ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ມີ​ຫຍັງແດ່​ ຢູ່​ໃນ​ກົດ​ໝາຍ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ໃໝ່​ ຂອງ ຮົງ​ກົງ?


ປ້າຍ​ໃນ​ ຮົງ​ກົງ ສະ​ໜັບ​ສະ​ໜູນ​ໃຫ້​ປະ​ຊາ​ຊົນ​ຮັບ​ຮູ້​ອຳ​ນາດ​ການ​ປົກ​ຄອງ​ຂອ​ງ​ລັດ​ຖະ​ບານ​ສູນ​ກາງ ຈີນ.
ປ້າຍ​ໃນ​ ຮົງ​ກົງ ສະ​ໜັບ​ສະ​ໜູນ​ໃຫ້​ປະ​ຊາ​ຊົນ​ຮັບ​ຮູ້​ອຳ​ນາດ​ການ​ປົກ​ຄອງ​ຂອ​ງ​ລັດ​ຖະ​ບານ​ສູນ​ກາງ ຈີນ.

ເມື່ອ​ອາ​ທິດ​ທີ່​ຜ່ານ​ມາ, ລັດ​ຖະ​ບານ​ຂອ​ງ​ຮົງ​ກົງ ໄດ້​ເລີ່ມ​ຂັ້ນ​ຕອນ​ ຂອງ​ການ​ລົງ​ມະ​ຕິຮັບ​ເອົາ​ກົດ​ໝາຍ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ໃໝ່​ທີ່​ເປັນ​ບັນ​ຫາ ເຊິ່ງ​ບັນ​ດາ​ນັກ​ວິ​ຈານ​ເປັນ​ຫ່ວງວ່າ ​ຈະ​ເຮັດ​ໃຫ້​ເສ​ລີ​ພາບ​ຂອງ​ພົນ​ລະ​ເຮືອນຫຼຸດ​ຖອຍ​ລົງ​ ໃນ​ສູນ​ກາງ​ດ້ານ​ການ​ເງິນ​ຂອງ​ເອ​ເຊຍ​ນັ້ນ.

ລັດ​ຖະ​ບານ​ເວົ້າ​ວ່າ​ກົດ​ໝາຍ​ໃໝ່​ ແມ່ນ​ຈຳ​ເປັນ​ເພາະ​ວ່າ ​ເມືອງ​ດັ່ງ​ກ່າວ​ແມ່ນ​ຖືກ​ຮຽກ​ຮ້ອງ​ໂດຍ​ມາດ​ຕາ​ທີ 23 ຂອງ​ລັດ​ຖະ​ທຳ​ມະ​ນູນ​ຂະ​ໜາດ​ນ້ອຍ​ຂອງ​ເຂົາ​ເຈົ້າ, ເຊິ່ງ​ແມ່ນ​ກົດ​ໝາຍ​ຂັ້ນ​ພື້ນ​ຖານ, ເພື່ອ​ສ້າງ​ຕັ້ງ​ກົດ​ໝາຍ​ນິ​ຕິ​ບັນ​ຍັດ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ເຂົາ​ເຈົ້າ​ເອງ. ກົດ​ໝາຍ​ນິ​ຕິ​ບັນ​ຍັດ​ດ້​ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຍັງ​ຈະ​ເປັນ​ພື້ນ​ຖານ​ສຳ​ລັບ​ກົດ​ໝາຍ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຮົງ​ກົງ ຫຼື NSL ທີ່ ຈີນ ໄດ້​ປະ​ກາດ​ໃຊ້​ໃນ​ປີ 2020.

ບັນ​ດາ​ເຈົ້າ​ໜ້າ​ທີ່ຮົງ​ກົງ ກ່າວ​ວ່າ​ເຖິງ​ແມ່ນ​ຈະ​ມີ​ບັນ​ຍາ​ກາດ​ງຽບ​ສະ​ຫງົບ​ໃນ​ປັດ​ຈຸ​ບັນ​ນີ້, ເມືອງ​ດັ່ງ​ກ່າວ​ຍັງ​ປະ​ເຊີນ​ກັບ​ໄພ​ຂົ່ມ​ຂູ່​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຈາກ​ການ​ປະ​ທ້ວງ​ຢ່າງກວ້າງ​ຂວາງ ແລະ ບາງ​ຄັ້ງ​ຮຸນ​ແຮງ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ປີ 2019. ພວກ​ຜູ້​ສະ​ໜັບ​ສະ​ໜູນ​ຝ່າຍ​ຂວາ​ເວົ້າ​ວ່າ​ປ​ະ​ເພ​ນີ​ທີ່​ແຂງ​ແກ່ນ​ຂອງ ຮົງ​ກົງ ສຳ​ລັບ​ເສ​ລີ​ພາບ​ໃນ​ການ​ປາກ​ເວົ້າ, ການ​ໂຮມ​ຊຸມ​ນຸມ ແລະ ເສ​ລີ​ພາບ​ຂອງ​ການ​ນຳ​ສະ​ເໜີ​ຂ່າວ​ແມ່ນ​ຖືກ​ຈຳ​ກັດ ​ນັບ​ຕັ້ງ​ແຕ່​ ປັກ​ກິ່ງ ໄດ້​ກຳ​ນົດ​ໃຊ້​ກົດ​ໝາຍ​ຄວາມ​ໝັ້​ນ​ຄົງ​ແຫ່ງ​ຊາດ ໃນ​ການ​ຕອບ​ໂຕ້​ຕໍ່​ການ​ປະ​ທ້ວງ​ສະ​ໜັບ​ສະ​ໜູນ​ປະ​ຊາ​ທິ​ປະ​ໄຕ​ປີ 2019. ເຂົາ​ເຈົ້າ​ກ່າວ​ວ່າ​ຮ່າງ​ກົດ​ໝາຍ​ໃໝ່​ດັ່ງ​ກ່າວ​ຈະ​ຄວບ​ຄຸມ​ເຫດ​ການ​ດັ່ງ​ກ່າວ​ນັ້ນ​ຍິ່ງ​ຂຶ້ນ.

ກົດ​ໝາຍ​ໃໝ່​ນັ້ນ​ຈະ​ເປັນ​ການ​ຂະ​ຫຍາຍ​ຕໍ່​ຂອງ​ກົດ​ໝາຍ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ, ເຊິ່ງ​ຈະ​ເຮັດ​ໃຫ້​ລັດ​ທິ​ກໍ່​ການ​ຮ້າຍ, ການ​ແບ່ງ​ແຍກ​ດິນ​ແດນ, ການ​ໂຄ່ນ​ລົ້ມ​ອຳ​ນາດ​ລັດ ແລະການ​ສົມ​ຮູ້​ຮ່ວມ​ຄິດ​ກັບ​ກອງ​ກຳ​ລັງ​ຕ່າງ​ຊາດ​ເປັນ​ສິ່ງ​ຜິດ​ກົດ​ໝາຍ. ເຂົາ​ເຈົ້າ​ຈະ​ເພີ່ມ​ການ​ກໍ​ລະ​ຍົດ​ຊາດ, ການ​ກໍ່​ຈະ​ລາ​ຈົນ, ການ​ລັກ​ຂະ​ໂມຍ​ຄວາມ​ລັບ​ຂອງ​ລັດ ແລະ ການ​ສອດ​ແນມ, ການ​ກໍ່​ວິ​ນາດ​ສະ​ກຳ ​ທີ່​ເປັນ​ອັນ​ຕະ​ລາຍ​ຕໍ່​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ, ແລະ ການ​ແຊກ​ແຊງ​ຈາກ​ພາຍນອກ, ເປັນ​ຄວາມ​ຜິດ​ທາງ​ອາ​ຍາ. ເຂົາ​ເຈົ້າ​ຍັງ​ຈະ​ຂະ​ຫຍາຍ​ຂອບ​ເຂດ ແລະ ໂທດ​ຂອງ​ຄວາມ​ຜິດ​ທາງ​ອາ​ຍາ​ທີ່​ຖືກ​ຄວບ​ຄອງ​ພາຍ​ໃຕ້​ກົດ​ໝາຍ​ທີ່​ມີ​ຢູ່, ລວມ​ທັງ​ການ​ປຸກ​ລະ​ດົມ​ຕໍ່​ຕ້ານ​ລັດ​ຖະ​ບານ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG