ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບັນ​ດານັກ​ຊ່ຽວ​ຊານ​ ກ່າວ​ວ່າ ເກົາ​ຫລີ​ເໜືອ ຈະ​ບໍ່​ສົນ​ໃຈ​ໃນການ​ຊ່ວຍ​ເຫລືອ ​​ຮ​ັບ​ມື​ກັບໂຄວິດ ຈາກ​ສາ​ກົນ


ຊາວ​​ເກົາ​ຫລີ​ໃຕ້ຄົນ​ນຶ່ງກຳ​ລັງ​ເບິ່ງ​ໂທ​ລະ​ພາບ ສະ​ແດງ​ໃຫ້​ເຫັນ​ຜູ້​ນຳ​ເກົາ​ຫລີ​ເໜືອ ທ່ານ ກິມ ຈົງ ອຶນ ວັນ​ທີ 16, ພຶດ​ສະ​ພາ 2022 ໃນ​ຂະ​ນະ​ທີ່​ສົງ​ໄສວ່າ ໂຄວິດ-19 ​ເຮັດ​ໃຫ້ຊາວ​ເກົາເໝືອ​ ລົ້ມ​ປ່ວຍ​ຫລາຍ​ຮ້ອຍ​ພັນ​ຄົນ
ຊາວ​​ເກົາ​ຫລີ​ໃຕ້ຄົນ​ນຶ່ງກຳ​ລັງ​ເບິ່ງ​ໂທ​ລະ​ພາບ ສະ​ແດງ​ໃຫ້​ເຫັນ​ຜູ້​ນຳ​ເກົາ​ຫລີ​ເໜືອ ທ່ານ ກິມ ຈົງ ອຶນ ວັນ​ທີ 16, ພຶດ​ສະ​ພາ 2022 ໃນ​ຂະ​ນະ​ທີ່​ສົງ​ໄສວ່າ ໂຄວິດ-19 ​ເຮັດ​ໃຫ້ຊາວ​ເກົາເໝືອ​ ລົ້ມ​ປ່ວຍ​ຫລາຍ​ຮ້ອຍ​ພັນ​ຄົນ

​ນ​ດາ​ນັກ​ຊ່ຽວ​ຊານ​ກ່າວ​ວ່າ ເກົາ​ຫລີ​ເໜືອ​ມີ​ທ່າ​ທາງວ່າ ຈະ​ບໍ່​ໃຫ້​ຄວາມ​ສົນ​ໃຈ​ຫຍັງເລີຍ​ຕໍ່​ການ​ຊ່ວຍ​ເຫລືອ​ຂອງ​ ຕ່າງ​ປະ​ເທດ​ເພື່ອ​ຕ້ານເຊື້ອໄວ​ຣັ​ສ​ ຢ່າງ​ໜ້ອຍແມ່ນໃນ​ປັດ​ຈຸ​ບັນ​ນີ້ ເຖິງ​ແມ່ນ​ໄດ້​ຮັບ​ຮູ້​ເປັນ​ເທື່ອ​ທຳ​ອິດກ່ຽວ​ກັບ ການ​ລະ​ບາດ ໃນ​ ​ກໍ​ລະ​ນີທີ່​ສົງ​ໄສ​ເປັນໂຄວິດ-19 ເພີ້ມ​ຂຶ້ນ​ຢູ່​ໃນ​ທົ່ວ​ປະ​ເທດ.

ປ​ະ​ເທດ​ເກົາ​ຫຼີ​ເໜືອ​ກຳ​ລັງດີ້ນ​ຮົນ​ ຫາ​ທາງ​ຮັບ​ມື​ກັບ​ກໍ​ລະ​ນີ​ເພີ້ມ​ຂື້ນ​ຢ່າງວ່ອງ​ໄວກ່ຽວ​ກັບອາ​ການ​ແບບໂຄວິດ-19 ໃນ​ຂະ​ນະ​ທີ່​ປະ​ກາດວ່າ ມີ​ຄົນ​ປ່ວຍ​ເຖິງ 1 ລ້ານ 7 ແສນ 2 ໝື່ນ​ຄົນ ທີ່​ເປັນ​ໄຂ້ ແລະ 62 ຄົນ ​ໄດ້​ເສຍ​ຊີ​ວິດ​ນັບ​ແຕ່​ວັນ​ອັງ​ຄານ​ທີ່​ຜ່ານ​ມາ ​ອົງ​ການ​ຂ່າວ​ສູນ​ກາງ​ຫລື KCNA.

ພຽງ​ຢາງ​ໄດ້​ເລີ້​ມ​ສັງ​ເກດເບິ່ງ​ຊາວ​ເກົາ​ຫລີ​ເໜືອກ່ຽວ​ກັບ​ໄວ​ຣັ​ສ​ໃນ​ທ້າຍ​ເດືອນ​ເມ​ສາ​. ​ໃນອາ​ທິດ​ແລ້ວ​ນີ້​ ພວກ​ເຈົ້າ​ໜ້າ​ທີ່​ໄດ້​ລາຍ​ງານ​ການ​ລະ​ບາດຂອງ​ໂຄວິດ-19 ​ຢູ່​ໃນ​ປະ​ເທດ. ​ເປັນ​ເວ​ລາ​ຫລາຍກວ່າສອງ​ປີ ​ກ່ອນທີ່ລະ​ບອບ ການ​ປົກ​ຄອງ ດັ່ງ​ກ່າວໄດ້​ຢືນ​ຢັດ​ວ່າ ​ບໍ່​ມີ​ກໍ​ລະ​ນີ​ໂຄວິດຢູ່​ໃນ​ເກົາ​ຫລີ​ເໜືອ.

ເລື້ອງ​ນີ້​ເກີດ​ຂຶ້ນ​ທ່າມ​ກາງ​ການ​ແຜ່​ລະ​ບາດ​ຢູ​ໃນ​ທົ່ວ​ໂລກ ​ທີ່​ໄດ້​ເລີ້ມ​ຂຶ້ນ​ໃນ​ຕົ້ນ​ປີ 2020 ໃນ​ປະ​ເທດ​ຈີນ ແລະ​ນັບ​ ແຕ່​ວັນ​ພຸດ​ວານ​ນີ້​ໄດ້​ເ​ປັນ​ຜົນ​ກະ​ທົບ​ຕໍ່ຈຳ​ນວນ 6 ລ້ານ 3 ແສນ​ຄົນ ​ຢູ່​ໃນ​ທົ່ວ​ໂລກ ​ຫລາຍກວ່າ 1 ລ້ານ​ຄົນ​ຂອງ​ ບັນ​ດາ​ຜູ້​ເສຍ ຊີວິດແມ່ນຢູ່​ໃນ​ສະ​ຫະ​ລັດ ອີງ​ຕາມ​ສູນ​ກາງ​ຊັບ​ພະ​ຍ​າ​ກອນ​ຈອນ​ສ໌ ຮັອຟ​ກິນ​ສ໌.

ທ່າ​ນບ​ຣຸ​ສ ຄລິງ​ເນີຣ ອະ​ດີດ​ຮອງ​ຫົວ​ໜ້າອົງ​ການຊີ​ໄອ​ເອ ພະ​ແນກ​ເກົາ​ຫລີ ແລະ​ຜູ້​ຄົ້ນ​ຄົ້ວ​ອະ​ວຸ​ໂສ​ປັດ​ຈຸ​ບັນ​ຢູ່ ມູນ​ ນິ​ທິມໍ​ລະ​ດົກ (Heritage Foundation) ກ່າວ​ວ່າ ການ​ຮັບ​ຮູ້​ “ຍັງ​ບໍ່​ທັນ​ໄດ້” ຮ້ອ​ງ​ຂໍ​ການ​ຊ່ວຍ​ເຫລືອຈາກ​ ປະ​ຊາ​ຄົ​ມ​ສາ​ກົນ ແຕ່​ມີ​ຄວາມຕື່ນ​ຕົກ​ໃຈໃນ​ການຮັບ​ມື ​ຕໍ່​ການ​ແຜ່ລະ​ບາດ​ທີ່​ຄວ​ບຄຸມບໍ່​ໄດ້ນັ້ນ.

Experts say North Korea is likely to dismiss almost all international anti-virus help, at least for now, despite its first acknowledged outbreak of suspected COVID-19 cases surging across the country.

The country is scrambling to deal with rapidly rising cases of COVID-19 symptoms as it announced 1.72 million patients with fevers and 62 deaths as of Tuesday via its official Korean Central News Agency (KCNA).

Pyongyang began monitoring North Koreans for the virus in late April. Last week, authorities reported a COVID-19 outbreak in the country. For more than two years prior to the admission, the regime insisted there were no cases in North Korea.

This came amid a global pandemic that began in early 2020 in China and as of Wednesday, has felled some 6.3 million people worldwide, more than 1 million of those deaths in the United States, according to the Johns Hopkins Coronavirus Resource Center.

Bruce Klingner, former CIA deputy division chief for Korea and a current senior research fellow at The Heritage Foundation, said the admission is “not yet” an outcry seeking help from the international community but a panic-stricken response to the uncontrollable spread.

XS
SM
MD
LG