫະລັດ. ທ່ານໄດ້ຕ້ອງຕິການປົກ
ປ້ອງສິນຄ້າພາຍໃນຂອງຕົນຊຶ່ງອາດໝາຍເຖິງການເກັບພາສີເມື່ອໄວໆມານີ້ຂອງປະ
ທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ. ນອກນັ້ນ ທ່ານຍັງເວົ້າວ່າ ປະເທດຕ່າງໆ ຄວນຮັກສາການໃຫ້ຄຳໝັ້ນສັນຍາຂອງຕົນ ຊຶ່ງອາດເປັນການໝາຍເຖິງ ການຕັດສິນ
ໃຈ ຂອງປະທານາທິບໍດີທຣຳທີ່ໄດ້ຖອນໂຕອອກຈາກຂໍ້ຕົກລົງນິວເຄລຍກັບອີຣ່ານ.
ອິນເດຍແມ່ນມີຄວາມສຳພັນໃກ້ຊິດຫຼາຍຂຶ້ນກັບສະຫະລັດນັບມື້ ໂດຍສະເພາະແລ້ວ
ໃນຂະນະທີ່ຈີນ ຂະຫຍາຍອຳນາດທາງທະຫານ ອອກໄປໄກເພີ້ມຂຶ້ນຈາກຊາຍແດນ
ຂອງຕົນ.
ທ່ານໂມດີກ່າວວ່າ ຄວາມສຳພັນລະຫວ່າງສະຫະລັດກັບອິນເດຍ “ເລີ້ມມີຄວາມສຳ
ຄັນຄັ້ງໃ ໃນການປ່ຽນແປງໂລກ.” ທ່ານກ່າວຕື່ມວ່າ ນຶ່ງໃນຄວາມສຳຄັນ ຂອງການ
ເປັນພາຄີກັນ ກໍຄື “ການມີວິໄສທັດ ຮ່ວມກັນ ໃນການເປີດກວ້າງ ມີສະຖຽນລະພາບ
ມີຄວາມໝັ້ນຄົງ ແລະອຸດົມຮັ່ງມີ ຂອງເຂດອິນໂດ-ປາຊີຟິກ.”
ນັບເປັນເວລາ ຫລາຍທົດສະວັດມາແລ້ວ ອິນເດຍ ແມ່ນຍຶດໝັ້ນໃນນະໂຍບາຍປະ
ເທດບໍ່ຮວມກຸ່ມ ຊຶ່ງໝາຍຄວາມວ່າ ອິນເດຍບໍ່ເຂົ້າຂ້າງຝ່າຍໃດຝ່າຍນຶ່ງ ລະຫວ່າງ
ມະຫາອຳນາດຂອງໂລກ. ໃນການຮັກສາທ່າທີດັ່ງກ່າວ ທ່ານໂມດີໄດ້ເຕືອນຕໍ່ການ
ກັບຄືນໄປສູ່ການແຂ່ງຂັນຂອງມະຫາອຳນາດໃຫຍ່ໆ.