ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນັກຊ່ຽວຊານ ກ່າວວ່າ ສະຫະລັດວາງແຜນທີ່ຈະຍົກລະດັບ ລະບົບປ້ອງກັນລູກສອນໄຟ ຂອງເກາະກວມ


ແຟ້ມພາບ - ພາບມຸມມອງນຶ່ງຂອງເຮືອບິນລົບສະຫະລັດ ທີ່ຈອດຢູ່ເດີ່ນເຮືອບິນ ໃນຖານທັບອາກາດ ແອນເດີເສັນ (Andersen) ທີ່ເກາະກວມ ຊຶ່ງເປັນເຂດແດນຢູ່ມະຫາສະໝຸດປາຊີຟິກຂອງສະຫະລັດ, ວັນທີ 15 ສິງຫາ 2017. Reuters/Erik De Castro
ແຟ້ມພາບ - ພາບມຸມມອງນຶ່ງຂອງເຮືອບິນລົບສະຫະລັດ ທີ່ຈອດຢູ່ເດີ່ນເຮືອບິນ ໃນຖານທັບອາກາດ ແອນເດີເສັນ (Andersen) ທີ່ເກາະກວມ ຊຶ່ງເປັນເຂດແດນຢູ່ມະຫາສະໝຸດປາຊີຟິກຂອງສະຫະລັດ, ວັນທີ 15 ສິງຫາ 2017. Reuters/Erik De Castro

ສະຫະລັດວາງແຜນທີ່ຈະຍົກລະດັບລະບົບປ້ອງກັນລູກສອນໄຟ ຢູ່ທີ່ເກາະກວມ ຊຶ່ງເປັນດິນແດນທີ່ໃກ້ສຸດກັບຈີນ ອັນເປັນການເຄື່ອນໄຫວຈຳເປັນຕ້ອງໄດ້ເຮັດຢ່າງຮີບດ່ວນ ທ່າມກາງສະພາບການປ່ຽນແປງຂອງໄພຂົ່ມຂູ່ທາງດ້ານລູກສອນໄຟ ແລະອາວຸດທີ່ໄວກວ່າສຽງ ຈາກປັກກິ່ງ ອີງຕາມການກ່າວຂອງບັນດານັກວິເຄາະ.

ຫົວໜ້າອົງການປ້ອງກັນລູກສອນໄຟ ຂອງສະຫະລັດ ພົນເຮືອໂທ ຈອນ ຮີລ (Jon Hill) ໄດ້ກ່າວວ່າ ລະບົບປ້ອງກັນລູກສອນໄຟຂີປະນາວຸດທຳອິດ ໄດ້ຖືກສົ່ງໄປປະຈຳການ ເມື່ອ 20 ກວ່າປີກ່ອນ ແລະ “ຄວາມທັນສະໄໝຂອງລະບົບປ້ອງກັນ ທີ່ສາມາດປ້ອງກັນແຜ່ນດິນໃຫຍ່ສະຫະລັດ ເປັນກະແຈທີ່ສຳຄັນ ສຳ​ລັບການກ້າວໄປໜ້າ” ໃນການໃຫ້ສຳພາດກັບອົງການຂ່າວດ້ານປ້ອງກັນ​ປະ​ເທດ ເມື່ອຕົ້ນເດືອນນີ້.

ເກາະກວມກຳລັງປະເຊີນກັບ “ໄພຂົ່ມຂູ່ທີ່ປ່ຽນ​ແປງທຸກມື້” ດັ່ງທີ່ທ່ານຮີລ​ໄດ້ກ່າວ ໂດຍສະເພາະຈາກຈີນ ໃນຮູບແບບຂອງຂີປະນາວຸດແລະລູກສອນໄຟນຳວິຖີທີ່ມີ​ຄວາມກ້າວໜ້າ ພ້ອມດ້ວຍອາວຸດໄວກວ່າສຽງຊະ​ນິດ​ໃໝ່ ແລະ ແມ່ນກະທັງໄພຂົ່ມຂູ່ຈາກອະວະກາດທີ່ເປັນໄປໄດ້ ຊຶ່ງອາດໂຈມຕີພ້ອມໆກັນຈາກຫຼາຍດ້ານ ໃນແຫ່ງຕ່າງໆ.

ບັນດານັກຊ່ຽວຊານ ໄດ້ກ່າວຕໍ່ ວີໂອເອ ພະແນກພາສາຈີນກາງ ວ່າ ການຕິດຕັ້ງຄວາມອາດສາມາດໃນການປ້ອງກັນໄພທາງອາກາດ ແລະລູກສອນ​ໄຟລຸ້ນໃໝ່ ຢູ່ທີ່ເກາະດັ່ງກ່າວ ເປັນສ່ວນນຶ່ງຂອງຄວາມພະຍາຍາມໃນວົງກວ້າງເພື່ອສະກັດກັ້ນຈີນ ທົ່ວທັງພາກພື້ນເອເຊຍ-ປາຊີຟິກ ນຳດ້ວຍ.

“ເກາະກວມຈະມີຄວາມສຳຄັນຢ່າງຍິ່ງໃນສະຖານະການທີ່ອາດເກີດຂຶ້ນໃນກໍລະ ນີຂອງໄຕ້ຫວັນ. ມັນໃກ້ພໍທີ່ຈະຄາດຄະເນໄດ້ວ່າ ເປັນຈຸດເລີ້ມຕົ້ນສົງຄາມໃນການນຳໃຊ້ເປັນບ່ອນລຳລຽງທີ່ສຳຄັນສຸດ ແຕ່ໄກພໍທີ່ວ່າ ລະບົບອາວຸດຕ່າງໆຂອງຈີນ ຈະມີຄວາມຍາກລຳບາກທີ່ຈະໂຈມຕີເກາະນີ້ໄດ້” ທ່ານເດັນນີ ຣອຍ ເຈົ້າໜ້າທີ່ອາວຸໂສຢູ່ທີ່ສູນກາງຕາເວັນອອກຕາເວັນຕົກຫຼື East-West Center ຜູ້ທີ່ເພັ່ງເລັງໃສ່ ເລື້ອງຄວາມໝັ້ນຄົງ ໃນເຂດເອເຊຍປາຊີຟິກ ທີ່ໄດ້ກ່າວຕໍ່ວີໂອເອ ພະແນກພາສາຈີນກາງ ໃນການຕອບຄຳຖາມຜ່ານທາງອີເມລ.

ຄວາມເຄັ່ງຕຶງລະຫວ່າງສະຫະລັດກັບຈີນ ໄດ້ທະວີຂຶ້ນໃນເດືອນສິງຫາ ຫຼັງຈາກປະທານສະພາຕ່ຳ ທ່ານນາງແນນຊີ ເພໂລຊີໄດ້ເດີນທາງໄປຢ້ຽມຢາມໄຕ້ຫວັນ. ຈີນ ໄດ້ເພີ້ມການຊ້ອມລົບທາງທະຫານຢູ່ອ້ອມຮອບປະເທດເກາະທີ່ປົກຄອງຕົນເອງ ແລະມີລາຍງານວ່າ ປັກກິ່ງໄດ້ສົ່ງເຮືອດຳນ້ຳລຸ້ນໃໝ່ຫຼາຍລຳໄປ​ປະຈຳ ການຢູ່ໃນທະເລ ຕໍ່ໜ້າເກາະໄຕ້ຫວັນ.

ເກາະກວມ ເປັນເຂດແດນຢູ່ທີ່ພາກຕາເວັນຕົກສຸດຂອງສະຫະລັດ ທີ່ພູມໃຈກ່າວອ້າງຕົນເອງເປັນ “ບ່ອນແຫ່ງວັນການເລີ້ມຕົ້ນຂອງອາເມຣິກາ.” ມັນເປັນບ່ອນທີ່ໃກ້ສຸດກັບເອເຊຍ ຫຼາຍກວ່າສະຫະລັດ ຊຶ່ງມັນຕັ້ງຢູ່ຫ່າງຈາກທະວີບອາເມຣິກາ ປະມານ 11,600 ກິໂລແມັດ ແຕ່ຢູ່ຫ່າງຈາກໄຕ້ຫວັນພຽງ 2,700 ກິໂລແມັດ ແລະຈາກຈີນ 4,751 ກິໂລແມັດ ເທົ່ານັ້ນ.

ຫຼັງຈາກສົງຄາມໂລກຄັ້ງທີສອງ ເກາະກວມ ໄດ້ກາຍເປັນນຶ່ງໃນຂົງເຂດ ທີ່ສຳ ຄັນຢ່າງຍິ່ງສຳ​ລັບຖານທັບຂອງກອງທັບເຮືອແລະ​ກອງ​ທັບອາກາດ​ຂອງສະຫະລັດ ຢູ່ໃນເຂດມະຫາສະໝຸດປາຊີຟິກ ຊຶ່ງປະກອບດ້ວຍ ໝູ່ເກາະຂອງຍີ່ປຸ່ນ ທີ່ຍາວຢຽດໄປຮອດເກາະກວມ ແລະໝູ່ເກາະຂອງໄມໂກຣເນເຊຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG