ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ຊ່ຽວ​ຊານ​ເວົ້າ​ວ່າ ທ່າ​ທີຂອງ​ຈີນ ໄດ້​​ເພີ້ມຄວາມ​ເປັນ​ຈິງ​ໃນການ​ຊ້ອມ​ລົບ​ທາງ ​ທະ​ເລ​ຂອງ 5 ປະ​ເທດ​ ຫ​ລາຍ​ຂຶ້ນ

ເຮືອ​ຄຸ້ມ​ກັນ​ Kurama (ຊ້າຍ) ຂອງກອງ​ກຳລັງ​ປ້ອງ​ກັນ​ຕົນ​ເອງ​ທາງ​ທະ​ເລ​ຂອງ​ຍີ່​ປຸ່ນ ແລ່ນ​ຕາມ​ຫລັງ​ກຳ​ປັ່ນໂຈມ​ຕີ Yudachi ທີ່​ຕິດ​ທຸງ​ແສງ​ຕາ​ເວັນ​ ຂະ​ນະ​ທີ່​​ປະ​ຕິ​ບັດ​ງານ​ຢູ່ນອກຊາຍ​ຝັ່ງ​ຂອງ​ອ່າວ ​Sagami, ທາງ​ທິດ​ໃຕ້​ຂອງ​ໂ​ຕ​ກຽວ, ພາບ​ຖ່າຍ​ໃນ​ວັນ​ທີ 14 ຕຸ​ລາ, 2012

ກອງທັບເຮືອຂອງສະຫະລັດ, ອອ​ສ​ເຕ​ຣ​ເລຍ, ການາດາ, ເຢຍຣະມັນ ແລະຍີ່ ປຸ່ນໄດ້ສິ້ນສຸດການຊ້ອມລົບທາງທະຫານເປັນເວລາ 10 ວັນ ຢູ່ທະເລຟີລິບປິນ ນອກຊາຍຝັ່ງພາກໃຕ້ຂອງຍີ່ປຸ່ນ, ໂດຍນັກວິເຄາະກ່າວວ່າ ການຂົ່ມຂູ່ຂອງຈີນ ໃນພາກພື້ນອິນໂດປາຊີຟິກໄດ້ເພີ່ມຄວາມສໍາຄັນຂອງ​ການ​ຊ້ອມ​ລົບ​ທາງ​ທະຫານທີ່​ວ່ານີ້ຂຶ້ນ.

ກອງ​ກຳລັງ​ປ້ອງ​ກັນ​ຕົນ​ເອງ​ທາງ​ທະ​ເລ​ຂອງ​ຍີ່​ປຸ່ນ​ໄດ້​ດຳ​ເນີນ​ການ​ຊ້ອມ​ລົບ​ທາງ​ທະ​ເລ ​ດັ່ງ​ທີ່ຕົນ​ເຄີຍໄດ້​ເຮັດມາແຕ່​ຊຸມ​ປີ 1990 ພຸ້ນ. ໂດຍຮູ້ກັນໃນນາມ ANNUALEX 2021, ການຊ້ອມລົບໄດ້ດໍາເນີນໄປແຕ່ວັນທີ 21 ຫາ 30 ພະຈິກວານນີ້. ອີງຕາມຖະແຫຼງການຂອງກອງທັບເຮືອສະຫະລັດ, 5 ປະເທດ ທີ່ເຂົ້າຮ່ວມການ​ຊ້ອມ​ລົບ​ນີ້ໄດ້ເຂົ້າຮ່ວມກິດຈະກໍາຕ່າງໆເພື່ອ "ເສີມຂະຫຍາຍທັກສະໃນການສື່ສານທາງທະເລ, ການດຳເນີນການ​ສູ້​ລົບຕ້ານເຮືອດໍານ້ໍາ, ການດຳເນີນການ​ສູ້​ລົບທາງອາກາດ, ການເສີມ​ກຳ​ລັງ​ຢູ່​ກາງ​ທະ​ເລ, ການປະ​ຕິ​ບັດ​ງານ​ໃນ​ການ​ບິນ​ຂ້າມ​ໄປ​ຫາ​ກ່ຳ​ປັ່ນ​ອື່ນ ​ແລະ​ການ​ຊ້ອມ​ການສະ​ກັດ​ກັ້ນກຳ​ລັງທາງ​ທະ​ເລ.”

ນຶ່ງເດືອນກ່ອນໜ້ານັ້ນ, ບັນດາກຳປັ່ນບັນທຸກເຮືອບິນຈາກສະຫະລັດ ພ້ອມກັບກຳປັ່ນຂອງຍີ່ປຸ່ນ ທີ່ຮອງຮັບການລົງຈອດຂອງເຮືອ​ບິນເຮລິຄອບເຕີ ໄດ້ເຂົ້າ ຮ່ວມການຊ້ອມລົບ ຢູ່ໃນຂົງ​ເຂດດຽວກັນ, ອີງຕາມໜັງສືພິມ Wall Street Journal.

ທ່ານແກ​ຣນທ໌ ນີວ​ສ໌​ແຊມ (Grant Newsham) ນາຍພັນໂທທະຫານເຮືອທີ່ ບໍານານຂອງສະຫະລັດ ແລະເປັນນັກຄົ້ນຄວ້າອາວຸໂສທີ່ເວທີສຶກສາຍຸດທະສາດຂອງຍີ່ປຸ່ນ ກ່າວຕໍ່ວີໂອເອພະ​ແນກ​ພາ​ສາ​ຈີນ​ກາງວ່າ ໃນຊຸມປີມໍ່ໆມານີ້, ຍ້ອນການຂົ່ມຂູ່ຈາກຈີນ, ການຊ້ອມລົບທາງທະຫານໄດ້ເພີ່ມຂຶ້ນສອງເທົ່າ ໃນຄວາມເປັນຈິງ.

ກຳ​ປັ່ນ​ຊ້​ອມ​ລົບ JS Kashima ແລະ JS Shimayuki ຂອງກອງ​ກຳລັງ​ປ້ອງ​ກັນ​ຕົນ​ເອງ​ທາງ​ທະ​ເລ​ຂອງ​ຍີ່​ປຸ່ນດຳ​ເນີນ​ການ​ຊ້ອມ​ລົບ​ແບບ PASSEX ຮ່ວມກັບກຳ​ປັ່ນບັນ​ທຸກ​ເຮືອ​ບິນແບບ Nimitz USS Ronald Reagan ທີ່ແລ່ນ​ດ້ວຍ​ພະ​ລັງ​ນີວ​ເຄ​ລຍຂອງ ສ​ຫລ ຢູ່​ທະ​ເລຈີນ​ໃຕ້, 7 ກໍ​ລະ​ກົດ, 2020

ທ່ານນີວ​ສ໌​ແຊມ (Newsham) ກ່າວຕໍ່ວີໂອເອໃນການໃຫ້ສໍາພາດຜ່ານທາງ ໂທລະສັບວ່າ "ກຳປັ່ນລົບທັງໝົດ 34 ລຳຈາກ 5 ປະເທດໄດ້ທຳການຊ້ອມ ລົບເປັນເວລາ 10 ມື້, ຊຶ່ງສະແດງໃຫ້ເຫັນເຖິງຄວາມສຳຄັນຂອງການຊ້ອມ ລົບຄັ້ງນີ້."

ທ່ານ​ກ່າວ​ເພີ້ມ​ອີກວ່າ ເຖິງ​ແມ່ນ​ການ​ຊ້ອມ​ລົບແມ່ນເປັນ​ເລື້ອງ​ທີ່​ເຮັດ​ຕາມປົກ ກະຕິສຳ​ລັບກອງ​ກຳລັງ​ປ້ອງ​ກັນ​ຕົນ​ເອງ​ທາງ​ທະ​ເລ​ຂອງ​ຍີ່​ປຸ່ນກໍ​ຕາມ ​ແຕ່​ "ມັນກໍ​ເປັນ​ການ​ຊ້ອມ​ລົບ​ທີ່​ເກີດ​ຂຶ້ນ ໃນ​ສະພາບ​ການ​ທີ່​ກວ້າງ​ກວ່າ ທີ່​ເພີ່ມ​ຄວາມ​ຮີບ​ດ່ວນແນ່ນອນໃດ​ນຶ່ງ" ​ໃນ​ຂະ​ນະ​ທີ່ "ກອງທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ໄດ້​ເພີ່ມ​ທະ ວີ​ການ​ຮຸກ​ຮານ ​ແລະ​ຂົ່ມຂູ່​ໃນ​ທົ່ວ​ຂົງ​ເຂດນັ້ນ.”

ທ່ານ​ຫວັງ ຊຸນ-ເຢນ (Wang Tsun-yen), ນັກ​ວິ​ໄຈ​ຢູ່​ສະ​ຖາ​ບັນ​ຄົ້ນຄວ້າ​ປ້ອງ​ກັນ​ປະ​ເທດ ​ແລະ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ໄຕ້​ຫວັນ, ​ໄດ້ເວົ້າ​ລື້ມ​ຄືນຄວາມ​ຄິດ​ເຫັນ​ຂອງ​ທ່ານນີວ​ສ໌​ແຊມ (Newsham) ໃຫ້​ຄົນ​ຮູ້ກ່ຽວ​ກັບທ່າ​ທີຂອງ​ຈີນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG