ລິ້ງ ສຳຫລັບເຂົ້າຫາ

logo-print

ການຈ້ອງເບິ່ງຕາກັນ ລະຫວ່າງ ເດັກທາລົກ ແລະ ຜູ້ໃຫຍ່ ຈະເຮັດໃຫ້ ຄື້ນສະໝອງ ເຮັດວຽກ ປະສານກັນ


ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ເມື່ອຄົນສອງຄົນເຫັນສິ່ງຕ່າງໆແບບດຽວກັນ, ມັນມັກຈະເວົ້າວ່າ ພວກເຂົາເຈົ້າ “ມີຂະ
ໜາດຄື້ນອັນດຽວກັນ.” ເມື່ອບໍ່ດົນມານີ້ ແນວຄິດດັ່ງກ່າວ ໄດ້ຮັບການຮັບຮອງທາງວິ
ທະຍາສາດ ເວລາພວກນັກຄົ້ນຄວ້າທີ່ມະຫາວິທະຍາໄລ ແຄມບຣິຈ໌ "Cambridge"
ໄດ້ຄົ້ນພົບວ່າ ຄື້ນສະໝອງຂອງຜູ້ໃຫຍ່ ແລະ ເດັກທາລົກ ຈະເຮັດວຽກປະສານກັນ
ເມື່ອເຂົາເຈົ້າຈ້ອງເບິ່ງຕາຂອງກັນແລະກັນ ໃນເວລາທີ່ຮ້ອງເພງກ່ອມ ເດັກນ້ອຍ. ນັກ
ຂ່າວວີໂອເອ ຈໍຈ໌ ພູຕິຈ໌ "George Putic" ມີລາຍງານເພີ່ມເຕີມ, ເຊິ່ງ ພຸດທະສອນ
ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ນາງ ເຮເລັນ ແຮຣິສສັນ "Helen Harrison" ຮ້ອງເພງກ່ອມເດັກນ້ອຍຄ່ອຍໆ ໃຫ້
ລູກສາວນາງ ອານຢາ "Anya" ອາຍຸ 8 ເດືອນຂອງລາວ ຟັງ, ໃນຂະນະທີ່ລາວຈ້ອງ
ເບິ່ງຕາຂອງລູກ. ລູກສາວກໍຈ້ອງຕາໃສ່ຜູ້ເປັນແມ່ຄືນ.

ໃນເວລາຕໍ່ມາ, ນາງ ແຮຣິສສັນ ກໍຮ້ອງເພງດຽວກັນແຕ່ຫັນໜ້າໄປທາງອື່ນ.

ທັງແມ່ ແລະ ລູກ ຕ່າງກໍໃສ່ໝວກກົມພິເສດ ຕິດອຸປະກອນເຊັນເຊີທີ່ຈັບຄື້ນສະໝອງ
ຂອງເຂົາເຈົ້າ ແລະ ສົ່ງຄື້ນສະໝອງໄປຫາຄອມພິວເຕີເພື່ອການວິເຄາະ.

ດຣ. ວິກຕໍເຣຍ ລັອງ "Victoria Leong" ຫົວໜ້າຫ້ອງທົດລອງ Baby-LINC ທີ່
ມະຫາວິທະຍາໄລ ແຄມບຣິຈ໌ "Cambridge" ກ່າວວ່າ “ນີ້ແມ່ນການພິສູດຄັ້ງທຳອິດ
ທີ່ເດັກທາລົກ ມີຄວາມສາມາດ ທີ່ໜ້າມະຫັດສະຈັນພວກນີ້ ເມື່ອຖືກຄວບຄຸມໂດຍກິດ
ຈະກຳຂອງຜູ້ໃຫຍ່ ແລະ ພວກເຮົາຄິດວ່າສິ່ງນີ້ ຕ້ອງກ່ຽວຂ້ອງກັບຄວາມສາມາດຂອງ
ເຂົາເຈົ້າທີ່ຈະຈັບການຈ້ອງຕາ ວ່າເປັນສັນຍານສຳລັບຄວາມພ້ອມ ທີ່ຈະສື່ສານກັນ
ແລະ ຄວາມພ້ອມທີ່ຈະທຳການພົວພັນກັນ.”

ຄື້ນສະໝອງຂອງເດັກທາລົກ ແລະ ຜູ້ໃຫຍ່ 36 ຄູ່ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ
ກ່ຽວກັບ ການປະສານງານກັນ ລະຫວ່າງ ຄື້ນສະ ໝອງຂອງເຂົາເຈົ້າ ເຊິ່ງຂຶ້ນຢູ່ກັບ
ການຈ້ອງສາຍຕາຂອງເຂົາເຈົ້າ.

ການຄົ້ນພົບ ທີ່ໜ້າຕື່ນເຕັ້ນກໍແມ່ນ ການປະສານງານກັນຫຼາຍທີ່ສຸດ ໄດ້ເກີດຂຶ້ນເມື່ອ
ຫົວຂອງຜູ້ໃຫຍ່ຫັນໄປທາງອື່ນ ແຕ່ຕາຂອງລາວຍັງຈ້ອງກັບຕາຂອງເດັກທາລົກຢູ່.

ດຣ. ວິກຕໍເຣຍ ກ່າວວ່າ “ເມື່ອລາວຫັນໜ້າໄປທາງອື່ນ ແຕ່ຕາຂອງລາວຍັງຈ້ອງກັບ
ມາຄືນທາງນີ້ຢູ່ ມັນເຮັດໃຫ້ເຫັນຄືວ່າ ລາວມີເຈຕະນາທີ່ຈະສື່ສານກັບເດັກທາລົກ
ຫຼາຍກວ່າ ເພາະວ່າ ລາວຄົງຈະມີຄວາມຈົງໃຈເບິ່ງກັບຄືນມາ ຍ້ອນເຫດຜົນອັນໃດ
ອັນນຶ່ງ. ພວກເຮົາຄິດວ່າ ການເພີ່ມເຈຕະນາ ອາດຈະເປັນສິ່ງທີ່ເຮັດໃຫ້ມີການປະ
ສານງານກັນລະຫວ່າງສອງຄົນ.”

ເຈຕະນາທີ່ຈະສື່ສານຂອງເດັກທາລົກ ໄດ້ຖືກວັດແທກໂດຍຕົວເລກ ແລະ ຄວາມຍາວ
ຂອງການເປັ່ງສຽງທີ່ເຂົາເຈົ້າເຮັດ. ເດັກທາລົກຜູ້ທີ່ເປັ່ງສຽງດົນທີ່ສຸດ ຈະມີການປະ
ສານງານທີ່ແຂງແຮງທີ່ສຸດກັບຜູ້ໃຫຍ່ ເຊິ່ງບັນດານັກວິທະຍາສາດກ່າວວ່າ ອາດເຮັດ
ໃຫ້ການຮຽນຮູ້ມີປະສິດທິຜົນຫຼາຍຂຶ້ນ.

ດຣ. ວິກຕໍເຣຍ ກ່າວວ່າ “ມັນອາດຈະເປັນກໍລະນີ ທີ່ການຈ້ອງເບິ່ງຕາກັນໂດຍກົງລະ
ຫວ່າງ ເດັກທາລົກ ກັບ ຜູ້ເບິ່ງແຍງ ທີ່ໄດ້ກະຕຸ້ນໃຫ້ເກີດການພັດທະນາການສື່ສານ
ກັນ ແລະ ການພັດທະນາດ້ານພາສາ.”

ບັນດານັກວິທະຍາສາດກ່າວວ່າ ຫຼັກຖານໄດ້ສະແດງໃຫ້ເຫັນວ່າ ການປະສານງານ
ກັນ ລະຫວ່າງ ສະໝອງຂອງເດັກທາລົກ ກັບ ຜູ້ໃຫຍ່ແມ່ນຍິ່ງໃຫຍ່ກວ່ານີ້ ເມື່ອທັງ
ສອງຄົນ ຈະໄດ້ສະແດງເຈຕະນາວ່າຈະສື່ສານກັນຫຼາຍຂຶ້ນ.

XS
SM
MD
LG