ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ ຫຼີ​ກ​ລ່ຽງ ມາດ​ຕະ​ການລົງ​ໂທດ ຂອງ​ອົງ​ການ ສະ​ຫະ​ປະ​ຊາ​ຊາດ ກ່ຽວ​ກັບ ແຮງ​ງານ ເກົາຫຼີ​ເໜືອ


ກຳ​ມະ​ກອນ ເກົາຫຼີ​ເໜືອ ສ້າງ​ລາຍ​ໄດ້​ຈາກ​ການ​ເປັນ​ກຳ​ມະ​ກອນ​ກໍ່​ສ້າງ​ໃນ​ປ​ະ​ເທດ ຣັດ​ເຊຍ.
ກຳ​ມະ​ກອນ ເກົາຫຼີ​ເໜືອ ສ້າງ​ລາຍ​ໄດ້​ຈາກ​ການ​ເປັນ​ກຳ​ມະ​ກອນ​ກໍ່​ສ້າງ​ໃນ​ປ​ະ​ເທດ ຣັດ​ເຊຍ.

ຣັດ​ເຊຍ ໄດ້ຫຼີກ​ລ່ຽງ​ມາດ​ຕະ​ການ​ລົງ​ໂທດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ ໄດ້​ວ່າ​ຈ້າງ​ກຳ​ມະ​ກອນ ເກົາຫຼີ​ເໜືອ ເພື່ອປະ​ຕິ​ເສດ​ຕໍ່​ນະ​ໂຍ​ບາຍ​ການ​ກົດ​ດັນ​ສູງ​ສຸດ​ທີ່​ນຳ​ໜ້າ​ໂດຍ ສະ​ຫະ​ລັດ, ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ກຳ​ລັງ​ເສີມ​ແຮງງ​ານ​ທີ່ຫຼຸດ​ລົງ​ໃນ​ພາກ​ຕາ​ເວັນ​ອອກ​ໄກ​ຂອງ​ເຂົາ​ເຈົ້າ, ອີງ​ຕາມ​ການ​ກ່າວ​ຂອງ​ບັນ​ດາ​ຜູ້​ຊ່ຽວ​ຊານ.

ທ່ານ ເຄັນ ກອ​ສ, ຜູ້​ອຳ​ນ​ວຍ​ການ​ໂຄງ​ການ​ວິ​ເຄາະ​ຄູ່​ປໍ​ລະ​ປັກ​ທີ່​ອົງ​ການ CNA ໄດ້​ກ່າວ​ວ່າ “ຣັດ​ເຊຍ ແລະ ຈີນ ບໍ່​ຢາກ​ທີ່​ຈະ​ປະ​ຕິ​ບັດ​ຕາມ​ມາດ​ຕະ​ການ​ລົງ​ໂທດ​ທີ່​ນຳ​ໜ້າໂດຍ ສະ​ຫະ​ລັດ.”

ທ່ານ ກອສ ໄດ້​ກ່າວ​ຕື່ມ​ວ່າ “ມັນ​ຈະ​ເຮັດ​ໃຫ້ ເກົາຫຼີ​ເໜືອ ສືບ​ຕໍ່​ນຳ​ເອົາ​ແຫຼ່ງ​ຊັບ​ພະ​ຍາ​ກອນ ແລະ ເງິນ​ທຶນ​ເຂົ້າ​ສູ່​ລັດ​ຖະ​ບານ​ນັ້​ນ, ເຊິ່ງຮັກ​ສາ​ຄວາມ​ໝັ້ນ​ຄົງ​ຢູ່​ໃນ​ລະ​ບອບ​ການ​ປົກ​ຄອງ​ດັ່ງ​ກ່າວ ແຕ່​ມັນ​ຈະ​ເຮັດ​ໃຫ້​ ສະ​ຫະ​ລັດ ມີ​ຄວາມ​ຫຍຸ້ງ​ຍາກຫຼາຍ ທີ່​ຈະ​ດຳ​ເນີນ​ແຜນ​ການ​ກົດ​ດັນ​ສູງ​ສຸດ​ຂອງ​ເຂົາ​ເຈົ້າ.” ກຳ​ມະ​ກອນ ເກົາຫຼີ​ເໜືອ ທີ່​ຖືກ​ຈ້າງ​ງານ​ໃນ​ຕ່າງ​ປະ​ເທດ ເຫັນ​ວ່າ​ຄ່າ​ຈ້າງ​ຂອງ​ເຂົາ​ເຈົ້າ​ແມ່ນ​ຕ່ຳ, ເຊິ່ງ​ກຳ​ມະ​ກອນ​ສ່ວນຫຼາຍ​ຈະ​ສະ​ໜອງ​ເງິນ​ຕາ​ທີ່​ຕ້ອງ​ການ​ເປັນ​ຢ່າງ​ສູງ​ໃຫ້ລັດ​ຖະ​ບານ ພຽງ​ຢາງ.

ກຳ​ມະ​ກອນ ເກົ​າຫຼີ​ເໜືອ ສ່ວນຫຼາຍ​ທີ່ ຣັດ​ເຊຍ ວ່າ​ຈ້າງ​ແມ່ນ​ເຮັດ​ວຽກ​ໃນ​ໂຄງ​ການ​ກາ​ນ​ກໍ່​ສ້າງ​ຕ່າງໆ ຫຼື ການ​ຕັດ​ໄມ້, ກະ​ສິ​ກຳ ແລະ ອຸດ​ສາ​ຫະ​ກຳ​ຕ່ຳ​ແຜ່ນ, ແລະ ປົກ​ກະ​ຕິ​ເຂົາ​ເຈົ້າ​ຈະ​ຖືກ​ສົ່ງ​ໄປ​ພາກ​ພື້ນ​ຕາ​ເວັນ​ອອກ​ໄກ​ຂອງ ຮັດ​ເຊຍ ໃນ​ເຂດ​ເອ​ເຊຍ​ເໜືອ, ອີງ​ຕາມ​ການ​ກ່າວ​ຂອງ​ທ່ານ ທ​ຣອຍ ສ​ແຕນ​ກາ​ໂຣນ, ຜູ້​ອຳ​ນວຍ​ການ​ອາ​ວຸ​ໂສ ທີ່​ສະ​ຖາ​ບັນ​ເສດ​ຖະ​ກິດ ເກົາຫຼີ.

ຣັດ​ເຊຍ ໄດ້ຫຼີ​ກ​ລ່ຽງ​ມາດ​ຕະ​ການ​ລົງ​ໂທດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທີ່​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ສົ່ງ​ກຳ​ມະ​ການ​ ເກົາຫຼີ​ເໜືອ ກັບ​ຄືນ​ປະ​ເທດ​ພາຍ​ໃນ​ຂີດ​ເສັ້ນ​ຕາຍ​ວັນ​ທີ 22 ທັນ​ວາ, ອີງ​ຕາມ​ລາຍ​ງານ​ພະ​ແນກ​ການ​ຄົ້ນ​ຄວ້າ​ລັດ​ຖະ​ສະ​ພາ.

ລາຍ​ງານ​ດັ່ງ​ກ່າວ​ໄດ້​ເວົ້າ​ວ່າ “ຣັດ​ເຊຍ ໄດ້ຫຼີກ​ລ່ຽງ​ການ​ຮຽກ​ຮ້ອງ​ທ້າຍ​ປີ​ 2019 ທີ່​ຈະ​ສົ່ງ​ກຸ່ມ​ແຮງ​ງານ ເກົາຫຼີ​ເໜືອ ນັ້ນ​ດ້ວຍ​ການ​ອອກວີ​ຊາ​ນັກ​ທ່ອງ​ທ່ຽວ ແລະ ການ​ສຶກ​ສາ​ໃຫ້​ເຂົາ​ເຈົ້າ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG