ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໃຫ້ອຳນາດ ແກ່ແມ່ຍິງ ອາດຊ່ອຍຍຸຕິ ຄວາມອຶດຢາກ ໃນໂລກ


Expert: Empowering Women Would Help End World Hunger
please wait

No media source currently available

0:00 0:02:33 0:00

ວັນອາທິດທີ 28 ພຶດສະພາ ຜ່ານມານີ້ ເປັນວັນລະນຶກເຖິງອຶດຢາກໃນໂລກ ຊຶ່ງເປັນ
ວັນເຕືອນຄວາມຈຳ ໃນທຸກໆປີໃຫ້ຮູ້ວ່າ ມີປະຊາຊົນຫລາຍໆລ້ານຄົນຢູ່ໃນທົ່ວໂລກ
ຍັງຂາດແຄນອາຫານການກິນ ຢ່າງຮ້າຍແຮງ ທັງໆທີ່ໂລກຂອງເຮົາ ຜະລິດອາຫານ ເປັນຈຳນວນຫຼວງຫລາຍກໍຕາມ. ການຂາດແຄນອາຫານການກິນຢ່າງຕໍ່ເນື່ອງຢູ່ໃນ ບາງຂົງເຂດແມ່ນມີຄວາມເຊື່ອມໂຍງກັບຄວາມບໍ່ສະເໝີພາບທາງດ້ານສັງຄົມ ທີ່ຝັງ
ເລິກ ແລະການບໍລິຫານທີ່ຜິດພາດ. ຜູ້ຊ່ຽວຊານທ່ານນຶ່ງກ່າວຕໍ່ Zlatica Hoke ນັກ
ຂ່າວຂອງວີໂອເອວ່າ ການໃຫ້ອຳນາດແກ່ພວກແມ່ຍິງ ຄືກະແຈ ທີ່ຈະເຮັດໃຫ້ຄວາມ ອຶດຢາກໃນໂລກສິ້ນສຸດລົງ. ໄພສານຈະນໍາເອົາລາຍລະອຽດກ່ຽວກັບເລື່ອງນີ້ມາສະ
ເໜີທ່ານ ໃນອັນດັບຕໍ່ໄປ.

ຄວາມອຶດຢາກ ເຮັດໃຫ້ຜູ້ຄົນເສຍຊີວິດ ຫຼາຍກວ່າໂຣກເອດສ໌ ໄຂ້ຍຸງ ແລະວັນນະ
ໂຣກຮວມກັນ. ສ່ວນໃຫຍ່ຂອງພວກທີ່ດຳລົງຊີວິດດ້ວຍຄວາມອຶດຢາກແມ່ນພວກ
ທີ່ຂາດແຄນອາຫານການກິນ ຢ່າງຕໍ່ເນື່ອງ ອັນເປັນຜົນມາຈາກຄວາມທຸກຍາກ ທີ່ ມີມາໂດຍຕະຫລອດ ແບບທີ່ບໍ່ເຄີຍໄດ້ເຫັນກັນຢູ່ໃນລາຍງານຂ່າວປະຈຳວັນ.

ທ່ານ John Coonrod ຈາກອົງການບັນເທົາຄວາມອຶດຢາກກ່າວວ່າ “ເວລານີ້ສິ່ງ
ທີ່ຢູ່ໃນຂ່າວ ກໍແມ່ນໄພອຶດຫິວ ຢູ່ທີ່ປະເທດເຢເມນແລະຊູດານໃຕ້ ແລະອື່ນໆເຊັ່ນ
ໂຊມາເລຍ. ມີໄພແຫ້ງແລ້ງເກີດຂຶ້ນຢູ່ເອທິໂອເປຍ ສິ່ງເຫຼົ່ານີ້ຄືເຫດການສຸກເສີນ.”

ທ່ານ John Coonrod ເປັນຮອງປະທານອົງການບັນເທົາຄວາມອຶດຢາກຊຶ່ງເປັນ
ອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ ທີ່ປະຕິບັດງານ ມາໄດ້ 40 ປີແລ້ວ ເພື່ອຊ່ອຍ
ປະຊາຄົມຕ່າງໆຢູ່ໃນ 12 ປະເທດ ວາງຍຸດທະສາດຍຸຕິບັນຫາຄວາມອຶດຢາກ.

ທ່ານ John Coonrod ກ່າວຕື່ມວ່າ “ຜູ້ຄົນທີ່ອຶດຢາກເປັນຈໍານວນຫຼາຍທີ່ສຸດແມ່ນ
ຢູ່ອິນເດຍ. ບ່ອນທີ່ຜູ້ຄົນຕົກໃນຄວາມອຶດຢາກໃນອັດຕາສູງທີ່ສຸດແມ່ນຢູ່ອາຟຣິກາ.
ມີປະມານ 220 ລ້ານຄົນອຶດຢາກຢູ່ອາຟຣິກາ​ແລະ 280 ລ້ານຄົນອຶດຢາກຢູ່ເອເຊຍ
ໃຕ້.”

ທ່ານ John Coonrod ກ່າວວ່າ ໃນຂະນະທີ່ໄພນ້ຳຖ້ວມ ແລະໄພແຫ້ງແລ້ງ ເປັນ
ສາເຫດກໍ່ໃຫ້ເກີດວິກິດການທາງດ້ານອາຫານ ແຕ່ການຂາດແຄນອາຫານຢ່າງຕໍ່
ເນື່ອງແມ່ນເປັນຜົນມາຈາກການບໍລິຫານງານບໍ່ດີໃນໄລຍະຍາວ. ໂລກຂອງເຣົາ
ຜະລິດອາຫານພຽງພໍກັບຄວາມຕ້ອງການຂອງຜູ້ຄົນ 10 ພັນລ້ານຄົນຄືຫຼາຍກວ່າ
ຄວາມຕ້ອງການຂອງປະຊາກອນໂລກທີ່ມີຢູ່ 7 ພັນ 500 ລ້ານຄົນ ແຕ່ເນື່ອງຈາກ ບັນຫາທາງດ້ານສັງຄົມ​ໃຫຍ່ໆຫຼາຍຢ່າງຢູ່ໃນຫຼາຍໆຂົງເຂດຂອງໂລກຈຶ່ງເຮັດໃຫ້
ຜູ້ຄົນເກືອບ 800 ລ້ານຄົນປະສົບກັບຄວາມອຶດຢາກຢ່າງຕໍ່ເນື່ອງ.

ທ່ານ John Coonrod ເວົ້າວ່າ ສ່ວນໃຫຍ່ຂອງຜູ້ຄົນທີ່ປະສົບກັບຄວາມອຶດຢາກ ແມ່ນພວກຊາວໄຮ່ຊາວນາທີ່ຜະລິດອາຫານແລະພວກຊາວໄຮ່ຊາວນາ ສ່ວນໃຫຍ່ ກໍແມ່ນແມ່ຍິງ.”

ແຕ່ໃນຂະນະທີ່ພວກແມ່ຍິງ ເປັນພວກທີ່ເຮັດວຽກສ່ວນໃຫຍ່ ໃນດ້ານກະສິກຳ ແຕ່
ໃນສັງຄົມ ຂອງຫົວໜ້າຄອບຄົວແລ້ວ ເຂົາເຈົ້າບໍ່ໄດ້ຮັບອະນຸຍາດ ໃຫ້ຕັດສິນໃຈ.

ທ່ານ John Coonrod ກ່າວວ່າ “ເວລາເຈົ້າໃຫ້ສິດອໍານາດແກ່ພວກແມ່ຍິງ​ເຂົາເຈົ້າ
ກໍ​ຈະຕັດສິນ​ໃຈທີ່​ມີ​ຜົນ​ຕໍ່​ຊີວິດ​ຂອງ​ຜູ້​ຄົນ​ໃນ​ຄອບ​ຄົວ. ພວກ​ເຂົາ​ເຈົ້າ​ແມ່ນ​ຜູ້ລ້ຽງ​ເດັກ
ນ້ອຍ ດັ່ງນັ້ນ ​ເມື່ອ​ພວກ​ເຂົາ​ເຈົ້າຕ້ອງ​ໄດ້​ເຮັດ​ການ​ຕັດສິນ​ໃຈ ​ເຂົາ​ເຈົ້າໃຫ້​ບູລິ​ມະ​ສິດ
​ເລື່ອງ​ອາຫານ ເຂົາ​ເຈົ້າໃຫ້​ບູລິ​ມະ​ສິດ​ເລື່ອງ​ຮັກສາ​ສຸຂະພາບ ​ເຂົາ​ເຈົ້າ​ໃຫ້​ບູລິ​ມະ​ສິດ​
ເລື່ອງ​ການ​ສຶກສາ. ​ໃນ​ເມື່ອ​ເຂົາ​ເຈົ້າມີ​ສ່ວນ​ພົວພັນ​ໂດຍ​ກົງ ​ຢູ່​ໃນສັງຄົມ​ເຫຼົ່ານີ້ທີ່​ເປັນ
​ຜູ້​ເຮັດ​ວຽກ ​ເຂົາ​ເຈົ້າຮູ້​ວ່າ​ແມ່ນ​ຫຍັງ​ຈຳ​ເປັນ​ທີ່​ຈະ​ຕ້ອງ ​ໄດ້​ເຮັດ​ໃຫ້​ລຸ​ລ່ວງ​ໄປ.”

​ໂຄງການ​ບັນ​ເທົາ​ຄວາມ​ອຶດ​ຢາກ ​ໄດ້​ເຮັດ​ວຽກ ໃຫ້​ການ​ສຶກສາ ແກ່​ປະຊາ​ຄົມຕ່າງໆ
​ເພື່ອ​ໃຫ້​ເຂົາ​ເຈົ້າກຸ້ມ​ຕົນ​ເອງ​ແລະ​ໃຫ້​ສະມາຊິກຂອງ​ເຂົາ​ເຈົ້າທຸກ​ຄົນ​ເຂົ້າຮ່ວມ​. ທ່ານ
John Coonrod ກ່າວ​ວ່າ ​ໂຄງການ​ອາຫານ​ໂລກ ສ່ວນ​ໃຫຍ່​ແລ້ວ​ ແມ່ນ​ປະສົບກັບ​
ຄວາມ​ສຳ​ເລັດ. ​ຄວາມ​ອຶດ​ຢາກໃນ​ໂລກ ໄດ້​ຫລຸດ​ລົງເຫຼືອພຽງ​ແຕ່​ເກືອບ​ເຄິ່ງນຶ່ງ ນັບ
​ແຕ່​ປີ 1990 ​ເປັນຕົ້ນມາ​ແລະ​ທ່ານ​ກ່າວ​ວ່າ ​ເປົ້າໝາຍ​ໃນ​ການ​ຍຸຕິ​ຄວາມ​ອຶດຢາກ​ໃນ​
ໂລກ ພາຍ​ໃນ​ປີ 2030 ​ແມ່ນ​ສາມາດ​ທີ່ຈະບັນລຸໄດ້.

Sunday is World Hunger Day, an annual reminder that millions of people around the world suffer from chronic hunger, despite abundant global food production.Persistent shortages of food in some regions are linked to deep seated social inequities and long-term mismanagement.An expert tells VOA's Zlatica Hoke that empowering women is key to ending world hunger.


Hunger kills more people around the world than AIDS, malaria and tuberculosis combined. The majority of those living in hunger are suffering from chronic food deficiency, which is the result of persistent poverty - the kind that does not appear in daily news reports.

((JOHN COONROD, HUNGER PROJECT))
"Right now what's in the news are the famines in Yemen and South Sudan and in other countries...Somalia.There's been drought in Ethiopia - there are these emergencies."


John Coonrod is executive vice president of the Hunger Project, a 40-year-old non-governmental group that helps communities in 12 countries develop strategies to end hunger.

((JOHN COONROD, HUNGER PROJECT))
"The largest number of hungry people are in India.The largest percentage of places where hunger is most spread is in Africa. There's about 220 million hungry people in Africa, about 280 million hungry people in South Asia."


While floods and droughts can cause sporadic food crises, persistent shortages are a result of long-term poor management, says Coonrod. The world produces enough food for 10 billion people - more than enough for the global population of 7.5billion. But as a result of a range of deeply entrenched social issues in many parts of the world, close to 800 million people are chronically hungry.

((JOHN COONROD, HUNGER PROJECT))
"Most of the hungry people are food farmers and most of the world farmers are women."


But while women do most of the agricultural work, in patriarchal societies they are not allowed to make decisions.

((JOHN COONROD, HUNGER PROJECT))
"When you empower women, they make the decisions that most affect the lives of the family. They are the ones feeding the children. So when they get to make decisions, they prioritize food, they prioritize health care, they prioritize education. So because they are directly the ones in these societies doing the work, they know what needs to be done."


The Hunger Project works on educating communities on how to become self-reliant and that takes theparticipation of all their members. Coonrad says world food projects are by and large successful. World hunger has been nearly cut in half since 1990, and he says the goal of ending it by 2030 is achievable.

XS
SM
MD
LG