ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ພວກນັກຊ່ຽວຊານ ຕັ້ງຄໍາຖາມຕໍ່ການງົດ ການສັກຢາວັກຊີແອສຕຣາເຊນເນກາໄວ້


ກໍາລັງມີການກະກຽມຢາວັກ AstraZeneca ໂດສນຶ່ງ ໄວ້ສໍາລັບສັກໃຫ້ຄົນປ່ວຍຢູ່ສູນກາງສັກຢາກັນ COVID-19 ທີ່ໂຮງສາຍຮູບເງົາ Odeon Luxe ໃນນະຄອນ Maidstone ຂອງອັງກິດ, ວັນທີ 10 ກຸມພາ, 2021
ກໍາລັງມີການກະກຽມຢາວັກ AstraZeneca ໂດສນຶ່ງ ໄວ້ສໍາລັບສັກໃຫ້ຄົນປ່ວຍຢູ່ສູນກາງສັກຢາກັນ COVID-19 ທີ່ໂຮງສາຍຮູບເງົາ Odeon Luxe ໃນນະຄອນ Maidstone ຂອງອັງກິດ, ວັນທີ 10 ກຸມພາ, 2021

ບັນຊີລາຍຊື່ປະເທດທີ່ກໍາລັງເພີ້ມຂຶ້ນເລື້ອຍໆ ຊຶ່ງສ່ວນຫຼາຍແມ່ນບັນດາປະເທດໃນຢູໂຣບນັ້ນ ໄດ້ໂຈະການໃຊ້ຢາວັກຊີນແອສຕຣາເຊນເນກາ (AstraZeneca) ໄວ້ ພາຍຫລັງທີ່ມີລາຍງານວ່າ ມີອາການເລືອດກ້າມໃນກຸ່ມຄົນເຈັບຈຳນວນນຶ່ງຫຼັງຈາກໄດ້ສັກຢານີ້ແລ້ວ.

ພວກເຂົາເຈົ້າຍອມຮັບວ່າບໍ່ມີຫຼັກຖານໃດໆ ທີ່ສະແດງໃຫ້ເຫັນວ່າ ວັກຊີນທີ່ວ່ານີ້ເຮັດໃຫ້ເກີດບັນຫານັ້ນ.

ທ່ານເຈນສ໌ ສພານ (Jens Spahn), ລັດຖະມົນຕີກະຊວງສາທາລະນະສຸກເຢຍຣະມັນກ່າວໃນວັນຈັນວານນີ້ວ່າ "ການຕັດສິນໃຈໃນມື້ນີ້ ແມ່ນເປັນພຽງມາດຕະການປ້ອງກັນລ່ວງໜ້າແທ້ໆ."

ຜູ້ຊ່ຽວຊານບາງຄົນກໍກ່າວວ່າ ການຕັດສິນໃຈດັ່ງກ່າວ ອາດຈະພາໃຫ້ມີຜົນຮ້າຍຫຼາຍກ່ວາຜົນດີ.

ຜູ້ຊ່ຽວຊານດ້ານຢາວັກຊີນໂຮງໝໍເດັກ ໃນນະຄອນຟີລາແດລເຟຍ, ທ່ານ ພອລ ອອຟຟິດ (Paul Offit) ກ່າວຕໍ່ວີໂອເອວ່າ ມັນເປັນຄວາມຄິດທີ່ບໍ່ດີ ທີ່ຈະຢຸດສັກຢາວັກຊີນ ທີ່ມີປະສິດທິຜົນຢູ່ທ່າມກາງການລະບາດຢ່າງໜັກຂອງພະຍາດຍ້ອນຄວາມກັງວົນທາງດ້ານທິດສະດີ.

ທ່ານກ່າວວ່າ "ບໍ່ມີຫຍັງໃນທາງທິດສະດີເລີຍກ່ຽວກັບໄວຣັສນີ້, ຊຶ່ງກຳລັງສັງ ຫານຊີວິດຄົນຫລາຍພັນຄົນໃນແຕ່ລະມື້." "ຂ້າພະເຈົ້າຈະໃຫ້ຂໍໂຕ້ຖຽງວ່າ ການເລືອກທີ່ໂຈະການໃຊ້ວັກຊີນນັ້ນ ບໍ່ແມ່ນການເລືອກທີ່ຈະລະມັດລະວັງດອກ, ແຕ່ມັນເປັນການເລືອກທີ່ເຄັ່ງຄັດສຸດຂີດ."

ຢາວັກຊີນແອສຕຣາເຊນເນກາ (AstraZeneca) ແມ່ນນຶ່ງໃນຈໍານວນຢາວັກຊີນທີ່ຖືກນຳໃຊ້ຫຼາຍທີ່ສຸດໃນໂລກ. ມັນກວມເອົາສ່ວນໃຫຍ່ຂອງສະຖານທີ່ຂອງໂຄງການໂຄແວັກສ໌ (COVAX) ທີ່ໄດ້ຮັບການສະໜັບສະໜູນຈາກອົງການອະນາໄມໂລກ, ເຊິ່ງແນໃສ່ຫຼຸດຜ່ອນຄວາມບໍ່ສະເໝີພາບກັນ ລະຫວ່າງບັນດາປະເທດທີ່ມີລາຍໄດ້ສູງ ແລະຕໍ່າໃນການເຂົ້າເຖິງຢາວັກຊີນ. ຫລາຍກວ່າ 40 ປະເທດ ໄດ້ອະນຸຍາດໃຫ້ສັກຢາວັກຊີນນີ້.

ບັນດາເຈົ້າໜ້າທີ່ສາທາລະນະສຸກກ່າວວ່າ ພວກເພິ່ນມີຈຸດປະສົງແນໃສ່ເຮັດໃຫ້ມີຄວາມດຸ່ນດ່ຽງກັນ ລະຫວ່າງຄວາມສຳຄັນຂອງຢາວັກຊີນ ໃນການຕໍ່ສູ້ກັບການລະບາດຂອງພະຍາດ ແລະຄວາມສ່ຽງທີ່ກໍ່ໃຫ້ເກີດປະຕິກິລິຍາທາງລົບ, ເຖິງແມ່ນວ່າ ມັນຈະມີພຽງເລັກນ້ອຍກໍຕາມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG