ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໔ ມັງກອນ ໒໐໒໕

ລະວັງ! ອຸນຫະພູມໂລກ ຈະຮ້ອນຂຶ້ນຕື່ມອີກ ຢ່າງຕໍ່ເນື່ອງ ເຂົ້າໃນປີ 2025


ນັກທ່ອງທ່ຽວຖ່າຍຮູບ ກັບເຄື່ອງວັດແທກອຸນຫະພູມ ຢູ່ທີ່ Furnace Creek Visitor Center ໃນລະຫວ່າງ ຄື້ນຄວາມຮ້ອນທີ່ສູງເປັນໄພອັນຕະລາຍໄດ້, ໃນວັນທີ 9 ກໍລະກົດ 2024, ຢູ່ໃນເຂດ ຮ່ອມພູແຫ່ງຄວາມຕາຍ (Death Valley) ລັດຄາລີຟໍເນຍ.
ນັກທ່ອງທ່ຽວຖ່າຍຮູບ ກັບເຄື່ອງວັດແທກອຸນຫະພູມ ຢູ່ທີ່ Furnace Creek Visitor Center ໃນລະຫວ່າງ ຄື້ນຄວາມຮ້ອນທີ່ສູງເປັນໄພອັນຕະລາຍໄດ້, ໃນວັນທີ 9 ກໍລະກົດ 2024, ຢູ່ໃນເຂດ ຮ່ອມພູແຫ່ງຄວາມຕາຍ (Death Valley) ລັດຄາລີຟໍເນຍ.

ອົງການອຸຕຸນິຍົມວິທະຍາໂລກ ຫຼື WMO (World Meteorological Organization) ເຕືອນວ່າ ຈະເກີດສະພາບອາກາດຮ້ອນຈັດເປັນປະຫວັດການໃນປີໜ້າ ພ້ອມກັນກັບການທີ່ມີບັນຫາກການປ່ຽນແປງຂອງດິນຟ້າອາກາດຈະຮຸນແຮງຫຼາຍຂຶ້ນ ນຳມາເຊິ່ງຜົນກະທົບຂັ້ນຫາຍະນະຕໍ່ໄປ ຫາກບໍ່ມີການລົງມືເຮັດວິທີການໃດໆ ເພື່ອຢຸດຢັ້ງ “ກິດຈະກຳຂອງມວນມະນຸດ” ທີ່ເປັນສາເຫດຂອງໄພພິບັດທີ່ໃກ້ຈະເກີດຂຶ້ນທັງໝົດນີ້.

ຂໍ້ມູນຈາກໜ່ວຍງານຂອງອົງການສະຫະປະຊາຊາດນີ້ ລະບຸວ່າ ປີ 2024 ຖືກບັນທຶກໄວ້ວ່າ ເປັນປີທີ່ຮ້ອນທີ່ສຸດໃນປະຫວັດສາດໄປແລ້ວ ໂດຍ “ປິດສາກທົດສະວັດທີ່ຮ້ອນອົບເອົ້າຢ່າງບໍ່ເຄີຍເກີດຂຶ້ນມາກ່ອນ ອັນເປັນຝີມືຂອງກິດຈະກຳຂອງມະນຸດເຮົາເອງ.”

WMO ຍັງກ່າວອີກດ້ວຍວ່າ ລະດັບຂອງແກັສເຮືອນແກ້ວຍັງຄົງເພີ້ມຂຶ້ນຢ່າງຕໍ່ເນືື່ອງຈົນແຕະລະດັບສູງທີ່ສຸດເທົ່າທີ່ເຄີຍມີການບັນທຶກໄວ້ ພ້ອມກັນນັ້ນ ກຽມກັກເກັບຄວາມຮ້ອນເພີ້ມຕໍ່ໄປໃນອະນາຄົດນຳດ້ວຍ.

ທ່ານນາງ ເຊເລສເຕ ຊາອູໂລ ເລຂາທິການ WMO ທີ່ຫາກໍເຂົ້າຮັບຕຳແໜ່ງເມື່ອເດືອນມັງກອນ ທີ່ຜ່ານມາ ກ່າວວ່າ ໃນຊ່ວງປີທຳອິດຂອງການຮັບໜ້າທີ່ທີ່ອົງນີ້ ທ່ານນາງ “ໄດ້ອອກສັນຍານເຕືອນໄພສີແດງ (Red Alerts) ອອກມາຢ່າງຕໍ່ເນື່ອງເພື່ອເຕືອນໂລກ ໃຫ້ຮັບຮູ້ເຖິງສະຖານະການຂອງສະພາບອາກາດ” ພ້ອມເຕືອນອີກດ້ວຍວ່າ “ການປັນຂຶ້ນແມ່ນແຕ່ເທື່ອລະໜ້ອຍຂອງແຕ່ລະອົງສານັ້ນ ລ້ວນມີຄວາມໝາຍ ທັງຍັງນຳມາເຊິ່ງພາວະທີ່ຮີບດ່ວນ ຜົນກະທົບແລະຄວາມສ່ຽງດ້ານສະພາບອາກາດດ້ວຍ.”

WMO ລະບຸໃນລາຍງານ State of the Climate 2024 ໃນຊ່ວງລະຫວ່າງເດືອນມັງກອນ ແລະເດືອນກັນຍານັ້ນ ອຸນຫະພູມສະເລ່ຍຂອງໂລກ ສູງກວ່າລະດັບກ່ອນຍໂກອຸດສາຫະກຳ 1.54 ອົງສາ ແລະສູງກວ່າໂຕເລກທີ່ລະບຸໃນຂໍ້ຕົກລົງປາຣີ ປີ 2016 ວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ.

ສ່ວນລາຍງານ Emission Gap ຂອງໂຄງການ U.N. Environmental Protection ກໍອອກມາເຕືອນວ່າ ອຸນຫະພູມຂອງໂລກນັ້ນ ໜ້າຈະປັບຂຶ້ນເຖິງ 3.1 ອົງກສາເຊລຊຽສ ພາາຍໃນສິ້ນສັດຕະວັດນີ້ ຖ້າບໍ່ມີການດຳເນີນການປ້ອງກັນໃດໆ ເພື່ອຫລຸດຜ່ອນການປ່ອຍແກັສເຮືອນແກ້ວເຂົ້າສູ່ຊັນບັນຍາກາດ.

ນອກຈາກນັ້ນຂໍ້ມູນຈາກລາຍງານສະບັບໃໝ່ຂອງ World Weather Attribution and Climate Central ຊີ້ວ່າ ການປ່ຽນແປງຂອງດິນຟ້າອາກາດໂລກນັ້ນ ເຮັດໃຫ້ສະພາບອາກາດຮຸນແຮງສຸດໆ 26 ຈາກທັງໝົດ 29 ລາຍການທີ່ມີການສຶກສາໜັກໜ່ວງຂຶ້ນ ໂດຍໄພພິິບັດທາງທຳມະສາດທັງໝົດທີ່ວ່າ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 3,700 ຄົນ ແລະມີຜູ້ພັດພາກຈາກຖິ່ນຖານຫຼາຍລ້ານດ້ວຍ ພ້ອມລະບຸວ່າ “ການປ່ຽນແປງຂອງສະພາບອາກາດ ເຮັດໃຫ້ມີວັນທີ່ມີຄວາມຮ້ອນຢູ່ໃນລະດັບອັນຕະລາຍເພີ້ມຂຶ້ນເຖິງ 41 ວັນ ໃນປີ 2024 ອັນສົ່ງຜົນຮ້າຍແຮງຕໍ່ສຸຂະພາບຂອງມະນຸດ ແລະລະບົບນິເວດນຳດ້ວຍ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG