ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບັນດາຜູ້ຊ່ຽວຊານກ່າວວ່າ ຈີນ ອາດຈະພະຍາຍາມໃຊ້ເກົາຫຼີເໜືອ ເພື່ອຕໍ່​ລອງກັບສະຫະລັດ


ຮູບເມື່ອວັນທີ 26 ມີນາ 2021 ນີ້, ບັນດາຜູ້ໂດຍສານ ເບິ່ງໂທລະພາບ ທີ່ສະແດງໃຫ້ເຫັນພາບຜູ້ນໍາຂອງເກົາຫຼີເໜືອ ທ່ານກິມ ຈົງ ອຶນ ແລະປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ລະຫວ່າງລາຍການຂ່າວຢູ່ທີ່ສະຖານີລົດໄຟ ຊູແຊວ, ນະຄອນຫລວງໂຊລ, ເກົາຫຼີໃຕ້.
ຮູບເມື່ອວັນທີ 26 ມີນາ 2021 ນີ້, ບັນດາຜູ້ໂດຍສານ ເບິ່ງໂທລະພາບ ທີ່ສະແດງໃຫ້ເຫັນພາບຜູ້ນໍາຂອງເກົາຫຼີເໜືອ ທ່ານກິມ ຈົງ ອຶນ ແລະປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ລະຫວ່າງລາຍການຂ່າວຢູ່ທີ່ສະຖານີລົດໄຟ ຊູແຊວ, ນະຄອນຫລວງໂຊລ, ເກົາຫຼີໃຕ້.

ພວກ​ນັກ​ຊ່ຽວ​ຊານ​ເຊື່ອ​ວ່າ ປັກ​ກິ່ງ​ອາດ​ຈະ​ມອງ​ເຫັນ​ວ່າ ເກົ​າ​ຫຼີ​ເໜືອ​ເປັນ​ເຄື່ອງ​ຕໍ່​ລອງເພື່ອ​ທ້າ​ທາ​ຍ​ຕໍ່​ທ່າ​ທີ​ຂ​ອງວໍ​ຊິງ​ຕັນ​ໃນ​ຫຼາຍໆ​ບັນ​ຫາ ຮວມ​ທັງ​ເປົ້າ​ໝາຍ​ເພື່ອ​ເຮັດ​ໃຫ້​ແຫຼມ​ເກົາ​ຫຼີ​ເປັນ​ເຂດ​ປອດ​ອາ​ວຸດ​ນິວ​ເຄ​ລຍ.

ທ່ານນາງ​ຢຸນ ຊັນ ຜູ້​ອຳ​ນວຍ​ການ ໂຄງ​ການ​ຈີນ ທີ່​ສູນ​ກາງ ​ສ​ຕິມ​ຊັນ ກ່າວ​ວ່າ “ເມື່ອ​ເວົ້າ​ເຖິງ​ການ​ແຂ່ງ​ຂັນ​ຂອງ​ປະ​ເທດ​ມະ​ຫາ​ອຳ​ນາດ​ແລ້ວ ຈີນມອງ​ເຫັນ​ເກົາ​ຫຼີ​ເໜືອ ເປັນ​ເຄື່ອງ​ຕໍ່​ລອງແບບ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອ​ນ.”

ທ່ານ​ນາງ​ກ່າວ​ຕື່ມ​ວ່າ ຖ້າຕົວ​ຢ່າງ​ເຊັ່ນ ສະ​ຫະ​ລັດ​ຫາກ​ຕ້ອງ​ການ​ ຄວາມ​ສະ​ໜັບສະ​ໜຸນ​ ເພື່ອ​ຢາກ​ລົງ​ໂທດ​ເກົາ​ຫຼີ​ເໜືອ​ຕື່ມ “ຈີນ ​ກໍ​ຈະ​ບໍ່​ຊ່ວຍ ນອກ​ຈາກວ່າ​ ສະ​ຫະລັດ​ຈະ​ສະ​ໜອງ​ຕອບ​ໃນ​ດ້ານ​ອື່ນ​ບາງ​ຢ່າງ.”

ສ່ວນ​ທ່ານ​ເອ​ເວີນ​ສ໌ ຣີ​ເວຍ ອະ​ດີດ​ເຈົ້າ​ໜ້າ​ທີ່​ກະ​ຊວງຕ່າງ​ປະ​ເທດ​ທີ່​ມີ​ປະ​ສົບພະ​ການ​ຢ່າງກວ້າງ​ຂວາງ​ໃນ​ການ​ເຈ​ລະ​ຈາ​ກັບ​ເກົາ​ຫຼີ​ເໜືອ ກ່າວ​ວ່າ “ຍ້ອນ​ສະ​ພາບການ​ທີ່​ຊຸດ​ໂຊມ​ລົງ​ ໃນ​ຄວາມ​ສຳ​ພັນ​ລະ​ຫວ່າງ​ສະ​ຫະ​ລັດ ​ກັບ​ຈີນ, ບາງ​ຄົນ​ຢູ່​ໃນ ສ​ປ ​ຈີນ ອາດມອງ​ເຫັນ​ວ່າ ສ​ປ​ປ ເກົາ​ຫຼີ ທີ່​ມີ​ຄວາມ​ເຫັນ​ພ້ອມ​ແບບ​ດຽວ​ກັນ ໃນ​ການ​ຄັດ​ຄ້ານ​ຕໍ່​ການ​ມີ​ໜ້ ​ຂອງ​ກຳ​ລັງ​ທະ​ຫານ​ສະ​ຫະ​ລັດ​ຢູ່​ໃນ​ຂົງ​ເຂດ ເປັນຊັບສິນ​ດ້ານ​ຍຸດ​ທະ​ສາດ ທັງໆ​ທີ່​ຖາ​ນະ​ໃນ​ການ​ມີ​ອາ​ວຸດ​ນິວ​ເຄ​ລຍ​ ຂອງ​ເກົາ​ຫຼີ​ເໜືອ ເຮັດ​ໃຫ້​ຈີ​ນ​ມີ​ຄວາມ​ວິ​ຕົກ​ກັງ​ວົນ​ກໍ​ຕາມ.” ສ​ປ​ປ ເກົາ​ຫຼີແມ່ນ​ຊື່​ຢ່າງ​ເປັນ​ທາງ​ການຂອງ​ເກົາ​ຫຼີ​ເໜືອ ທີ່​ຫຍໍ້​ມາ​ຈາກ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ເກົາ​ຫຼີ ແລະ ສ​ປ ຈີນ ແມ່ນ​ຊື່​ຢ່າງ​ເປັນ​ທາງ​ການ​ຂອງ​ຈີນ ທີ່​ຫຍໍ້​ມາ​ຈາກ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ.

ທ່ານ​ຣີ​ເວຍ ກ່າວ​ຕື່ມ​ວ່າ “ໃນ​ເມື່ອ​ການ​ແຂ່ງ​ຂັນ​ລະ​ຫວ່າງ​ຈີນ ກັບ​ສະ​ຫະ​ລັດ​ຍັງ ເພີ້ມ​ທະ​ວີ​ຂຶ້ນຢູ່ນີ້ ທັດ​ສະ​ນະ​ດັ່ງ​ກ່າວຈຶ່ງ​ມີ​ທ່າ​ທາງວ່າ ຈະ​ດຳ​ເນີນ​ຢູ່​ຕໍ່​ໄປ​ຕື່ມ​ອີກ ໃນ​ອະ​ນາ​ຄົດ​ນີ້.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG