ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກຊ່ຽວຊານ ມີຄວາມເຫັນ ແຕກຕ່າງກັນ ໃນການຕັດສິນໃຈ ຂອງ ສຫລ ກ່ຽວກັບ ເຂດພູພຽງໂກລານ


ທຸງຊາດຂອງອິສຣາແອລ ພັດປິວ ຢູ່ໃກ້ບ້ານ ແຫ່ງນຶ່ງຂອງເມືອງ ມາຈດາລ ຊາມສ໌ ໃນເຂດພູພຽງໂກລານ ທີ່ຄວບຄຸມໂດຍ ອິສຣາແອລ, ວັນທີ 11 ຕຸລາ 2018.
ທຸງຊາດຂອງອິສຣາແອລ ພັດປິວ ຢູ່ໃກ້ບ້ານ ແຫ່ງນຶ່ງຂອງເມືອງ ມາຈດາລ ຊາມສ໌ ໃນເຂດພູພຽງໂກລານ ທີ່ຄວບຄຸມໂດຍ ອິສຣາແອລ, ວັນທີ 11 ຕຸລາ 2018.

ປະຕິກິິລິຍາ່ຕ່າງໆ ຢູ່ໃນທ້ອງຖິ່ນ ແລະໃນພາກພື້ນ ແມ່ນມີຫຼາກຫຼາຍປະປົນກັນໄປ
ກ່ຽວກັບການຕັດສິນໃຈ ຂອງສະຫະລັດ ເມື່ອມໍ່ໆມານີ້ ທີ່ຮັບຮູ້ເຖິງ ອະທິປະໄຕ ຂອງ
ອິສຣາແອລຢູ່ໃນເຂດພູພຽງໂກລານ. ບາງສ່ວນກ່າວວ່າ ການເຄື່ອນ ໄຫວດັ່ງກ່າວ
ໄດ້ກໍ່ໃຫ້ເກີດຄວາມເຄັ່ງຕຶງ ລະຫວ່າງ ອິສຣາແອລ ກັບປະເທດອາຣັບ ທີ່ເປັນປະເທດ
ໃກ້ຄຽງຂອງຕົນ ໃນຂະນະດຽວກັນ ພວກຄົນອີກສ່ວນນຶ່ງ ຖືວ່າ ການເຄືອນໄຫວນັ້ນ
ບໍ່ປ່ຽນແປງ ຄວາມເປັນຈິງ ຢູ່ພາກພື້ນດິນເລີຍ.

ສະຫະລັດ ເປັນປະເທດທຳອິດ ທີ່ຮັບຮູ້ເຂດພູພຽງໂກລານ ເປັນດິນແດນຂອງ
ອິສຣາແອລ. ສ່ວນປະຊາຄົມນາໆຊາດທັງມວນ ຖືວ່າ ເຂດດັ່ງກ່າວ ເປັນເຂດ
ຢຶດຄອງໂດຍອິສຣາແອລ. ປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວວ່າ ການຮັກ ສາເຂດພູພຽງໂກລານ ພາຍໃຕ້ການຄວບຄຸມຂອງອິສອາແອລ “ແມ່ນເປັນຍຸດ
ທະສາດທີ່ສຳຄັນຍິ່ງ ແລະເປັນຄວາມປອດໄພທີ່ສຳຄັນ ຕໍ່ປະເທດອິສຣາແອລ
ແລະສະຖຽນລະພາບຢູ່ໃນຂົງເຂດ.”

ປະຊາຊົນໃນເຂດພູພຽງໂກລານ ໂບກທຸງຊາດ ຊີເຣຍ ແລະ ທຸງຂອງຊົນເຜົ່າດຣູຊ (Druze) ຂະນະທີ່ພວກເຂົາເຈົ້າເຕົ້າໂຮມກັນ ຢູ່ຕໍ່ໜ້າ ພາບຖ່າຍ ຂອງປະທານາທິບໍດີ ຊີເຣຍ ທ່ານ ບາຊາຣ ອາລ-ອາຊາດ ໃນລະຫວ່າງ ການປະທ້ວງ ຕໍ່ຕ້ານການສະໜັບສະໜຸນ ໃນການຍຶດຄອງເຂດພູພຽງໂກລານ ໂດຍສະຫະລັດ, ໃນບ້ານມາຈດາລ ຊາມສ໌ ໃນເຂດແດນທີ່ຄອບຄອງເອົາໂດຍອິສຣາແອລ, ວັນທີ 23 ມີນາ 2019.
ປະຊາຊົນໃນເຂດພູພຽງໂກລານ ໂບກທຸງຊາດ ຊີເຣຍ ແລະ ທຸງຂອງຊົນເຜົ່າດຣູຊ (Druze) ຂະນະທີ່ພວກເຂົາເຈົ້າເຕົ້າໂຮມກັນ ຢູ່ຕໍ່ໜ້າ ພາບຖ່າຍ ຂອງປະທານາທິບໍດີ ຊີເຣຍ ທ່ານ ບາຊາຣ ອາລ-ອາຊາດ ໃນລະຫວ່າງ ການປະທ້ວງ ຕໍ່ຕ້ານການສະໜັບສະໜຸນ ໃນການຍຶດຄອງເຂດພູພຽງໂກລານ ໂດຍສະຫະລັດ, ໃນບ້ານມາຈດາລ ຊາມສ໌ ໃນເຂດແດນທີ່ຄອບຄອງເອົາໂດຍອິສຣາແອລ, ວັນທີ 23 ມີນາ 2019.

ເຂດພູພຽງໂກລານ ຖືກຢຶດເອົາ ຈາກຊີເຣຍ ໃນ​ສະ​ໄໝສົງຄາມ 6 ວັນເມື່ອປີ 1967
​ແລະອິສຣາແອລ ໄດ້ຄວບ​ຄຸມເຂດຍຸດທະສາດ​ດັ່ງ​ກ່າວ ຕັ້ງແຕ່ນັ້ນມາ.

“ການຕັດສິນໃຈຂອງສະຫະລັດ ເປັນການກຳນົດທີ່ອັນຕະລາຢ່າງຍິ່ງ” ນັ້ນແມ່ນ
ຄຳເວົ້າຂອງ ທ່ານອາເມດ ຣາແຮລ ອະດີດນາຍພົນກອງທັບບົກຂອງຊີເຣຍ ຜູ້ທີ່
ເປັນນັກວິເຄາະໃນດ້ານການທະຫານ ທີ່ມີຫ້ອງການຕັ້ງຢູ່ໃນນະຄອນ ອິສຕັນບູລ
ຂອງເທີກີ.

“ມັນບໍ່ພຽງແຕ່ເປັນອັນຕະລາຍ ໃນສະພາບການຂອງບັນຫາຂັດແຍ້ງ ລະຫວ່າງ
ປະເທດອາຣັບ ແລະອິສຣາແອລ ແຕ່ຍັງເປັນສະພາບການ ໃນໂລກ ນຳດ້ວຍ”

ທ່ານຣາແຮລ ກ່າວບອກຕໍ່ວີໂອເອຕື່ມ. ແລະວ່າ “ປະເທດອື່ນໆກໍຈະມີຄວາມຈົງ
ໃຈຫຼາຍຂຶ້ນ ທີ່ຈະໂຈມຕີປະເທດເພື່ອນບ້ານຂອງຕົນບຽດຢຶດເອົາເຂດແດນຂອງ
ເຂົາເຈົ້າ ແລະອ້າງເອົາອະທິປະໄຕຢ່າງຖາວອນ ໂດຍໃຊ້ການໂຕ້ແຍ້ງວ່າ
ອາເມຣິກາ ໄດ້ເຮັດໃຫ້ພຶດຕິກຳດັ່ງກ່າວນັ້ນ ຖືກຕ້ອງຕາມກົດໝາຍ ໃນກໍລະນີ
ຂອງເຂດພູພຽງໂກລານ.”

ເຖິງຢ່າງໃດກໍຕາມ ບັນດານັກວິເຄາະຄົນອື່ນໆ ເຊື່ອວ່າ ການເຄື່ອນໄຫວຂອງ
ສະຫະລັດ ຈະບໍ່ປ່ຽນແປງຫຍັງເລີຍ ຢູ່ໃນພາກພື້ນດິນ ເພາະວ່າ ອິສຣາແອລ ກໍໄດ້
ຄວບຄຸມເຂດພູພຽງໂກລານ ຫຼາຍກວ່າ 4 ທົດສະວັດມາແລ້ວ.

“ຂ້າພະເຈົ້າ ຄຶດວ່າ ມັນຈະບໍ່ສົ່ງຜົນກະທົບ ຂະໜາດໃຫຍ່ ຕໍ່ຄວາມປອດໄພຢູ່
ໃນຂົງເຂດ”
ນັ້ນແມ່ນຄຳເວົ້າຂອງທ່ານ ໂຈເນຕັນ ສປາຍເອີຣ ນັກວິເຄາະຢູ່ທີ່
ສະຖາບັນການສຶກສາ ດ້ານຍຸດທະສາດ ນະ​ຄອນເຈຣູເຊແລັມ ທີ່ໄດ້ກ່າວໄປ
ແລະທ່ານກ່າວຕື່ມວ່າ “ການຄວບ​ຄຸມໂດຍອິສຣາແອລ ​ໃນເຂດພູພຽງໂກລານ
ກໍແນ່ນອນຢູ່ແລ້ວ ແລະກໍບໍ່ອາດຈະເປັນໄປໄດ້ວ່າ ໃນອະນາຄົດອັນໃກ້ໆນີ້ ​
ຈະມີກອງກຳລັງໃດໆ ພະຍາຍາມປ່ຽນແປງສະພາບການດັ່ງກ່າວນີ້.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG